ວັດ ແລະ ວັດທະນະທຳຂອງໝູ່ບ້ານ

(vovworld) - ​ເຂດ​ທົ່ງ​ພຽງ​ພາກ​ເໜືອ​ແມ່ນ​ອູ່​ອະ​ລິ​ຍະ​ທຳ​ແຫ່ງ​ການປູກ​ເຂົ້າ​ນາ​ທາມ​ຂອງ​ຊາວ ຫວຽດ​ນາມ, ດັ່ງ​ນັ້ນ, ​ແຫ່ງນີ້​ຍັງ​ຮັກ​ສາ​ບັນ​ດາ​ລັກ​ສະ​ນະ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ. ເຂດ​ທົ່ງ​ພຽງ​ພາກ​ເໜືອ ກໍ່​ແມ່ນ​ບ່ອນ​ທີ່​ພຸດ​ທະ​ສາ​ສະ​ໜາ​​ແຊກ​ຊຶມ​ເຂົ້າ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ. ຊາວ ຫວຽດ​ນາມ ຖື​ພຸດ​ທະ​ສາ​ສະ​ໜາ​ທັງ​​ມີ​ຄວາມ​ສັກ​ສິດ ແລະ ທັງ​​ມີ​ຄວາມໃກ້​ຊິດ​​ສະ​ໜິດ​ສະ​ໜົມກັບ​ເຂົາ​ເຈົ້າ, ດັ່ງ​ນັ້ນ ໃນ​ປະ​ຫວັດ​ສາດ​ຍາວ​ນາ​ນ​ຂອງ​ຊາດ, ວັດ​ວາ​ອາ​ຮາມໄດ້​ຮັບ​ການກໍ່​ສ້າງ​ຢູ່​​ທົ່ວທຸກ​ແຫ​່ງ, ເກືອບ​ຄື​ວ່າ​ໝູ່​ບ້ານ​ໃດ​ກໍ່​ມີ​ວັດ​ບູ​ຊາ​ພະ​​ພຸດ​ທະ​ເຈົ້າ. ບົດ​ຂຽນ “ວັດ ແລະ ວັດ​ທະ​ນະ​ທຳ​ໝູ່​ບ້ານ” ຂ​ອງ ໂຕ​ຕ໋ວນ, ນັກ​ຂ່າວ VOV.

ວັດ ແລະ ວັດທະນະທຳຂອງໝູ່ບ້ານ - ảnh 1
ວັດ ແກວ ຢູ່​ແຂວງ ທ໋າຍ​ບີ່ງ


       
ໃນ​ວິ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ​ໝູ່​ບ້ານ ແລະ ນັບ​ແຕ່​ເມື່ອ​ພຸດ​ທະ​ສາ​ສະ​ໜາ​ໄດ້​​ແຊກ​ຊຶມ​ເຂົ້າ ຫວຽດ​ນາມ (ສະ​ຕະ​ວັດ​ທີ 3 ກ່ອນ ຄ​ສ), ​ພ້ອມ​ກັບ​ບັນ​ດາ​ກິດ​ຈະ​ກຳ​ທີ່​ມີ​ລັກ​ສະ​ນະ​​ເປັນ​ສີ​ສັນ​ຂອງ​ໝູ່​ບ້ານ​ຄື: ຕົ້ນ​ໄຮ, ທ່າ​ນ້ຳ, ເ​ດີ່ນ​ສາ​ລາ, ເກືອບ​ຄື​ວ່າ​ຢູ່​ໝູ່​ບ້ານ​ໃດ​ກໍ່​ມີ​ວັດ. ວັດ ແລະ ສາ​ລາ​ບ້ານ​ແມ່ນ​ກິດ​ຈະ​ກຳ​​ເປັນ​ຕົວ​ແທນ​ຂອງ​ທັງ​ໝູ່​ບ້ານ. ບໍ່​ພຽງ​ແຕ່​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສິ​ລະ​ປ​ະ​ເທົ່າ​ນັ້ນ, ວັດ​ຍັງ​ເປັນ​ສັນ​ຍາ​ລັກ​​ແຫ່ງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ອີກ​ດ້ວຍ. ພາຍຫຼັງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຟ້າວ​ຟັ່ງ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ​ທ​ຳ​ມາ​ຫາ​ກິນ​ແລ້ວ, ເມື່ອ​ເຂົ້າ​ໄປ​ວັດ, ໃຜ​ໆ​ກໍ່​ຮູ້​ສຶກ​ໄດ້​​ເຖິງຄວາມ​ສະ​ຫງົບ, ຄວາມ​ສະ​ຫວາດ​ສະ​ເຫວີຍ​ໃນ​ໃຈ. ວັດ​ກໍ່​ເປັນ​ບ່ອນ​ຈົດ​ຈຳ​ບັນ​ດາ​ອະ​ນຸ​ສອນ​ຄາວ​ເຍົາ​ໄວ, ຊຸມ​ວັນ​ທີ່​​ໄດ້ໄປ​ນຳ​ແມ່, ນຳ​ເອື້ອຍ​ເຂົ້າ​ວັດ​ຮັບ​ຟັງ​ພະ​ມະ​ຫາ​ອາ​ຈານ​​ສັ່ງສອນ​ກ່ຽວ​ກັບຄຸນ​ສົມ​ບັດ​ໃຫ້​ເປັນ​ຄົນ​ຮູ້​ຜູ້​ດີ​ໃນ​ສັງ​ຄົມ… ດັ້ງ​ນັ້ນ, ເຖິງວ່າ​​ຈະໄປ​ໃສ​ກໍ່​ຕາມ, ຮູບ​ພາບ​ວັດ​ກໍ່​ຝັງ​ເລິກ​ໃນ​ດວງ​ໃຈ, ອະ​ນຸ​ສອນ​ຂອງ​ບັນ​ດາ​ຜູ້​​ທີ່​ໄດ້​ກຳ​ເນີ​ດ​ ແລະ ເຕີບ​ໃຫຍ່​ຢູ່​​ໃນໝູ່​ບ້ານ, ​ສະ​ໜິດຕິດ​ພັນ​ກັບ​ສຽງລະ​ຄັງ​ໃນ​ວັດ.

        ໃນ​ຈິດ​ໃຈ​​ຄວາມ​ຮັບ​ຮູ້ຂອງ​ຊາວ ຫວຽດ​ນາມ, ວັດ ຍັງ​ສະ​ແດງ​ໃຫ້​ເຫັນທິດ​ສະ​ດີ​ປັດ​ຊະ​ຍາ​ກ່ຽວ​ກັບ​ຊີ​ວິດຂອງ​ມະ​ນຸດ ແລະ ນ້ຳ​ໃຈ​ໂອບ​ອ້ອມ​ອາ​ລີ, ມີ​ຄວາມ​ປອງດອງ​ໃນ​ຊີ​ວິດ​ການ​ເຫຼື້ອມ​ໃສ​ຂອງ​ຊາດ. ວັດ​ຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເຂດ​ບ້ານ​ນາ, ລົບ​ລ້າງ​​ຄວາມ​ແຕກ​ໂຕ່ນ​ກ່ຽວ​ກັບ​ຄວາມບໍ່​ສະ​ເໝີ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ​ວົງ​ຄະ​ນະ​ຍາດ​ຢູ່​ໝູ່​ບ້ານ​ໃນ​ເມື່ອ​ກ່ອນ. ຖ້າ​ຫາກວ່າ​ກ່ອນນີ້, ​ສາ​ລາເກືອບ​ຄື​ວ່າ​ພຽງ​ແຕ່ສະ​ຫງວນ​ໃຫ້​ແກ່​ຜູ້​ຊາຍ, ບັນ​ດາ​ຜູ້​ອາ​ຍຸ​ສູງ, ​ເຈົ້າ​ເສ​ນາ​ອາ​ມາດປຶກ​ສາ​ຫາ​ລື “ວຽກ​ບ້ານ​​ວຽກ​ເມືອງ”, ​ແມ່​ຍິງບໍ່​ໄດ້​ເຂົ້າ​ຮ່ວມ, ແຕ່ມາ​ບັດ​ນີ້ ວັດ​ແມ່ນ​ບ່ອນ​​ທີ່ສະ​ຫງວນ​ໃຫ້​ແມ່​ເຖົ້າ, ​ບັນ​ດານາງ​ສາວ ແລະ ເດ​ັກ​ນ້ອຍ​ໄປ​ນ​ຳ​ແມ່​ເຖົ້າ, ນຳ​ແມ່​ເຂົ້າ​ວັດ ເຊິ່ງ​ມີ​ຄຳ​ທີ່​ວ່າ: “ເດັກ​ນ້ອຍ​ມັກ​ຫຼິ້ນ​ຢູ່​ເຮືອນ, ຜູ້​ເຖົ້າ​ມັກ​ເຂົ້າ​ວັດ”. ວັດ​ໃນ​ໝູ່​ບ້ານ​ເຄີຍ​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ສະ​ຖານ​ທີ່​ສະ​ຫງົບ​ງ​ຽບ, ອາດ​ຈະ​ແມ່ນ​ແຈໝູ່​ບ້ານ, ແຄມ​ໝູ່​ບ້ານ ຫຼື ໃຈ​ກາງ​ໝູ່​ບ້ານ. ເຖິງວ່​າ​ໄດ້​ຮັບ​ການກໍ່​ສ້າງ​ຢູ່​ບ່ອນ​ໃດກໍ່​ຕາມ ແຕ່​ວັດ​ຍັງ​ມີ​ຄວາມ​ໃກ້​ຊິດ, ສະ​ໜິດ​ສະ​ໜົມ, ທັງ​ເລິກ​ລັບມະ​ຫັດ​ສະ​ຈັນ, ​ທັງມີ​ລັກ​ສະ​ນະ​ຈິດ​ວີນ​ຍານ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ບ້ານ​ນາ. ດັ່ງ​ນັ້ນ, ພ້ອມ​ກັບ​ສາ​ລາ, ວັດ​ກໍ່​ແມ່ນ​ສັນ​ຍາ​ລັກ​ຂອງວັດ​ທະ​ນະ​ທະ​ໝູ່​ບ້ານ, ​ແມ່ນ​ກົກ​ເຂົ້າ​ເຫງົ້າ​ກໍ​ຂອງວັດ​ທະ​ນະ​​ທຳ​ຂອງປະ​ເທດ​ຊາດ. ພະ​​ອາ​ຈານໃຫຍ່ ທີກ​ຕ໋ຽນ​ດາດ, ເຈົ້າອະ​ທິ​ການ​ວັດ ກື້​ດາ, ຊານ​ນະ​ຄອນ ຮ້າ​ໂນ້ຍ, ຖື​ວ່າ:

“ສາ​ສະ​ໜາ​ພຸດ​ໄດ້​ເຂົ້າ​ມາ ຫວຽດ​ນາມ ນັບແຕ່​ດົນ​​​ນານແລ້ວ, ດັ່ງ​ນັ້ນ, ຢູ່ບ່ອນ​ໃດ​ມີ​ປະ​ຊາ​ຊົນ, ມີ​ໝູ່​ບ້ານ, ​ຢູ່ບ່ອນນັ້ນກໍ່ຈະ​ມີ​ວັດ ແລະ ວັດ​​ໄດ້ກາຍ​ເປັນ​​ວັດ​ທະ​ນະ​ທຳ​ທີ່​ຂາດບໍ່​ໄດ້. ມີ​ນັກ​ກະ​ວີ​ໄດ້​ເວົ້າ​ວ່າ: “ຊາຍ​ຄາ​ຂອງວັດ​ໄດ້​ປົກປ້ອງ​ຈິດ​ໃຈ​ຂອງ​ຊາດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ພະ​ບ​ຸ​ລຸດ”. ກໍ່​ມີ​ຄຳ​ທີ່​ວ່າ “ວັດ​ວາ​ອາ​ຮາມ ແມ່ນ​​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ຊຸດ​ຂອງ​ຄຸ້ມບ້ານ”, ດັ່ງ​ນັ້ນ​, ວັດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສຸ​ສານ​ໃຫຍ່​ຂອງ​ທັງ​ໝູ່​ບ້ານ, ຂອງ​ເຂດ​ໜຶ່ງ. ວັດ​ບໍ່​ພຽງ​ແຕ່​ແມ່​ນ​ບ່ອນ​ດຳ​ເນີນ​ຊີ​ວິດ​ດ້ານ​ຈິດ​ວີນ​ຍານ, ການ​ເຫຼື້ອມ​ໃສເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​ເຊື່ອ​ໝັ້ນ, ຄວາມມຸ່ງ​ມາດ​ປາດ​ຖະ​ໜາຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ອີກ​ດ້ວຍ. ພຸດ​​ທະສາ​ສະ​ໜາ​ແມ່ນ​ບ່ອນ​ເກີດ​ຄວາມ​ເມັດ​ຕາ​, ກະ​ລຸ​ນາ ແລະ ພູມ​ປັນ​ຍາ​ເປັນ​ທິດ​ເຍືອງ​ທາງ​ໃຫ້​ຄົນ​ເຮົາ​ກ້າວ​ເດີນ​ໄປ​ເຖິງ, ມຸ່ງ​ມະ​ນຸດ​ເຖິງ​ບັນ​ດາ​ສິ່ງ​ທີ່​ດີ​ງາມ, ດັ່ງ​ນັ້ນ, ວັດ​ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ວີນ​ຍານ, ​ຈິດໃຈ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ.”

ວັດ ແລະ ວັດທະນະທຳຂອງໝູ່ບ້ານ - ảnh 2
ວັດ ໄທ່, ຮ່າ​ໂນ້ຍ

ແຕ່​ລະ​ເທື່ອ​ເມື່ອ​ບຸ​ນ​ເຕັດ​ວຽນ​ມາ, ວັດ​ຍັງ​ເປັນ​ສະ​ຖານ​ທີ່​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ​ໃນບ້ານ​ມາ​ເພື່ອ​ຖະ​ຫ​ວາຍ​ທູບ​ທຽນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ ເພື່ອ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ. ໄປ​ວັດ​ໃນ​ຕົ້ນ​ປີ​ໄດ້​ກາຍ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​, ທ່ານ ຫງວຽນ​ຫືວ​ແຄງ, ຊາວ​​ບ້ານ ນາ, ເມືອງ ຕຽ​ນ​ຢູ, ແຂ​ວ​ງ ບັກ​ນີງ ເລົ່າ​ສູ່​ຟັງ​ວ່າ:

“ຜູ້​ເຖົ້າ​ຜູ້​ແກ່​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນຫຼາຍ, ເມື່ອ​ໄດ້​ຍິນສ​ຽງ​ລ​ະຄັງ​ນັ້ນ, ແມ່​​ໄດ້​ບອກຂ້າ​ພະ​ເຈົ້າ “ກິນ​ເຂົ້າ​​ມ້ຽນ​ພາ​ເຂົ້າ​ໄວ້​ແດ່ ແມ່​ຈະ​ໄປ​ວັດ”. ​ເມື່ອ​ຮອດວັນ​ເພັງ​, ວັນ​ທີ 1 ຂອງ​ແຕ່​ລະ​ເດືອນ, ຜູ້​ເຖົ້າ​ຜູ້​ແກ່​ກໍ່​ຈະ​ໄປວັດ​ເພື່ອ​​ສູດ​ມົ​ນ, ​ພາ​ວະ​ນາ”

ມີ​ວັດຫຼາຍ​ແຫ່ງ ບໍ່​ພຽງ​ແຕ່​ບູ​ຊາ​ພະ​ພຸດ​ທະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ບູ​ຊາເທ​ວະ​ດາ, ພະ​ແມ່​ອີກ​ດ້ວຍ, ດັ່ງ​ນັ້ນ​ງານ​ບຸນ​ວັດ ແມ່ນ​ການ​​ເຕົ້າ​ໂຮມ​ຄວາມປອງດອງ​ເຫຼື້ອມ​ໃສ​ສາ​ສະ​ໜາ ແລະ ເປີດ​ອົກ​ເປີດ​ໃຈ​ຂອງຊາວ ຫວຽດ​ນາມ. ສິ່ງ​ສຳ​ຄັນ​ແມ່ນ​ງານ​ບຸນ​ວັດ ເຄີຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ພ​້​ອມ​​ກັນກັບ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ. ພະ​ອາ​ຈານ ທີກ​ທົງ​ທືກ, ເຈົ້າອະ​ທິ​ການ​ວັດ​ບ້ານ ນາ, ເມືອງ ຢູຍ​ຕຽນ, ແຂວງ ບັກ​ນີງ, ໃຫ້​ຮູ້​ວ່າ:

“ວັດ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາ​ໃຫ້​ບັນ​ດາ​ສາ​ສະ​ນິກ​ກະ​ຊົນ​ເທົ່າ​ນັ້ນ, ຫາກ​ແຕ່​ລະ​ປີ, ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ເຄີຍ​ໄປ​ວັດ​ໃນ​ຍາມ​ຕົ້ນ​ປີໃໝ່​ອີກ​ດ້ວຍ. ພາຍຫຼັງ​​ທຳພິ​ທີ​ຢູ່​​ສາ​ລາແລ້​ວ, ປະ​ຊາ​ຊົນ​ຈຶ່ງ​ໄປ​ວັດ​ເພື່ອ​ທຳ​ພິ​ທີ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ​ອີກ”

ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ, ໃນ​ໂອ​ກາດ​ງານ​ບຸນ​​ທີ່​ເປັນ​ປະ​ເພ​ນີ​ຂອງ​ໝູ່​ບ້ານ ຍາມ​ໃດ​ກໍ່​ແມ່ນ​ການ​ພົບ​ປະ​ລະ​ຫວ່າ​ງ​ບັນ​ດາ​ພະ​ອໍ​ລະ​ຫັນ, ເຊິ່ງ​ແມ່ນ​ບັນ​ດາ​ເຈົ້າ​ຖິ່ນ​ເຈົ້າ​ຖານ​ຂອງ​ໝູ່​ບ້ານ​​ໄດ້​ຮັບ​ການບູ​ຊາ​ໃນ​ສາ​ລາ, ພະ​ແມ່​ໄດ້​ຮັບ​ການ​ບູ​ຊາ​ຢູ່​ວັດ. ນັ້ນ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພຸ​ດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ຂອງ ວັດ​ທະ​ນະ​ທຳ ຫວຽດ​ນາມ, ເພື່ອ​ຈາກນັ້ນ​ສາ​ມາດ​ກຳ​ນົດ​ທີ່​ຕ​ັ້ງ​ຂອງວັດ​ໃນ​ປະ​ຊາ​ຄົມ​ໝູ່​ບ້ານ ຫວຽດ​ນາມ. ໃນ​ອະ​​ດີດ ແລະ ໃນ​ປະ​ຈຸ​ບັນ, ວັດ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຊີ​ວິດ​ຊີ​ວາ, ຊ່ວຍ​ໃຫ້ຫຼາຍ​ລຸ້ນ​ຄົນ​ມ​ີ​ຄວາ​ມ​ຮູ້ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ຕື່ມ​ອີກ.   


ຕອບກັບ

ຂ່າວ/ບົດ​ອື່ນ