ເຄື່ອງເຄືອບດິນເຜົາແທງຮ່າ

(VOVWORLD) - ໂດຍຊ້ອນຕົວຢູ່ແຄມແມ່ນ້ຳ ທູໂບ່ນ, ຫ່າງຈາກ ໂຫ້ຍອານ ໄປທາງທິດຕາເວັນຕົກປະມານ 3 ກມ, ຄວາມງາມແບບທຳມະຊາດ, ລຽບງ່າຍຂອງໝູ່ບ້ານ ຜະລິດເຄື່ອງເຄືອບດິນເຜົາ ແທງຮ່າ, ທີ່ຂຶ້ນກັບຕາແສງ ແທງຮ່າ ໄດ້ສ້າງເປັນຄວາມງາມສະເພາະໃຫ້ແກ່ຄຸ້ມຖະໜົນ ໂຫ້ຍອານ ແລະ ຊາວກວາງນາມ.

ອາຊີບຜະລິດເຄື່ອງເຄືອບດິນເຜົາປະກົດມີຢູ່ ແທງຮ່າ ເມື່ອສະຕະວັດທີ 15. ນັບແຕ່ດົນນານມາແລ້ວ, ເມື່ອມາ ໂຫ້ຍອານ, ນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ຫຼືບັນດາຜູ້ນິຍົມເຄື່ອງເຄືອບດິນເຜົາລ້ວນແຕ່ມັກແວ່ຢາມສະຖານທີ່ແຫ່ງນີ້.

ເຄື່ອງເຄືອບດິນເຜົາແທງຮ່າ - ảnh 1ເຄື່ອງເຄືອບດິນເຜົາ

        ຄວາມປະທັບໃຈທຳອິດເມື່ອມາຢ້ຽມຢາມໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ແທງຮ່າ, ນັ້ນແມ່ນບັນດາຮ່ອມທາງທີ່ປູດ້ວຍດິນຈີ່, ແລະ ຫຼັງຄາເຮືອນທີ່ມຸງດ້ວຍດິນຂໍໂດຍບັນດານາຍຊ່າງໃນໝູ່ບ້ານເປັນຜູ້ຜະລິດເອງ. ບັນດາຮ້ານຂາຍເຄື່ອງເຄືອບດິນເຜົາຕັ້ງຢູ່ຕິດກັນ, ເຊິ່ງໄດ້ວາງສະແດງເຄື່ອງເຄືອບດິນເຜົາທີ່ເປັນເອກະລັກສະເພາະຂອງ ແທງຮ່າ ຄົບທຸກປະເພດ, ນັບແຕ່ເຄື່ອງເຄືອບດິນເຜົາສິລະປະ ຕະຫຼອດຮອດຜະລິດຕະພັນທີ່ນຳໃຊ້ໃນຊີວິດປະຈຳວັນ. ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ແທງຮ່າ ຍາມໃດກໍ່ມີນັກທ່ອງທ່ຽວມາຢ້ຽມຢາມ ແລະ ຄົ້ນຫາຢ່າງຄຶກໂຄມໜາແໜ້ນ.

        ຖ້າຫາກວ່າເຄື່ອງເຄືອບດິນເຜົາຂອງ ໂຖຮ່າ, ບັກຢາງ ໄດ້ຮັບການຜະລິດຈາກດິນດາກສີຂຽວ; ເຄື່ອງເຄືອບດິນເຜົາ ບາດຈ່າງ ຢູ່ ຮ່າໂນ້ຍ ຜະລິດຈາກດິນດາກສີຂາວ; ເຄື່ອງເຄືອບດິນເຜົາຂອງ ຝູ່ລ້າງ, ແຂວງ ບັກນິງ ຜະລິດຈາກດິນດາກສີເຫຼືອງແກ່ນັ້ນ; ເຄື່ອງເຄືອບດິນເຜົາ ແທງຮ່າ ພັດຜະລິດຈາກດິນດາກສີໝາກກະເບົາຢູ່ຕາມແມ່ນ້ຳ ທູໂບ່ນ, ເຊິ່ງແມ່ນດິນທີ່ມີຄວາມໜຽວ ແລະ ຕິດກັນດີ.

ເຄື່ອງເຄືອບດິນເຜົາແທງຮ່າ - ảnh 2 ອາຊີບຜະລິດເຄື່ອງເຄືອບດິນເຜົາ

        ເມື່ອຫາດິິນມາແລ້ວ, ນາຍຊ່າງ ຢູ່ ແທງຮ່າ ຕ້ອງປະສົມຄັ້ນໃສ່ກັນ, ບົ່ມດິນໄວ້ຈົນຮອດເມື່ອໃດດິນແຫຼກໜຽວດີຈຶ່ງໄດ້. ດ້ວຍເຕັກນິກສະເພາະໃນການປຸງແຕ່ງດິນດາກ, ບັນດາຂັ້ນຕອນການປັ້ນຄັ້ນນັ້ນ ຈຶ່ງເຮັດໃຫ້ຜະລິດຕະພັນຂອງ ແທງຮ່າ ມີຄວາມທົນທານ, ໝັ້ນໜຽວ ແລະ ເຫຼື້ອມດີ, ເຖິງວ່າຜະລິດຕະພັນຢູ່ທີ່ນີ້ບໍ່ທັນໄດ້ຮັບການເຄືອບກໍ່ຕາມ, ແຕ່ສິ່ງເປັນໜ້າສົນໃຈນັ້ນແມ່ນ ເຄື່ອງເຄືອບດິນເຜົ່າຢູ່ແທງຮ່າ ມີນໍ້າໜັກເບົາກວ່າບັນດາບັນດາຜະລິດ

ຕະພັນຊະນິດດຽວກັນຢູ່ທ້ອງຖິ່ນອື່ນໆ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້. ເອື້ອຍ ຫງວຽນທິບິກຕ໋ຽນ ຮາກຖານຜະລິດເຄື່ອງເຄືອບດິນເຜົາ ເລດຶກຕ໋ວນ, ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ແທງຮ່າ ໃຫ້ຮູ້ວ່າ, ເພື່ອຜະລິດເປັນເຄື່ອງເຄືອບດິນເຜົາອັນໜຶ່ງ,  ເຖິງວ່າຈະໃຫຍ່ ຫຼື ນ້ອຍ, ຂັ້ນຕອນສຳຄັນ ແລະ ເສຍເວລາຫຼາຍທີ່ສຸດ ແມ່ນຂັ້ນຕອນການປຸງແຕ່ງດິນດາກ.

ເຄື່ອງເຄືອບດິນເຜົາແທງຮ່າ - ảnh 3 ອາຊີບຜະລິດເຄື່ອງເຄືອບດິນເຜົາ

        “ ເມື່ອຖອກດິນດາກລົງຈາກລົດແລ້ວ, ຕ້ອງມີ ຜູ້ໜຶ່ງມາຢຽບດິນ, ເຂົາເຈົ້າຊີດນໍ້າໃສ່, ບົ່ມດິນໄວ້ 1 ວັນ, ຫຼັງຈາກນັ້ນ ແມ່ນໃຊ້ເຄື່ອງມືສອຍເປັນຕ່ອນນ້ອຍໆ, ແລ້ວທັບດິນໄປມາຈົນແຫຼກໜຽວດີ ຈຶ່ງໄດ້. ສ່ວນດິນນີ້ແມ່ນຕ້ອງມ່ານໍ້າ, ໃຫ້ອ່ອນ, ແລ້ວປະໄວ້ໃນຝຸຍ, ຫຼັງຈາກນັ້ນໃຊ້ຈັກຕີດິນໃຫ້ແຫຼວເພື່ອຕອງຫີນດ້ວຍຕາໜ່າງໃຫ້ໝົດ. ຖ້າຫີນບໍ່ໄດ້ເອົາອອກໝົດຈະບໍ່ສາມາດຜະລິດເຄື່ອງເຄືອບດິນເຜົາໄດ້

        ໝູ່ບ້ານເຄື່ອງເຄືອບດິນເຜົາ ແທງຮ່າ ປະຈຸບັນຍັງນໍາໃຊ້ວິທີຜະລິດເຄື່ອງເຄືອບດິນເຜົາທີ່ເປັນມູນເຊື້ອ ຄື: ໃຊ້ຕີນຢຽບໂມເຕີເພື່ອໃຫ້ເຄື່ອງປັ້ນປິ່ນ, ອຳນວຍຄວາມສະດວກໃຫ້ແກ່ການຮີດດີດເພື່ອສ້າງເປັນຮູບເປັນຮ່າງ. ທ່ານ ຫງວຽນວັນງຶ ຊ່າງຜະລິດເຄື່ອງເຄືອບດິນເຜົາ, ຜູ້ມີອາຍຸສູງໃນບ້ານ, ໃຫ້ຮູ້ວ່າ ຊາວບ້ານ ແທງຮ່າ ເບິ່ງຄືວ່າຜູ້ໃດກໍ່ຮູ້ຈັກວິທີເຮັດເຄື່ອງເຄືອບດິນເຜົາ ແຕ່ວ່າຢາກມີຄວາມຊໍານານແມ່ນຕ້ອງຮຽນດົນທີ່ສຸດ.

ເຄື່ອງເຄືອບດິນເຜົາແທງຮ່າ - ảnh 4ຜະລິດເຄື່ອງເຄືອບດິນເຜົາ

        “ເມື່ອຄາວຍັງນ້ອຍມີແຕ່ເບິ່ງລຸງປ້າອາວອາເຮັດຊື່ໆເທົ່ານັ້ນ, ແຕ່ເມື່ອເຕີບໃຫຍ່ມາແລ້ວ, ຢາກຜະລິດເຄື່ອງເຄືອບດິນເຜົາ, ຕົນເອງຕ້ອງໄດ້ຮຽນກ່ຽວກັບເຕັກນິກ, ຕ້ອງຜ່ານການຝຶກແອບ, ແລະ ມີຜູ້ແນະນໍາອີກຈຶ່ງສາມາດເຮັດໄດ້

        ຜະລິດຕະພັນ ພາຍຫຼັງທີ່ສ້າງເປັນຮູບເປັນຮ່າງແລ້ວ, ຈະຖືກປະໄວ້ໃຫ້ແຫ້ງເລັກນ້ອຍ, ເມື່ອເອົາມືຈັບໃສ່ເຫັນວ່າມັນບໍ່ຕິດອີກ ຈຶ່ງເອົາໄປຕາກແດດໃຫ້ແຫ້ງ ແລ້ວເອົາໄປເຜົາ. ເຕົາເຜົາຕ້ອງໄດ້ຮັບການສັບຊ້ອນຢ່າງເປັນລະບຽບ ເພື່ອ ປະຢັດເນື້ອທີ່ ແລະ ບໍ່ໃຫ້ຜະລິດຕະພັນບຽດກັນ. ອີງໃສ່ຜະລິດຕະພັນແຕ່ລະປະເພດ, ນາຍຊ່າງສາມາດເຜົາໃນເວລາແຕ່ 1-3 ວັນ. ທ່ານ ຫງວຽນວັນງຶ ໃຫ້ຮູ້ວ່າ:

        “ ເຕົາເຜົານີ້ສາມາດເຜົາຜະລິດຕະພັນໄດ້ປະມານ 500 ອັນ, ໃນເວລາ 15 ຊົ່ວໂມງ. ລະດັບໄຟຕ້ອງສະເໝີກັນ. ຢາກໃຫ້ຜະລິດຕະພັນມີຄວາມສວຍງາມ ຕ້ອງດັດປັບໄຟໃຫ້ຖືກກັບລະດັບ. ຖ້າຕ້ອງການເຜົາໃນລະດັບ 1000 ອົງສາ C ກໍ່ຕ້ອງຮັກສາໃຫ້ຢູ່ໃນລະດັບ 1000 ອົງສາ C ຫາກຫຼຸດກວ່າ 1000 ອົງສາ C ຜະລິດຕະພັນຈະບໍ່ງາມ.”

ເຄື່ອງເຄືອບດິນເຜົາແທງຮ່າ - ảnh 5ຜະລິດເຄື່ອງເຄືອບດິນເຜົາ

        ຜ່ານສີມືອັນຄ່ອງແຄ້ວຂອງນາຍຊ່າງ, ບັນດາຜະລິດຕະພັນທີ່ເຮັດດ້ວຍດິນເຜົາຄື: ໂຖ, ການໍ້າຊາ, ໄຫ, ຫຼື ຮູບສັດທີ່ມີຄວາມຜູກພັນໃນຊີວິດປະຈໍາວັນຄື ງົວ, ຄວາຍ, ໝູ, ເປັດ, ໄກ່…ຈະມີຊີວິດຊີວາກວ່າ. ນາຍຊ່າງຜະລິດເຄື່ອງເຄືອບດິນເຜົາ ບໍ່ພຽງແຕ່ປັ້ນດິນ, ເຜົາ, ເຄືອບ ເທົ່ານັ້ນ ຫາກຍັງຝາກຝັງຄວາມຮັກອາຊີບ ແລະ ຈິດວິນຍານຂອງຕົນໃສ່ຜະລິດຕະພັນອີກດ້ວຍ, ເພື່ອສ້າງເປັນບັນດາຄຸນຄ່າແຫ່ງການດຳລົງຊີວິດໃນຜະລິດຕະພັນແຕ່ລະຢ່າງ. ນາງ ເລທິຮ່ຽນເຈິ່ນ, ນາຍຊ່າງໜຸ່ມໃນໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ແບ່ງປັນວ່າ:

        “ພວກຂ້າພະເຈົ້າສ້າງເປັນບັນດາຜະລິດຕະພັນທີ່ສວຍງາມ, ດັ່ງນັ້ນຈຶ່ງມີຄວາມເອກອ້າງທະນົງໃຈຕໍ່ອາຊີບຂອງຕົນ. ຂ້າພະເຈົ້າສາມາດເຮັດໄດ້ຫຼາຍຢ່າງ. ຂ້າພະເຈົ້າຕ້ອງຊອກຮູ້, ຮຳ່ຮຽນ ແລະ ມີຫົວຄິດປະດິດສ້າງ ຈຶ່ງຜະລິດເປັນຜະລິດຕະພັນທີ່ສວຍງາມ, ມີລວດລາຍລະອຽດລະອໍ, ສາມາດຕອບສະໜອງຄວາມນິຍົມຂອງລູກຄ້າໄດ້ “.

        ເຖິງວ່າໄດ້ຜ່ານການຜັນແປຂອງປະຫວັດສາດມາເປັນເວລາຫຼາຍສະຕະວັດກໍ່ຕາມ, ແຕ່ບັນດານາຍຊ່າງໃນໝູ່ບ້ານ ແທງຮ່າ ຍັງຄົງຮັກສາອາຊີບຜະລິດເຄື່ອງເຄືອບດິນເຜົາທີ່ເປັນມູນເຊື້ອຂອງຕົນໄວ້. ແລະກໍ່ຈາກສະຖານທີ່ແຫ່ງນີ້ຈຶ່ງມີຜະລິດຕະພັນ ເຄື່ອງເຄືອບດິນເຜົາ ນັບລ້ານອັນ ຖືກສົ່ງໄປທົ່ວທຸກແຫ່ງພາຍໃນປະເທດ ແລະ ນຳໄປຕ່າງປະເທດພ້ອມກັບນັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ