ເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດ

(VOVWORLD) -ເຂົ້າໜົມໄຢ່ ກວ໋ານແກ໋ງ ມີື່ສຽງມາແຕ່ດົນນານແລ້ວ ບໍ່ພຽງແຕ່ລັບປະຊາຊົນໃນເຂເທົ່ານັ້ນ ຫາກຍັງກາຍເປັນເຄື່ອງຕ້ອນຂອງຝາກທີ່ເປັນເອກະລັກພິເສຂອງ ຮ່າໂນ້ຍ ໂດຍໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວທີ່ມາຈາກທົ່ທຸສາລະທິດ. ຈາກຮ່າໂນ້ຍ ລົງໄປທາງທິດໃຕ້, ໄປຕາມເສັ້ນທາງຫຼວງ 1A, ເຖິງກິໂລແມັດທີ 16 ແມ່ນຖະໜົນ ກວ໋ານແກ໋ງ, ຢູ່ຕາມສອງຟາກທາງໄດ້ວາງຂາຍເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດນີ້. ໝູ່ບ້ານ ເທື້ອງດິ່ງ, ຕາແສງ ຍິເຄ, ເມືອງ ເທື່ອງຕີ້ນ ແມ່ນໝູ່ບ້ານເຮັດສະເພາະເຂົ້າໜົມໄຢ່ນີ້.

ເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດ - ảnh 1  ການເຮັດເຂົ້າໜົມໄຢ່ແມ່ນຫຍຸ້ງຍາກ, ໃຊ້ເວລາຫຼາຍ

ພາບ: toquoc

ໂດຍແຕກຕ່າງກັບເຂົ້າໜົມໄຢ່ ຢູ່ບັນດາເຂດພາກອື່ນທີ່ເຮັດເຂົ້າໜົມໄຢ່ບໍ່ມີໄສ້, ບໍ່ມີຖົ່ວຂຽວ ຕາມປົກກະຕິ ມັກກິນກັບຢໍ່ໝູ ຫຼື ຢໍ່ໝູຈືນນັ້ນ ແມ່ນເຂົ້າໜົມໄຢ່ ຢູ່ ກວ໋ານແກ໋ງ ພັດມີ 3 ປະເພດຄື ເຂົ້າໜົມໄຢ່ໄສ້ຫວານ, ໄສ້ເຄັມ ແລະ ບໍ່ມີໄສ້, ແຕ່ລະປະເພດມີກິ່ນ ແລະ ລົດຊາດສະເພາະ. ເຂົ້າໜົມໄຢ່ ຂອງໝູ່ບ້ານ ກວ໋ານແກ໋ງ ມີຄວາມໜຽວ ແລະ ຫອມຂອງເຂົ້າໜຽວ, ກິ່ນຫອມມັນຂອງຖົ່ວຂຽວ, ຊີ້ນໄດ້ປົນກັບບັນດາວັດຖຸດິບອື່ນໆ ເຊິ່ງມີພຽງແຕ່ຊາວ ກວ໋ານແກ໋ງ ຈຶ່ງມີເຄັດລັບໃນການເຮັດໃຫ້ມີກິ່ນ ແລະ ລົດຊາດທີ່ເປັນເອກະລັກພິເສດນັ້ນ. ຈຸດທີ່ເປັນເອກະລັກສະເພາະຂອງເຂົ້າໜົມໄຢ່ ແມ່ນວິທີຫໍ່ເຂົ້າໜົມ, ຫໍ່ຢ່າງພິຖີພິຖັນຄືຫໍ່ເຂົ້າຕົ້ມ, ເບິ່ງເຂົ້າໜົມເປັນຮູບສີ່ແຈສາກ ແລະ ງາມຫຼາຍ.

        ເພື່ອໃຫ້ມີເຂົ້າໜົມສີຂາວ ແລະ ອ່ອນໜຽວໄປເຖິງມືຜູ້ຊື້ນັ້ນ, ເຂົ້າໜົມຕ້ອງໄດ້ຜ່ານຫຼາຍຂັ້ນຕອນທີ່ລະອຽດລະອໍ ແລະ ພິຖີພິຖັນ. ເຂົ້າສານເຂົ້າໜຽວ, ຖົ່ວຂຽວ ໄດ້ມ່າໄວ້ກ່ອນມື້ໜຶ່ງ, ໃບຕອງຈິງ ໄດ້ລ້າງໃຫ້ສະອາດແລ້ວປະໄວ້ໃຫ້ສະເດັດນ້ຳ, ຫຼັງຈາກນັ້ນແມ່ນຕຳເຂົ້າ, ເຮັດໄສ້ເຂົ້າໜົມ, ປັ້ນເຂົ້າໜົມ… ເອື້ອຍ ຫງວຽນທິຕັວດ, ຜູ້ເຮັດເຂົ້າໜົມໄຢ່ໃນໝູ່ບ້ານ ເທື້ອງດິ່ງ ໃຫ້ຮູ້ວ່າ:

        ຂອດສຳຄັນທີ່ສຸດໃນການເຮັດເຂົ້າໜົມແມ່ນຂອດການເລືອກເຂົ້າສານ. ເຂົ້າສານຕ້ອງເລືອກເອົາເຂົ້າສານເຂົ້າໜຽວແຊບ ທີ່ເປັນເອກະລັກສະເພາະ ຢູ່ເມືອງ ຫາຍເຫົ້າ, ແຂວງ ນາມດິງ. ມ່າເຂົ້າປະມານ 2 ຊົ່ວໂມງ. ສິ່ງສຳຄັນທີ່ສຸດແມ່ນຂອດການເລືອກເຂົ້າສານ, ເລືອກຖົ່ຂຽວ. ເຂົ້າສານ ແລະ ຖົ່ຂຽວແຊບແມ່ນ ເຂົ້າໜົມຈຶ່ງແຊບ. ຖົ່ວຂຽວແມ່ນເອົາຊະນິດເມັດນ້ອຍ ຢູ່ ແທັງຮ໋ວາ ມີຖົ່ວຂຽວຊະນິດນີ້ຫຼາຍ. ມ່າເຂົ້າສານ ແລະ ຖົ່ຂຽວແລ້ວນຳໄປໜຶ້ງ.

ເຂົ້າໜົມໄຢ່ ກວ໋ານແກ໋ງ ເຂົ້າໜົມທີ່ເປັນເອກະລັກພິເສດ - ảnh 2ເຂົ້າໜົມໄຢ່ ກວ໋ານແກ໋ງ ແມ່ນເຂົ້າໜົມທີ່ເປັນເອກະລັກພິເສດຂອງ ຮ່າໂນ້ຍ 

        ການເຮັດເຂົ້າໜົມໄຢ່ແມ່ນຫຍຸ້ງຍາກ, ໃຊ້ເວລາຫຼາຍ, ຕ້ອງນອນເດິກລຸກເຊົ້າ, ຜົນກຳໄລກໍບໍ່ຫຼາຍ. ຍ້ອນອາຍຸການນຳໃຊ້ເຂົ້າໜົມໄຢ່ມີພຽງແຕ່ 24 ຊົ່ວໂມງ ສະນັ້ນ ໃນລະດູໜາວ ຕາມປົກກະຕິ ບັນດາຄອບຄົວທີ່ເຮັດເຂົ້າໜົມຈະເລີ່ມເຮັດແຕ່ 21 ໂມງກາງຄືນ, ລະດູຮ້ອນ ຕ້ອງເຮັດແຕ່ 1 – 2 ໂມງຮຸ່ງເຊົ້າ ເພື່ອນຳໄປບໍລິໂພກຢູ່ແຫ່ງຕ່າງໆໃນຕອນເຊົ້າ. ປະຊາຊົນໝູ່ບ້ານ ເທື້ອງດິ່ງ ເຮັດເຂົ້າໜົມຕາມໃບສັ່ງຈອງເຂົ້າໜົມຂອງບັນດາງານດອງ, ງານບຸນ ຫຼື ບັນດາໂຮງແຮມ, ພັດຕະຄານ ຮ້ານອາຫານ ເປັນຕົ້ນຕໍ. ພໍ່ເຖົ້າ ຫງວຽນວັນວິງ, ຜູ້ສູງອາຍຸໃນໝູ່ບ້ານ ເທື້ອງດິ່ງ ເລົ່າວ່າ:

        ໝູ່ບ້ານ ເທື້ອງດິ່ງ ເຮັດເຂົ້າໜົມເພື່ອນອອກໄປຂາຍຢູ່ເຂດ ກວ໋ານແກ໋ງ ເປັນຕົ້ນຕໍ. ໃນໂອກາດວັນບຸນແມ່ນໄດ້ຂາຍດີຫຼາຍ. ປັດຈຸບັນ ທັງໝູ່ບ້ານມີປະມານ 50 ຄອບຄົວເຮັດເຂົ້າໜົມ, ດຽວນີ້ເຮັດເຂົ້າໜົມລ້ວນແຕ່ມີເຄື່ອງຈັກໜູນຊ່ວຍ ສະນັ້ນຮູ້ສຶກເຮັດເຂົ້າຫນົມບໍ່ຫຍຸ້ງຍາກຄືເມື່ອກ່ອນ. ແຕ່ລະມື້ ຢູ່ເຮືອນຂອງຂ້າພະເຈົ້າເຮັດເຂົ້າໜົມປະມານ 20 ກິໂລ. ເຂົ້າໜົມໄສ້ຫວານ ແມ່ເຮັດດ້ວຍນ້ຳຕານຂາວ, ເອົໝາກພ້າວ, ໝາກງາ ແລະ ນົແມ (ນຳມັນກ້ວຍ) ໃສ່ອີກ. ສ່ວນເຂົ້າໜົມໄສ້ເຄັມ ເມື່ກ່ອນແມ່ນມີແມງດາ ແຕ່ດຽວນີ້ແມ່ນໃຊ້ພິກໄທ, ນຳມັນໝູ, ເກືອ, ແປ້ງນົ, ຫົວບົ່ວແຫ້ງ.

        ຕາມປະສົບການໃນການເຮັດເຂົ້າໜົມຂອງບັນດາຄອບຄົວໃນໝູ່ບ້ານແລ້ວ, ປົກກະຕິ ເຂົ້າສານໜຽວ 1 ກິໂລ ຄວນໃສ່ຖົ່ວຂຽວ 0,5 ກິໂລ, ເຮັດເຂົ້າໜົມໄດ້ປະມານ 2 ກິໂລ ຫຼື ເທົ່າກັບເຂົ້າໜົມ 20 ກ້ອນ. ໃນໂອກາດວັນບຸນບູຊາເຈົ້າຊີວິດຮຸ່ງ ປີ 2002, ປະຊາຊົນໝູ່ບ້ານ ເທື້ອງດິ່ງ ເຄີຍໄດ້ເຮັດເຂົ້າໜົມໄຢ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ເພື່ອຖະຫວາຍໃຫ້ເຈົ້າຊີວິດ ຮຸ່ງ. ເອື້ອຍ ຫງວຽນທິຕັວດ, ຜູ້ເຮັດເຂົ້າໜົມໄຢ່ໃນໝູ່ບ້ານ ເລົ່າສູ່ຟັງວ່າ:

        ປີ 2002, ປະຊາຊົນໝູ່ບ້ານ ໄດ້ເຮັດເຂົ້າໜົມໄຢ່ບໍ່ມີໄສ້ ກ້ອນໃຫຍ່ ຖະຫວາຍຂຶ້ນບູຊາ ເຈົ້າຊີວິດ ຮຸ່ງ. ປຸກລະດົມໝົດໝູ່ບ້ານເຮັດຕະຫຼອດຄືນ ເພື່ອເຮັດເຂົ້າໜົມໄຢ່ບໍ່ມີໄສ້ ບັນລຸຖິິ ເຊິ່ງມີນ້ຳໜັກ 1,8 ໂຕນ, ໃນນັ້ນ ໃຊ້ເຂົ້າສານໜຽວ 1,3 ໂຕນ. ເຂົ້າໜົມດັ່ງກ່າວໄດ້ຮັບການບັນທຶກສະຖິຕິ ຫວຽດນາມ. ແຕ່ລະປີ ວັນທີ 7 ເດືອນ 2 ໄລ່ຕາມຈັນທະປະຕິທິນ ແມ່ນວັນງານບຸນຂອງໝູ່ບ້ານ, ບັນດາຄອບຄົວເຮັດເຂົ້າໜົມໄປຖະຫວາຍຂຶ້ນຫໍສາລາບ້ານ.

        ແຕ່ຫຼາຍຮ້ອຍປີມານີ້ ຍາມໃດເຂົ້າໜົມໄຢ່ກໍໄດ້ຮັບຖືວ່າແມ່ນເຍື່ອງອາຫານທຳມະດາສາມັນ ແຕ່ ໄດ້ຮັບຄວາມນິຍົມຈາກປະຊາຊົນເປັນຈຳນວນຫລວງຫລາຍ, ເຊິ່ງໄດ້ບັນທຶກເຂົ້າໃນບັນຊີອາຫານການກິນຂອງ ຫວຽດນາມ. ເຂົ້າໜົມໄຢ່ ກວ໋ານແກ໋ງ ແມ່ນເຂົ້າໜົມທີ່ເປັນເອກະລັກພິເສດຂອງດິນແດນ ຮ່າໂນ້ຍ, ເປັນສັນຍະລັກໃຫ້ແກ່ຄວາມຍອດຍິ່ງຂອງອາຫານການກິນ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ