ເຂົ້າເໝົ້າ ເມ້ຈີ່ - ອາຫານທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ໝູ່ບ້ານ ເມ້ຈີ່ ມີອາຊີບຜະລິດເຂົ້າເໝົ້າມາເປັນເວລານັບຮ້ອຍປີແລ້ວ. ດ້ວຍມູນເຊື້ອມາແຕ່ດົນນານນັ້ນ, ປັດຈຸບັນ, ໝູ່ບ້ານ ເມ້ຈີ່ ຍັງຄົງຮັກສາເຄັດລັບຜະລິດເຂົ້າເໝົ້າ ເຊິ່ງບໍ່ເຄີຍມີຢູ່ບ່ອນອື່ນໄວ້ໄດ້. ເຂົ້າເໝົ້າ ເມ້ຈີ່ ໄດ້ມີເຄື່ອງໝາຍການຄ້າລະດັບຊາດແລ້ວ ແລະ ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ມີຊື່ສຽງຂອງ ຮ່າໂນ້ຍ.

ເຂົ້າເໝົ້າ ເມ້ຈີ່ - ອາຫານທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ - ảnh 1 ເຂົ້າເໝົ້າ ເມ້ຈີ່ - ອາຫານທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ

(ພາບ: dantri.com.vn)

ຢູ່ນະຄອນຫຼວງ ຮ່າໂນ້ຍ ມີສອງໝູ່ບ້ານຜະລິດເຂົ້າເໝົ້າທີ່ມີຊື່ສຽງຄື: ໝູ່ບ້ານ ວ່ອງ ຢູ່ເມືອງ ເກົ່າໄຢ໋, ແລະ ໝູ່ບ້ານ ເມ້ຈີ່ ຢູ່ເມືອງຕື່ລຽມໃຕ້. ທັງສອງໝູ່ບ້ານນີ້ຕັ້ງຢູ່ໃກ້ກັນ, ຫ່າງກັນພຽງ 1 ກມ ເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ອາຊີບຜະລິດເຂົ້າເໝົ້າຢູ່ໝູ່ບ້ານ ເມ້ຈີ່ ໄດ້ພັດທະນາກວ່າຢູ່ໝູ່ບ້ານ ວ່ອງ. ໃນສອງບ້ານ ເມ້ຈີ່ເໜືອ ແລະ ເມ້ຈີ່ໃຕ້ໃນໝູ່ບ້ານ ເມ້ຈີ່ ລ້ວນແຕ່ມີຫຼາຍຄອບຄົວຜະລິດເຂົ້າເໝົ້າ. ວັດຖຸເພື່ອຜະລິດເຂົ້າເໝົ້າແມ່ນເຂົ້າໜຽວ. ມີເຂົ້າໜຽວຫຼາຍຊະນິດສາມາດຜະລິດເຂົ້າເໝົ້າໄດ້ເຊັ່ນ: ເຂົ້າໜຽວເລືອງເຟືອງ, ເຂົ້າໜຽວຫອມ, ເຂົ້າໜຽວຕານ, ເຂົ້າໜຽວກວິດ…ແຕ່ເຂົ້າໜຽວຮວາວ່າງ (ເຂົ້າໜຽວພັນພື້ນເມືອງທີ່ມີຊື່ສຽງຢູ່ພາກເໜືອ ຫວຽດນາມ) ແມ່ນສາມາດຜະລິດເຂົ້າເໝົ້າຫອມແຊບພິເສດກວ່າ. ປ້າ ຫງວຽນທິເບືອຍ, ເຈົ້າຂອງຮາກຖານຜະລິດເຂົ້າເໝົ້າ ຫງວຽນຄັກຕ໋ວນ, ຢູ່ໝູ່ບ້ານ ເມ້ຈີ່, ໃຫ້ຮູ້ວ່າ:

  ວັດຖຸຜະລິດເຂົ້າເໝົ້າຕ້ອງແມ່ນເຂົ້າອ່ອນຍັງເປັນນ້ຳນົມເຂົ້າເໝົ້າຈຶ່ງແຊບ, ຫອມ, ຕ້ອງແມ່ນເຂົ້າໜຽວຮວາວ່າງ. ເຂົ້າໜຽວຮວາວ່າງ ປູກຢູ່ພາຍໃນໝູ່ບ້ານ ຫຼືຕ້ອງໄປຊື້ຢູ່ບັນດາທ້ອງຖີ່ນຄື: ແຂວງ ບັກນິງ, ບັກຢາງ. ຈຸດພິເສດສະເພາະຂອງເຂົ້າເໝົ້າ ເມ້ຈີ່ ແມ່ນນຳໃຊ້ເຂົ້າໜຽວທຳມະຊາດ, ບໍ່ໄດ້ຍ້ອມສີ, ຫາກຮັກສາສີເດີມຂອງເຂົ້າໜຽວໄວ້“.

ມາຮອດປັດຈຸບັນ, ຕາມການຜັນແປຂອງການເວລາ, ອາຊີບຜະລິດເຂົ້າເໝົ້າຢູ່ທີ່ນີ້ກໍ່ມີການປ່ຽນແປງຫຼາຍຢ່າງ. ຖ້າຫາກວ່າໃນເມື່ອກ່ອນປະຊາຊົນພຽງແຕ່ຜະລິດເຂົ້າເໝົ້າໃນລະດູໃບໄມ້ຫຼົ່ນເທົ່ານັ້ນ, ມາບັດນີ້ເຂົ້າເຈົ້າພັດຜະລິດເຂົ້າເໝົ້າຕະຫຼອດປີ. ແທນທີ່ຈະຜະລິດເຂົ້າເໝົ້າແບບຫັດຖະກຳ, ເຂົາເຈົ້າໄດ້ນຳໃຊ້ກົນຈັກເຂົ້າໃນຂັ້ນຕອນຕ່າງໆຂອງການຜະລິດ, ອັນໄດ້ຊ່ວຍປະຢັດເວລາ, ຫຼຸດຜ່ອນກຳລັງແຮງງານ, ລາຍຈ່າຍໃຫ້ແກ່ການຜະລິດ, ແຕ່ຍັງຄົງຮັກສາລົດຊາດທີ່ເປັນເອກະລັກສະເພາະຂອງເຂົ້າເໝົ້າ ເມ້ຈີ່ ຄືເມັດບາງ, ໜຽວ, ຫອມໄວ້ໄດ້. ເຂົ້າເໝົ້າ ເມ້ຈີ່ ໄດ້ຮັບການຜະລິດຢ່າງລະອຽດລະອໍ ດ້ວຍເຄັດລັບຂອງບັນດານາຍຊ່າງຊຳນານງານໃນໝູ່ບ້ານ. ປ້າ ເລທິຫຽນ, ເຈົ້າຂອງຮາກຖານຜະລິດເຂົ້າເໝົ້າ ໂງກົງບາວ, ໃນໝູ່ບ້ານ ເມ້ຈີ່, ໃຫ້ຮູ້ວ່າ:

“ສຳລັບການຂົ້ວເຂົ້າໜຽວຮວາວ່າງ. ແມ່ນຕ້ອງຂົ້ວຄືແນວໃດໃຫ້ເຂົ້າສຸກສະເໝີກັນ, ເຂົ້າເໝົ້າຈຶ່ງແຊບ. ການຂົ້ວແມ່ນຂັ້ນຕອນສຳຄັນທີ່ສຸດ. ພາຍຫຼັງຂົ້ວແລ້ວ ແມ່ນນຳເອົາໄປສີ, ຕຳ, ຮ່ອນຫຼາຍຫຼົບຫຼາຍຕ່າວ. ການຕຳກໍ່ແມ່ນຂັ້ນຕອນທີ່ສຳຄັນ, ຕ້ອງຮ່ອນໃຫ້ສະອາດ. ຕ້ອງຮ່ອນໄປຮ່ອນມາຫຼາຍເທື່ອເຂົ້າເໝົ້າຈຶ່ງແຊບ. ເຂົ້າເປືອກ 100 kg ສາມາດຜະລິດເຂົ້າເໝົ້າໄດ້ 15 kg, ຫຼາຍສຸດແມ່ນ 18 kg. ເຂົ້າເໝົ້າຕ້ອງຕ້ອງມີກິ່ນຫອມ, ໜຽວ, ນຸ້ມ ຈຶ່ງແຊບ“.

ເມື່ອຂາຍເຂົ້າເໝົ້າໃຫ້ຜູ້ຊື້ແມ່ນຕ້ອງເອົາໃບດອກບົວມາຫໍ່ ແລະ ມັດດ້ວຍກ້ານເຟືອງຍັງຂຽວມັນຈຶ່ງງາມ, ເຂົາເຈົ້າໃຊ້ໃບດອກພົວເພື່ອຫໍ່ເຂົ້າເໝົ້າເພາະວ່າໃບດອກບົວຍັງເປັນສັນຍາລັກແຫ່ງຄວາມບໍລິສຸດ. ເມື່ອກິ່ນຫອມຂອງໃບດອກບົວປະສົມພ້ອມກັບກິ່ນຫອມຫວານຂອງເຂົ້າເໝົ້າມັນຈະສ້າງເປັນລົດຊາດພິເສດກວ່າ. ຜະລິດຕະພັນເຂົ້າເໝົ້າຂອງໝູ່ບ້ານ ເມ້ຈີ່ ມີຫຼາຍປະເພດຄື: ເຂົ້າເໝົ້າສົດ, ເຂົ້າເໝົ້າແຫ້ງ, ເຂົ້າໜົມເຂົ້າເໝົ້າ, ເຂົ້າໜຽວເຂົ້າເໝົ້າ, ນຳ້ຫວານເຂົ້າເໝົ້າ, ຢໍ່ເຂົ້າເໝົ້າ. ເຂົ້າເໝົ້າ ເມ້ຈີ່ ບໍ່ພຽງແຕ່ຂາຍຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ, ຫາກຍັງສົ່ງອອກຕ່າງປະເທດອີກດ້ວຍ. ເອື້ອຍ ຫງວຽນທິບິກ, ເຈົ້າຂອງຮາກຖານຜະລິດເຂົ້າເໝົ້າ ລຽນຢູ, ໃນໝູ່ບ້ານ ເມ້ຈີ່, ໃຫ້ຮູ້ວ່າ:

“ໃນໝູ່ບ້ານມີຫຼາຍຮາກຖານຜະລິດໃຫຍ່. ຄອບຄົວຂ້າພະເຈົ້າສົ່ງອອກທັງເຂົ້າເໝົ້າສົດ ແລະ ເຂົ້າເໝົ້າແຫ້ງອອກຕ່າງປະເທດຄື: ຍີ່ປຸ່ນ, ອັງກິດ,  ຝະລັ່ງ, ອາເມລິກາ. ເຂົ້າເໝົ້າ ເມ້ຈີ່, ມີລົດຊ້າດບ້ານເກີດເມືອງນອນ, ໄດ້ຮັບຄວາມນິຍົມຈາກພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ເມື່ອຜະລິດຢໍ່ເຂົ້າເໝົ້າ, ຕ້ອງບົດຊີ້ນໝູ, ຫຼັງຈາກນັ້ນແມ່ນປົນກັບເຂົ້າເໝົ້າດ້ວຍອັດຕາຊີ້ນໝູ 1 kg/ເຂົ້າເໝົ້າສົດແຕ່ 2,5-3 ກຼາມ, ແລ້ວເອົາມາໃສ່ໃນໝໍ້ໜື້ງໃຫ້ສຸກ, ກ່ອນຈະກິນເຂົ້າຈຶ່ງເອົາມາຈື່ນ“.

ເຂົ້າເໝົ້າແມ່ນອາຫານພື້ນເມືອງ, ທັງແມ່ນອາຫານຫຼູຫຼາ. ນັກທ່ອງທ່ຽວເມື່ອມາຢ້ຽມຢາມ ຮ່າໂນ້ຍ ເຄີຍຊື້ ແລະ ຫໍ່ເຂົ້າເໝົ້າມາເປັນຂອງຕ້ອນ. ປະຊາຊົນໃນໝູ່ບ້ານ ເມ້ຈີ່ ມີຄວາມເອກອ້າງທະນົງໃຈທີ່ສຸດເມື່ອໄດ້ຕ້ອນຮັບປະທານາທິບໍດີ ອາເມລິກາ ມາຢ້ຽມຢາມ. ໃນໂອກາດທີ່ເພິ່ນມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເມື່ອເດືອນພຶດສະພາ 2016. ກ່ອນທີ່ອອກຈາກ ຮ່າໂນ້ຍ ເດີນທາງໄປນະຄອນ ໂຮ່ຈີມິນ, ປະທານາທິບໍດີ Barck Obama ໄດ້ແວ່ຢາມໝູ່ບ້ານ ເມ້ຈີ່ ແລະ ໂອ້ລົມຢ່າງສະໜິດສະໜົມກັບປະຊາຊົນໃນໝູ່ບ້ານ ແລະ ຊື້ເຂົ້າເໝົ້າຢູ່ທີ່ນີ້ອີກ.

ເຂົ້າເໝົ້າໄດ້ກາຍເປັນສັນຍາລັກໃຫ້ອາຫານ ທັງລອງ - ຮ່າໂນ້ຍ. ລົດຊາດເຂົ້າເໝົ້າກໍ່ຖືກເຕື້ອງເຖິງໃນບົດກະວີ, ວັນນະຄະດີຂອງ ຫວຽດນາມ, ອັນໄດ້ສະທ້ອນໃຫ້ເຫັນຄວາມທຳມະດາງ່າຍດາຍຂອງບ້ານນາ ຫວຽດນາມ. ເຂົ້າເໝົ້າ ເມ້ຈີ່ ບໍ່ພຽງແຕ່ແມ່ນອາຫານທີ່ເປັນເອກະລັກສະເພາະບໍ່ພຽງແຕ່ຂອງສະເພາະ ເມ້ຈີ່ເທົ່ານັ້ນ, ຫາກຍັງແມ່ນອາຫານທີ່ເປັນເອກະລັກສະເພາະຂອງນະຄອນ ຮ່າໂນ້ຍ, ທັງມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ