ອາ​ຢາ - ບຸນ​ເຂົ້າ​ໃໝ່​ຂອງ​ປະ​ຊາ​ຊົນ​ປາ​ໂກ

(VOVWORLD) -ໃນຊຸມວັນທ້າຍປີ (ໄລ່ຕາມຈັນທະປະຕິທິນ) ຢູ່ບັນດາໝູ່ບ້ານຂອງເມືອງພູສູງ ອາເລື່ອຍ, ແຂວງເທື່ອທຽນເຫວ້, ພໍ່ແມ່ປະຊາຊົນ ປາໂກ ພວມຈັດຕັ້ງງານບຸນ ອາຢາ ຫຼື ເອີ້ນວ່າ ງານບຸນເຂົ້າໃໝ່ ຢ່າງຄຶກຄື້ນມ່ວນຊື່ນ. ງານບຸນ ອາຢາ ແມ່ນໜຶ່ງໃນບັນດາງານບຸນທີ່ສັກກະລະບູຊາ, ມີຄວາມໝາຍສຳຄັນໃນຊີວິດທາງດ້ານຈິດວິນຍານຂອງພໍ່ແມ່ປະຊາຊົນ ປາໂກ, ຕ່າໂອຍ ຢູ່ເຂດພູສູງ ອາເລື່ອຍ.

        ຕາມປົກກະຕິແລ້ວ, ພໍ່ແມ່ປະຊາຊົນ ປາໂກ, ຕ່າໂອຍ ຢູ່ເມືອງເຂດພູສູງ ອາເລື່ອຍ ຈະຈັດຕັ້ງງານບຸນ ອາຢາ ໃນຍາມທ້າຍປີ, ເມື່ອພໍ່ແມ່ປະຊາຊົນປະຕິບັດສຳເລັດລະດູການເກັບກ່ຽວຂອງຕົນ. ດັ່ງນັ້ນ, ງານບຸນ ອາຢາ ຈະໄດ້ຈັດຂຶ້ນໃນຕົ້ນເດືອນ ພະຈິກ ແລະ ແກ່ຍາວໄປເຖິງວັນທີ 24 ເດືອນ 12 ໄລ່ຕາມຈັນທະປະຕິທິນ ຂອງທຸກໆປີ.   ໃນໄລຍະເວລາດັ່ງກ່າວ, ແຕ່ລະໝູ່ບ້ານ ຈະເລືອກເອົາມື້ສັນວັນດີ ເພື່ອຈັດຕັ້ງງານບຸນ ອາຢາ. ທ່ານາງ ເລທິເທັມ, ຫົວໜ້າຫ້ອງວັດທະນະທຳ ແລະ ຖະແຫຼງຂ່າວເມືອງ ອາເລື່ອຍ, ແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ: ງານບຸນ ອາຢາ ບໍ່ພຽງແຕ່ແມ່ນງານບຸນພາວະນາຂໍໃຫ້ລະດູການຜະລິດໄດ້ຮັບຜົນດີເທົ່ານັ້ນ ຫາກຍັງພາວະນາຂໍໃຫ້ພະເຈົ້າຄຸ້ມຄອງ ໃຫ້ປະຊາຊົນໃນໝູ່ບ້ານໄດ້ດຳລົງຊີວິດໄປດ້ວຍຄວາມຜາສຸກ, ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ.

ອາ​ຢາ - ບຸນ​ເຂົ້າ​ໃໝ່​ຂອງ​ປະ​ຊາ​ຊົນ​ປາ​ໂກ - ảnh 1ພໍ່ແມ່ປະຊາຊົນ ປາໂກ ພາວະນາຂໍໃຫ້ພະເຈົ້າຄຸ້ມຄອງ ໃຫ້ປະຊາຊົນໃນໝູ່ບ້ານໄດ້ດຳລົງຊີວິດໄປດ້ວຍຄວາມຜາສຸກ, ຄວາມເຈັບຢ່າໄດ້ຄວາມໄຂ້ຢ່າມີ (ພາບ: vnexpress.net)

ງານບຸນ ອາຢາ ໂກ ກໍແມ່ນໂອກາດ ເພື່ອສະແດງວັດທະນະທຳ, ສິລະປະວັນນະຄະດີພື້ນເມືອງຮູບແບບຕ່າງໆ ຄື ການຫຼິ້ນດົນຕີ, ຟ້ອນ, ແຕ້ມຮູບ.... ທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກ ແລະ ເປັນມູນເຊື້ອຂອງຊົນເຜົ່າປາໂກ. ທ່ານນາງ ເລທິເທັມ ໃຫ້ຮູ້ວ່າ:

        “ງານບຸນ ອາຢາ ໂກ ແມ່ນໜຶ່ງໃນບັນດາງານບຸນໃຫຍ່ຂອງພໍ່ແມ່ປະຊາຊົນຊາວເຜົ່າ ປາໂກ. ປົກກະຕິແລ້ວ, ໃນໄລຍະແຕ່ 5 ຫາ 10 ປີ ຈຶ່ງຈັດຂຶ້ນເທື່ອໜຶ່ງ. ເມື່ອພໍ່ແມ່ປະຊາຊົນໃນໝູ່ບ້ານໄດ້ຮັບຜົນດີຈາກການຜະລິດ, ສຸຂະພະລາໄມສົມບູນ, ອີ່ມໜຳສຳລານສົມບູນພູນສຸກ ແມ່ນເວລານັ້ນ ຈະຈັດຕັ້ງງານບຸນ ເພື່ອຕອບບຸນແທນຄຸນຕໍ່ເຈົ້າເຂົ້າ, ແມ່ເຂົ້າ ທີ່ໄດ້ອຸປະຖຳຄ້ຳຊູໃຫ້ປະຊາຊົນໃນໝູ່ບ້ານໄດ້ມີຊີວິດຢ່າງອີ່ມໜໍາສໍາລານ. ດ້ວຍຄວາມໝາຍນັ້ນ, ພໍ່ແມ່ປະຊາຊົນໃນໝູ່ບ້ານ ຈຶ່ງຈັດຕັ້ງງານບຸນ ອາຢາໂກ ຂຶ້ນ. ມາຮອດຈຸດເວລານີ້, ງານບຸນໄດ້ຮັບການອະນຸລັກຮັກສາຢ່າງຄົບຖ້ວນທັງດ້ານຄຸນຄ່າ ແລະ ຂອບຂະໜາດຈາກວົງຄະນະຍາດ”.

        ໃນຊ່ວງເວລາຈັດຕັ້ງງານບຸນ ອາຢາ, ປະຊາຊົນໃນໝູ່ບ້ານຕ່າງໆ ຈະຢູ່ນຳກັນຢ່າງມ່ວນຊື່ນ, ເປີດອົກເປີດໃຈ ແລະ ຫວັງຢາກຮ່ວມແຮງຮ່ວມໃຈ ກໍ່ສ້າງໝູ່ບ້ານໃຫ້ມີຊີວິດຢ່າງອີ່ມໜຳສຳລານ, ສົມບູນພູນສຸກ. ຕາມທ່ານ ໂຮ່ແຈງ, ເຈົ້າກົກເຈົ້າເຫຼົ່າຢູ່ບ້ານອານຳ, ຕາແສງ ຮົ່ງເວິນ, ເມືອງ ອາເລື່ອຍ ແລ້ວ, ງານບຸນ ອາຢາໂກ ຍັງໄດ້ເອີ້ນວ່າ ງານບຸນເຂົ້າໃໝ່, ງານບຸນຈາລຶກບຸນຄຸນເຂົ້າ.  ເພາະວ່າ ເຂົ້າ ແມ່ນ ຕົວແທນໃຫ້ແກ່ແນວພັນທຸກຊະນິດ ແລະ ນຳມາເຊິ່ງຄວາມອີ່ມໜຳສຳລານໃຫ້ແກ່ປະຊາຊົນ. ດັ່ງນັ້ນ ໃນພິທີບູຊາ, ຖະຫວາຍເຄື່ອງຂອງບູຊາຕໍ່ພະເຈົ້າ ແມ່ນບໍ່ອາດຂາດຕົ້ນເຂົ້າ ແລະ ເຂົ້າຈ້າວໜຶ່ງຈານ ທີ່ໄດ້ຄັດເລືອກເອົາບັນດາເມັດເຂົ້າທີ່ແຊບທີ່ສຸດຈາກໄຮ່.

        “ຕາມປົກກະຕິແລ້ວ, ງານບຸນ ອາຢາ ໂກ ຈະຈັດຂຶ້ນໃນຊຸມປີທີ່ມີລະດູກ່ຮເກັບກ່ຽວການຜະລິດໄດ້ຮັບຜົນດີ, ປະຊາຊົນຮັ່ງມີ ແລະ ອີ່ມໜຳສຳລານ, ສະນັ້ນ ປະຊາຊົນໃນໝູ່ບ້ານ ຈຶ່ງຈັດຕັ້ງງານບຸນນີ້ຂຶ້ນມາ ເພື່ອສະຫຼອງຜົນງານທີ່ບັນລຸໄດ້ໃນປີນັ້ນ. ພິທີບູຊາພະເຈົ້າໃຫຍ່ສຸດ ແມ່ນ ບູຊາຄວາຍໜຶ່ງໂຕ, ໜ້ອຍສຸດ ແມ່ນ ແບ້ໜຶ່ງໂຕ ແຕ່ປັດຈຸບັນນີ້ ໄດ້ຫຼຸດລົງ ບູຊາດ້ວຍແບ້ໂຕໜຶ່ງເທົ່ານັ້ນ”.

        ຕາມທ່ານ ຟານຕ໋ຽນຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງເທື່ອທຽນເຫວ ແລ້ວ, ງານບຸນ ອາຢາ ຂອງປະຊາຊົນເຂດພູສູງ ອາເລື່ອຍ ລວມມີ ສອງພາກຄື ພິທີ ແລະ ງານບຸນ, ທັງໝົດລ້ວນແຕ່ແມ່ນມີຄວາມໝາຍວັດທະນະທຳທາງດ້ານຈິດວິນຍານ ແລະ ມີລັກສະນະວົງຄະນະຍາດ ທີ່ເປັນເອກະລັກສະເພາະ. ເຖິງຢ່າງໃດກໍຕາມ, ຜ່ານໄລຍະເວລາອັນຍາວນານ, ບາງຈຸດວັດທະນະທຳ ຄືບັນດາວາດຟ້ອນ, ການຮ້ອງລຳທໍາເພງ ແລະ ເຄື່ອງນຸ່ງຂອງຖື ກໍຖືກຈາງຫາຍໄປສ່ວນໃດສ່ວນໜຶ່ງ. ທ່ານ ຟານຕ໊ຽນຢຸງ ໃຫ້ຮູ້ວ່າ, ປັດຈຸບັນ, ທາງພະແນກໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ອາເລື່ອຍ ເພື່ອສຶກສາຄົ້ນຄວ້າອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງງານບຸນນີ້ໄວ້; ໃນນັ້ນ ມີການສັງລວມບັນດາມາດຕະການ ເພື່ອຖ່າຍທອດບອກສອນໃຫ້ຄົນລຸ້ນໜຸ່ມໃຫ້ຮູ້ຈັກເຖິງບັນດາວາດຟ້ອນ, ບົດຂັບລຳຂອງງານບຸນ ອາຢາ.

        “ປັດຈຸບັນ ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ ແລະ ບຸກຄົນທີ່ພວມເປັນກຳມະສິດບັນດາຄຸນຄ່າວັດທະນະທຳເຫຼົ່ານັ້ນ ສ່ວນຫຼາຍແມ່ນຜູ້ສູງອາຍຸແລ້ວ ບາງຄົນມີອາຍຸກວ່າ 100 ປີ, ດັ່ງນັ້ນ, ພວກເຮົາຕ້ອງຈົດບັນທຶກບັນດາຮູບພາບຂອງບັນດາພິທີ, ບັນຍາກາດວັດທະນະທຳ ແລະ ບັນດາຄຸນຄ່າ ເຊິ່ງຊາວປາໂກ, ຕ່າໂອຍ ພວມຮັກສາໄວ້.  ໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະເຮັດເອກະສານ ຍື່ນໄປຍັງກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອຂໍຮັບຮອງເອົາງານບຸນ ອາຢາ ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ”.

        ງານບຸນ ອາຢາ ແມ່ນງານບຸນທີ່ເປັນມູນເຊື້ອ ເຕັມໄປດ້ວຍຈຸດວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນເຂດພູສູງ ອາເລື່ອຍ. ໃນຊ່ວງເວລາຈັດຕັ້ງງານບຸນນີ້, ແຂກທ່ອງທ່ຽວຢູ່ທົ່ວທຸກສາລະທິດກໍຊອກຫາ ເພື່ອມາເຕົ້າໂຮມກັບພໍ່ແມ່ປະຊາຊົນໃນໝູ່ບ້ານ ຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າປາໂກ ແລະ ຕ່າໂອຍ.

ຕອບກັບ

ຂ່າວ/ບົດ​ອື່ນ