ຮູບແບບກະສິກຳປອດສານພິດໃຫຍ່ກວ່າໝູ່ຢູ່ແຂວງ ອຽນບາຍ

(VOVWORLD) -ດ້ວຍການພັດທະນາກະສິກຳປອດສານພິດ, ສົມທົບການລ້ຽງສັດ ກັບການປູກຝັງໃນລະບົບແບບຄົບວົງຈອນ, ຮູບແບບຂອງ ບໍລິສັດຫຸ້ນສ່ວນລົງທຶນພັດທະນາກະສິກຳ ບີງງວຽນແຊງ ຢູ່ ຕາແສງ ໂຕເມົ້າ ເມືອງ ລູກອຽນ ແຂວງອຽນບາຍ ກາຍເປັນສະຖານທີ່ທີ່ເປັນຫນ້າມາທາບທາມບົດຮຽນສຳລັບຜູ້ລ້ຽງສັດຢູ່ເຂດພູສູງ ເຂດພູດອຍ.

ຮູບແບບກະສິກຳປອດສານພິດໃຫຍ່ກວ່າໝູ່ຢູ່ແຂວງ ອຽນບາຍ - ảnh 1ຮູບແບບກະສິກຳປອດສານພິດ 

ຕົ້ນປີ 2017 ບໍລິສັດຫຸ້ນສ່ວນລົງທຶນພັດທະນາກະສິກຳ ບີງງວຽນແຊງ ໄດ້ຕົກລົງລົງທຶນປະມານ 30 ຕື້ດົງເພື່ອກໍ່ສ້າງຮູບແບບກະສິກຳປອດສານພິດຄົບວົງຈອນ ຢູ່ ຕາແສງ ໂຕເມົ້າ ເມືອງ ລູກອຽນ ແຂວງອຽນບາຍ, ໃນນັ້ນ ສະເພາະ ພື້ນຖານໂຄງລ່າງກວມເອົາກວ່າເຄິ່ງຫນຶ່ງຂອງຈຳນວນເງິນລົງທຶນ. ນັ້ນແມ່ນລະບົບຄົບວົງຈອນ ລວມມີເຂດລ້ຽງງົວ ຄວາຍ ກວ້າງ 3.000 ພັນ ຕາແມັດ ມີຫລັງຄາທັນສະໄຫມ, ເຂດລ້ຽງຂີ້ກະເດືອນ ແລະ ເຂດປູກຫຍ້າກວ້າງ 15 ເຮັກຕາ, ຄຽງຂ້າງນັ້ນ ແມ່ນເຂດປູກຕົ້ນໝາກກ້ຽງນັບສີບໆເຮັກຕາ.  ທ່ານ ຈີ້ງແທງຕູ່ງ ຜູ້ອຳນວຍການ ບໍລິສັດ ໃຫ້ຮູ້ວ່າ:

        “ນັບແຕ່ໄລຍະທຳອິດເມື່ອຜັນຂະຫຍາຍຮູບແບບກະສິກຳປອດສານພິດ ພວກຂ້າພະເຈົ້າໄດ້ຊອກຮູ້ຕາມມາດຖານ VietGap. ສຳລັບການລ້ຽງສັດ ຂອດຄັດເລືອກແນວພັນລ້ຽງຕະຫລອດຮອດການເບິ່ງແຍງ ພວກຂ້າພະເຈົ້າລ້ວນແຕ່ປະຕິບັດຕາມການກຳນົດ. ຕົ້ນໝາກກ້ຽງ ພວກຂ້າພະເຈົ້າໄດ້ເອົາແນວພັນປູກມາຈາກສະຖາບັນແນວພັນປູກ ຫວຽດນາມ, ແລະ ສ່ວນຫນຶ່ງແມ່ນເລືອກຊື້ແນວພັນຕົ້ນໝາກກ້ຽງຈາກເມືອງ ລຸກອຽນ”

ຮູບແບບກະສິກຳປອດສານພິດໃຫຍ່ກວ່າໝູ່ຢູ່ແຂວງ ອຽນບາຍ - ảnh 2 ແຕ່ລະປີ ບໍລິສັດ ບີ່ງງວຽນແຊງ ໄດ້ລ້ຽງ ແລະ ສົ່ງງົວຄວາຍໄປຂາຍປະມານ 1000 ໂຕ

ປະຈຸບັນ ແຕ່ລະປີ ບໍລິສັດ ບີ່ງງວຽນແຊງ ໄດ້ລ້ຽງ ແລະ ສົ່ງງົວຄວາຍໄປຂາຍປະມານ 1000 ໂຕ. ບັນດາແນວພັນລ້ຽງແຂງແຮງດີ, ມີຮູບຊົງງາມໄດ້ຮັບການຄັດເລືອກຢ່າງລະອຽດ, ແລະ ໄດ້ນຳມາລ້ຽງໃນຄອກກວ້າງ, ສົມທົບກັບການລ້ຽງແບບປ່ອຍຢູ່ເດີ່ນ ແລະ ມີ ຫນອງນ້ຳອີກ.  ນະທີ່ນີ້ ສັດລ້ຽງໄດ້ຮັບການຊັກຢາກັນພະຍາດຢ່າງຄົບຖ້ວນ ແລະ ເບິ່ງແຍງ ລ້ຽງດູ ຕາມລະບອບວິທະຍາສາດ, ຫົວອາຫານຕ້ອງຮັບປະກັນຫລັກອະນາໄມ. ເພາະສະນັ້ນ ຜະລິດຕະພັນສັດລ້ຽງຈາກ ບໍລິສັດ ບີງງວຽນແຊງ ໄດ້ຮັບຄວາມນິຍົມຈາກລູກຄ້າເປັນຈຳນວນຫລວງຫລາຍ.

ງົວ, ຄວາຍ ໂຕຫນຶ່ງມີນ້ຳຫນັກແຕ່ 300 – 700 ກິໂລກາມ ດ້ວຍລາຄາຂາຍເປັນໂຕບາງເທື່ອແມ່ນ 80.000 ດົງ/ກິໂລກາມ, ບໍ່ພຽງແຕ່ຮັບໃຊ້ຕະຫລາດພາຍໃນເທົ່ານັ້ນ ຫາກຍັງສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ.

 ຂີ້ສັດ, ໄດ້ຜ່ານບັນດາລະບົບບຳບັດຈະຜະລິດອອກຟຸ່ນທີ່ເໝາະສົມ ເພື່ອລ້ຽງຂີ້ກະເດືອນນັບພັນໆຕາແມັດ ມີລາຄາຂາຍ 1 Kg ແມ່ນແຕ່ 30.000 ດົງຂຶ້ນໄປ.    ສ່ວນຍັງເຫລືອແມ່ນເອົາໄປເຮັດຟຸ່ນໃສ່ຕົ້ນໝາກກ້ຽງປະມານ 100 ເຮັກຕາ ຢູ່ ເມືອງ ລຸກອຽນ ແຂວງ ອຽນບາຍ ແລະ ເມືອງ ບັກຢາງ ແຂວງ ຮ່າຢາງ. ທ່ານ ຈີ້ງແທງຕູ່ງ ໃຫ້ຮູ້ວ່າ:

        “ຜະລິດຕະພັນກະສິກຳຂອງພວກຂ້າພະເຈົ້າຕ້ອງມີຄວາມໝັ້ນຄົງ. ນັບແຕ່ໄລຍະທຳອິດ ເມື່ອກຳນົດວ່າ ຮູບແບບນີ້ ພວກຂ້າພະເຈົ້າໄດ້ຄິດໄລ່ໄວ້ແລ້ວວ່າ ຈະສ້າງເຄື່ອງໝາຍຜະລິດຕະພັນປອດສານພິດ ຕາມມາດຖານອົງຄະທາດ”

ລຸງ ເລືອງວັນຮຸ່ງ, ກຳມະກອນຮັບຈ້າງຢູ່ ຟາມ ຂອງບໍລິສັດ ບີງງວຽນແຊງ ໃຫ້ຮູ້ວ່າ: ນອກຈາກສ້າງລາຍຮັບເປັນປົກກະຕິແມ່ນ  5 ລ້ານດົງ/ເດືອນແລ້ວ,  ລຸງ ຍັງຖອດຖອນບົດຮຽນໄດ້ຫລາຍຢ່າງໃນການລ້ຽງສັດແບບວິທະຍາສາດ, ມັນຕ່າງກັບການລ້ຽງສັດແບບກະແຈກກະຈາຍ, ບໍ່ບັນລຸປະສິດທິຜົນ ຊື່ງປະຊາຊົນຢູ່ເຂດພູສູງໄດ້ໝູນໃຊ້ມາແຕ່ດົນແລ້ວ. ລຸງຮຸ່ງໃຫ້ຮູ້ວ່າ:

“ຮູບແບບນີ້ແມ່ນສອດຄ່ອງກັບທ້ອງຖິ່ນດັ່ງກ່າວ ເພາະວ່າແຫ່ງນີ້ມີທົ່ງຫຍ້າກວ້າງໃຫຍ່ ສະນັ້ນ ມີຄວາມອຸ່ນອ່ຽນໃຈໃນການທຳມາຫາກິນ. ຫົວອາຫານສັດຢູ່ທີ່ນີ້ສ່ວນຫລາຍແມ່ນສາລີ ແລະ ຂີ້ສັດເອົາມາເປັນຟຸ່ນໃສ່ຕົ້ນໄມ້.”

ປະຈຸບັນ, ຮູບແບບລ້ຽງສັດ ແລະ ປູກຝັງ ຂອງບໍລິສັດບີ່ງງວຽນແຊງ ແມ່ນຮູບແບບກະສິກຳປອດສານພິດໃຫຍ່ກວ່າໝູ່ໃນແຂວງ ອຽນບາຍ. ຜະລິດຕະພັນຂອງບໍລິສັດພວມໄດ້ຮັບຄວາມນິຍົມຈາກຕະຫລາດ, ພິເສດ ແມ່ນຜະລິດຕະພັນ ໝາກກ້ຽງ ລຸກອຽນ - ເຊີນຕຸ່ງ. ມີໝູ່ຄະນະ, ສ່ວນບຸກຄົນເປັນຈຳນວນຫລວງຫລາຍໃນບໍລິເວນແຂວງ ແລະ ບັນດາທ້ອງຖິ່ນອ້ອມຂ້າງ ມາຢ້ຽມຊົມ, ຖອດຖອນບົດຮຽນເພື່ອຊອກທິດທະວີຄູນ.

ຕອບກັບ

ຂ່າວ/ບົດ​ອື່ນ