ໝູ່ບ້ານ ແລະ ບັນດາປັດໄຈສ້າງເປັນສີສັນເຂດບ້ານນາ ຫວຽດນາມ

(vovworld) ​ບ້ານ​ແມ່ນ​ບ່ອນ​ທີ່ປະ​ຊາ​ຊົນ​ປະ​ເທດ ຫວຽດ​ນາມ ໄດ້​​ຮັບ​ການກຳ​ເນີດ ແລະ ເຕີບ​ໃຫຍ່. ຢູ່​ທີ່ນັ້ນ​ມີ​ໄມ້​ໄ​ຜ່, ສາ​ລາ, ໄມ​້ໄຮ ແລະ ບັນ​ດ​າ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ລຶ້ງ​ເຄີຍ. ບ່ອນນັ້ນ​ມີ​ຊີ​ວິດ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ​ພ້ອມ​ກັບ​ພໍ່​ແມ່, ​ມີ​ສາຍ​ພົວ​ພັນ​ອັນ​ສະ​ໜິດ​ສະ​ໜົມ​ກັບ​ປະ​ຊາ​ຊົນ​​ໃນ​ໝູ່ບ້ານ​, ​ດ້ວຍຄວາມ​​ຈິງ​ໃຈ ແລະ ແບ່ງ​ປັນ​ນຳ​ກັນ. ແຕ່​ລະ​ໝູ່​ບ້ານ​ລ້ວນ​ແຕ່​ມີ​​​ບັນ​ດາຮີດ​ຄອງປະ​ເພ​ນີ​ວັ​ດ​ທະ​ນະ​ທ​ຳ, ມີ​ອາ​ຊີບ​ຫັດ​ຖະ​ກຳ​ທີ່​ເປັນ​ມູ​ນ​ເຊື້ອ​ສະ​ເພາະ​ຂອງ​ຕົນ. ໃນ​ສະ​ພາບ​ການ​​ປະ​ຈຸ​ບັນ, ໃນ​ຂະ​ນະ​ທີ່ ຫວຽດ​ນາມ ພວມ​​ໃນໄລ​ຍ​ະ​​ເຊື່ອມ​ໂຍງນັ້ນ, ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​​ໝູ່ບ້ານ​​ຊົນ​ນະ​ບົດບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ເຫັນ​ໄດ້​ການ​ສືບ​ທ​ອດ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ຍາວ​ນານ​ເທົ່າ​ນັ້ນ, ຫາກ​ຍັງ​ເຫັນ​ໄດ້​ບັນ​ດາ​ຄຸນ​ຄ່າ​ແທ້​ຈິງ​ທີ່ສ້າງ​​ເປັນກຳ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບ້ານ​ນາ​ໃນ​​ປະ​ຈຸ​ບັນ​ອີກ​ດ້ວຍ. ດ້ວຍ​ບັນ​ດາ​ຄວາມ​ໝາຍ​ຄື​ແນວນັ້ນ, ແຕ່​ຕົ້ນ​ປີ 2017, ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ລາຍ​ການ​ໃໝ່​ດ້ວຍ​ຊື່​ວ່າ “ເລື່ອງ​ລາວ​​ເຂດບ້ານນາ”. ບົດ​ຂຽນ “ບ້ານ ແລະ ບັນ​ດາ​ປັດ​ໄຈ​ສ້າງ​​ເປັນ​ສີ​ສັນເຂດ​ບ້ານ​ນາ ຫວຽດ​ນາມ” ຂອງ ໂຕ​ຕ໋ວນ, ນັກ​ຂ່າວ VOV ຈະ​ເປັນ​ການ​ເປີດ​ສາກ​ລາຍ​ການນີ້.

ໝູ່ບ້ານ ແລະ ບັນດາປັດໄຈສ້າງເປັນສີສັນເຂດບ້ານນາ ຫວຽດນາມ - ảnh 1
(ພາບປະກອບ)

ຊື່​ຂອງ​ໝູ່​ບ້ານ​ໄດ້​ຕິດ​ພັນ​ກັບ​​ປະ​ຫວັດ​ສາດ​​ແຫ່ງ​ການ​ສ້າງ​ຕັ້ງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ບັນ​ດາ​ການ​ຄົ້ນ​ຄ້​ວາປະ​ຫວັດ​ສາດ​ເດີມ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເມື່​ອ​ມີ​ອາ​ຊີບ​ປູ​ກ​ເຂົ້າ​ນາ​ທາມ, ​ເຂດ​ບ້ານ​ນາກໍ່ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນັບ​ແຕ່​​ເບື້ອງຕົ້ນ, ປະ​ຊາ​ຊົນ​​ຈາກ​ເຂດ​ພູ​​ພຽງ​ໄດ​້​​ມາ​ຍັງເຂດ​ທົ່ງ​ພຽງ​ເພື່ອ​ເຮັດ​ກະ​ສິ​ກຳ​, ຫັນ​ຈາກ​ການ​ພົວ​ພັນ​ເລືອດ​ເນື້ອ ມາ​ເປັນ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ແບ່ງ​ແຍກ​​ບ່ອນ​ຢູ່​ອາ​ໄສ​ຕາມ​ເຂດ​ພາກ​ຕ່າງໆ. ເຂົາ​ເຈົ້າຄ່ອຍໆ​ຮ​ູ້​ຈັກ​ເຖິງ​ການ​ຮ່ວມ​ມື​ໃນ​ວຽກ​ງານ​​ບຸກ​ເບີກ​ທີ່​ດິນ, ຂຸດ​ຄອງ​ເໝືອງຫົດ​ນ້ຳ, ຮູ້​ຈັກ​ວິ​ທີ​ສ້າງ​ຄັນ​ຄູ​ກັນ​ນ້ຳ​ແກ່ງ, ນັ້ນ​ແມ່ນບັນ​ດາ​ວຽກ​ງານ​ທີ່ບໍ່​ສາ​ມາດ​​ປະ​ຕິ​ບັດແຕ່​ຜູ້​ໜຶ່ງ ຫຼື ຄອບ​ຄົວ​ດຽວ​ໄດ້. ການ​ຮ່ວມ​ມືນັ້ນ​ໄດ້​ສ້າງ​ເປັນ​ເຂດ​ຢູ່​ອາ​ໄສ​ຮ່ວມ​ກັນ​ນ້ອຍໆທີ່​ເອີ້ນ​ວ່າ​ບ້ານ, ​ບ້າ​ນຂະ​ຫຍາຍ​ກ້​ວາງ​ອອກ​ກາຍ​ເປັນ​ໝູ່​ບ້ານ. ການ​ຮ່ວມ​ມື​ໃນວົງ​ຄະ​ນະ​ຍາດ​​ແມ່ນ​ອີງ​ໃສ່​ຄວາມ​ຕ້ອງ​ການ​ຄື : ​ສາ​ມັກ​ຄີ​ກັນເພື່ອ​ຕ້ານ​​ສັດ​ຕູ​ຜູ້​ຮຸກ​ຮານ, ຮ່ວມ​ມື​ກັນ​​ເພື່ອເຮັດ​ຊົນ​ລະ​ປະ​ທານ ແລະ​ກັນ​ນ້ຳຈາກນັ້ນ ໄດ້​ຂະ​ຫ​ຍາຍ​ເປັນ​ປະ​ເທດ​. ພາຍຫຼັງ​ປະ​ເທດ​ໄດ້​ຮັບ​ການ​ກຳ​ເນີດ, ບ້ານ ຕາ​ແສງ​​ໄດ້​ກາຍ​ເປັນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ນ້ອຍ​ທີ່​ສຸດ​ໃນ​ສັງ​ຄົມ. ດ້ວຍ​ບັນ​ດາ​ລັກ​ສະ​ນະ​ດັ່ງ​ກ່າວ, ໂຄງ​ປະ​ກອບ​ບ້ານນາ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ ​ເຄີຍ​ຕິ​ດ​ພັນ​ກັບ​ຮູບ​ພາບ ຄັນ​ຄູ, ປະ​ຕູ​ໂຂງ​ເຂົ້າ​ບ້ານ, ສາ​ລາ​ບ້ານ, ​ຕົ້ນ​ໄ​ຮ, ​ທ່ານ້ຳ​​ສ່ວນຢູ່​ໃນ​ໝູ່​ບ້ານ​ປະ​ກອບມີ​ບ້ານ​ຊຸມ​ຊົນ, ເຮືອນ​​ສວນ, ມີ​ໜອງ​ຄົບ​ວົງ​ຈອນ. ໂຄງ​ປະ​ກອບ​ໝູ່​ບ້ານ​ແມ່ນ​ບໍ​ລິ​ເວນ​ເຂດ​ຊົນ​ນະ​ບົດ, ທີ່​​ເຂັ້ມ​ຂົ້ນໄປ​ດ້ວຍວັດ​ທ​ະ​ນະ​ທຳ​ປະ​ຫວັດ​ສາດ​ຂອງ​ຊາວຫວຽດ​ນາມ.
        ເມື່ອ​ສັງ​ເກດ​ກ່ຽວ​ກັບ​ໝູ່​ບ້ານ ຫວຽດ​ນາມ, ຮູບ​ພາບ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ແມ່ນ​ປະ​ຕູ​ໂຂງ​ເຂົ້າ​ບ້ານ ແລະ ​ສຸມໄມ້​ໄຜ່​ຢູ່​ອ້ອມ​ໝູ່​ບ້ານ. ປອ ເຈີ່ນ​ຫືວ​ເຊີນ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ໃຫ້​ຮູ້​ວ່າ :

ປະ​ຕູ​ໂຂງເຂົ້າ​ບ້ານ​ແມ່ນ​ກິດ​ຈະ​ກຳ​​ເພື່ອຢັ້ງ​ຢືນ​ເຂດ​ຊາຍ​ແດນ​ຂອງ​ໝູ່​ບ້ານ, ​ຂີດລະ​ຫວ່າງ​ເຂດ​ຜະ​ລິດ ແລະ ບ່ອນ​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ. ດ້ານ​ອື່ນ, ປະ​ຕູ​​ໂຂງເຂົ້າ​ບ້ານ​ສົມ​ທົບ​ກັບ​​ສຸມໄມ້​ໄ​ຜ່​ຢູ່​ອ້ອມ​ໝູ່​ບ້ານ ພ້ອມ​ລະ​ບົບ​ປ້ອງ​ກັນ​​ພາຍ​ໃນ​ບ້ານ​ໄດ້​ກາຍ​ເປັນ​ປ້ອມ​ໝັ້ນ​ຖາ​ວອນ​ເພື່ອ​ຕ້ານສັດ​ຕູ​ຜູ້​ຮຸກ​ຮານ. ປະ​ຕູ​​ໂຂງເຂົ້າ​ບ້ານ​ຍັງ​ສ້າງ​ຄວາມ​ງາມເປັນ​ສັນ​ຍາ​ລັກ​ຂອງ​ໝູ່​ບ້ານ, ບັນ​ດາ​ຄຳ​ຜະ​ຫຍາ, ​ທີ່ປະ​ດັບ​​ປະ​ດາຢູ່​ປະ​ຕູ​​ໂຂງເຂົ້າ​ບ້ານ​ໄດ້​ແນະ​ນຳ​ກ່ຽວ​ກັບ​ໝູ່​ບ້ານ, ຄວາມ​ງາມ​ຂອງ​ໝູ່​ບ້ານ, ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ໝູ່​ບ້ານ ແລະ ແມ່ນ​ສັນ​ຍາ​ລັກ​ຂອງ​ບ້ານ​ເກີດ​ເມືອງນອນ. ​ປະ​ຊາ​ຊົນ​ໃນ​ບ້ານ​ເຖິ​ງວ່າ​ໄດ້​ໄປ​ໃສ​ກໍ່​ຕາມ​ແຕ່​ຍາມ​ໃດ​ກໍ່​ຄິດ​ຮອດ​ຄິດ​ເຖິງ​ປະ​ຕູ​ໂຂງ​ເຂົ້າ​ບ້ານ.

ພາຍ​ໃນ​ໝູ່​ບ້ານ​ຍັງ​ມີ​ບັນ​ດາ​ກິ​ດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ອື່ນໆ​ອີກ, ​ແມ່ນ​ບັນ​ດາ​ປັດ​ໄຈ​ສ້າງ​ເປັນ​ສີ​ສັນ​ວັດ​ທະ​ນະ​ທຳ​ໃນ​ໝູ່​ບ້ານ. ເສັ້ນ​ທາງ​ຕົ້ນ​ຕໍ​ພາຍ​ໃນ​ໝູ່​ບ້ານ​ເຄີຍ​ພາ​ໄປ​ເຖິງ​ສາ​ລາ​ບ້ານ, ເຊິ່ງ​ແມ່ນ​ບ່ອນ​ບູ​ຊາ​ພະອໍ​ລະ​ຫັນຂອງ​ໝູ່​ບ້ານ. ສາ​ລາ​ບ້ານ​ໄດ້​ຕັ້ງ​ຢູ່​ບ່ອນ​ໃຈ​ກາງ, ແມ່ນ​ສະ​ຖາ​ປັດ​ຕະ​ຍາ​ກຳ​​ແຫ່ງຈິດ​ວິນ​ຍານ​ທີ່​ພົ້ນ​ເດັ່ນ, ​ແມ່ນຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ໝູ່​ບ້ານ. ປອ ດິງ​ຮົ່ງ​ຫາຍ, ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ :

​​ປະ​ຊາ​ຊົນມີ​ຄ​ຳ​ເວົ້າ​ທີ່​ວ່​າ ກອງ​ຂອງ​ບ້ານ​ໃດ​ບ້ານນັ້ນ​ຕີ, ​ພະອໍ​ລະ​ຫັນ​ຂອງ​ບ້ານ​ໃດ​ບ້ານນັ້ນ​ບູ​ຊາ. ສຽງ​ກອງ ຫຼື ​ພະອໍ​ລະ​ຫັນ​ຢູ່​ສາ​ລາ​ບ້ານ​​ສະ​ແດງ​ໃຫ້​ເຫັນຄວາມ​ແຕກ​ຕ່າງ​ກັນ​ຂອງ​ໝູ່​ບ້ານ​​ນີ້ກັບ​ໝູ່​ບ້ານ​ອື່ນ, ມັນ​ສະ​ແດງ​ທີ່​ຕັ້ງ, ​ລັກ​ສະ​ນະ​​ພິ​ເສດຂອງ​ໝູ່​ບ້ານ, ຍ້ອນ​ແນວນັ້ນ ສາ​ລາ​ບ້ານ​ຍາມ​ໃດ​ກໍ່​ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ໃຫ​ຍ່​ໂຕ​ໂອ​ໂຖງ​ເພື່ອ​ສະ​ແດງ​ກຳ​ລັງ​ແຮງ​ຂອງ​ໝູ່​ບ້ານ.

        ໃນ​ຊິ​ວິດ​ການ​ເປັນ​ຢູ່, ສາ​ລາ​ບ້ານ​ຍາມ​ໃດ​ກໍ່​ແມ່​ນ​​ແຫ່ງ​ດຳ​ເນີນ​ຊີ​ວິດ​ຂອງວົງ​ຄະ​ນະ​ຍາດ, ແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ເຫດ​ການ​ສຳ​ຄັນ, ບັນ​ດາ​ງານບ​ຸນ, ການ​ດຳ​ເນີນ​ຊີ​ວິດ​ວັດ​ທ​ະ​ນະ​ທຳ​ຂອງ​ທັງ​ໝູ່​ບ້ານ. ໃນ​ຈິດ​ໃຈ​ຂອງ​ຄົນ​​ໃນ​ເມື່ອ​ເກົ່າ, ​ ນ້ຳ​ສ້າງ, ​ຕົ້ນ​ໄຮ​ໃນ​ໝູ່​ບ້ານ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວິນ​ຍານ​ຢ່າງ​ເລິກ​ເຊິ່ງ. ນ້ຳ​ສ້າງ​ແມ່ນ​ແວ່ນ​ທີ່​ສ່ອງ​ແສງ​ຮູບ​ພາບ​ຊີ​ວິ​ດ​ການ​ເປັນ​ຢູ່​ສັນ​ຕິ​ສ​ຸກ​ໃນ​ເຂດ​ບ້ານ​ນາ, ​ຕົ້ນ​ໄຮ​ຢູ່​ຫົວ​ບ​້ານ​ດັ່ງ​ພະ​ຍານຫຼັກ​ຖານ​ການ​ຜັນ​ປ່​ຽນ​ຂອງ​ປະ​ຫວັດ​ສາດ.

        ທາງຫຼັງ​​ສຸມ​​ໄມ້​ໄຜ່​ແມ່ນ​ເສັ້ນ​ທາງ​ເຂົ້າເຂດ​​ບ້ານ​ຕ່າງໆ​ທີ່ປູ​ດິນ​ຈີ່​ຢ່າງ​ສະ​ອາດ​ສວຍ​ງາມ. ໃນ​ໝູ່​ບ້ານ​ມີຫຼາຍ​ຮ່ອມ​ບ້ານ​ນ້ອຍໆ​ຕິດ​ຕໍ່​ກັນ​ເພື່ອ​​ໃຫ້ຊາວ​ບ້ານ​ໄປ​ທາງ​ໃດ​ກໍ່​ສາ​ມາດ​ກັບ​ບ້ານ​ໄດ້. ໂຄງ​ປະ​ກອບ​ທາງ​ຄື​ແນວນັ້ນ​​ໄດ້​ສ້າງ​ຄ​ວາມສະ​ດວກ​ໃຫ​້​ແກ່​ການ​ດຳ​ລົງຊີ​ວິດ​ປູກ​ເຂົ້າ​ນາ​ທາມ​ຂອງ​ຊາວ ຫວຽດ​ນາມ. ແຕ່​ລະ​ໝູ່​ບ້ານ​ມີ​ກົດ​ລະ​ບຽບ​ສະ​ເພາະ​ຂອງ​ຕົນ, ​ກ່ຽວ​ກັບ​ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ກ່າວ​ເຕືອນປະ​ຊາ​ຊົນ​​ກ່ຽວ​ກັບ​ສິ່ງ​​ທີ່​ຄວນ​ເຮັດ ​ແລະ ​ບໍ່​ຄວນ​ເຮັດ. ຂໍ້​ກຳ​ນົດ​ໃນ​ກົດ​ລະ​ບຽບ​ຂອງ​ໝູ່​ບ້ານ​​ທີ່ເໝາະ​ສົມ​ກັບ​ການ​ດຳ​ລົງ​ຊີ​ວິດນັ້ນ ໄດ້​ປະ​ກອບ​ສ່ວນ​ສ້າງ​​ເປັນບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ, ສ້າງ​ເປັນ​ລັກ​ສະ​ນະ​ສະ​ເພາະ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ ຫວຽດ​ນາມ.

        ໂດຍ​ຜ່ານ​ລຸ້ນ​ຄົນ​ຕ່າງໆ, ໂຄງ​ປະ​ກອບ​ໝູ່​ບ້ານ​ພ້ອມ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ນັ້ນ​ໄດ້​ສ້າງ​ບັນ​ຍາ​ກາດ​ສະ​ຫງົບ​ສ​ຸກ​ໃຫ້​ເຂດ​ບ້ານ​ນາ. ຍ້ອນ​ແນວນັ້ນ, ສຳ​ລັບ​ບັນ​ດາ​ຜູ້​ຕ້ອງ​ດຳ​ລົງ​ຊີ​ວິດ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນນັ້ນ, ຮູບ​ພາບ​ໝູ່​ບ້ານ​ຍາມ​ໃດ​ກໍ່​ສ້າງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົາ​ກໍ, ສ້າງ​ຄວາ​ມ​ສະ​ເທືອນ​ໃຈ​ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງນອນ​ໃຫ້​ແກ່​ເຂົາ​ເຈົ້າ.


ຕອບກັບ

ຂ່າວ/ບົດ​ອື່ນ