ອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຢູ່ໝູ່ບ້ານຟູ໋ວິງ

(VOVWORLD) -ໂດຍຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 25 ກມ, ໝູ່ບ້ານ ຟູ໋ວິງ, ຕາແສງ ຟູ໋ເຫງັຍ, ເມືອງ ເຈືອງໝີ້ ແມ່ນໜຶ່ງໃນບັນດາແຫ່ງທີ່ກຳເນີດອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຂອງຫວຽດນາມ. ດ້ວຍອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ທີ່ເປັນມູນເຊື້ອມາເປັນເວລາກວ່າ 400 ປີ, ຟູ໋ວິງ ແມ່ນບ້ານເກີດເມືອງນອນຂອງນັກສິລະປະການຜູ້ມີຝີມືດີຫຼາຍຄົນ, ເຊິ່ງໄດ້ຜະລິດເປັນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ລະອຽດລະອໍ.
ອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຢູ່ໝູ່ບ້ານຟູ໋ວິງ - ảnh 1 (ພາບປະກອບ)


ໂດຍໄດ້ຮັບການສ້າງຕັ້ງນັບແຕ່ປີ 1700, ໃນເບື້ອງຕົ້ນໝູ່ບ້ານ ຟູ໋ວິງ ມີຊື່ວ່າໝູ່ບ້ານ ຟູ໋ຮວາຈາງ (ໝາຍຄວາມວ່າແມ່ນໝູ່ບ້ານທີ່ມີຝີມືດີໂດຍຟ້າບັນດານໃຫ້), ເພາະວ່າປະຊາຊົນຢູ່ທີ່ນີ້ມີຄວາມຊຳນານໃນການຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່. ປີ 1800 ໝູ່ບ້ານ ຟູ໋ຮວາຈາງ ໄດ້ປ່ຽນຊື່ມາເປັນໝູ່ບ້ານ ຟູ໋ວິງ. ໂດຍແມ່ນເຂດບ້ານນາທີ່ມີພື້ນທີ່ຕຳ່, ດັ່ງນັ້ນຈຶ່ງມີຄວາມສະດວກໃຫ້ແກ່ການປູກຕົ້ນຫວາຍ, ໄມ້ໄຜ່, ຊາວ ຟູ໋ວິງ ມີຄວາມສະໜິດຕິດພັນກັບ ຕົ້ນຫວາຍ, ໄມ້ໄຜ່ນັບແຕ່ຄາວຍັງນ້ອຍ. ໂດຍສືບທອດອາຊີບຈາກລຸ້ນພໍ່ຕໍ່ລຸ້ນອ້າຍ. ອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຈຶ່ງຄ່ອຍໆກາຍເປັນອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານ. ທ່ານ ລືວຢູຍເຢິ່ນ, ປະທານສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ, ໃຫ້ຮູ້ວ່າ:

ຫວຽດນາມມີຫຼາຍໝູ່ບ້ານຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່, ແຕ່ ຟູ໋ວິງ ບໍ່ແມ່ນໝູ່ບ້ານອາຊີບທຳມະດາ, ຫາກແມ່ນໝູ່ບ້ານທີ່ມີມາແຕ່ດົນນານແລ້ວ. ຜະລິດຕະພັນຈາກຫວາຍ ແລະ ໄມ້ໄຜ່ ຟູ໋ວິງ ມີລັກສະນະສິລະປະ“

ກ່ອນີ້ບັນດາຄອບຄົວໃນໝູ່ບ້ານເຮັດອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ແມ່ນ 100%. ປະຈຸບັນຜູ້ທີ່ເຮັດອາຊີບທີ່ເປັນມູນເຊື້ອນີ້ຍັງກວມປະມານ 90%. ທັງໝູ່ບ້ານມີນັກສິລະປະການລະດັບຊາດ 8 ຄົນ. ໄລ່ມາຮອດປະຈຸບັນ, ບັນດານັກສິລະປະການລຸ້ນຕ່າງໆຢູ່ໝູ່ບ້ານ ຟູ໋ວິງ ໄດ້ນຳເອົາອາຊີບນີ້ໄປສອນຢູ່ 12 ແຂວງ ແລະ ນະຄອນໃນທົ່ວປະເທດ. ມີນັກສິລະປະການລະດັບຊາດລຸ້ນຕ່າງໆເຊັ່ນ: ນັກສິລະປະການ ຫງວຽນວັນຄ໋ຽວ, ຫງວຽນວັນກິງ, ຫງວຽນວັນກ້ຽວ, ຮ່ວາງວັນຄູ… ໄດ້ເຖິງແກ່ມໍລະນະກຳແລ້ວ. ໃນນັ້ນນັກສິລະປະການ ຫງວຽນວັນຄ໋ຽວ (1905 - l983) ແມ່ນນັກສິລະປະການຜູ້ທຳອິດທີ່ໄດ້ປະສົບຜົນສຳເລັດໃນການຈັກສານຮູບເຄິ່ງຄີງປະທານ ໂຮ່ຈີມິນ ດ້ວຍຫວາຍທີ່ເປັນມູນເຊື້ອ. ນັກສິລະປະການ ຫງວຽນວັນຕິ້ງ, ລູກຊາຍຂອງ ນັກສິລະປະການ ຫງວຽນວັນຄ໋ຽວ, ເລົ່າສູ່ຟັງວ່າ:

 “ພໍ່ຂ້າພະເຈົ້າແມ່ນໜຶ່ງໃນຈຳນວນນັກສິລະປະການຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ທຳອິດທີ່ໄດ້ຮັບນາມມະຍົດຈາກລັດແຕ່ປີ 1961. ເພິ່ນກໍ່ແມ່ນຜູ້ທຳອິດທີ່ໄດ້ຮັບນາມມະຍົດເປັນນັກສິລະປະການຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່, ທັງແມ່ນຜູ້ທີ່ໄດ້ພົບປະກັບປະທານ ໂຮ່ຈີມິນ. ໃນເມື່ອກ່ອນ, ພໍ່ຂ້າພະເຈົ້າໄດ້ຈັກສານຜະລິດຕະພັນບາງຢ່າງດ້ວຍຫວາຍເພື່ອມອບໃຫ້ປະທານ ໂຮ່ຈີມິນ“.

ອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຢູ່ໝູ່ບ້ານຟູ໋ວິງ - ảnh 2

 ນັກສິລະປະການ ຫງວຽນວັນຈູງ


ໝູ່ບ້ານ ຟູ໋ວິງ ມີຊື່ສຽງດ້ວຍບັນດາຜະລິດຕະພັນຈັກສານດ້ວຍຫວາຍ ແລະ ໄມ້ໄຜ່ທີ່ສວຍງາມ, ລະອຽດລະອໍ, ລວມມີນັບຮ້ອຍແບບ ແລະ ຊະນິດທີ່ແຕກຕ່າງກັນ. ບໍ່ພຽງແຕ່ຜະລິດເປັນບັນດາເຄື່ອງໃຊ້ໃນຄອບຄົວທີ່ເຂັ້ມຂຸ້ນໄປດ້ວຍສີສັນບ້ານນາເທົ່ານັ້ນຄື: ພາ, ຈານ, ກະບຽນ…, ຫຼືເຄື່ອງປະດັບປະດາຄື: ໂຕະຕັ່ງ, ໂຖປັກດອກໄມ້, ຂອບຮູບເທົ່ານັ້ນ, ຫາກຊາວ ຟູ໋ວິງ ຍັງຜະລິດບັນດາເຄື່ອງທີ່ລະນຶກ ທີ່ຮຽກຮ້ອງຕ້ອງມີສີມືດີ, ມີເຕັກນິກສູງຄື: ກ້ອນເມກ, ນົກບິນ, ປາລອຍ, ຮູບເຄິ່ງຄີງ, ຄຳຜະຫຍາອີກດ້ວຍ. ເມື່ອເວົ້າເຖິງຜະລິດຕະພັນພິເສດຂອງໝູ່ບ້ານຕົນ, ນັກສິລະປະການ ຫງວຽນວັນຕິ່ງ, ໃຫ້ຮູ້ວ່າ:

ຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຟູ໋ວິງ ນັ້ນແມ່ນມີຊື່ສຽງດ້ວຍຄຸນນະພາບ, ເຕັກນິກ, ທັກສະໃນການຈັກສານ. ພວກຂ້າພະເຈົ້າໄດ້ຈັກສານບັນດາຜະລິດຕະພັນດ້ວຍລວດລາຍພິເສດ, ລະອຽດລະອໍ ແລະ ຫຼາຍຮູບຫຼາຍແບບທີ່ສຸດ, ເຊິ່ງພຽງແຕ່ມີຢູ່ໝູ່ບ້ານຂ້າພະເຈົ້າເທົ່ານັ້ນ“.

ຍ້ອນມີບົດຮຽນທີ່ຖອດຖອນມາໄດ້ເປັນເວລາຫຼາຍປີແລ້ວ, ສົມທົບກັບຫົວຄິດປະດິດສ້າງຂອງຕົນ, ບັນດານັກສິລະປະການໃນໝູ່ບ້ານ ຟູ໋ວິງ ໄດ້ສ້າງເປັນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີຄຸນຄ່າສິລະປະສູງ ແລະ ເຄີຍໄດ້ຮັບຫຼາຍລາງວັນທີ່ງານເສັງ, ງານຕະຫຼາດນັດ, ງານວາງສະແດງຕ່າງໆ. ມີນັກສິລະປະການຫຼາຍຄົນໃນໝູ່ບ້ານ ຟູ໋ວິງ ເຄີຍໄດ້ຮັບຄຳເຊີນໄປຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ຢູ່ຕ່າງປະເທດ. ນັກສິລະປະການ ຫງວຽນວັນຈູງ, ຢູ່ໝູ່ບ້ານ ຟູ໋ວິງ, ໃຫ້ຮູ້ວ່າ:

          “ປີ 1980 ຂ້າພະເຈົ້າໄດ້ຮັບຫຼຽນຄຳຈາກການເສັງໄວໜຸ່ມທີ່ມີຫົວຄິດປະດິດສ້າງບັນດາປະເທດສັງຄົມນິຍົມ, ເຊິ່ງຈັດຕັ້ງຢູ່ ໂຊວຽດ. ຜະລິດຕະພັນຂອງຂ້າພະເຈົ້າແມ່ນຮູບພາບ “ແມ່ນ້ຳວອນກາ“. ປີ 1982, ຂ້າພະເຈົ້າໄດ້ໄປສອນອາຊີບນີ້ຢູ່ ກູບາ, ລາວ ແລະ ອັງໂກລາ. ຂ້າພະເຈົ້າເປັນກຽດທີ່ໄດ້ມອບຮູບພາບຄຸ້ມຖະໜົນເກົ່າ ຮ່າໂນ້ຍ ທີ່ ຈັກສານດ້ວຍຫວາຍ ແລະ ໄມ້ໄຜ່ ໃຫ້ທ່ານນາຍົກລັດຖະມົນຕີ ຝລັ່ງ. ອາຊີບຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນທີ່ສຸດ. ໝູ່ບ້ານ ຟູ໋ວິງ ໄດ້ບັນລຸມູນຄ່າສົ່ງອອກຜະລິດຕະພັນໄປຕ່າງປະເທດສະເລ່ຍແມ່ນ 30 ຕື້ດົ່ງ/ປີ. ໃນນັ້ນຕະຫຼາດສົ່ງອອກຕົ້ນຕໍແມ່ນ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແລະ ບັນດາປະເທດເອີລົບຄື: ລັດເຊຍ, ອັງກິດ, ຝລັ່ງ, ເຢຍລະມັນ, ແອັດສະປາຍ“.

ໂດຍຜ່ານການພັດທະນາມາເປັນເວລານັບຮ້ອຍປີ, ຟູ໋ວິງ ສາມາດຮັກສາໄດ້ບັນດາຄຸນຄ່າທີ່ເປັນມູນເຊື້ອໂດຍບັນພະບຸລຸດປະໄວ້. ຜະລິດຕະພັນຂອງໝູ່ບ້ານຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ ຟູ໋ວິງ ໄດ້ບັນລຸຈຸດສູງສຸດຂອງສິລະປະຈັກສານຜະລິດຕະພັນດ້ວຍຫວາຍ ແລະ ໄມ້ໄຜ່ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ