ອາຊີບເຮັດແມງປໍດ້ວຍໄມ້ໄຜ່ຢູ່ຕາແສງແທກຊ໋າ

(VOVWORLD) - ແທກຊ໋າ ແມ່ນແຫ່ງທີ່ມີຊື່ສຽງດ້ວຍອາຊີບຜະລິດແມງປໍດ້ວຍໄມ້ໄຜ່. ຈາກວັດຖຸດິບແມ່ນໄມ້ໄຜ່, ບັນດານາຍຊ່າງຜູ້ມີສີມືດີຢູ່ບ້ານວັດ ໄຕເຟືອງ, ຕາແສງ ແທກຊ໋າ, ເມືອງ ແທກເທິດ, ຮ່າໂນ້ຍ ໄດ້ຜະລິດເປັນບັນດາແມງປໍທີ່ທີ່ແປກໆປະຫຼາດ ແລະ ມີຊີວິດຊີວາ, ເຮັດໃຫ້ຫຼາຍຄົນຮູ້ສຶກຈັບອົກຈັບໃຈທີ່ສຸດ.
ອາຊີບເຮັດແມງປໍດ້ວຍໄມ້ໄຜ່ຢູ່ຕາແສງແທກຊ໋າ - ảnh 1 ແມງປໍ


ອາຊີບຜະລິດແມງປໍດ້ວຍໄມ້ໄຜ່ໄດ້ພັດທະນາມາເປັນເວລາເກືອບ 20 ປີແລ້ວ. ໃນເບື້ອງຕົ້ນປະຊາຊົນໃນບ້ານເຮັດແມງປໍໄມ້ໄຜ່ເພື່ອຂາຍເປັນເຄື່ອງທີ່ລະນຶກໃຫ້ນັກທ່ອງທ່ຽວເມື່ອເຂົາເຈົ້າມາຢ້ຽມຢາມ, ໄປວັດ ໄຕເຟືອງ. ແມງປໍໄມ້ໄຜ່ງາມ ແລະ ແປກປະຫຼາດ, ລາຄາແຕ່ 5.000-10.000 ດົ່ງ/ໂຕ, ດັ່ງນັ້ນນັກທອງທ່ຽວຈຶ່ງຊື້ຫຼາຍທີ່ສຸດ, ເຮັດໄດ້ຫຼາຍເທົ່າໃດແມ່ນຂາຍໄດ້ເທົ່ານັ້ນ. ຍ້ອນການຜະລິດບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການໄດ້, ດັ່ງນັ້ນຫຼາຍຄອບຄົວໃນໝູ່ບ້ານຈຶ່ງຜະລິດແມງປໍໄມ້ໄຜ່ຕື່ມອີກ. ຕໍ່ມາອາຊີບຜະລິດແມງປໍໄມ້ໄຜ່ຈຶ່ງກາຍເປັນອາຊີບຕົ້ນຕໍຂອງໝູ່ບ້ນ. ອ້າຍ ໂດວັນລຽນ, ແມ່ນນາຍຊ່າງຜູ້ມີສີມືດີ, ໃນການຜະລິດແມງປໍໄມ້ໄຜ່ໃນໝູ່ບ້ານ, ໃຫ້ຮູ້ວ່າ:

“ຂັ້ນຕອນ ຜະລິດແມງປໍໄມ້ໄຜ່ແມ່ນຕາກແຫ້ງ, ແບ່ງແຕ່ລະພາກສ່ວນປີກ, ຕົນໂຕ, ສົບ, ເຫຼົາຕົນໂຕ, ດັດສົບໃຫ້ໂກ່ງ, ປະກອບປີກໃສ່ຕົນໂຕ ແລະ ສຸດທ້າຍແມ່ນທາສີ ແລະ ແຕ້ມໃສ່. ຍາກທີ່ສຸດແມ່ນການປະກອບປີກໃສ່ຕົນໂຕ, ຕ້ອງເຮັດແນວໃດໃຫ້ແມງປໍສາມາດຈັບງ່າໄມ້ຢ່າງໝັ້ນຄົງໄດ້. ບໍ່ພຽງແຕ່ຜະລິດແມງປໍເທົ່ານັ້ນ, ປະຊາຊົນໃນໝູ່ບ້ານຍັງເຮັດທັງໂຕນົກ, ແມງກະເບື້ອ, ນົກຍູງ, ໂຕເຕົ່າອີກດ້ວຍ“.

ຢູ່ບໍ່ວ່າບ່ອນໃດໃນໝູ່ບ້ານ, ພວກເຮົາກໍ່ສາມາດພົບເຫັນພວກເດັກນ້ອຍມືກຳແມງປໍແລ່ນເຕັ້ນດ້ວຍຮອຍຍີ້ມສົດໃສ, ບັນດາຮ້າຍຂາຍແມງປໍເປັນທີ່ລະນຶກຕັ້ງຢູ່ຕິດກັນ, ຫຼືບັນດານາຍຊ່າງພວມເມົາມົວຜະລິດແມງປໍດ້ວຍສີຫຼາກຫຼາຍ. ຮາກຖານຜະລິດແມງປໍທີ່ມີຊື່ສຽງໂດ່ງດັງກວ່າໝູ່ຂອງ ແທກຊ໋າ ແມ່ນຄອບຄົວຜົວເມຍອ້າຍ ຫງວຽນວັນຕ໋າຍ ແລະ ເອື້ອຍ ເຄືອງທິເຕິນ. ແມງປໍໂດຍຄອບຄົວອ້າຍ ຕ໋າຍເຮດມີຊື່ສຽງວ່າໝັ້ນ, ງາມ, ມີຫຼາຍຮູບຫຼາຍແບບ. ອ້າຍ ຫງວຽນວັນຕ໋າຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າແມ່ນຜູ້ທຳອິດໃນໝູ່ບ້ານທີ່ເຮັດອາຊີບນີ້. ໃນເບື້ອງຕົ້ນອາຊີບຜະລິດແມງປໍໄມ້ໄຜ່ພຽງແຕ່ຮັບໃຊ້ໃຫ້ເດັກນ້ອຍໃນການລະຫຼິ້ນເທົ່ານັ້ນ. ຕໍມາກໍ່ຖືກນຳໄປຂາຍຢູ່ທ້ອງຕະຫຼາດ, ຜະລິດໄດ້ເທົ່າໃດກໍ່ຂາຍໄດ້ໝົດເທົ່ານັ້ນ. ເຂົາເຈົ້າຕີລາຄາວ່າ, ແມງປໍໄມ້ໄຜ່ຢູ່ໝູ່ບ້ານຂ້າພະເຈົ້າງາມກວ່າຢູ່ບ່ອນອື່ນ. ມີບາງແຫ່ງກໍ່ຜະລິດແມງປໍໄມ້ໄຜ່, ແຕ່ມັນພັດບໍ່ລະອຽດລະອໍ, ນັບທັງສີສັນ, ຄວາມຊັດເຈັນກໍ່ຄືຄວາມງາມ“.

ອາຊີບເຮັດແມງປໍດ້ວຍໄມ້ໄຜ່ຢູ່ຕາແສງແທກຊ໋າ - ảnh 2ອາຊີບຜະລິດແມງປໍ 


ອາຊີບຜະລິດແມງປໍຢູ່ ແທກຊ໋າ ແມ່ນຄວາມເມົາມົວຂອງປະຊາຊົນຢູ່ທີ່ນີ້. ໂດຍແມ່ນທ້ອງຖີ່ນທີ່ປູກໄມ້ໄຜ່ຫຼາຍຊະນິດ, ແຕ່ເພື່ອຮັບປະກັນຄວາມອ່ອນນວນ, ໝັ້ນໜຽວໃຫ້ຜະລິດຕະພັນຂອງຕົນ, ເຂົາເຈົ້າຕ້ອງຊື້ເອົາໄມ້ໄຜ່ຈາກແຂວງ ວິ້ງຟຸກ, ຮ່ວາບິ່ງ, ຕວຽນກວາງ. ການຜະລິດແມງປໍແມ່ນຕ້ອງຜ່ານ 10 ຂັ້ນຕອນ, ອັນໄດ້ຮຽກຮ້ອງໃຫ້ນາຍຊ່າງບໍ່ພຽງແຕ່ມີສີມືດີ, ມີຄວາມຊຳນານງານເທົ່ານັ້ນ, ຫາກຍັງຕ້ອງມີຄວາມລະອຽດລະອໍ, ຊັດເຈັນອີກດ້ວຍ, ເພື່ອສ້າງຄວາມສົມສ່ວນເຮັດໃຫ້ແມງປໍສາມາດຈັບວັດຖຸໄດ້ທຸກຢ່າງຄື: ງ່າໄມ້, ນີ້ວມື, ຮິມໂຕະ,ເສັ້ນເຊືອກ, ເສັ້ນໄໝ … ເພື່ອສ້າງຄວາມຈັບອົກຈັບໃຈໃຫ້ຜະລິດຕະພັນຂອງຕົນ, ບັນດານາຍຊ່າງໄດ້ປະດັບໃຫ້ແມງປໍ ບັນດາລວດລາຍທີ່ສວຍງາມຕື່ມອີກ.

ອາຊີບເຮັດແມງປໍດ້ວຍໄມ້ໄຜ່ຢູ່ຕາແສງແທກຊ໋າ - ảnh 3ແມງປໍ, ນົກ, ນົກຍູງ, ເຕົ່າ… 

ແມງປໍ, ນົກ, ນົກຍູງ, ເຕົ່າ…ແຕ່ລະໂຕທີ່ເຮັດດ້ວຍໄມ້ໄຜ່ນັ້ນ ຄືດັ່ງຮູບພາບທີ່ມີຊີວິດຊີວາກ່ຽວກັບເຂດບ້ານນາຂອງ ຫວຽດນາມ. ຮູບພາບແມງປໍໄມ້ໄຜ່ດ້ວຍສີສັນຫຼາກຫຼາຍໄດ້ກາຍເປັນຄວາມຊິນເຄີຍກັບນັກທ່ອງທ່ຽວ. ອ້າຍ ຫງວຽນວັນຕ໋າຍໃຫ້ຮູ້ວ່າ:

  ແມງປໍໄມ້ໄຜ່ຂອງໝູ່ບ້ານຂ້າພະເຈົ້າຖືກນຳໄປຂາຍຢູ່ທັງພາກໜືອ, ພາກກາງ ແລະ ພາກໃຕ້ ເພື່ອເປັນຂອງຂວັນລະນຶກໃຫ້ນັກທ່ອງທ່ຽວຢູ່ບັນດານະຄອນໃຫຍ່ຄື: ຮ່າໂນ້ຍ, ໂຫ້ຍອານ, ດ່ານັ້ງ, ຍາຈາງ, ຟູ໋ກວົກ, ນະຄອນ ໂຮ່ຈີມິນ. ແມງປໍໄມ້ໄຜ່ຍັງຖືກສົ່ງໄປຂາຍຢູ່ບັນດາປະເທດຄື: ອາເມລິກາ, ຝະລັ່ງ, ເຢັຍລະມັນ, ອັງກິດ , ຍີ່ປຸ່ນ…ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ມັກຊື້ຢູ່. ນັກທ່ອງທ່ຽວມາຢ້ຽມຢາມຄອບຄົວຂ້າພະເຈົ້າເມື່ອຮັບຟັງແນະນຳ ແລະ ເຫັນວ່າ ແມງປໍໄມ້ໄຜ່ ສາມາດຢືນຢູ່ເທິງວັດຖຸທຸກຢ່າງ, ນັບທັງຈັບເສັ້ນໄໝໄດ້ ເຂົາເຈົ້າກໍ່ຮູ້ສຶກນິຍົມຫຼາຍ“.

ແມງປໍໄມ້ໄຜ່ແມ່ນເຄື່ອງຫຼິ້ນທີ່ຈັບອົກຈັບໃຈສຳລັບເດັກນ້ອຍ, ແມ່ນເຄື່ອງປະດັບປະດາທີ່ສວຍງາມໃນຄອບຄົວ, ແມ່ນຂອງຂວັນເປັນທີ່ລະນຶກທີ່ເຕັມໄປດ້ວຍສີສັນບ້ານນາ ຫວຽດນາມ. ບັນດານາຍຊ່າງທີ່ຊຳນານງານ ແທກຊ໋າ ໄດ້ຜະລິດເປັນບັນດາແມງປໍໄມ້ໄຜ່ທີ່ສວຍງາມ, ເປັນຕາຮັກ, ປະກອບສ່ວນເຮັດໃຫ້ວັດທະນະທຳໝູ່ບ້ານ ຫວຽດນາມແຜ່ຂະຫຍາຍອອກຢ່າງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ