ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ

(VOVWORLD) - ຕາແທງອວາຍ ແມ່ນໝູ່ບ້ານທີ່ມີມູນເຊື້ອມັກຮຽນ, ທັງເປັນແຫ່ງທີ່ໄດ້ກຳເນີດຜູ້ມີຄວາມເກັ່ງກ້າສາມາດ ແລະ ມີບຸນຄຸນອັນໃຫຍ່ຫຼວງຕໍ່ປະເທດຊາດ. ໝູ່ບ້ານແຫ່ງນີ້ຍັງມີບັນດານັກກະວີທີ່ມີຊື່ສຽງຢູ່ເມືອງຫຼວງ ທັງລອງ ອີກດ້ວຍ.
ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ - ảnh 1 ໝູ່ບ້ານ ຕາແທງອວາຍ

ໝູ່ບ້ານ ຕາແທງອວາຍ ຍັງມີຊື່ດ້ວຍພາສານົມວ່າແມ່ນໝູ່ບ້ານແກຕໍ໋, ຂຶ້ນກັບຕາແສງ ຕາແທງອວາຍ, ເມືອງ ແທງຈີ່, ຊານນະຄອນ ຮ່າໂນ້ຍ. ໃນສະໄໝສັກດີນາກ່ອນນີ້ໄດ້ກຳນົດວ່າໝູ່ບ້ານໃດມີປະລິຍາເອກແຕ່ 10 ຄົນຂຶ້ນໄປຈະໄດ້ຮັບນາມມະຍົດວ່າໝູ່ບ້ານມັກຮຽນ. ຕາແທງອວາຍ ໄດ້ຮັບການຮັບຮອງວ່າແມ່ນໝູ່ບ້ານມັກຮຽນຍ້ອນມີປະລິຍາເອກ 12 ຄົນ. ນອກນັ້ນຍັງມີປະລິຍາຕີ 27 ຄົນໃນສະໄໝລາຊະວົງ ເລ (ສະຕະວັດທີ 14-17) ແລະ ມີປະລິຍາຕີ 10 ຄົນໃນສະໄໝລາຊະວົງ ຫງວຽນ (ສະຕະວັດທີ 18-19). ທ່ານ ລືວຊວນລອງ, ຜູ້ມີອາຍຸສູງໃນໝູ່ບ້ານ ຕາແທງອວາຍ, ໃຫ້ຮູ້ວ່າ:

            “ປະລິຍາເອກ 12 ຄົນໃນໝູ່ບ້ານແມ່ນຂຶ້ນກັບ 2 ວົງຕະກຸນ. ນັ້ນແມ່ນວົງຕະກຸນ ຫງວຽນ ແລະ ວົງຕະກຸນ ໂງ. ໃນນັ້ນວົງຕະກຸນ ໂງ ມີປະລິຍາເອກທີ່ມີຊື່ສຽງໂດ່ງດັງສອງຄົນ, ນັ້ນແມ່ນ ໂງທີ່ສີ ແລະ ໂງທີ່ເຍີ້ມ. ປະລິຍາເອກທັງສອງນີ້ແມ່ນຜູ່ເດັ່ນກວ່າໝູ່ໃນຈຳນວນປະລິຍາເອກ 12 ຄົນ, ເຊິ່ງໄດ້ສ້າງຊື່ສຽງໂດ່ງດັງໃຫ້ແກ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ປະລິຍາເອກ ໂງທີ່ສີ ເຄີຍປ້ອງກັນເຂດຊາຍແດນ, ໝູ່ເກາະທາງພາກເໜືອ. ລູກຂອງທ່ານແມ່ນ ໂງທີ່ເຍີ້ມ,  ເປັນຄົນທີ່ມີລະດັບຄວາມຮູ້ສູງໃນທຸກດ້ານ. ສະນັ້ນເຈົ້າຊີວິດ ເລ ຈຶ່ງມອບໃຫ້ລາວໜ້າທີ່ສຳຄັນຫຼາຍຢ່າງ. ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດຕໍ່ບັນພະບຸລຸດຂອງຕົນ“.

ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ - ảnh 2 ໝູ່ບ້ານ ຕາແທງອວາຍ

ເພື່ອສົ່ງເສີມປະຊາຊົນໃນການຮຳ່ຮຽນ, ໝູ່ບ້ານ ຕາແທງອວາຍ ໄດ້ມີລະບອບສົ່ງເສີມການຮຽນຢ່າງເໝາະສົມ, ຜູ້ໃດເສັງໄດ້ເປັນປະລິຍາເອກ ຈະໄດ້ຮັບຂອງຂວັນແມ່ນນາ 40 ໄຮ່. ຜູ້ທຳອິດເສັງໄດ້ປະລິຍາເອກຂອງໝູ່ບ້ານ ຕາແທງອວາຍ ແມ່ນພໍ່ຕູ້ ຫງວຽນຈີ (ປີ 1453), ໃນສະໄໝເຈົ້າຊີວິດ ເລເຍິນຕົງ. ທ່ານ ຫງວຽນວັນເຢິນ, ຜູ້ເບິ່ງແຍງຫໍບູຊາວົງຕະກຸນ ຫງວຽນ ຢູ່ໝູ່ບ້ານ ຕາແທງອວາຍ, ໃຫ້ຮູ້ວ່າ:

  ວົງຕະກຸນ ຫງວຽນ ມີບຸນຄຸນອັນໃຫຍ່ຫຼວງໃນການຮຳ່ຮຽນ. ວົງຕະກຸນ ຫງວຽນ ພຽງແຕ່ສອນໃຫ້ລູກຫຼານຮຳ່ຮຽນ, ຕ້ອງຮຽນຈຶ່ງມີຄວາມຮູ້ຄວາມສາມາດ. ວົງຕະກຸນ ຫງວຽນ ຍັງສອນລູກຫຼານໃຫ້ມີຄຸນສົມບັດ, ມີໃຈບຸນໃຈກຸສົນເພື່ອຜາບແພ້ສິ່ງທີ່ໂຫດຮ້າຍ. ລູກຫຼານຜູ້ໃດກໍ່ຕັ້ງຊື່ດ້ວຍນາມສະກຸນວ່າ ຫງວຽນວັນ (ໝາຍຄວາມວ່າລູກຫຼານຕ້ອງຮຽນວັດທະນະທຳ, ຫາກບໍ່ແມ່ນຮຽນດ້ານການທະຫານ. ສະນັ້ນລຸ້ນລູກລຸ້ນຫຼານມີຫຼາຍຄົນຮຽນເກັ່ງທີ່ສຸດ“.

ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ - ảnh 3 ໝູ່ບ້ານ ຕາແທງອວາຍ

ພ້ອມກັບມູນເຊື້ອມັກຮຽນ ແລະ ໄດ້ຮັບຜົນໃນການສອບເສັງນັ້ນ, ຕາແທງອວາຍ ຍັງໄດ້ຮັບຄວາມຮູ້ຈັກກັນດີວ່າ ເປັນໝູ່ບ້ານວັນນະຄະດີທີ່ມີຊື່ສຽງຂອງເມືອງຫຼວງ ທັງລອງ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມອີກດ້ວຍ. ບັນດາປະລິຍາເອກໃນໝູ່ບ້ານໄດ້ແຕ່ງບັນດາບົດປະພັນວັນນະຄະດີທີ່ພົ້ນເດັ່ນຄື: ບົດປະພັນ ໂງຢາວັນຟ໋າຍ (ວັນນະຄະດີຂອງວົງຕະກຸນ ໂງ). ໂງຢາວັນຟ໋າຍ ຖືກຂຽນດ້ວຍຕົວໜັງສືຈີນ, ມີຄວາມອຸດົມສົມບຸນກ່ຽວກັບຮູບແບບ, ເຊິ່ງປະກອບມີ, ບົດກະວີ, ບົດເລື່ອງ, ບົດບັນທຶກ… ບັນດາບົດປະພັນຂອງ ໂງຢາວັນຟ໋າຍ ມີເຖິງ 36 ຊຸດ, ໃນນັ້ນບົດປະພັນ “ຮ່ວາງເລເຍິດທົ໋ງຈີ໋“ ແມ່ນນະວະນິຍາຍບັນທຶກປະຫວັດສາດທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ. ໃນວົງຕະກຸນ ໂງ, ຜູ້ມີຄວາມສາມາດແຕ່ງກະວີ, ວັນນະຄະດີເກັ່ງທີ່ສຸດແມ່ນທ່ານ ໂງທີ່ເຍີ້ມ. ທ່ານ ຫງວຽນກິມທີ, ຜູ້ເບິ່ງແຍງສາລາ ຮວາຊ໋າ, ໃນໝູ່ບ້ານ ຕາແທງອວາຍ, ເລົ່າສູ່ຟັງວ່າ:

   “ພໍ່ຕູ້ ໂງທີ່ເຍີ້ມ ແມ່ນຄົນເກັ່ງທີ່ສຸດ. ພໍ່ຕູ້ບໍ່ພຽງແຕ່ແມ່ນນັກປະພັນເທົ່ານັ້ນ, ຫາກຍັງແມ່ນນັກການທູດ, ນັກການທະຫານອີກດ້ວຍ. ໃນສະໄໝນັ້ນ, ພໍ່ຕູ້ ໂງທີ່ເຍີ້ມເຄີຍໄປຈີນເພື່ອເຮັດວຽກງານການທູດ, ຍ້ອນມີຄວາມເກັ່ງກ້າສາມາດໃນການໂຕ້ຕອບ, ສະນັ້ນຊາວ ຈີນ ຈຶ່ງເຄົາລົບນັບຖືພໍ່ຕູ້ທີ່ສຸດ. ພໍ່ຕູ້ເປັນຄົນມີລະດັບຄວາມຮູ້ສູງ, ແລະ ໄດ້ປະໄວ້ຫຼາຍບົດປະພັນວັນນະຄະດີໃຫ້ຄົນລຸນຫຼັງ“.

ໝູ່ບ້ານຕາແທງອວາຍ-ເອກອ້າງທະນົງໃຈຕໍ່ມູນເຊື້ອມັກຮຽນ - ảnh 4 ໝູ່ບ້ານ ຕາແທງອວາຍ

ໝູ່ບ້ານ ຕາແທງອວາຍ ໄດ້ພິມຈຳໜ່າຍປື້ມ “ໝູ່ບ້ານມັກຮຽນ ຕາແທງອວາຍ“, ໃນນັ້ນຈົດຈຳບຸນຄຸນລຸ້ນກ່ອນ ເພື່ອໃຫ້ລຸ້ນຫຼັງຮຳ່ຮຽນຕາມ. ໝູ່ບ້ານໄດ້ມີສາສະດາຈານ, ຮອງສາສະດາຈານ, ປະລິຍາເອກນັບສິບຄົນ. ຈຳນວນນັກຮຽນສອບເສັງເຂົ້າມະຫາວິທະຍາໄດ້ໃນແຕ່ລະປີນັບມື້ນັບຫຼາຍ. ຊາວໝູ່ບ້ານ ຕາແທງອວາຍ ເຄີຍເວົ້າເວົ້າມ່ວນນຳກັນວ່າ “ຢູ່ໝູ່ບ້ານ ແກຕໍ໋, ໄປບ່ອນໃດກໍ່ພົບປະກັບປະລິຍາເອກ“. ບັນດາລຸ້ນໜຸ່ມຂອງໝູ່ບ້ານ ຕາແທງອວາຍ ພວມຮັກສາ, ເສີມຂະຫຍຍມູນເຊື້ອມັກຮຽນຂອງໝູ່ບ້ານ, ພິຊິດຈຸດສູງດ້ານພູມປັນຍາ ແລະ ສ້າງຊື່ສຽງໂດ່ງດັງໃຫ້ແກ່ໝູ່ບ້ານແຫ່ງຄວາມມັກຮຽນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ