ອາຊີບປູກຜັກບົວ ແລະ ຜັກທຽມຢູ່ ຫຼີເຊີນ

(vovworld) - ​​ໂດຍ​ນອນ​ຢູ່​ທ່າມກາງເຂດ​ຟ້າ​ທະ​ເລ​ທີ່​ກວ້າງ​ໃຫຍ່​ໄພສານ, ອາກາດ​ຮ້າຍ​ແຮງ​ຕະຫຼອດ​ປີ, ​ແຕ່ທຳ​ມະ​ຊາດ​ພັດ​ດົນບັນດານ​ໃຫ້​ເມືອງ​ເກາະ​ຫຼີ​ເຊີນ, ຂຶ້ນ​ກັບ​ແຂວງ ກວາງ​ຫງາຍ ບັນດາ​ຜະລິດ​ຕະພັນ​ພິ​ເສດ​​ ​ແລະ ລ້ຳ​ຄ່າ​ທີ່​ສຸດ, ນັ້ນ​ແມ່ນ​ຜັກ​ບົວ, ຜັກທຽມຫົວນ້ອຍໆ, ​ແຕ່​ລົດ​ຊາດ ​ແລະ ຄຸນ​ນະພາ​ບພັດ​ບໍ່​​ເຄີຍມີ​ຢູ່​ແຫ່ງ​ໃດ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຫຼີ​ເຊີນ​ ໄດ້​ຮັບ​ຖື​ວ່າ​ແມ່ນ “ລາຊະ​ອານາຈັກ​ແຫ່ງຜັກ​ບົວ ​ແລະ ຜັກທຽມ“.

ອາຊີບປູກຜັກບົວ ແລະ ຜັກທຽມຢູ່ ຫຼີເຊີນ - ảnh 1
(ພາບ​ປະ​ກອບ / ອິນ​ເຕີ​ແນັດ)

        ຫຼື​ເຊີນ ​ແມ່ນ​ເກາະ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງຍ້ອນ​ວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ພູ​​ເຂົາໄຟ ​ແລະ ການ​ຄູນ​ປ້ານຂອງ​ຂີ້​ຊາຍ​ທະ​ເລ, ຫີນ​ປະ​ກາ​ລັງ​ສ້າງ​ຂຶ້ນ​ກ່ອນ​ນີ້​ນັບ​ລ້ານ​ປີ. ປະຈຸ​ບັນ, ​ເກາະ ຫຼີ​ເຊີນ ​ຫ່າງ​ຈາກ​ດິນ​ຕໍ່​ແຜ່ນ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະມານ 25 ກມ, ນີ້​ກໍ່ແມ່ນ​ເກາະ​ແຫ່ງ​ໜຶ່ງ​ດຽວ​ຂອງ​ແຂວງ ກວາງ​ຫງາຍ. ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ເກາະ ຫຼີ​ເຊີນ ​ເລົ່າ​ສູ່​ຟັງ​ວ່າ: ກ່ອນ​ນີ້​ເກາະ​ມີ​ພຽງ​ຕົ້ນ​ໄມ້​ທີ່​ຕຶບໜາ ​ແລະ ຮົກ​ເຮື້ອ​ວ່າງ​ເປົ່າ, ກຳ່​ປັ່ນ, ​ເຮືອ​ແພ​ຫາ​ປາ​ເຄີຍ​ແວ່​ພັກເຊົາ ​ແລະ ​ເອົາ​ນ້ຳຈືດ​ຢູ່​​ໃນ​ເກາະ. ຕໍ່​ມາ​ຊາວ​ປະມົງ​ກໍ່ພາ​ລູກ​ເມຍ​ມາ​ດຳລົງ​ຊີວິດ​ຢູ່​ທີ່​ນີ້. ​ໃນ​ເບື້ອງ​ຕົ້ນ​ເຂົາ​ເຈົ້າ​ປູກ​ມັນ​ດ້າງ, ສາລີ, ມັນຕົ້ນ, ພືດ, ຫຼັງ​ຈາກ​ນັ້ນກໍ່​ປູກຜັກ​ຊະນິດ​ຕ່າງໆ. ​ທ່ານ ດັ້ງ​ວັນ​ຮ່ຽນ ​ໄດ້​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ກົກ​ເຄົ້າຂອງ​ໝູ່​ບ້ານ​ປູກ​ຜັກ​ບົວ ​ແລະ ຜັກທຽມ​ໃນ​ເກາະ​ວ່າ:

        “ບັນດາ​ຊາວ​ປະມົງ​ຜູ້​ທຳ​ອິດ​ທີ່ດຳລົງ​ຊີວິດ​ຢູ່​ເກາະ ຫຼີ​ເຊີນ ​ໄດ້ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ, ​ໃນ​ນັ້ນ​ມີ​ໂລກລະບາດ​ອີກ. ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຜັກທຽມ​ສາມາດ​ປິ່ນປົວ​​ຫຼາຍພະຍາດ ​ແລະ ລົບ​ລ້າງຜີ​ສາງ​ນາງ​ໄມ້​ໄດ້. ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເກີດ​ແນວ​ຄວາມ​ຄິດ “ປູກ​ຜັກ​ທຽມ“. ບັນດາ​ຊາວ​ປະມົງ​ຜູ້​ທຳ​ອິດ​ນັ້ນ​ບໍ່​ສາມາດ​ຄິດ​ໄດ້​ວ່າ, ຜັກ​ທຽມ​ເໝາະ​ສົມ​ກັບ​ທີ່​ດິນ​ໃນ​ເກາະ ​ແລະ ສ້າງ​ເປັນ​ແນວ​ຜັກທຽມທີ່​ມີ​ລົດ​ຊາດ​ພິ​ເສດ​ຂອງ ຫຼີ​ເຊີນ“.

ອາຊີບປູກຜັກບົວ ແລະ ຜັກທຽມຢູ່ ຫຼີເຊີນ - ảnh 2

(ພາບ​ປະ​ກອບ / ອິນ​ເຕີ​ແນັດ)

        ທັງ​ເມືອງ​ເກາະ ຫຼີ​ເຊີນ ​ມີ​ເນື້ອ​ທີ່​ເກືອບ 10 ຕາລາງ ກມ, ​ແຕ່​ເນື້ອ​ທີ່​ປູກ​ຜັກ​ບົວ ​ແລະ ຜັກທຽມ​ກວມ​ເຖິງ 1/3. ​ໃນ​ຊຸມ​ວັນ​ຕົ້ນ​ເດືອນ 4/2017, ​ເຖິງ​ວ່າ​ແດດ​ຮ້ອນ​ແດດ​ເຜົາ​​ກໍ່ຕາມ, ​ແຕ່​ຢູ່​ບ່ອນ​ໃດ​ກໍ່​ເຫັນ​ຊາວ​ກະສິກອນ​ໂກ່ງ​ຫຼັງ​ບົນ​ທົ່ງ​ນາ​ເພື່ອ​ເກັບ​ກ່ຽວ​ຜັກທຽມ​ຍາມທ້າຍ​ລະດູ​ການ ​ແລະ ກະກຽມ​ທົ່ງ​ນາ​ໃຫ້​ລະດູ​ການ​ປູກ​ຜັກທຽມ​ໃໝ່. ​ເມື່ອ​ໂອ້​ລົມ​ກັບ​ປະຊາຊົນ​ໃນ​ເກາະ​ຈຶ່ງ​ເຫັນ​ໄດ້​ອາຊີບ​ປູກ​ຜັກບົວ​ຜັກທຽມ​ແມ່ນ​ຕ້ອງ​ເສຍ​ເຫື່ອ​ແຮງ​ຫຼາຍ. ທ່ານ ​ເຈືອງ​ວັນ​ຕ໋ຽນ, ຊາວ​ກະສິກອນ​ຕາ​ແສງ ອານ​ຫາຍ - ຕາ​ແສງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລາຊະ​ອານາຈັກຂອງ​ຜັກທຽມ, ​ໃຫ້​ຮູ້​ວ່າ:

        “ຜັກບົວ ​ແລະ ຜັກທຽມ​ປູກ​ດ້ວຍ​ດິນໜຽວ bazan, ຊັ້ນ​ເທິງ​ປູ​ດ້ວຍ​ຂີ້​ຊາຍ​ທະ​ເລ​ສີຂາວ. ຂີ້​ຊາຍ​ທະ​ເລ​ຈະ​ຊ່ວຍ​ໃຫ້​ຜັກບົວ​ເກີດ​ເປັນ​ຫົວ ​ແລະ ​​ເປືອກເຫຼືອມ​ອີກ. ນີ້​ກໍ່​ແມ່ນ​ດິນ​ທີ່​ພາ​ໃຫ້​ຜັກ​ບົວ, ຜັກທຽມ ຫຼີ​ເຊີນ​ ມີ​ລົດ​ຊາດ​ພິ​ເສດ​​ເຊິ່ງບໍ່​ເຄີຍ​ມີ​ຢູ່​ແຫ່ງ​ໃດ“.

        ຍ້ອນຜັກ​ທຽມປູກ​ໄດ້​ພຽງ 1 ລະດູ​ການ (​ແກ່ຍາວ 5 - 7 ​ເດືອນ) ​ໃນ​ລະດູບານ​ໃໝ່​ເທົ່າ​ນັ້ນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ປູກ​ຜັກ​ບົວ​ສະ​ຫຼັບ​ໃສ່. ຕາມ​ການ​ເວລາ, ການປູກ​ຜັກ​ບົວ ​ແລະ ຜັກທຽມ​ໃນ​ເກາະ ຫຼີ​ເຊີນ ​ໄດ້​ກາຍ​ເປັນ​ອາຊີບ​ ​ແລະ ​ແມ່ນ​ແຫຼ່ງລາຍ​ຮັບຕົ້ນຕໍ​ຂອງ​ປະຊາຊົນ​ໃນ​ເກາະ. ມີ​ຫຼາຍ​ຄອບຄົວ​ໄດ້​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ​ຢ່າງ​ໄວ​ວາຍ້ອນ​ອີງ​ໃສ່​ຜັກ​ບົວ ​ແລະ ຜັກທຽມ. ຄອບຄົວ​ທ່ານ ​ເຢືອງວັນ​ຢາ​ບ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ປູກ​ຜັກ​ບົວ ​ແລະ ຜັກທຽມ​ເກັ່ງ​ກວ່າ​ໝູ່​ຢູ່​ໃນ​ເກາະ. ​ເນື້ອ​ທີ່​ປູກ​ຜັກ​ບົວ ​ແລະ ຜັກທຽມ​ 26 ​ເຮັກຕາຂອງ​ຄອບ​ຄົວ​ທ່ານ​ຍາມ​ໃດ​ກໍ່​ໃຫ້​ສະມັດ​ຕະພາບ​ສູງ, ​ແຕ່ລະ​ປີ​ສ້າງ​ລາຍ​ຮັບ​ສະ​ເລ່ຍ​ໄດ້​ເກືອບ 500 ລ້ານ​ດົ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ທ່ານ ຢາ​ບ ​ແລ້ວ, ບໍ່​ແມ່ນ​ວ່າ​ປີ​ໃດ​ລະດູ​ການ​ເກັບ​ກ່ຽວ​ກໍ່​ອຳນວຍ​ຄວາມ​ສະດວກ. ​​ເຖິງ​ວ່າ​ໄດ້ມີ​ປະສົບ​ການ​ຫຼາຍ​ໃນ​ອາຊີບ​ນີ້​ແລ້ວ​ກໍ່ຕາມ, ​ແຕ່​ສິ່ງ​ທີ່​ບັນດາ​ຜູ້​ປູກ​ຜັກ​ບົວ ​ແລະ ຜັກທຽມ​ຄື​ທ່ານ​ເປັນ​ຫ່ວງ​ທີ່​ສຸດ​ນັ້ນ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

​        “ດິນ​ຟ້າ​ອາກາດ​ຢູ່​ທີ່​ນີ້​ຮ້າຍ​ແຮງ​ທີ​່ສຸດ, ປີ​ໃດ​ຝົນຕົກ​ຫຼາຍ, ນ້ຳ​ຖ້ວມ, ລະ​ດູການ​ເກັບ​ກ່ຽວບໍ່​ໄດ້​ຮັບ​ຜົນ, ດັ່ງ​ນັ້ນ​ການບົວລະບັດ​ຕ້ອງ​​ເຮັດ​ຢ່າງ​ລະອຽດ​ລະ​ອໍ​ທີ່​ສຸດ. ​ເຮົາ​ຕ້ອງ​ຖອດ​ຖອນ​ບົດຮຽນ​ຜ່ານ​ການ​ອົບຮົມ​ແຕ່​ລະ​ຄັ້ງ, ​ເມື່ອ​ພົບ​ເຫັນ​ຜັກ​ທຽມ​ເປັນ​ພະຍາດ​ຕ້ອງ​ອາ​ໄສ​ພະນັກງານ​ສະມາຄົມ​ຊາວ​ກະສິກອນ​ຊອກ​ຫາ​ຢາ​ປົວ​ພະຍາດ​ໃນ​ທັນທີ“.

ອາຊີບປູກຜັກບົວ ແລະ ຜັກທຽມຢູ່ ຫຼີເຊີນ - ảnh 3
(ພາບ​ປະ​ກອບ / ອິນ​ເຕີ​ແນັດ)

        ​ແຕ່​ວ່າ​ຕາມ​ບັນດາ​ຜູ້​ປູກ​ຜັກທຽມ​ໃນ​ເກາະ​ແລ້ວ, ​​ເມື່ອ​ລະດູ​ການ​ເກັບ​ກ່ຽວ​ບໍ່​ໄດ້​ຮັບ​ຜົນ​​ຄື​ແນວ​ນັ້ນ, ຜັກທຽມ​ທີ່​ຍັງ​ເຫຼືອ​ໄວ້ຢູ່ເຂດ​ທົ່ງ​ນາ​ພັດ​ແມ່ນ​ຜັກທຽມຫົວ​ດຽວ, ​ເຊິ່ງຊາວ​ທ້ອງ​ຖີ່​ນ​ເຄີຍ​ເອີ້ນ​ວ່າ​ “ຜັກ​ທຽມ​ປ່ຽວ​ດ່ຽວ“. ນີ້​ແມ່ນຊະນິດ​ລ້ຳ​ຄ່າ​ທີ່​ສຸດ, ມີ​ທາດ​ບຳລຸງ​ຫຼາຍ, ​ໃຊ້​ເປັນ​ຜັກທຽມ​ດຳ​ເພື່ອ​ປິ່ນປົວ​ພະຍາດ, ມີ​ມູນ​ຄ່າ​ສູງ​ກວ່າ​ຜັກທຽມ​ທຳ​ມະ​ດາ​ທົບ 10 ​ເທົ່າ. ຖ້າ​ຫາກ​ຜັກທຽມ​ທຳ​ມະ​ດາ​ມີ​ລາຄາ 70​.000 ດົ່ງ/ກິ​ໂລກຼາມ, ຜັກທຽມ​ດຳຈະ​ມີ​ລາຄາ 700.000 ດົ່ງ/ກິ​ໂລກຼາມ. ອ້າຍ ຮີ​ງ, ຜູ້​ປູກ​ຜັກທຽມ​ໃນ​ເກາະ​ໃຫ້​ຮູ້​ວ່າ:

        “ປີ​ໃດ​ແດດ​ຮ້ອນ​ຫຼາຍ, ລົມ​ຜັດ​ແຮງ, ຜັກທຽມ​ບໍ່​ພັດທະນາ​ໄດ້​ພຽງ​ແຕ່​ອອກ​ເປັນ​ຫົວ​ດຽວ. ຜັກທຽມ​ຫົວ​ດຽວ​ມີ​ຄຸນ​ຄ່າ​ຫຼາຍ, ​ເຂົາ​ເຈົ້າ​ເຄີຍ​ຊື້​ມາ​ເພື່ອ​ປິ່ນປົວ​ພະຍາດ​ປະດົງ, ຫົວ​ໃຈສາຍ​ເລືອດ…ດັ່ງ​ນັ້ນ​ລາຄາ​ຈຶ່ງ​ສູງ. ຜັກທຽມ​ຫົວ​ດຽວ​ນີ້​ຫາ​ຍາກ​ທີ່​ສຸດ, ບາງ​ເທື່ອ​​ຮອດ​ຍາມເກັບ​ກ່ຽວໃນ​ທົ່ງ​ນາມີ​ແຕ່​ຫາ​ຜັກທຽມດຳ​​ໄດ້ພຽງ​ຫົວ​ດຽວ​ເທົ່າ​ນັ້ນ“.

        ຄຽງ​ຂ້າງ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ແລ້ວ, ບາງ​​ໄລຍະ​ລາຄາ​ຜັກທຽມຢູ່​ທີ່​ນີ້​ກໍ່​ຖືກ​ຕົກ​ລາຄາ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຫວັງ. ​ແຕ່​ຊາວ​ກະສິກອນ​ຢູ່​ເກາະ ຫຼີ​ເຊີນ ກໍ່​ບໍ່​ຄິດ​ເຖິງ​ເລື່ອງ​ປະ​ອາຊີບ​ປູກ​ຜັກທຽມ​ເທື່ອ. ສຳລັບ​ປະຊາຊົນ​ໃນ​ເກາະ ຫຼີ​ເຊີນ ​ແລ້ວ, ອາຊີບ​ປູກ​ຜັກ​ບົວ, ຜັກທຽມ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ​ອີກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນພະບຸລຸດ​ຜູ້​ທີ່​ໄດ້ປະດິດ​ອາຊີບ​ນີ້. ຊາວ​ກະສິກອນ ຫຼີ​ເຊີນ ​ໄດ້​ຖອກ​ເຫື່ອ​ເທ​ແຮງ ​ເພື່ອ​ແລກ​ເອົາ​ລົດ​ຊາດ​ພິ​ເສດສະ​ເພາະ​ຂອງ​ຜັກ​ບົວ, ຜັກທຽມ ຫຼີ​ເຊີນ, ​ເພື່ອ​ໃຫ້ຜະລິດ​ຕະພັນ​ພິ​ເສດ​ນີ້​ສືບ​ຕໍ່​ມີ​ຊື່​ສຽງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ