ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ

(VOVWORLD) - ຢູ່ເບ໋ນແຈ, ບັນດາສວນໝາກພ້າວກວ້າງໃຫຍ່ໄພສານແມ່ນເຕົ້າໂຮມຢູ່ບັນດາເມືອງທາງທິດຕາເວັນຕົກຄື ເຈົາແທ່ງ, ເຈິແລັກ, ໝໍໄກ່, ຢົງໂຈມ. ທົ່ວແຂວງມີເນື້ອທີ່ດິນປູກໝາກພ້າວກວ່າ 70.000 ເຮັກຕາ, ໃຫ້ສະມັດຕະພາບ 600 ລ້ານ/ປີ, ນຳໜ້າທົ່ວປະເທດ.
ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 1 ສວນໝາກພ້າວກວ້າງໃຫຍ່ໄພສານ

ຂະແໜງອຸດສາຫະກຳປຸງແຕ່ງໝາກພ້າວຢູ່ ເບ໋ນແຈ ໄດ້ຮັບການພັດທະນາໄວພໍສົມຄວນ ດ້ວຍບັນດາຜະລິດຕະພັນຫຼາຍຮູບຫຼາຍແບບ, ຈຳໜ່າຍປະມານ 85 % ຂອງປະລິມານໝາກພ້າວທັງໝົດທີ່ເກັບກ່ຽວມາໄດ້ໃນບໍລິເວນ. ເມື່ອມາຢ້ຽມຢາມ ເບ໋ນແຈ ຈະເຫັນໝາກພ້າວ ແລະ ຜະລິດຕະພັນທີ່ເຮັດຈາກໝາກພ້າວເຕັມໄປຢູ່ທົ່ວທຸກແຫ່ງໃນເຂດບ້ານນາ. ບົດສາລະຄະດີຂອງທູຮວາ ດ້ວຍຫົວຂໍ້ວ່າ “ ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ ”

        ຮາກຖານຜະລິດເຂົ້າໜົມອົມ ເດິດເຢື່ອ ຂອງອ້າຍ ຕ໋າມຈຸງ ຢູ່ບ້ານເຕິນແທງ, ເມືອງເຈົາແທງ, ແຂວງເບ໋ນແຈ. ຢູ່ສະຖານທີ່ແຫ່ງນີ້, ອ້າຍພ້ອມກັບບັນດາສະມາຊິກໃນຄອບຄົວໄດ້ຜະລິດເຂົ້າໜົມອົມໝາກພ້າວເອງຕາມແບບຫັດຖະກຳ. ຢູ່ຂ້າງເຕົາຕົ້ມນວນໝາກພ້າວທີ່ກຳລັງຟົດບົວະໆຢູ່ນັ້ນ ແມ່ນແຖວໂຕະຍາວ ເຊິ່ງແມ່ນບ່ອນທີ່ບັນດານາຍຊ່າງກຳລັງຫໍ່ເຂົ້າໜົມອົມຢ່າງວ່ອງໄວ. ເອື້ອຍ ເຈິ່ນທິເຮື່ອງ, ທັງຫໍ່ເຂົ້າໜົມ, ທັງແນະນຳກ່ຽວກັບຂັ້ນຕອນການເຮັດເຂົ້າໜົມອົມໝາກພ້າວ, ເອື້ອຍເວົ້າວ່າ:

        “ກ່ອນອື່ນໝົດແມ່ນນຳເອົານວນໝາກພ້າວມາບົດ, ປັ້ນເອົານ້ຳກະທິ ຫຼັງຈາກກໍ່ເອົາມາໃສ່ໃນໝໍ້ຂາງ ແລະ ຂ້ຽວປະມານ 45 ນາທີ ແລ້ວປົງລົງປະໄວ້ໃຫ້ເຢັນ, ຈຶ່ງໄດ້ນຳມາບົດ, ພາຍຫຼັງບົດແລ້ວກໍ່ຕັດອອກເປັນແຕ່ລະກ້ອນ, ຫໍ່ໄວ້ ແລ້ວໃສ່ຖົງ.  ຂັ້ນຕອນທັງໝົດລ້ວນແຕ່ເຮັດຕາມແບບຫັດຖະກຳ

ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 2 ໝາກພ້າວ

        ໃນແຕ່ລະມື້, ຮາກຖານຜະລິດເຂົ້າໜົມອົບ ເດິດເຢື່ອ ຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມ, ຊອກຮູ້ວິທີເຮັດເຂົ້າໜົມອົບໝາກພ້າວ ແລະ ຊື້ຜະລິດຕະພັນນັບຫຼາຍຮ້ອຍຄົນ. ໃນເວລາມີແຂກມາຢາມຫຼາຍຄົນ ອ້າຍ ຕ໋າມຈຸງ ທັງເບິ່ງແຍງການເຄື່ອນໄຫວທັງໝົດຂອງຮາກຖານ, ທັງຕົ້ມນວນໝາກພ້າວທີ່ພວມແຜ່ຄວາມຮ້ອນອອກ. ອ້າຍ ຕ໋າມຈູງ ໃຫ້ຮູ້ວ່າ: 

        “ຕົ້ນໝາກພ້າວຢູ່ ເບ໋ນແຈ ແມ່ນສາມາດຜະລິດສິນຄ້າໄດ້ຫຼາຍປະເພດ ເຊັ່ນ. ຕົ້ນໝາກພ້າວຜະລິດເຄື່ອງສິລະປະ. ນວນໝາກພ້າວຜະລິດເຂົ້າໜົມ, ກະໂປະຜະລິດ Activated Carbon, ນ້ຳໝາກພ້າວຜະລິດນຳ້ສີ, ເຫຍື່ອໝາກພ້າວປັ້ນເອົານຳ້ມັນ ຫຼືຜະລິດອາຫານໃຫ້ປາ“.

ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 3ຜະລິດເຂົ້າໜົມອົມໝາກພ້າວ 

        ຢູ່ຮາກຖານຜະລິດເຂົ້າໜົມອົມໝາກພ້າວຂອງອ້າຍ ຕ໋າມຈູງ ຍັງວາງຂາຍເຄື່ອງສິລະປະຫັດຖະກຳຫຼາຍຊະນິດທີ່ເຮັດຈາກຕົ້ນໝາກພ້າວຄື: ຖັງປູກດອກໄມ້, ເຄື່ອງໃສ່ການຳ້ຮັກສາຄວາມຮ້ອນ, ໂມງ, ສັດຫຼາຍປະເພດເຊັ່ນ: ໂຕຊ້າງ, ໂຕລີງ, ໂຕໝູ, ໂຕໄກ່, ໂຕນົກ… ໂດຍປະຊາຊົນໃນບ້ານ ເຕິນແທ້ງຜະລິດອອກ. ທ່ານ ຕືດັ່ງ, ຜູ້ຜະລິດເຄື່ອງສິລະປະຫັດຖະກຳຈາກຕົ້ນໝາກພ້າວ, ໃຫ້ຮູ້ວ່າ:

        “ເວົ້າລວມແລ້ວລາຍຮັບຈາກການປູກຕົ້ນໝາກພ້າວແມ່ນບໍ່ສູງປານໃດ, ແຕ່ມັນພັດເປັນປົກກະຕິ, ເພາະວ່າຜະລິດຕະພັນທັງໝົດຈາກຕົ້ນໝາກພ້າວລ້ວນແຕ່ນຳໃຊ້ໄດ້. ນອກນັ້ນຕົ້ນໝາກພ້າວຍັງໃຊ້ເປັນວັດຖຸເພື່ອຜະລິດເຄື່ອງສິລະປະຫັດຖະກຳໄດ້“.

ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 4 ເຫຍື່ອໝາກພ້າວປັ້ນເອົານຳ້ມັນ ຫຼືຜະລິດອາຫານໃຫ້ປາ

        ເອື້ອຍ ຟານທູງວຽດ, ກໍ່ແມ່ນຜູ້ຜະລິດເຄື່ອງສິລະປະຫັດຖະກຳຈາກຕົ້ນໝາກພ້າວ, ໃຫ້ຮູ້ວ່າ:

        “ຊີວິດການເປັນຢູ່ຂອງປະຊາຊົນແຫ່ງນີ້ໄດ້ຮັບການປັບປຸງດີທີ່ສຸດເມື່ອຜະລິດເຄື່ອງສິລະປະຫັດຖະກຳ. ຕົວຢ່າງຄືເຂົາເຈົ້າໃຊ້ເວລາຫວ່າງເພື່ອສານໂຄມປະດັບປະດາສວຍງາມທີ່ສຸດ, ຫຼືເຂົາເຈົ້າສາມາດຜະລິດເຄື່ອງສິລະປະຫັດຖະກຳຈາກຕົ້ນໝາດພ້າວໄດ້“.

        ສຳລັບບັນດາຄົນຄືອ້າຍ ຕ໋າມຈູງ, ທ່ານ ຕືດັ່ງ, ເອື້ອຍ ທູງວຽດ, ຕົ້ນໝາກພ້າວມີຄວາມໃກ້ຊິດສະໜິດສະໜົມກັບຊີວິດການເປັນຢູ່ຂອງເຂົາເຈົ້າມາແຕ່ດົນແລ້ວ. ຂົວລຽບງາຍທີ່ເຮັດດ້ວຍຕົ້ນໝາກພ້າວ ໄດ້ເຊື່ອມຕໍ່ອາລົມຈິດບ້ານໃກ້ເຮືອນຄຽງນຳກັນ. ຕົ້ນໝາກພ້າວກໍ່ປະກົດໃນບັນດາບົດເພງ, ບົດກະວີ. ສ້າງວິລະກຳອັນສະຫງ່າອົງອາດໃນສະໄໝສົງຄາມ. ທັງແມ່ນສັນຍາລັກຂອງຊາວ ເບ໋ນແຈ ອີກດ້ວຍ.

ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 5 ເຄື່ອງສິລະປະຫັດຖະກຳຈາກຕົ້ນໝາກພ້າວ

        “ເວົ້າລວມແລ້ວຕົ້ນໝາກພ້າວມີຄວາມໃກ້ຊິດສະໜິດສະໜົມກັບຊາວ ເບ໋ນແຈທີ່ສຸດ. ຕົ້ນໝາກພ້າວຍັງສະແດງໃຫ້ເຫັນມູນເຊື້ອ, ທາດແທ້ຂອງຊາວ ເບ໋ນແຈ ທັງອົງອາດກ້າຫານ, ທັງເມດຕາກະລຸນາ, ສະໜິດສະໜົມ ແລະ ຮັກແພງແຂກຄົນອີກດ້ວຍ“.

        ເມື່ອໂອ້ລົມກັບອ້າຍ ຕ໋າມຈູງ, ທ່ານ ຕືດັ່ງ ຈຶ່ງຮູ້ໄດ້ວ່າ, ເບ໋ນແຈ ມີຂະແໜງອຸດສາຫະກຳຈາກຕົ້ນໝາກພ້າວ. ຊາວ ເບ໋ນແຈ ໄດ້ນຳໃຊ້ຕົ້ນໝາກພ້າວຢ່າງມີຜົນປະໂຫຍດ. ຈາກຮາກຕົ້ນໝາກພ້າວຕະຫຼອດຮອດກະໂປະ, ໜໍ່, ໃຍໝາກພ້າວ, ໃບພ້າວ…ລ້ວນແຕ່ມີມູນຄ່າສົ່ງອອກ ແລະ ຜະລິດເປັນອາຫານໄດ້. ບັນດາຜະລິດຕະພັນຈາກຕົ້ນໝາກພ້າວ ໄດ້ມີໜ້າຢູ່ 68 ປະເທດ ແລະ ເຂດແຄ້ວນ, ແຕ່ລະປີສ້າງລາຍຮັບໃຫ້ແຂວງໄດ້ 200 ລ້ານ USD, ກວມ 40% ຍອດວົງເງິນສົ່ງອອກຂອງທົ່ວແຂວງ.

ສວນໝາກພ້າວທີ່ກວ້າງໃຫຍ່ໄພສານຢູ່ແຂວງເບ໋ນແຈ - ảnh 6 ເຄື່ອງສິລະປະຫັດຖະກຳຈາກຕົ້ນໝາກພ້າວ

        ບໍ່ຮູ້ວ່າຕົ້ນໝາກພ້າວໄດ້ສ້າງເປັນ ເບ໋ນແຈ, ຫຼື ເບ໋ນແຈ ໄດ້ສ້າງເປັນຕົ້ນໝາກພ້າວ. ເຖິງແນວໃດກໍ່ຕາມ, ນັບແຕ່ດົນນານມາແລ້ວ, ຕົ້ນໝາກພ້າວໄດ້ກາຍເປັນພາກສ່ວນໜຶ່ງທີ່ມີຄວາມໃກ້ຊິດສະໜິດສະໜົມໃນຊີວິດການເປັນຢູ່ຂອງຊາວ ເບ໋ນແຈ.

ຕອບກັບ

ຂ່າວ/ບົດ​ອື່ນ