ເຄື່ອງຫັດຖະກຳຢູ່ງານ Festival ອາຊີບຫັດຖະກຳເຫ້ວປີ 2019

(VOVWORLD) -ງານ Festival ອາຊີບຫັດຖະກຳເຫ້ວ ຄັ້ງທີ 8 ປີ 2019, ຖືກດຳເນີນໃນທ້າຍເດືອນເມສາ ຜ່ານມາ, ຢູ່ນະຄອນເຫ້ວ, ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ”.

ເຄື່ອງຫັດຖະກຳຢູ່ງານ Festival ອາຊີບຫັດຖະກຳເຫ້ວປີ 2019 - ảnh 1 ແຜ່ນແພພື້ນ ອາເລື໊ອຍ

(ພາບ: baoxaydung.com.vn)

ນີ້ແມ່ນເຫດການເພື່ອແນໃສ່ແນະນຳ, ໂຄສະນາສິ່ງຍອດຍິ່ງອາຊີບຫັດຖະກຳ, ບັນດາຜະລິດຕະພັນອາຊີບຫັດຖະກຳທີ່ເປັນມູນເຊື້ອ ແລະ ອາຫານການກິນທີ່ເປັນມູນເຊື້ອຂອງຫວຽດນາມ. ຢູ່ງານ Festival ອາຊີບຫັດຖະກຳເຫ້ວ ຄັ້ງນີ້, ເຂດວາງສະແດງ, ແນະນຳຜະລິດຕະພັນ, ເຊີດຊູນັກສິລະປະການ ແລະ ໝູ່ບ້ານອາຊີບ… ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ນັກຂ່າວ ທູຮັ່ງ ມີບົດຂຽນດ້ວຍຫົວຂໍ້ວ່າ “ເຄື່ອງຫັດຖະກຳຢູ່ງານ Festival ອາຊີບທີ່ຫັດຖະກຳເຫ້ວປີ 2019”.

        ແຕ່ລະເຂດວາງສະແດງຂອງໝູ່ບ້ານຫັດຖະກຳແມ່ນເລື່ອງລາວກ່ຽວກັບອາຊີບ, ສຸມໃສ່ແນະນຳເຄື່ອງຫັດຖະກຳເຕັມໄປດ້ວຍສີສັນຫວຽດນາມ, ກໍຄືການເຊື່ອມໂຍງເຂົ້າກັບສາກົນ. ຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟື໊ອກຕິ໊ກ (ຕາແສງ ຟອງຮ່ວາ, ເມືອງ ຟອງດ່ຽນ, ແຂວງ ເທື່ອທຽນ - ເຫ້ວ) ໄດ້ຜະລິດອອກບັນດາຜະລິດຕະພັນທີ່ເປັນມູນເຊື້ອ, ເຂັ້ນຂຸ້ນໄປດ້ວຍສີສັນບ້ານເກີດເມືອງນອນ. ເຟື໊ອກຕິ໊ກ ເຄີຍເປັນທີ່ຮູ້ຈັກກັນດີດ້ວຍອາຊີບປັ້ນດິນເຜົາມາເປັນເວລາກວ່າ 500 ປີແລ້ວ, ຢູ່ແຫ່ງນີ້ໄດ້ຜະລິດອອກບັນດາຜະລິດຕະພັນຄື: ຊາມ, ໝໍ້ດິນ, ໄຫ... ທີ່ມີຊື່ສຽງໄປທົ່ວທາງພາກກາງ, ບັນດາຜະລິດຕະພັນຫັດຖະກຳເຄື່ອງປັ້ນດິນເຜົາ ເຟື໊ອກຕິ໊ກ ໄດ້ສ້າງຊື່ສຽງຍ້ອນມີຄວາມທົນທານ ແລະ ປານີດ, ມີຄວາມງາມຂອງເຂດບ້ານນາຫວຽດນາມ.

        ດ້ວຍຜະລິດຕະພັນເຄື່ອງປັ້ນດິນເຜົາ ເຮືອງຊາ, ໄດ້ປະດິດຈາກຝາມືອັນຄ່ອງແຄ້ວຂອງບັນດານັກສິລະປະການເຄື່ອງປັ້ນດິນເຜົາ ບ໊າດຈ່າງ ແລະ ດິນສັນດອນແມ່ນ້ຳເຮືອງ. ທ່ານນາງ ໂຮ່ດັ້ງງອັກແຮ້ງ, ຜູ້ອຳນວຍການຫໍພິພິດທະພັນສິລະປະປັກແສ່ວ XQ ເຫ້ວ ໃຫ້ຮູ້ວ່າ: XQ ຫວຽດນາມ ໄດ້ສົມທົບກັບເຄື່ອງປັ້ນດິນເຜົາ ບ໊າດຈ່າງຮ່າໂນ້ຍ ຈະສ້າງອອກຜະລິດຕະພັນໃໝ່, ນັ້ນແມ່ນເຄື່ອງປັ້ນດິນເຜົາ ເຮືອງຊາ, ວັດຖຸດິບແມ່ນເອົາມາຈາກດິນສັນດອນແມ່ນ້ຳ ເຮືອງ ຂອງເຫ້ວ ກັບວັດຖຸດິບເຄື່ອງປັ້ນດິນເຜົາ ບ໊າດຈ່າງ. ເຄື່ອງປັ້ນດິນເຜົາ ເຮືອງຊາ ມີຫຼາຍຮູບຫຼາຍແບບ ແລະ ກໍ່ມີນ້ຳເບົາກວ່າເມື່ອທຽບໃສ່ບັນດາຜະລິດຕະພັນອື່ນໆ.

        “ເປັນຄັ້ງທຳອິດພວກຂ້າພະເຈົ້າເຂົ້າຮ່ວມງານ Festival ໝູ່ບ້ານຫັດຖະກຳປີນີ້ ດ້ວຍຄວາມປາດຖະໜາຢາກນຳຜະລິດຕະພັນດອກໄມ້ ໃຫ້ນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ ມີຄວາມເຂົ້າໃຈຢ່າງແຈ້ງກ່ຽວກັບວັດທະນະທຳອາຊີບຫັດຖະກຳຂອງຫວຽດນາມ. ປາດຖະໜາຢາກໃຫ້ເຈົາເຂົ້ານີ້ມີຄວາມເຂົ້າໃຈແຈ້ງກ່ຽວກັບວັດທະນະທຳ, ການສົມທົບຢ່າງກົມກ່ຽວຂອງບັນດາໝູ່ບ້ານອາຊີບ, ບັນດາຜະລິດຕະພັນຍອດຍິ່ງ, ສວຍງາມທີ່ສຸດຂອງຊາວຫວຽດນາມ”.

        ເຂດດອກໄມ້ມີສີສັນຫຼາກຫຼາຍດ້ວຍດອກໄມ້ຫຼາຍຊະນິດທີ່ມີຊື່ສຽງຂອງດ່າລາດ ແລະ ຢູ່ທົ່ວທຸກແທບຖິ່ນຂອງປະເທດຊາດ, ເຊິ່ງບັນດານັກສິລະປະການເອົາມາວາງສະແດງ ຢູ່ງານ Festival ໝູ່ບ້ານອາຊີບຫັດຖະກຳເຫ້ວ ໃນປີນີ້. ນີ້ແມ່ນການເຄື່ອນໄຫວປະກອບສ່ວນສະແດງຄວາມຮູ້ບຸນຄຸນ ແລະ ເຊີດຊູບັນດາໝູ່ບ້ານອາຊີບຫັດຖະກຳ, ບັນດານັກສິລະປະການທີ່ຕິດພັນກັບອາຊີບສິລະປະດອກໄມ້. ເປັນຄັ້ງທີ 4 ທີ່ເຂົ້າຮ່ວມງານ Festival ໝູ່ບ້ານອາຊີບຫັດຖະກຳເຫ້ວ, ນັກແຕ້ມ, ນັກສິລະປະການ ເທິນວັນຮຸຍ, ໝູ່ບ້ານອາຊີບເຮັດດອກໄມ້ເຈ້ຍ ແທັງຕຽນ, ຕາແສງ ຝູເໝົ້າ, ເມືອງ ຝູວາງ, ໃຫ້ຮູ້ວ່າ.

        “ໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອຂອງພວກຂ້າພະເຈົ້າ ໄດ້ຕິດພັນກັບການທ່ອງທ່ຽວ ແລະ ຜ່ານການທ່ອງທ່ຽວເພື່ອພັດທະນາອາຊີບຫັດຖະກຳ. ນັກທ່ອງທ່ຽວມາແຫ່ງນີ້ຈະຜະລິດຕະພັນຂອງໝູ່ບ້ານທີ່ປະດິດອອກມາ, ພິເສດແມ່ນດອກບົວ ເຊິ່ງໄດ້ຮັບການຄັດເລືອກຈາກປະຊາຊົນວ່າ ແມ່ນດອກໄມ້ປະຈຳຊາດຫວຽດນາມ. ຜ່ານບັນດາງານ Festival, ສິ່ງຍອດຍິ່ງຂອງອາຊີບຫວຽດນາມ ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ຫຼາຍໝູ່ບ້ານອາຊີບ, ໃນນັ້ນມີອາຊີບເຮັດດອກໄມ້ເຈ້ຍ”.

        ໃນງານ Festival ຄັ້ງນີ້, ເຂດວາງສະແດງບັນດາຜະລິດຕະພັນແຜ່ນແພພື້ນເມືອງ ໄດ້ຮັບຄວາມສົນໃຈເປັນພິເສດຈາກນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ເຄີຍແມ່ນບັນດາອາຊີບຫັດຖະກຳທີ່ເປັນເອກະລັກສະເພາະ ເຊິ່ງພວມໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ. ນະທີ່ນີ້ໄດ້ວາງສະແດງ, ສະແດງຜະລິດຕະພັນຕ່ຳແຜ່ນແພພື້ນເມືອງທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າຕ່າງໆ, ຈາກບັນດາໝູ່ບ້ານຕໍ່າແຜ່ນແຜທີ່ມີຊື່ສຽງໃນທົ່ວປະເທດຄື: ແຜ່ນແພພື້ນເມືອງ ແຊ່ງ ຂອງຊົນເຜົ່າ ຕ່າໂອຍ, ອາ ເລື໊ອຍ, ເທື່ອທຽນ - ເຫ້ວ, ມໍລະດົກບໍ່ເປັນວັດຖຸລະດັບຊາດ; ແຜ່ນແພພື້ນເມືອງຊົນເຜົ່າ ເຮີແລ ບ້ານ ແຕງ, ບາເຕີ, ກວ໋າງຫງາັຍ… ບັນດາຜະລິດຕະພັນແຜ່ນແພພື້ນເມືອງໄດ້ເອົາມາວາງສະແດງຢູ່ທີ່ນີ້ແມ່ນບັນດາຊຸດເສື້ອຜ້າອາພອນ, ຖົງ, ຜ້າ… ເຊິ່ງບັນດານັກສິລະປະການລ້ວນແຕ່ເຮັດດ້ວຍມື. ເອື້ອຍ ກາທວາ, ຊາວເຜົ່າ ມ້າ, ຢູ່ບ້ານ ດ້າງິກ, ຕາແສງ ລົກເຈົາ, ນະຄອນບາວລົກ, ແຂວງເລິມດົ່ງ, ແບ່ງປັນວ່າ.

        “ຜ່ານງານ Festival ຄັ້ງນີ້, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ມີຫຼາຍຄົນຮູ້ຈັກເຖິງແຜ່ນແພພື້ນເມືອງຂອງພວກຂ້າພະເຈົ້າກວ່າ, ເພື່ອໃຫ້ບັນດາແມ່ຍິງມີວຽກເຮັດງານທຳເປັນປະຈຳກວ່າ ແລະ ຢາກຊອກຫາສົ້ນອອກໃຫ້ບັນດາຜະລິດຕະພັນນີ້. ຍ້ອນວ່າ, ຢູ່ບ້ານມີ 350 ຄອບຄົວ, ທັງ 350 ຄອບຄົວນັ້ນລ້ວນແຕ່ເຂົ້າຮ່ວມການຕ່ຳແຜ່ນແພພື້ນເມືອງ”.

        ມາຢ້ຽມຊົມເຂດວາງສະແດງບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳ, ນັກທ່ອງທ່ຽວຍັງເຫັນປະຈັກຕາບັນດາຜະລິດຕະພັນແຜ່ນແພພື້ນເມືອງທີ່ຫາຍາກ, ເປັນຄັ້ງທຳອິດທີ່ໄດ້ນຳມາວາງສະແດງຢູ່ງານ Festival ອາຊີບຫັດຖະກຳ ຄື: ຊຸດອາພອນທີ່ເປັນມູນເຊື້ອຂອງຊາວເຜົ່າ K’ho ແລະ ຊາວ ເຈົາມ້າ. ນີ້ແມ່ນ 2 ໃນຈຳນວນຊົນເຜົ່າສ່ວນໜ້ອຍທີ່ຍັງຮັກສາໄດ້ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນປະຈຳເຜົ່າຕົນໄວ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ