ເຕືອງຈຸກ - ໝູ່ບ້ານສ້ອມແປງກະແຈ

(VOVWORLD) -ໂດຍຫ່າງຈາກໃຈກາງນະຄອນຮ່າໂນ້ຍໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 13 ກິໂລແມັດ ມີໝູ່ບ້ານບູຮານ ແຫ່ງຫນຶ່ງ ນັ້ນແມ່ນໝູ່ບ້ານ ເຕືອງຈຸກ ຂຶ້ນກັບຕາແສງ ຫງູຫຽບ ເມືອງ ແທງຈີ່ ນະຄອນ ຮ່າໂນ້ຍ. ກ່ອນນີ້ ໝູ່ບ້ານ ເຕືອງຈຸກ ຕັ້ງຢູ່ແຄມທາງຫລວງ, ໃກ້ກັບຕະຫລາດ ແລະ ທ່າແມ່ນ້ຳ ສະນັ້ນ ມີໄລຍະຫນຶ່ງໝູ່ບ້ານແຫ່ງນີ້ມີຊື່ສຽງດ້ວຍ ອາຊີບຄ້າຂາຍສິນຄ້າຢ່າງຄັບຄາຫນາແຫນ້ນພໍສົມຄວນ. ແຕ່ພໍມາຮອດທ້າຍສະຕະວັດທີ 19 ໝູ່ບ້ານແຫ່ງນີ້ ມີອາຊີບຫນຶ່ງອີກທີ່ເປັນເອກະລັກສະເພາະ ນັ້ນແມ່ນ ອາຊີບສ້ອມແປງກະແຈ. ປະຈຸບັນ ຊ່າງສ້ອມແປງກະແຈຢູ່ໝູ່ບ້ານເຕືອງຈຸກ ໄດ້ໄປເຖິງທົ່ວທຸກຫົນແຫ່ງໃນທົ່ວປະເທດເພື່ອສ້ອມແປງກະແຈ ແລະ ມີຫລາຍຄົນໄດ້ເປີດຮ້ານໃຫຍ່ ແລະ ສ້າງຄວາມຮັ່ງມີຈາກອາຊີບນີ້. 

ເຕືອງຈຸກ - ໝູ່ບ້ານສ້ອມແປງກະແຈ - ảnh 1 ນາຍຊ່າງແປງກະແຈທີ່ມີຄວາມຊໍານານຢູ່ ເຈືອງຕຸກ (ພາບ: thanhnien.vn)

ບັນດາຜູ້ເຖົ້າຜູ້ແກ່ມີອາຍຸເກືອບ 100 ປີ ຢູ່ ໝູ່ບ້ານເຕືອງຈຸກ ກໍ່ບໍ່ຮູ້ວ່າ ອາຊີບສ້ອມແປງກະແຈແມ່ນມີມາແຕ່ຍາມໃດ. ເຂົາເຈົ້າພຽງແຕ່ຮູ້ວ່າ ນັບແຕ່ເມື່ອກຳເນີດເກີດມາກໍ່ເດີນຕາມອາຊີບນີ້ແລ້ວ. ຢູ່ສາລາບ້ານ ເຕືອງຈຸກ ມີແທ່ນບູຊາຜູ້ກໍ່ຕັ້ງອາຊີບສ້ອມແປງກະແຈ ແລະ ຫລາຍຄອບຄົວມີຫ້ອງບູຊາຜູ້ກໍ່ຕັ້ງອາຊີບ ຍ້ອນເຮັດ ແລະ ສອນອາຊີບສ້ອມແປງກະແຈຢ່າງເຂັ້ມງວດ ສະນັ້ນ ໃນໄລຍະກວ່າ 100 ປີຜ່ານມາ, ມີຊາຍຫນຸ່ມຫລາຍຄົນໃນໝູ່ບ້ານເຕືອງຈຸກ ຍັງຄົງສືບຕໍ່ອາຊີບນີ້ຢູ່ ແລະ ກາຍເປັນຊ່າງທີ່ມີຄວາມຊໍານານ. ກ່ອນນີ້ ຊາວບ້ານ ເຕືອງຈຸກ ໄດ້ຫີ້ວຫີບເຄື່ອງມືທີ່ເຮັດດ້ວຍໄມ້ໄປເລາະແປງກະແຈຢູ່ທຸກສອກທຸກມູມຂອງ ຮ່າໂນ້ຍຄື: ຖະຫນົນ ບ່າກ້ຽວ, ຮ່າງແບ່, ຕະຫລາດເມີ.. ແຕ່ມາຮອດປະຈຸບັນ ຜູ້ມີອາຍຸສູງຫລາຍຄົນຢູ່ນະຄອນຫລວງ ຮ່າໂນ້ຍ ຍັງຈື່ຈຳສຽງເລາະຈ່າວແປງກະແຈທີ່ຊີນເຄີຍວ່າ “ກະແຈເດີ”, ນັ້ນແມ່ນສຽງຈ່າວຂອງບັນດານາຍຊ່າງສອ້ມແປງກະແຈ ເຕືອງຈຸກ. ຕາມການເວລາ ສຽງຈ່າວນັ້ນໄດ້ຝັງເລິກໃນດວງໃຈຂອງຫລາຍລຸ້ນຄົນ ເມື່ອເວົ້າເຖິງໝູ່ບ້ານ ເຕືອງຈຸກ, ຫລາຍຄົນກໍໄດ້ເອີ້ນວ່າ ໝູ່ບ້ານກະແຈເດີ. ໃນວິວັດການຫັນເປັນຕົວເມືອງ, ປັດຈຸບັນ, ໝູ່ບ້ານ ເຕືອງຈຸກໄດ້ກາຍເປັນເຂດຕົວເມືອງແລ້ວ.  ເມື່ອຍ່າງເຂົ້າໄປໃນທ່າມກາງແຖວເຮືອນຫລາຍຊັ້ນທີ່ທັນສະໄຫມນັ້ນ ຢູ່ສອງຟາກທາງປູຢາງຂອງໝູ່ບ້ານຍັງປະກົດມີປ້າຍຮັບສ້ອມແປງກະແຈຢູ່. ຊື່ງແມ່ນແຫ່ງມີປະຫວັດສ້ອມແປງກະແຈມາເປັນເວລາກວ່າ 1 ຮ້ອຍປີ, ໝູ່ບ້ານ ເຕືອງຈຸກ ຍັງຄົງແມ່ນສະຖານທີ່ເຕົ້າໂຮມຊ່າງສ້ອມແປງກະແຈທີ່ມີຄວາມຊໍານານຫລາຍຄົນ. ເຮືອນຂອງທ່ານ ຫງວຽນວັນທົງ, ຊື່ງເປັນຊ່າງສ້ອມແປງກະແຈຜູ້ໜຶ່ງ ຕັ້ງຢູ່ໃຈກາງໝູ່ບ້ານ ຍາມໃດກໍ່ມີສຽງຈັກຕັດ, ສຽງຖູກະແຈດັງກ້ອງກັງວານໄປທົ່ວໝູ່ບ້ານ.

ສຽງປະກອບ

ທ່ານ ຫງວຽນວັນທົງ, ເຊິ່ງແມ່ນຜູ້ ເຮັດອາຊີບສ້ອມແປງກະແຈຢູ່ໝູ່ບ້ານ ເຕືອງຈຸກ ມາເປັນເວລາຫລາຍປີ ໃຫ້ຮູ້ວ່າ: ຊາວບ້ານເຮັດອາຊີບນີ້ ບໍ່ລຳບາກພໍປານໃດ ແຕ່ກໍ່ມີບັນດາອະນຸສອນທີ່ບໍ່ອາດຫລົງລືມໄດ້.

ລຶວດຶກໝີ ຢູ່ ເມືອງເຈືອງດີ້ງ ຮ່າໂນ້ຍ ຖືກວົງການນາຍຊ່າງສ້ອມແປງກະແຈ ເອີ້ນວ່າ ແມ່ນນາຍຊ່າງທີ່ມີຄວາມຊໍານານກ່ຽວກັບກະແຈຢູ່ຮ່າໂນ້ຍ. ຄາວຍັງນ້ອຍ ບໍ່ທັນຮູ້ຫນັງສື ອ້າຍໝີ ເຄີຍຫີ້ວຫີບເຄື່ອງມືເຮັດດ້ວຍໄມ້ໄປແປງກະແຈນໍາພໍ່ຢູ່ທຸກສອກທຸກມູມ ຢູ່ຮ່າໂນ້ຍ. ນອກຈາກຮຽນອາຊີບສ້ອມແປງກະແຈຈາກພໍ່ເຖົ້າ ແລະ ພໍ່ຂອງຕົນແລ້ວ, ອ້າຍໝີ ຍັງຮຽນອາຊີບນີ້ຈາກຊ່າງເກັ່ງຫຼາຍຄົນໃນໝູ່ບ້ານເຕືອງຈຸກອີກດ້ວຍ. ເຖິງວ່າມີຄວາມຊໍານານໃນອາຊີບ, ຊ່ວຍໃຫ້ຄອບຄົວມີລາຍຮັບປານກາງກໍຕາມ,  ແຕ່ເມື່ອເຕີບໃຫຍ່ຂຶ້ນມາ, ລຶວດຶກໝີ ຍັງໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລການຄ້າ ໃນສາຂາ ການຕະຫຼາດ. ຮຽນຈົບມະຫາວິທະຍາໄລແລ້ວ, ເບິ່ງຄືວ່າ ໝີ ຈະຫັນໄປເຮັດອາຊີບໃໝ່ທີ່ເໝາະສົມກັບສະພາບການກວ່າ. ແຕ່ປະຫຼາດໃຈທີ່ສຸດ, ລາວໄດ້ຕັດສິນໃຈຫັນກັບມາເຮັດອາຊີບມູນເຊື້ອຂອງຄອບຄົວ. ເມື່ອຖືກຖາມກ່ຽວກັບການຕັດສິນໃຈຂອງຕົນ ອ້າຍລຶວດຶກໝີ ແບ່ງປັນວ່າ:

“ທີໜຶ່ງ ແມ່ນຕົນເອງໄດ້ຜູກພັນກັບອາຊີບນີ້ ມາເປັນເວລາຫລາຍປີ, ຄວາມຈິງແລ້ວໃນໄລຍະຮ່ຳຮຽນກໍ່ຍັງຄິດຮອດອາຊີບທີ່ເປັນມູນເຊື້ອນີ້ຢູ່ ແລະ ປາຖະໜາຢາກເກັບກຳເອົາບັນດາຄວາມຮູ້ທີ່ໄດ້ຮຽນມາ ເພື່ອຮັບໃຊ້ໃຫ້ແກ່ອາຊີບຂອງຕົນໃນອະນາຄົດ. ກໍ່ມີຄົນຖາມວ່າເປັນຫຍັງບໍ່ເຮັດອາຊີບອື່ນຄື ລົດໂອໂຕ, ລົດຈັກ… ແຕ່ຕາມຄວາມຄິດຂອງຕົນແລ້ວ ອາຊີບໃດກໍຄືກັນໝົດ. ບໍ່ມີອາຊີບໃດຫຼູຫຼາ ຫຼື ຕໍ່າຕ້ອຍໄປກວ່າກັນ. ທຸກອາຊີບລ້ວນແຕ່ນຳໄປເຖິງເປົ້າໝາຍສຸດທ້າຍແມ່ນຮັບໃຊ້ໃຫ້ແກ່ສັງຄົມເປັນຢ່າງດີ.

ໃນເລື່ອງລາວ ຂອງ ລຶວດຶກໝີ ຍັງໃຫ້ຮູ້ວ່າ: ປັດຈຸບັນ, ຊ່າງກະແຈ ບ້ານ ເຕືອງຈຸກ ໄດ້ໄປຢູ່ທົ່ວທຸກຫົນແຫ່ງໃນທົ່ວປະເທດ ເພື່ອເຮັດອາຊີບສ້ອມແປງກະແຈ, ຫຼາຍຄົນສາມາດເປີດຮ້ານໃຫຍ່ ແລະ ສ້າງຄວາມຮັ່ງມີດ້ວຍອາຊີບນີ້. ດຽວນີ້ ລຶວດຶກໝີ ກໍ່ໄດ້ສ້າງຕັ້ງບໍລິສັດ ທີ່ມີສາຂາຢູ່ທັງສາມພາກ ເໜືອ - ກາງ - ໃຕ້. ບໍລິສັດຂອງ ລຶວດຶກໝີ ບໍ່ພຽງແຕ່ເຮັດບໍລິການສ້ອມແປງກະແຈເທົ່ານັ້ນ ແຕ່ຍັງເປັນບ່ອນສະໜອງບັນດາອຸປະກອນ, ບັນດາປະເພດກະແຈທີ່ມີຄວາມປອດໄພ ເຊິ່ງທ້ອງຕະຫຼາດຍັງບໍ່ເຄີຍມີມາກ່ອນອີກດ້ວຍ. ລຶວດຶກໝີ ຍັງມີຊື່ສຽງໃນວົງການນາຍຊ່າງ ກ່ຽວກັບຄວາມຊໍານານ ໃນການປົດລັອກກະແຈ. ລາວສາມາດປົດລັອກກະແຈໄດ້ທຸກໆປະເພດດ້ວຍລະຫັດບັດຂອງບັນດາປະເພດ ລົດໂອໂຕ, ລົດຈັກ ຕະຫຼອດຮອດບັນດາກະແຈທີ່ຖືວ່າທັນສະໄໝ ແລະ ມີຄວາມປອດໄພທີ່ສຸດໃນປັດຈຸບັນ. ລຶວດຶກໝີ ຢັ້ງຢືນດ້ວຍຄວາມໝັ້ນໃຈວ່າ: “ໃນ 24 ຊົ່ວໂມງ, ຂ້າພະເຈົ້າສາມາດຄົ້ນຫາກົດເກນການປົດລັອກ ບໍ່ວ່າຈະເປັນກະແຈປະເພດໃດກໍໄດ້”. ລຶວດຶກໝີ ອະທິບາຍ:

“ປັດຈຸບັນເຕັກໂນໂລຊີ ຜະລິດກະແຈໄດ້ພັດທະນາຫຼາຍທີ່ສຸດ ດ້ວຍເຕັກໂນໂລຊີໃໝ່ຫຼາຍຢ່າງ ຄື ກະແຈໄຂດ້ວຍລະຫັດບັດ, ກະແຈປົດລັອກດ້ວຍລະຫັດຕົວເລກແຕ່ສຳລັບຂ້າພະເຈົ້າແລ້ວ ສິ່ງທີ່ຍາກທີ່ສຸດ ແມ່ນກະແຈທີ່ເຮົາຍັງບໍ່ທັນທໍາຄວາມເຂົ້າໃຈກັບມັນ. ຖ້າເຮົາເຂົ້າໃຈກົດເກນ, ທາດແທ້ຂອງມັນ ແລ້ວເຮົາກໍ່ສາມາດສ້ອມແປງມັນໄດ້.

ເຕືອງຈຸກ - ໝູ່ບ້ານສ້ອມແປງກະແຈ - ảnh 2 ທ່ານລຶວດຶກໝີພ້ອມກັບພໍ່ ກໍາລັງຄົ້ນຄວ້າກ່ຽວກັບກະແຈ (ພາບ: thanhnien.vn)

ຕາມບັນດາຜູ້ອາວຸໂສ ໃນບ້ານ ເຕືອງຈຸກ ແລ້ວ, ອາຊີບກ່ຽວກັບກະແຈ ແມ່ນຮຽນຍາກທີ່ສຸດ ເພາະມັນເປັນອາຊີບ ສືບທອດມາຈາກຄົນລຸ້ນກອ່ນ. ແຕ່ກ່ອນຈົນມາຮອດປັດຈຸບັນຍັງບໍ່ທັນມີຫ້ອງຮຽນ ຫຼື ໂຮງຮຽນມະຫາວິທະຍາໄລໃດສອນອາຊີບສ້ອມແປງກະແຈ. ເພື່ອກາຍເປັນຊ່າງທີ່ມີສີມືດີນັ້ນ ຕ້ອງມານະພະຍາຍາມດຸໝັ່ນຝຶກຝົນ, ຕົ້ນຕໍກໍ່ແມ່ນຕ້ອງຊອກຄົ້ນສຶກສາດ້ວຍຕົນເອງ. ແລະ ສິ່ງສຳຄັນທີ່ສຸດ ເຊິ່ງບັນດາຜູ້ອາວຸໂສ ກຸ່ມໝູ່ບ້ານອາຊີບ ເຕືອງຈຸກ ໄດ້ສອນຕໍ່ໆກັນມານັ້ນ ແມ່ນຈິດໃຈຂອງຜູ້ເປັນນາຍຊ່າງ, ໄດ້ເຮັດອາຊີບຕ້ອງມີຄວາມສຸດຈະຫຼິດ, ຈິງໃຈໃນການທໍາມາຫາກິນ, ບໍ່ປ່ອຍໃຫ້ພວກຄົນບໍ່ດີສວຍໃຊ້ເຮັດໃນສິ່ງທີ່ບໍ່ດີ.


ຕອບກັບ

ຂ່າວ/ບົດ​ອື່ນ