ອາຊີບຜະລິດ ນ້ຳເຕົ້າຈ້ຽວ ໝູ່ບ້ານ ກຶດ່າ

(VOVWORLD) - ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາໝູ່ບ້ານຜະລິດເສັ້ນລ້ອນໃຫຍ່ກວ່າໝູ່ຢູ່ພາກເໜືອ ຫວຽດນາມເທົ່ານັ້ນ, ຫາກນັບແຕ່ດົນນານມາແລ້ວ, ໝູ່ບ້ານ ກຶດ່າ, ຕາແສງ ກຶເຄ, ເມືອງ ແທງອວາຍ, ຮ່າໂນ້ຍ ຍັງມີອາຊີບຜະລິດ ນ້ຳເຕົ້າຈ້ຽວ ທີ່ມີຊື່ສຽງໂດ່ງດັງອີກດ້ວຍ. ເມື່ອເວົ້າເຖິງ ນ້ຳເຕົ້າຈ້ຽວ ແຊບ, ມີລົດຊາດເຂັ້ມຂຸ້ນນັ້ນ ແມ່ນຕ້ອງເວົ້າເຖິງ ນ້ຳເຕົ້າຈ້ຽວ ກຶດ່າ.
ອາຊີບຜະລິດ ນ້ຳເຕົ້າຈ້ຽວ ໝູ່ບ້ານ ກຶດ່າ  - ảnh 1 ອາຊີບຜະລິດ ນ້ຳເຕົ້າຈ້ຽວ ໝູ່ບ້ານ ກຶດ່າ 

ຕາມເລື່ອງລາວທີ່ເລົ່າຂານກັນມາແລ້ວ, ອາຊີບຜະລິດ ນ້ຳເຕົ້າຈ້ຽວ ຢູ່ທີ່ນີ້ແມ່ນມີມາພ້ອມກັບການສ້າງໝູ່ບ້ານ ກຶດ່າ ກ່ອນນີ້ 400 ກວ່າປີ. ໃນເມື່ອກ່ອນ, ຢູ່ໝູ່ບ້ານ ກຶດ່າເກືອບຄືວ່າຄອບຄົວໃດກໍ່ ນ້ຳເຕົ້າຈ້ຽວ ສອງ, ສາມໄຫໄວ້ກິນຕະຫຼອດປີ. ແຕ່ປັດຈຸບັນເຂົາເຈົ້າບໍ່ພຽງແຕ່ຜະລິດ ເພື່ອໄວ້ກິນເທົ່ານັ້ນ, ຫາກເພື່ອຂາຍໃຫ້ບັນດາເຂດອ້ອມຂ້າງ ແລະ ທ້ອງຖີ່ນອື່ນໆອີກດ້ວຍ.

ວັດຖຸດິບເພື່ອຜະລິດ ນ້ຳເຕົ້າຈ້ຽວ ລວມມີເຂົ້າໜຽວ, ເກືອ, ໝາກຖົ່ວເຫຼືອງ ແລະ ນ້ຳສະອາດ, ຖ້າໃຊ້ນ້ຳຝົນຍິ່ງແຊບກວ່າ. ສຳລັບເຂົ້າແມ່ນຕ້ອງເລືອກເອົາເຂົ້າໜຽວເມັດໃຫຍ່, ທັງຫອມ, ທັງໜຽວຢູ່ບັນດາເຂດທົ່ງພຽງ ແລະ ເຂດພູພຽງທາງພາກເໜືອ. ສ່ວນໝາກຖົ່ວເຫຼືອງກໍ່ຕ້ອງເລືອກເອົາປະເພດເປັນເຄືອ, ເມື່ອແກ່ເມັດຍັງນ້ອຍຢູ່, ມີສີເຫຼືອງອ່ອນ. ທ່ານ ດິງວັນຕິງ, ຄອບຄົວມີ 5 ລຸ້ນຄົນເຮັດອາຊີບຜະລິດ ນ້ຳເຕົ້າຈ້ຽວ, ໃຫ້ຮູ້ວ່າ:

“ໃນເຕັກນິກຜະລິດ ນ້ຳເຕົ້າຈ້ຽວ ມີ 2 ໄລຍະ. ພາຍຫຼັງໜຶ້ງເຂົ້າໜຽວໃຫ້ສຸກແລ້ວ, ຖອກໃສ່ກະດົ້ງແລ້ວປະໄວ້ໃນສອງສາມວັນ, ຄັ້ນແຫຼກໃຫ້ເປັນເຊື້ອແລ້ວເອົາມາໝັກໄວ້ໃນເວລາ 5, 6 ວັນ, ເມື່ອເຫັນວ່າໂໝກເຂົ້າເປື່ອຍແລ້ວກໍ່ເອົາມາໃສ່ໃນອ່າງເກືອ. ນັ້ນແມ່ນໄລຍະທຳອິດທີ່ເອີ້ນວ່າຜະລິດໂໝກ. ສ່ວນໄລຍະທີສອງແມ່ນຜະລິດນ້ຳຖົ່ວເຫຼືອງ. ໝາກຖົ່ວເຫຼືອງຂົ້ວໃຫ້ສຸກສະເໝີກັນ, ແລ້ວໃສ່ໃນຈັກບົດ, ພາຍຫຼັງບົດແລ້ວກໍ່ຕົ້ມກັບນ້ຳໃນເວລາ 1 ຊົ່ວໂມງ, ຈາກນັ້ນຕັກໃສ່ຊາມປະໄວ້ໃຫ້ເຢັນແລ້ວເອົາເຂົ້າໄຫເພື່ອດອງ. ອີງໃສ່ຂະໜາດໃຫຍ່ນ້ອຍຂອງໄຫ, ສາມາດດອງໄວ້ໃນໄຫແຕ່ 15-20 ວັນເພື່ອໃຫ້ນ້ຳໝາກຖົ່ວເຫຼືອງມີລົດນົວ ແລ້ວເອົາອອກມາປົນໃສ່ກັບໂໝກເຂົ້າ ແລ້ວເອົາໄປບົດ, ຫຼັງຈາກນັ້ນແມ່ນເອົາມາໃສ່ໃນໄຫແລ້ວຕາກແດດຍິ່ງດົນກໍ່ຍິ່ງດີ“.

ນ້ຳເຕົ້າຈ້ຽວ ແຊບຫຼືບໍແມ່ນອີງໃສ່ຂອດຜະລິດໂໝກ. ເມື່ອໂໝກຕົກສີເຫຼືອງ, ໝາກຖົ່ວເຫຼືອງຂົ້ວສຸກ, ພາຍຫຼັງເອົາເປືອກອອກແມ່ນຕ້ອງເອົາໄປແຊ່ໃຫ້ນຳ້ຖ້ວມເມັດຖົ່ວ, ໃສ່ເຊື້ອເຂົ້າຕື່ມແລ້ວເອົາໄປໝັກໄວ້ໃນອ່າງປິດໃຫ້ແຈບ. ເມື່ອເປີດອ່າງອອກແມ່ນຕ້ອງປີ້ນ ໃຫ້ ສະເໝີກັນ, ຕ້ອງໜຽວຕິດກັນ, ຍາມໃດເຫັນວ່າ ນ້ຳເຕົ້າຈ້ຽວໜຽວຄືແປ້ງແຫຼວຈຶ່ງໄດ້. ປ້າ ຫວູທິເຈິດ, ຜູ້ຜະລິດ ນ້ຳເຕົ້າຈ້ຽວ ຂອງໝູ່ບ້ານ ກຶດ່າ, ໃຫ້ຮູ້ວ່າ:

“ໂໝກຕ້ອງຕາກແດດຍິ່ງດົນກໍ່ຍິ່ງດີ ແລະ ຍິ່ງແຊບກວ່າ. ຫຼັງຈາກນັ້ນຕ້ອງຕົ້ມນຳ້ຖົ່ວເຫຼືອງໃຫ້ສຸກແລ້ວໃສ່ໃນໄຫປະມານ 10 20 ວັນ. ເມື່ອຊີມເບິ່ງເຫັນວ່າແຊບນົວ ແລ້ວຈຶ່ງເອົາໂໝກມາປົນກັບນຳ້ຖົ່ວເຫຼືອງແລ້ວສືບຕໍ່ເອົາມາຕາກໃນເວລາໜຶ່ງສັບປະດາຈະເປັນ ນ້ຳເຕົ້າຈ້ຽວ. ການຜະລິດ ນ້ຳເຕົ້າຈ້ຽວ ໃນລະດູຮ້ອນຈະໄວກວ່າ“.

ອາຊີບຜະລິດ ນ້ຳເຕົ້າຈ້ຽວ ໝູ່ບ້ານ ກຶດ່າ  - ảnh 2ອາຊີບຜະລິດ ນ້ຳເຕົ້າຈ້ຽວ ໝູ່ບ້ານ ກຶດ່າ  

ເຂົາເຈົ້າເຄີຍຜະລິດນ້ຳເຕົ້າຈ້ຽວ ໃນໄລຍະແຕ່ເດືອນ 4 – 8 ປະຈຳປີ, ເພາະວ່າເວລານີ້ອາກາດເອື້ອອຳນວຍຄວາມສະດວກໃຫ້ການຜະລິດທີ່ສຸດ. ນ້ຳເຕົ້າຈ້ຽວ ກຶດ່າ ໄດ້ມີເຄື່ອງໝາຍການຄ້າແລ້ວ, ສະນັ້ນຈຶ່ງມີທີ່ຕັ້ງໝັ້ນຄົງໃນຕະຫຼາດ. ຜະລິດຕະພັນ ນ້ຳເຕົ້າຈ້ຽວ ກຶດ່າ ຖືກວາງຂາຍຢູ່ບັນດາຮ້ານຊັບພະສິນຄ້າໃຫຍ່ ແລະ ຈຳໜ່າຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ກໍ່ຄືໄດ້ສົ່ງໄປຂາຍຢູ່ບາງປະເທດໃນອາຊີ. ເອື້ອຍ ດິງແທງຕູ໋, ຊາວຮ່າໂນ້ຍທີ່ໄປຊື້ ນ້ຳເຕົ້າຈ້ຽວ ຢູ່ຕະຫຼາດ ກຶດ່າ, ໃຫ້ຮູ້ວ່າ:

ນ້ຳເຕົ້າຈ້ຽວ ກຶດ່າ ຕ່າງກັບ ນ້ຳເຕົ້າຈ້ຽວ ເບິ່ນ, ຍ້ອນມີລົດຫວານ, ມັນ, ແລະຫອມກວ່າ, ບໍ່ເປັນຄາບໄຂອີກ. ໃນຍາມຮ້ອນ, ຜັກບົ້ງ, ໝາກເຂືອ, ປາຕົ້ມເຄັມຈຳ້ກັບ ນ້ຳເຕົ້າຈ້ຽວ ແມ່ນແຊບຫຼາຍ. ໃນໂອກາດບຸນເຕັດ, ມີຊີ້ນງົວ, ຊີ້ນໝູຕົ້ມ ຈຳ້ກັບນ້ຳເຕົ້າຈ້ຽວ ກໍ່ສ້າງຄວາມຈັບໃຈທີ່ສຸດ“.

ຖ້າຫາກວ່າເມື່ອກິນ ນ້ຳເຕົ້າຈ້ຽວ ທີ່ຜະລິດຢູ່ເຂດອື່ນຍັງເຫັນເມັດຖົ່ວເຫຼືອງ ແລະ ເມັດເຂົ້າໜຽວນັ້ນ, ນ້ຳເຕົ້າຈ້ຽວ ກຶດ່າພັດແຫຼວແຫຼກດີກວ່າ. ນີ້ກໍ່ແມ່ນຈຸດພິເສດສະເພາະເພື່ອຈຳແນກໄດ້ ນ້ຳເຕົ້າຈ້ຽວ ກຶດ່າ. ສະນັ້ນຜ່ານການເວລານັບຮ້ອຍປີແລ້ວ, ແຕ່ ນ້ຳເຕົ້າຈ້ຽວ ກຶດ່າ ຍັງຄົງໄດ້ຮັບຄວາມນິຍົມຈາກຫຼາຍຄົນຢູ່, ອັນໄດ້ປະກອບສ່ວນເຮັດໃຫ້ອາຫານການກິນຂອງ ທັງລອງ - ຮ່າໂນ້ຍ ມີຄວາມອຸດົມສົມບູນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ