ໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ”

(VOVWORLD) -ໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ໂດຍສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ກໍ່ສ້າງຢູ່ບ້ານ ບາດຈ່າງ, ຮ່າໂນ້ຍ ເປັນເວລາເກືອບ 1 ປີມານີ້. ຕາມແຜນການແລ້ວ, ຄາດວ່າ ໂຄງການດັ່ງກ່າວຈະໄດ້ສ້າງສຳເລັດໃນທ້າຍປີ 2019.

ໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” - ảnh 1(ໝູ່ບ້ານ ບາດຈ່າງ)

ນີ້ຈະແມ່ນບ່ອນເກັບກຳ, ອະນຸລັກຮັກສາ ແລະ ແນະນຳ, ໂຄສະນາສິລະປະຍອດຍິ່ງຂອງບັນດາໝູ່ບ້ານຫັດຖະກຳຫວຽດນາມ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ປະຈຸບັນ, ຢູ່ຫວຽດນາມ ມີໝູ່ບ້ານຫັດຖະກຳກວ່າ 5400 ບ້ານ, ດ້ວຍປະມານ 50 ຂະແໜງອາຊີບ, ໃນນັ້ນສະເພາະຢູ່ຮ່າໂນ້ຍ ມີ 1350 ບ້ານຫັດຖະກຳ, ກວມເອົາ 1/3 ຈຳນວນໝູ່ບ້ານຫັດຖະກຳໃນທົ່ວປະເທດ. ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໄດ້ເລືອກເອົາຮ່າໂນ້ຍ ແມ່ນສະຖານທີ່ທົດລອງໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ຍ້ອນຮ່າໂນ້ຍ ແມ່ນບ່ອນເຕົ້າໂຮມ, ພົວພັນແລກປ່ຽນ, ແຜ່ຂະຫຍາຍອາຊີບທີ່ເປັນມູນເຊື້ອຫວຽດນາມ. ບາດຈ່າງ ພັດແມ່ນໜຶ່ງໃນບັນດາໝູ່ບ້ານດີເດັ່ນທີ່ສຸດຂອງຫວຽດນາມ ຍ້ອນມີຖັນແຖວນັກສິລະປະການຫຼາຍກວ່າໝູ່ໃນທົ່ວປະເທດ (ນັກສິລະປະການມີ 75 ຄົນ) ແລະ ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງບ້ານ ບາດຈ່າງ ມີລັກສະນະລະດັບຊາດ, ສົ່ງອອກໄປຍັງຫຼາຍປະເທດໃນໂລກ.

        ໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ໄດ້ຮັບການກໍ່ສ້າງດ້ວຍມູນຄ່າ 100 ຕື້ດົ່ງ (ກວ່າ 4 ລ້ານ USD), ມີເນື້ອທີ່ກວ້າງ 3.300 ຕາແມັດ, ເພື່ອນຳວາງສະແດງຜະລິດຕະພັນເຄື່ອງປັ້ນດິນເຜົາ, ເຄື່ອງຈັກສານດ້ວຍຫວາຍ ແລະ ໄມ້ໃຜ່, ຜະລິດຕະພັນຈາກໄມ້, ເຄື່ອງສິລະປະຫັດຖະກຳ… ທ່ານນາງ ຮ່າທິວິງ, ຮອງປະທານສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ, ປະທານສະຫະສະມາຄົມສິລະປະຫັດຖະກຳ ແລະ ໝູ່ບ້ານຫັດຖະກຳຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ຮູບແບບຂອງພວກຂ້າພະເຈົ້າມີສູນແນະນຳບັນດາຜະລິດຕະພັນຂອງບັນດາໝູ່ບ້ານຫັດຖະກຳດີເດັ່ນທີ່ສຸດຂອງຮ່າໂນ້ຍ, ຂອງບັນດານັກສິລະປະການທີ່ຕາງໜ້າໃຫ້ບັນດາໝູ່ບ້ານຫັດຖະກຳດີເດັ່ນຂອງຫວຽດນາມ. ຄາດວ່າ, ພວກຂ້າພະເຈົ້າຈະຈັດແຕ່ 15 – 20 ໝູ່ບ້ານຫັດຖະກຳທີ່ດີເດັ່ນຂອງຫວຽດນາມ. ຜ່ານນັ້ນ, ແນະນຳເຖິງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມີຄວາມເຂົ້າໃຈກ່ຽວກັບຈິດວິນຍານ, ສີສັນວັດທະນະທຳຂອງຊາດຫວຽດນາມ ຜ່ານຂະແໜງສິລະປະຫັດຖະກຳ. ນອກນັ້ນ, ສູນດັ່ງກ່າວກໍ່ໄດ້ເຊື່ອມຕໍ່ກັບບັນດາລາຍການທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານ ບາດຈ່າງ. ພວກຂ້າພະເຈົ້າຢາກພານັກທ່ອງທ່ຽວໄປຢ້ຽມຢາມບ້ານຂອງບັນດານັກສິລະປະການຢູ່ບ້ານ ບາດຈ່າງ, ເລົ່າເລື່ອງໃຫ້ເຂົ້າເຈົ້າຟັງກ່ຽວກັບເລື່ອງລາວຂອງໝູ່ບ້ານຫັດຖະກຳ”.

        ກິດຈະກຳ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ຍັງມີຄ້າຍແຫ່ງໜຶ່ງເພື່ອປະດິດອອກບັນດາສິລະປະທີ່ສະຫງວນໃຫ້ບັນດານັກສິລະປະການ, ນັກສິລະປິນ, ນັກສຶກສາມະຫາວິທະຍາໄລວິຈິດສິນອຸດສາຫະກຳ, ກໍ່ຄືບັນດາຜູ້ທີ່ນິຍົມເຄື່ອງປັ້ນດິນເຜົາ. ນະທີ່ນີ້, ມີພາຫະນະເຕັກນິກ, ເຄື່ອງຈັກ, ເຄື່ອງມື, ວັດຖຸດິບຢ່າງຄົບຖ້ວນເພື່ອປະດິດອອກບັນດາຜະລິດຕະພັນ. ໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ໄດ້ປຽບເໝືອນດັ່ງຫໍພິພິຕະພັນໝູ່ບ້ານຫັດຖະກຳ. ທ່ານນາງຮອງສາດສະດາຈານ, ປະລິຍາເອກ ໂດ້ທິຫາວ, ຮອງປະທານສະມາຄົມສິລະປິນພື້ນເມືອງຫວຽດນາມ, ຖືວ່າ.

        “ພວກເຮົາມີຫໍພິພິຕະພັນຫຼາຍປະເພດ, ແຕ່ບໍ່ມີຫໍພິພິຕະພັນສິລະປະຫັດຖະກຳ. ນີ້ຈະແມ່ນບ່ອນເຕົ້າໂຮມ, ອະນຸລັກຮັກສາ ແລະ ເຊື່ອມຕໍ່ບັນດາສິ່ງຍອດຍິ່ງ, ຄວາມເກັ່ງກ້າສາມາດປະດິດຄິດສ້າງຂອງລຸ້ນພໍ່, ລຸ້ນອ້າຍຂອງພວກເຮົາ. ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ບໍ່ພຽງແຕ່ສະຫງວນໃຫ້ພວກເຮົາໃນວັນນີ້ເທົ່ານັ້ນ, ຫາກຍັງປະໄວ້ໃຫ້ລຸ້ນຕໍ່ໆໄປອີກດ້ວຍ”.

        ນະຄອນຫຼວງຮ່າໂນ້ຍ ແມ່ນສະຖານທີ່ມີໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຫຼາຍກວ່າໝູ່ໃນທົ່ວປະເທດ ແລະ ກໍ່ແມ່ນບ່ອນມີນັກສິລະປະການທີ່ມີຄວາມເກັ່ງກ້າສາມາດຍອດຍິ່ງຫຼາຍຄົນທີ່ສຸດໃນທົ່ວປະເທດ. ເມື່ອໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ໄດ້ຮັບການສ້າງຕັ້ງສຳເລັດແລ້ວ, ສະຖານທີ່ແຫ່ງນີ້ຈະຈັດບັນດາການສະແດງສີມືການຊ່າງໃນທົ່ວປະເທດ, ການແຂ່ງຂັນອາຊີບລະຫວ່າງບັນດານັກສິລະປະການ, ນາຍຊ່າງເກັ່ງຂອງບັນດາໝູ່ບ້ານຫັດຖະກຳໃນທົ່ວປະເທດເປັນປະຈຳ. ຜ່ານນັ້ນ, ໄດ້ອະນຸລັກຮັກສາ, ເສີມຂະຫຍາຍໝູ່ບ້ານຫັດຖະກຳ, ສົ່ງເສີມການສອນອາຊີບໃຫ້ບັນດາໝູ່ບ້ານຍັງບໍ່ທັນມີໝູ່ບ້ານຫັດຖະກຳ, ຍ້ອນຖັນແຖວນັກສິລະປະການໄດ້ສວມບົດບາດສຳຄັນໃນໝູ່ບ້ານຫັດຖະກຳ. ທ່ານ ດ່າມຕ໊ຽນທັ໊ງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ບໍ່ວ່າຢູ່ໝູ່ບ້ານຫັດຖະກຳໃດ ຖ້າຢາກພັດທະນາໄດ້ກໍ່ຕ້ອງມີນັກສິລະປະການ. ເຄື່ອງກົນຈັກບໍ່ສາມາດປ່ຽນແທນສີມືຂອງຄົນເຮົາໄດ້. ນັກສິລະປະການແມ່ນຈິດວິນຍານ, ແມ່ນສີສັນຂອງໝູ່ບ້ານຫັດຖະກຳ,  ແມ່ນບ່ອນອີງທາງດ້ານຈິດໃຈ ພ້ອມທັງແມ່ນກຳລັງໜູນເພື່ອພັດທະນາໝູ່ບ້ານຫັດຖະກຳ. ຖ້າຫາກໝູ່ບ້ານຫັດຖະກຳບໍ່ມີນັກສິລະປະການ, ໝູ່ບ້ານນັ້ນຄືວ່າບໍ່ມີຈິດວິນຍານ, ຈະຖືກສູນເສຍໄປ ແລະ ໃນອະນາຄົດອາດຈະຖືກສູນຫາຍໄປອີກດ້ວຍ”.

        ພາຍຫຼັງໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ຢູ່ບ້ານ ບາດຈ່າງ ແລ້ວ, ສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ຈະສ້າງບັນດາໂຄງການທີ່ຄ້າຍຄືກັນຢູ່ບາງໝູ່ບ້ານຫັດຖະກຳທີ່ມີຊື່ສຽງຂອງຮ່າໂນ້ຍ, ກ່ອນອື່ນແມ່ນຢູ່ບ້ານແພໄໝ ວ້ານຟຸກ, ເມືອງຮ່າດົງ. ຫຼັງຈາກນັ້ນ, ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ຈະສືບຕໍ່ທະວີຄູນບັນດາໂຄງການ “ສິ່ງຍອດຍິ່ງຂອງໝູ່ບ້ານຫັດຖະກຳຫວຽດນາມ” ຢູ່ທັງພາກກາງ - ພາກເໜືອ - ພາກໃຕ້ຂອງຫວຽດນາມຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ