ໂຄງປະກອບ, ການຈັດຕັ້ງບ່ອນຢູ່ອາໄສຂອງໝູ່ບ້ານຫວຽດ

(vovworld) - ສ​ຳ​ລັບ​ໝູ່​ບ້ານ ຫວຽດ​ ແລ້ວ, ສັນ​ຍາ​ລັກ​ແຫ່ງ​ການ​​ປົກ​ຄອງ​ດ້ວຍ​ຕົນ​ເອງ ແມ່ນ​ສຸ​ມ​ໄມ້​ໄຜ່​ຢູ່​ອ້ອມ​ໝູ່​ບ້ານ ແລະ ປະ​ຕູ​ໂຂງ​. ສ​ຳ​ລັບ​ປະ​ຊາ​ຊົນ​ຢູ່ໝູ່​ບ້ານ​​ຫວຽດກ່ອນ, ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ລ້ວນ​ແຕ່​ດຳ​ເນີນ​ພາຍ​ໃນ​ສຸມ​ໃມ້​ໄຜ່. ຍ້ອນ​ເຫດນັ້ນ, ໝູ່​ບ້ານ​ແມ່ນ​ອົງ​ການຈັດ​ຕັ້ງ​ສັງ​ຄົມ​​ແບບ​ວົງປິດພ​ໍ​ສົມ​ຄວນ, ຈາກນັ້ນ​ສ້າງ​ເປັນ​ມູນ​ເຊື້ອ​ມາ​​ແຕ່​ດົນ​ນານ, ນັ້ນ​ແມ່ນ​ສະ​ຕິ​​ເປັນເອ​ກະ​ລາດ, ການ​ຈັດ​ຕັ້ງ​​ບ່ອນ​ຢູ່​ອາ​ໄສ​ຂອງ​ວົງ​ຄະ​ນະ​ຍາດຢ່າງ​ແໜ້ນ​ແຟ້ນ ແລະ ເປັນ​ປົກ​ກະ​ຕິ. ໂຕ​ຕວນ, ນັກ​ຂ່າວ VOV ມີ​ບົດ​ຂຽນ “ໂຄງ​ປະ​ກອບ, ການ​ຈັດ​ຕັ້ງ​ບ່ອນ​ຢູ່​ອາ​ໄສ​ຂອງ​ໝູ່​ບ້ານ ຫວຽດ”

ໂຄງປະກອບ, ການຈັດຕັ້ງບ່ອນຢູ່ອາໄສຂອງໝູ່ບ້ານຫວຽດ - ảnh 1
ສຸມ​ໄມ້​ໄຜ່

        ການ​ຈັດ​ຕັ້ງ​ປະ​ຊາ​ຄົມ​ຂອງ​ໝູ່​ບ້ານ ຫວຽດ ມີ​ລັກ​ສະ​ນະ​ແບບ​ວົງ​ປິດ​ໂດຍ​ພື້ນ​ຖານ. ໂຄງ​ປະ​ກອບ​ໝູ່​ບ້ານ ຫວຽດ ​ປະ​ກອບ​ດ້ວຍຫຼາຍ​​ບ້ານ, ຮ່ອມ​ບ້ານ. ການ​ຈັດ​ຕັ້ງ​ໝູ່​ບ້ານກໍ່​ມີຫຼາຍ​ຮູບ​ແບບ. ໝູ່​ບ້ານ​​ຕາມ​ເລືອດ​ເນື້ອ​ ເຊື້ອ​ສາຍ, ວົງ​ຕະ​ກຸນດຽວ​ກັນ, ໝູ່​ບ້ານ​ທີ່​ມີ​ອາ​ຊີບດຽວ​ກັນ, ເຕົ້າ​ໂຮມ​ກັນ​​ເປັນ​ສະ​ມາ​ຄົມ, ໝູ່​ບ້າ​ນ​ອາ​ຊີບ​ຫັດ​ຖະ​ກຳ… ຜ່ານ​ການ​ເວ​ລາ, ແບບ​ແຜນ​ດຳ​ລົງ​ຊີ​ວິດ ແລະ ໃນ​ການ​ຜະ​ລິດ​ໄດ້​ສ້າງ​ເປັນສະ​ຕິ​ການ​ຈັດ​ຕັ້ງ​ວົງ​ຄະ​ນະ​ຍາດ​ສັງ​ຄົມ​ໃນ​ບັນ​ດາ​ໝູ່​ບ້ານ. ນັກ​ສາ​ຖາ​ປາ​ນິກ ຫງວຽນ​ຮ່​ວາຍ​ວຽດ, ​ຢູ່ໝູ່​ບ້ານ​ເອືອກ​ເລ້, ຊານ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ໄດ້​ແບ່ງ​ປັນ​ວ່າ:

        “ບັນ​ດາ​ໝູ່​ບ້ານ ຫວຽດ ເຄີຍ​ຈັດ​ຕັ້ງ​ບ່ອນ​ຢູ່​ອາ​ໄສ​​ທີ່ເໝາະ​ສົມ​ກັບ​ວຽກ​ງານ. ສຳ​ລັບ​ບັນ​ດາ​ໝູ່​ບ້ານ​​ຜະ​ລິດ​ກະ​ສິ​ກຳ​​ເປັນ​ຕົ້ນ, ການ​ຈັດ​ຕັ້ງ​ບ່ອນ​ຢູ່​ອາ​ໄສ, ເສັ້ນ​ທາງ​ເຂົ້າ​ບ້ານ, ຮ່ອມ​ບ້ານ… ລ້ວນ​ແຕ່​​ມຸ່ງໄປ​ເຖິງ​ເຂດ​ທົ່ງ​ນາ, ​ເພື່ອສ້າງ​ຄວາ​ມ​ສະດວກ​ໃຫ້​ແກ່​ການ​ຜະ​ລິດ: ການ​ຂົນ​ສົ່ງເຂົ້າ, ການ​ລ້ຽງ​ງົວ, ລ້ຽງ​ຄວ​າຍ​.”

        ດ້ວຍ​ບັນ​ດາ​ລັກ​ສະ​ນະ​ດັ່ງ​ກ່າວ, ການ​ຈັດ​ຕັ້ງ​ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ໝູ່​ບ້ານ​ ຫວຽດ​ນາມ ຍາ​ມ​ໃດ​ກໍ່ອີງ​ຕາມຫຼັກ​ການ: ເຄົາ​ລົບ​ນ້ຳ​ໃຈ​ຮັກ​ແພງ, ດຳ​ລົງ​ຊີ​ວິດ​ແບ​ບ​​ຄົງ​ທີ່​, ບໍ່​ມັກ​ຍ້າຍ​​ໄປບ່ອນ​ຢູ່, ຖື​ວົງ​ຕະ​ກຸນ, ​ຍາດ​ຕິ​ພີ່​ນ້ອງບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ສາຍ​ພົວ​ພັນ ແລະ ຈີນ​ຕະ​ນາ​ການ​​ແບບ​ແຜນດຳ​ລົງ​ຊີ​ວິດ​ມີ​ລັກ​ສະ​ນະ​ເປັນ​ບົດ​ຮຽນ. ຊ​າວ ຫວຽດ ດຳ​ລົງ​ຊີ​ວິດ​ໃນ​ໝູ່​ບ້ານ​​ດຽວ​ກັນ, ຢູ່​​ບ້ານ​ຕ່າງ​ໆ ເຖິງວ່າບໍ່​ມີ​ການ​ພົວ​ພັນ​​ເລືອດ​ເນື້ອ​ເຊື້ອສາຍ​​ດຽວ​ກັນ ແຕ່​​ເຂົາ​ເຈົ້າ​ຍັງ​ມີ​ການພົວ​ພັນຢ່າງ​​ແໜ້ນແຟ້ນ​ນຳ​ກັນ ​ສ້າງ​ເປັນ​​ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ​ທີ່​ສະ​ໜິດ​ສະ​ໜົມ, ​ເຊິ່ງ​ສະ​ແດງ​​ອອກໃນ​ຄ​ຳເວົ້າ​​ທີ່​ວ່າ: “ຍາມ​ຕົກ​ທຸກ​ໄດ້​ຍາກ ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບ້ານ​ໃກ້​ເຮືອນ​ຄຽງ” ແລະ “ພີ່​ນ້ອງ​ຢູ່​ໄກ​ກໍ່​ບໍ່​ເທົ່າ​ເພື່ອ​ນ​ຢູ່​ບ້ານ​ໃກ້​”. ​ສິ່ງ​ທີ່ຊາວ ຫວຽດ ຢ້ານ​ທີ່​ສຸດ​ນັ້ນແມ່ນ​ຖືກ​​ຂັບ​ໄລ່ອອກ​ຈາກ​ໝູ່​ບ້ານ, ບໍ່​​ຢາກ​ປະ​ລະ​ເຮືອນ​​ຊານ, ​ໝູ່​ບ້ານ​ໄປ​ອາ​ໄສ​ຢູ່​ບ່ອນ​ອື່ນ. ໝູ່​ບ້າ​ນ​ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ, ແມ່ນ​ບ່ອນ​ທີ່​ທຸກໆ​ຄົນ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ນຳ​ກັນ​ດ້ວຍ​​ສາຍ​ພົວ​ພັນ​ເລືອດ​ເນື້ອ​ເຊື່ອ​ສາຍ​ດຽວ​ກັນ, ການ​ພົວ​ພັນ​ໃນ​ວົງ​ຄະ​ນະ​ຍາດ ແລະ ການ​ພົວ​ພັນ​​ໃນການ​ຜະ​ລິດ.

        ມີຫຼັກ​ການ​ສຳ​ຄັນ​ໜຶ່ງ​ອີກ​ທີ່ສ້າງ​ເປັນໝູ່​ບ້ານ​ທີ່​ມີ​ລັກ​ສະ​ນະ​ວົງ​ຄະ​ນະ​ຍາ​ດ​ເນັ້ນ​ແມ່ນ​ບັນ​ດາ​ສັນ​ຍາ​ລັກ​ທີ່​ເປັນ​ມູ​ນ​ເຊື້ອ​ຄື: ຕົ້ນ​ໄຮ, ທ່າ​ນ້ຳ, ເດີ​ນ​ສາ​ລາ. ບັນ​ດາໝູ່​ບ້ານ​ຂອງ​ຊາວ ຫວຽດ​ນາມ ເກືອບ​ທັງ​ໝົດລ້ວນ​ແຕ່​ເຕົ້າ​ໂຮມ​ທັງ 3 ​ສັນ​ຍາ​ລັກ​ດັ່ງ​ກ່າວ. ເຖິງວ່າ​ຈະໄດ້​ໄປ​ຢູ່​ໄກ​ເທົ່າ​ໃດ​ອາ​ໄສ, ເຮັດ​ວຽກ​ຢູ່​ບ່ອນ​ໃດ​ ເມື່ອ​ກັບ​ເມືອ​ບ້ານ, ຮູບ​ພາບທຳ​ອິດ​ທີ່​ເຂົາ​ເຈົ້າ​​ຢາກ​ໄດ້​ເຫັນ​ນັ້ນ​ແມ່ນ​ປະ​ຕູ​ໂຂງ ແລະ ຕົ້ນ​ໄຮ ຢູ່​ຫົວ​ໝູ່​ບ້ານ. ປະ​ຕູ​ໂຂງ​ແມ່ນ​ບ່ອນ​​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງໝູ່​ບ້ານ​ກັບ​ໂລກ​ພາຍນອກ. ປະ​ຕູ​ໂຂງ​ແມ່​ນ​ສັນ​ຍາ​ລັກ, ​ສະ​ແດງ​​ໃຫ້​ເຫັນຄວາມ​ງາມ, ​ແບບ​ແຜນ​ດຳ​ລົງ​ຊີ​ວິດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ໝູ່​ບ້ານ. ທ່ານ​ໂຕ​ຊວນ​ຖັງ, ຢູ່ ແຄ໋ງ​ເວີນ, ເຊິ່ງ​ແມ່ນ​ໝູ່​ບ້ານ​ບູ​ຮານ​ຢູ່​ແຂວງ ຮ່າ​ໄຕ ເກົ່າ (ຊາ​ນ​ນະ​ຄອນ ຮ່າ​ໂນ້ຍ) ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ບ່ອນ​ຢູ່​ອາ​ໄສຂອງ​ໝູ່​ບ້ານ​ຕົນ:

        “ບ້ານ​ເກີດ​ຂອງ​ຂ້າພະເຈົ້າມີຊື່ວ່າ ແຄ໋ງເວີນ. ແຄ໋ງເວີນມີຄວາມໝາຍວ່າເມກງາມ. ຕາມ​ເລື່ອງ​ລາວ​ກ່ຽວ​ກັບ​ບ້ານນີ້​ແລ້ວ, ເມື່ອເຈົ້າຊີວິດເລ ເຄື່ອນພົນຜ່ານໝູ່ບ້ານນີ້, ເຫັນວ່າມີກ້ອນເມກ​ທີ່​ສວຍງາມ​ເຊິ່ງ​ໄດ້​ປົກ​ປິດ​ໃຫ້ທັງກອງທັບ, ​ເພິ່ນ​ຈຶ່ງຕັ້ງຊື່ໃຫ້ໝູ່ບ້ານນີ້ວ່າ ແຄ໋ງເວີນ. ໝູ່ບ້ານແຄ໋ງເວີນ ຕັ້ງຢູ່ແຄມແມ່ນຳ້ ໂຕລີກ, ມີຄວາມງາມແບບສະຫງົບງຽບ, ໝູ່ບ້ານກ້ວາງພໍສົມຄວນ, ປະຊາຊົນໃນໝູ່ບ້ານຫຼາຍລຸ້ນຄົນ​ມີ​ຄວາມ​ສະ​ໜິດ​ຕິດ​ພັນກັບທຳມະຊາດ ແລະ ມີ​ວິ​ຖີ​ແບບແຜນ​ການດຳລົງຊິວິດແບບ​ສະ​ບາຍ​ໃຈ.

ໂຄງປະກອບ, ການຈັດຕັ້ງບ່ອນຢູ່ອາໄສຂອງໝູ່ບ້ານຫວຽດ - ảnh 2
ຮູບ​ພາບ​ທ່າ​ນ້ຳ, ຕົ້ນ​ໄຮ​ໃນ​ໝູ່​ບ້ານ ຫວຽດ​ນາມ

       ​ນອກ​ຈາກກັບຕົ້ນໄຮ, ປະຕູໂຂງ, ທ່ານຳ້ແລ້ວ, ອາດ​ຈະ​ມີ​ແມ່​ນ້ຳຕອນໜຶ່ງ ໄຫຼຜ່ານໝູ່ບ້ານ ຫຼື ໜອງໃຫຍ່ແຫ່ງໜຶ່ງ ​ມີແມ່ນບ່ອນພົບປະແລກປ່ຽນ, ໂອ້ລົມຂອງພວກແມ່ຍິງ ໃນການເຄ່ື່ອນໄຫວດຳລົງຊີວິດ... ຖ້າ​ຫາກວ່າທ່ານຳ້ແມ່ນບ່ອນ ເນີນຊີວິດຂອງພວກເອື້ອຍແມ່ຍິງນັ້ນ, ເດີນສາລາແມ່ນສະຖານທີ່ດຳເນີນຊີວິດຂອງ ຜູ້ຊາຍໃນໝູ່ບ້ານ. ສາລາບ້ານແມ່ນຈຸດໃຈກາງຂອງໝູ່ບ້ານຫວຽດ. ທັງໝົດວຽກງານ ສຳຄັນ​ທັງ​ໝົດໃນໝູ່ບ້ານລ້ວນແຕ່ໄດ້ຮັບການຈັດຕັ້ງຢູ່ທີ່ນີ້ຄື: ​ການ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ຂອງ​ໝູ່​ບ້ານການພິ​ພາກ​ສາ, ​ການຕ້ອນຮັບແຂກ, ​ຈັດງານບຸນ, ວັດທະນະທຳສີລະປະ, ການບັນເທິງ. ສາລາບ້ານແມ່ນບ່ອນ​ເຕົ້າ​ໂຮມ​ຂອງບັນດາຜູ້​ອາ​ຍຸ​ສູງ, ບັນດາຜູ້ມີອິດທິພົນຊື່ສຽງຂອງໝູ່ບ້ານ​ແມ່ນ​ຜູ້ຍົກອອກມາບັນດາຄຳຕັດສິນສຳຄັນ ຂອງໝູ່ບ້ານເພື່ອແນໃສ່ຮັກສາຮີດຄອງປະເພນີ, ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ແບບແຜນການດຳລົງຊີວິດ ຂອງໝູ່ບ້ານ.

        ໃນສັງຄົມທີ່ທັນສະໄໝປະຈຸບັນ, ໂຄງປະກອບ, ການຈັດຕັ້ງໝູ່ບ້ານຫວຽດ ໄດ້ປ່ຽນແປງ ສ່ວນໃດສ່ວນໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຈຸດທີ່ເປັນເອກະລັກສະເພາະ ອັນດີງາມເຊິ່ງມີມານັບພັນປີໃນວັດທະນະ​ທຳ​ຂອງໝູ່ບ້ານ ຫວຽດ ຍັງຄົງຕົວ ແລະ ໄດ້ຮັບການສືບ ທອດ ແລະ ເສີມຂະຫຍາຍ. ໃນຈິດໃຈຂອງຊາວ ຫວຽດນາມ ແຕ່ລະຄົນ ລ້ວນແຕ່ມຸ່ງໄປເຖິງ ໝູ່ບ້ານແຫ່ງຄວາມຮັກຂອງຕົນ, ວົງຄະນະຍາດທີ່​ມີ​ຄວາມ​ຊິນ​ເຄີຍຂອງຕົນ. ເຖິງວ່າ​ຈະໄປໄສຢູ່ບ່ອນ ໃດກໍ່ຕາມແຕ່ຍາມໃດຊາວຫວຽດ ກໍ່ມີນຳ້ໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະ ກັນກໍຄື ສະຕິກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນັ້ນກໍ່ແມ່ນມູນເຊື້ອອັນດີງາມຂອງ​ເຂດບ້ານນາ, ຂອງຊາວ ຫວຽດນາມ.


ຂ່າວ/ບົດ​ອື່ນ