ອາຊີບປູກມອນລ້ຽງມ້ອນຢູ່ເມືອງ ທ້ຽວຮວາ ແຂວງ ແທງຮວາ

(VOVWORLD) -ອາຊີບປູກມອນລ້ຽງມ້ອນ ໄດ້ມີຢູ່ຫວຽດນາມ ນັບຮ້ອຍໆປີແລ້ວ ແລະ ພັດທະນາໃນຫລາຍເຂດຊົນນະບົດຢູ່ຫວຽດນາມ. ອາຊີບປູກມອນລ້ຽງມ້ອນ ຢູ່ ເມືອງ ທ້ຽວຮວາ ແຂວງ ແທງຮວາກໍ່ແມ່ນຫນຶ່ງໃນບັນດາໝູ່ບ້ານເຮັດອາຊີບນັ້ນ. ພາຍຫລັງໄລຍະຫນຶ່ງອາຊີບນີ້ຖືກຢຸດສະຫງັກຊົ່ວຄາວ ມາຮອດປະຈຸບັນ ບັນດາໝູ່ບ້ານອາຊີບປູກມອນລ້ຽງມ້ອນຢູ່ທີ່ນີ້ ໄດ້ຟື້ນຕົວພັດທະນາຢ່າງແຮງ ຍ້ອນໄດ້ໝູນໃຊ້ເຕັກນິກໃຫມ່, ນຳມາເຊິ່ງລາຍຮັບໃຫ້ແກ່ນັບພັນໆຄອບຄົວຢູ່ໃນບໍລິເວນເມືອງ.

ອາຊີບປູກມອນລ້ຽງມ້ອນຢູ່ເມືອງ ທ້ຽວຮວາ ແຂວງ ແທງຮວາ - ảnh 1 ການປູກມອນລ້ຽງມ້ອນຢູ່ ເມືອງ ທ້ຽວຮວາ ປະຈຸບັນ ແມ່ນໄດ້ນຳມາເຊິ່ງລາຍຮັບສູງໃຫ້ຊາວກະສິກອນ

ພາບ:baomoi

ເມືອງ ທ້ຽວຮວາ ແມ່ນເມືອງຫນຶ່ງຢູ່ເຂດທົ່ງພຽງຕັ້ງຢູ່ລະຫວ່າງແມ່ນ້ຳ ຈູ ແລະ ສ່ວນຫນຶ່ງຂອງແມ່ນ້ຳ ໝ໋າ ສະນັ້ນ ໃນແຕ່ລະປີ ດິນສັນດອນໄດ້ຄຸນຂຶ້ນຫລາຍ. ເມືອງ ທ້ຽວຮວາ ມີເນື້ອທີ່ດິນກວ້າງຂວາງ, ໃນນັ້ນ ເນື້ອທີ່ດິນຢູ່ດອນແຄມແມ່ນ້ຳ ແມ່ນປະເພດດິນຈະເລີນງອກງາມເໝາະສົມກັບການປູກຝັງ ເວົ້າລວມ ແລະ ປູກມອນ ເພື່ອສະຫນອງໃຫ້ແກ່ການລ້ຽງມ້ອນຂອງບັນດາຄອບຄົວປູກມອນ ລ້ຽງມ້ອນ ຢູ່ທ້ອງຖິ່ນເວົ້າສະເພາະ. ອາຊີບ ປູກມອນລ້ຽງມ້ອນ ມີທ່າໄດ້ປຽບຫລາຍຢ່າງ ອາດຈະນຳມາເຊິ່ງປະສິດທິຜົນເສດຖະກິດສູງຄື: ຄ່າໃຊ້ຈ່າຍລົງທຶນໃຫ້ແກ່ການຜະລິດແມ່ນຕ່ຳ, ເກັບກູ້ທຶນຄືນໄດ້ຢ່າງວ່ອງໄວ ແຕ່ 20-25 ມື້ແມ່ນສຳເລັດການລ້ຽງມ້ອນລຸ້ນຫນຶ່ງການປູກມອນລ້ຽງມ້ອນແມ່ນມີລາຍຮັບທຸກເດືອນຂອງທັງປີ (ແຕ່ເດືອນມີນາຮອດເດືອນພະຈິກ). ມາຮອດປະຈຸບັນ ທົ່ວເມືອງ ມີຄອບຄົວຊາວກະສິກອນປະມານ 1000 ຄອບຄົວໄດ້ເຂົ້າຮ່ວມການປູກມອນລ້ຽງມ້ອນ. ນອກນັ້ນ ອາຊີບປູກມອນລ້ຽງມ້ອນ ຍັງໄດ້ນຳໃຊ້ແຮງງານເວລາວ່າງຈາກ ວຽກໄຮ່ການນາສຳເລັດ ແລະ ຜູ້ໃນເກນອາຍຸໃດ, ລະດັບຄວາມຮູ້ຄືແນວໃດກໍ່ຄື ສຸຂະພາບແຕກຕ່າງກັນກໍ່ເຮັດອາຊີບນີ້ໄດ້. ການ ປູກມອນລ້ຽງມ້ອນ ບໍ່ພຽງແຕ່ສະຫນອງເສັ້ນໄຫມໃຫ້ແກ່ຂະແຫນງອຸດສາຫະກຳຕຳແຜ່ນຕັດຫຍິບເທົ່ານັ້ນ ຫາກຍັງສະຫນອງອຸປະກອນຈຳນວນຫນຶ່ງໃຫ້ແກ່ບັນດາຂະແຫນງອຸດສາຫະກຳປຸງແຕ່ງອື່ນຄື: ການຢາ, ອາພອນສະໄຫມ, ອາຫານການກິນ, ອຸປະກອນໃຫ້ແກ່ອຸດສາຫະກຳຜະລິດເຈ້ຍ, ຜະລິດຝຸ່ນ…. ສະນັ້ນ ນີ້ແມ່ນອາຊີບມີຄວາມສາມາດບົ່ມຊ້ອນນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃນກະສິກຳຊົນນະບົດ. ເລື່ອງຮັກສາ, ພັດທະນາ ອາຊີບປູກມອນລ້ຽງມ້ອນໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ເມືອງ ແລະ ປະຊາຊົນ ສະນັ້ນ ເນືີ້ອທີ່ດິນປູກມອນຢູ່ບໍລິເວນເມືອງມີຄວາມໝັ້ນຄົງພໍສົມຄວນຢູ່ບາງຕາແສງໃນບໍລິເວນເມືອງ. ທ່ານ ເລເທກີ ພະນັກງານເມືອງທ້ຽວຮວາໃຫ້ຮູ້ວ່າ:

“ປະຈຸບັນ ພວກຂ້າພະເຈົ້າໄດ້ຈັດສັນທີ່ດິນໃຫ້ໝູ່ບ້ານອາຊີບດ້ວຍເນື້ອທີ່ 29.000 ຕາແມັດ ແລະ ນຳຮູບແບບການຜະລິດປູກມອນລ້ຽງມ້ອນອອກໄປເຂດທີ່ຢູ່ຫ່າງໄກກັບເຂດຊຸມຊົນ ເພື່ອຮັບປະກັນຄວາມປອດໄພກ່ຽວກັບສິ່ງແວດລ້ອມກໍ່ຄືແກ້ໄຂວຽກເຮັດງານທຳໃຫ້ຊາວກະສິກອນ. ຖ້າຫາກຮັກສາອາຊີບນີ້ ແຕ່ລະປີ ຈະແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານປະມານ 300-400 ຄົນ ແລະ ອາຊີບນີ້ກວມເອົາລາຍຮັບສະເລ່ຍໃຫ້ຊາວທ້ອງຖິ່ນແມ່ນປະມານ 30%”

ອາຊີບປູກມອນລ້ຽງມ້ອນຢູ່ເມືອງ ທ້ຽວຮວາ ແຂວງ ແທງຮວາ - ảnh 2

ອາຊີບປູກມອນລ້ຽງມ້ອນໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ ເມືອງ ແລະ ປະຊາຊົນ

ພາບ: baomoi

ທ່ານ ເລດີງຢູງ ຢູ່ ຕາແສງ ທ້ຽວໂດ ເມືອງ ທ້ຽວຮວາ ແມ່ນຫນຶ່ງໃນບັນດາຄອບຄົວເຮັດອາຊີບ ປູກມອນລ້ຽງມ້ອນມາເປັນເວລາຫລາຍປີ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້ອາຊີບນີ້ໄດ້ພັດທະນາດີພໍສົມຄວນ ພິເສດ ເມື່ອເຂົ້າຮ່ວມກຸ່ມສະຫະກອນຮ່ວມສຳພັນປູກມອນລ້ຽງມ້ອນ, ທ່ານ ຢູງ ໄດ້ຮັບການແນະນຳປ່ຽນແນວພັນຕົ້ນມອນໃຫມ່ ຈາກສະຫະກອນ ສະນັ້ນ ການປູກມອນຈຶ່ງບັນລຸປະສິດທິຜົນສູງ, ຄຸນນະພາບດີຂຶ້ນທົບ 3 ເທົ່າເມື່ອທຽບໃສ່ແນວພັນເດີມ.

“ໃນຊຸມປີມໍ່ໆມານີ້ ການປູກມອນປະສົມພັນໃຫມ່ຈຶ່ງນຳມາເຊິ່ງປະສິດທິຜົນ ສະມັດຕະພາບດີຂຶ້ນທົບສາມເທົ່າ. ໃນເດືອນຫນຶ່ງ ການປູກມອນແນວພັນເດີມໃນດິນ 1 ໄລ່ ພວກຂ້າພະເຈົ້າພຽງແຕ່ເກັບກູ້ມາໄດ້ 300 ກິໂລກຼາມ ແຕ່ສຳລັບແນວພັນປະສົມໃຫມ່ ພວກຂ້າພະເຈົ້າເກັບກູ້ມາໄດ້ 800-900 ກິໂລກຼາມ.”

ຕາມທ່ານຢູງ, ເບີ່ງລວມແລ້ວ ເລື່ອງໝູນໃຊ້ບັນດາຄວາມກ້າວຫນ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດ, ບົວລະບັດ, ເດັດ, ເກັບໃບມອນ ແລະ ນຳເອົາແນວພັນມອນປະເພດໃຫມ່ເຂົ້າໃນການຜະລິດ ສະນັ້ນ ແຕ່ລະປີ ສະມັດຕະພາບການປູກມອນ ກໍ່ເພີ່ມຂຶ້ນຫລາຍພໍສົມຄວນ. ປະຈຸບັນ ຢູ່ ບໍລິເວນເມືອງ ທ້ຽວຮວາ ມີປະມານກວ່າ 2.500 ຄອບຄົວ ແລະ ຮາກຖານການຜະລິດອາຊີບທີ່ເປັນມູນເຊື້ອ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 6.200 ຄົນ, ສ້າງລາຍຮັບສະເລ່ຍໃຫ້ແຕ່ລະຄົນຄາດກວ່າແມ່ນ 32 ລ້ານດົງ/ປີ, ມູນຄ່າການຜະລິດຄາດວ່າບັນລຸ 211 ຕື້ ດົງ/ປີ. ເພື່ອພັດທະນາບັນດາອາຊີບທີ່ເປັນມູນເຊື້ອຂອງທ້ອງຖິ່ນ, ເມືອງ ທ້ຽວຮວາ ໄດ້ມີຄວາມເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດໃນວິວັດທະນາການພັດທະນາ ແລະ ສ້າງເຄື່ອງໝາຍການຄ້າເພື່ອເພີ່ມຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນໃນທ້ອງຕະຫລາດ. ຜະລິດຕະພັນເສັ້ນໄຫມ ຮົ່ງໂດ ຂອງຕາແສງ ທ໋ຽວໂດ ໄດ້ຮັບການຮັບຮອງເຄື່ອງໝາຍການຄ້າຈາກກົມຊັບສິນທາງປັນຍາ. ອຳນາດການປົກຄອງເມືອງກໍ່ໄດ້ເຊື້ອເຊີນບັນດາສາດສະດາຈານແຖວຫນ້າໃນຂະແຫນງປູກມອນລ້ຽງມ້ອນ- ສູນຄົ້ນຄ້ວາການປູກມອນລ້ຽງມ້ອນ - ເສັ້ນໄຫມ ສູນກາງ ລົງໄປແນະນຳ ແລະ ສອນເຕັກນິກການປູກມອນລ້ຽງມ້ອນໃຫ້ພໍ່ແມ່ປະຊາຊົນຊາວກະສິກອນຢູ່ໃນເມືອງ ເພື່ອຍົກສູງຄວາມຮູ້, ຄວາມສາມາດການໝູນໃຊ້ຄວາມກ້າວຫນ້າວິທະຍາສາດເຕັກນິກໃຫມ່ເຂົ້າໃນອາຊີບ ປູກມອນລ້ຽງມ້ອນ.

ດ້ວຍການຫນູນຊ່ວຍຢ່າງຕັ້ງຫນ້າຂອງອຳນາດການປົກຄອງທ້ອງຖິ່ນ, ມາຮອດປະຈຸບັນ ອາຊີບ ປູກມອນລ້ຽງມ້ອນທີ່ເປັນມູນເຊື້ອ ຢູ່ ເມືອງ ທ້ຽວຮວາ ບໍ່ພຽງແຕ່ໄດ້ຮັບການຟື້ນຟູພັດທະນາເທົ່ານັ້ນ ຫາກແມ່ນອາຊີບມີທ່າແຮງ, ພັດທະນາເປັນປົກກະຕິ, ນຳມາເຊິ່ງມູນຄ່າດ້ານເສດຖະກິດ ແລະ ລາຍຮັບໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ