ໝູ່ບ້ານບູຮານ ເດື່ອງເລິມ - ເຂດດິນມີເຈົ້າຊີວິດສອງອົງ

(vovworld) - ລຽບ​ຕາມ​ແມ່ນ້ຳ​ແດງ, ຫ່າງ​ຈາກ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ຕົກປະ​ມານ 30 ຫຼັກ​, ມີ​​ທ້ອງ​ຖີ່ນ​ບູ​ຮານ​ແຫ່ງ​ໜຶ່ງ. ໃນ​ນັ້ນ​ມີ​ໝູ່​ບ້ານຫີນ​ນຳ​ນໍ່, ເຊິ່ງ​ເຕົ້າ​ໂຮມ​​​ບັນ​ດາຈຸດທີ່​ດີ​ງາມຂອງ​ພື້ນ​ຖານອະ​ລິ​ຍະ​ທຳ​ທີ່​ມີ​ມາ​ນັບ​ພັນ​ປີ​ຂອງເຂດດິນ​ສັນ​ດອນ​ແມ່​ນ້ຳ​ແດງ. ນັ້ນ​ແມ່ນ​ໝູ່​ບ້ານ ເດື່ອງ​ເລິມ ທີ່​ຂຶ້ນ​ກັບ​ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ.

ໝູ່ບ້ານບູຮານ ເດື່ອງເລິມ - ເຂດດິນມີເຈົ້າຊີວິດສອງອົງ - ảnh 1
(ພາບປະກອບ)

        ປະ​ຈຸ​ບັນ, ໝູ່​ບ້ານ​ບູ​ຮານ ເດື່ອງ​ເລິມ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຈຸດ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ໝູ່​ບ້ານ​ຫວຽດ​ເດີມ, ດ້ວຍ​ປະ​ຕູ​ໂຂງ, ຕົ້ນໄຮ, ທ່າ​ນ້ຳ, ເດີ່ນ​ສາ​ລາ, ປ້ອມ​ຍາມ, ນ້ຳ​ສ້າງ, ທົ່ງ​ນາ, ໂນນ, ຫໍບູ​ຊາ, ວັດ​ວາ​ອາ​ຮາມ…ເຖິງວ່າ​ຫ່າງ​ຈາກ​ນະ​ຄອນຫຼວງ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ​ບໍ່​ໄກ​ປານ​ໃດ​ກໍ່​ຕາມ, ແຕ່​ໝູ່​ບ້ານ ເດື່ອງ​ເລິມ ພັດ​ມີ​ຄວາມສະ​ຫງົບ​ສຸກ​ຢູ່. ທັດ​ສະ​ນີຍະ​ພາບ​ຢູ່​ທີ່ນີ້​ງາມ​ແບບ​ທຳ​ມະ​ຊາດຂອງ​ເຂດ​ບ້ານ​ນາ​ທາງ​ພາກ​ເໜືອຫວຽດ​ນາມ.

ເ​ທບ​ສຽງ​ປະ​ກອບ

        ນີ້​ກໍ່​ແມ່ນ​ໝູ່​ບ້ານ​ຫວຽດ​ເດີມ, ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ເກືອບ​ທັງ​ໝົດ​ຄື: ປະ​ຕູ​ໂຂງ, ນ້ຳ​ສ້າງ, ສາ​ລາ, ວັດ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ຫີນ​ນຳ​ນໍ່, ໄມ້ ພ້ອມ​ກັບ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ທີ່​ມີ​ຢູ່​ແລ້ວ​ໃນ​ທ້ອງ​ຖີ່ນ, ແຕ່​ໄດ້​ຜ່ານ​ໄລ​ຍະ​ເວ​ລາ​ນັບ​ສະ​ຕະ​ວັດ ແລະ ຍືນ​ຍົງ​ຄົງ​ຕົວ​ຈົນ​ເຖິງ​ປະ​ຈຸ​ບັນ. ຈຸດບູ​ຮານ​ຢູ່​ໝູ່​ບ້ານ ເດື່ອງ​ເລິມ ສະ​ແດງ​ອອກ​ຜ່ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ປະ​ຕູ​ໂຂງ,  ແລະ ສາ​ລາ ໂມ້ງ​ຟູ້. ປະ​ຕູ​ໂຂງ​ກໍ່​ສ້າງ​ດ້ວຍ​ຫີນ​ນຳ​ນໍ່​ຕາມ​ຮູບໂກ່ງ. ກ່ອນນີ້​ໝູ່​ບ້ານ​ມີ​ປະ​ຕູ​ໂຂງ​ເຖິງ 5 ແຫ່ງ, ໃນ​ນັ້ນ​ມີ​ປະ​ຕູ​ໃຫຍ່ 1 ແຫ່ງ, ​ແລະ  4 ປະ​ຕູ​ປ້ອງ​ກັນດິນ​ແດນ​​ຢູ່ທັງ 4 ທິດ. ແຕ່​ປະ​ຈຸ​ບັນ​ຍັງ​ເຫຼືອ​ພຽງ​ປະ​ຕູ​ໂຂງ​ແຫ່ງ​ດຽວ​ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ນັບ​ແຕ່​ປີ 1833 ເທົ່າ​ນັ້ນ, ເທິງ​ປະ​ຕູ​ຍັງ​ມີ​ແຖວ​ໜັງ​ສື “ສະ​ໄໝ​ໃດ​ກໍ່​ມີ​ຜູ້​ເກັ່ງ​ກ້າ​ສາ​ມາດ”. ປະ​ຕູ​ໂຂງ​​ຕັ້ງ​ຢູ່​ທ່າມ​ກາງ​ທິວ​ທັດ​ທຳ​ມະ​ຊາດ, ດ້ວຍ​ສີຂຽວ​ຂອງ​ທົ່ງ​ນາ, ​ຄຽງຂ້າງນັ້ນ​ແມ່ນສະ​ນ້ຳ ແລະ ຕົ້ນ​ໄຮກົກ​ໃຫຍ່​. ຍ້ອນ​ເຫດ​ນັ້ນ, ປະ​ຕູ​ໂຂງຂອງ​ໝູ່​ບ້ານ ເດື່ອງ​ເລິມ ຈຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ຕູ​ງາມກວ່າ​ໝູ່. ອ້າຍ ຫງວຽນ​ຈິ໋ງ, ນັກ​ສິ​ລະ​ປະ​ຖ່າຍ​ຮູບ, ບ້ານ​ເກີດ​ຢູ່​ໝູ່​ບ້ານ ເດື່ອງ​ເລິມ, ເວົ້າ​ວ່າ:

        “ຜ່ານ​ການ​ຜັນ​ແປ​ມາ​ເປັນ​ເວ​ລາຫຼາຍ​ປີ, ແຕ່​ປະ​ຈຸ​ບັນ​ເມື່ອ​ກັບ​ເມືອ​​ບ້ານ, ຂ້າ​ພະ​ເຈົ້າ​ຍັງ​ຄົງ​ຮູ້​ສຶກ​ໄດ້​ຮູບ​ເດີມ​ຂອງ​ມັນ​ຢູ່. ສິ່ງ​ດັ່ງ​ກ່າວ​ແມ່ນ​ເລີ່ມ​ມາ​ຈາກ​​ວົງ​ຄະ​ນາ​ຍາດຊາວ​ກະ​ສິ​ກອນ​ປູກ​ເຂົ້າ​ນາ​ທາມ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອ. ຍ້ອນ​ເຫດ​ນັ້ນ​ມັນ​ຈຶ່ງ​ຮັກ​ສາ​ບັນ​ດາ​ອະ​ນຸ​ສອນ, ມໍ​ລະ​ດົກ​ຕ່າງໆ​ໄວ້​ຈົນ​ເຖິງ​ປະ​ຈຸ​ບັນ”.

ໝູ່ບ້ານບູຮານ ເດື່ອງເລິມ - ເຂດດິນມີເຈົ້າຊີວິດສອງອົງ - ảnh 2
(ພາບປະກອບ)

        ສາ​ລາ ໂມງ​ຟູ້​ ແມ່ນ​ກິດ​ຈະ​ກຳ​ຂະ​ໜາດ​ໃຫຍ່​ທີ່​ຖືກ​ກໍ່​ສ້າງ​​ເມື່ອ​ປີ 1684, ໃນເຂດ​ພື້ນ​ທີ່​ສູງຢູ່​ໃຈ​ກາງ​ບ້ານ, ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເຮືອນ​ຮ້ານ​ຂອງ​ ຫວຽດ - ເມື່ອງ (ຊາວ​ຫວຽດ​ບູ​ຮານ), ສ່ວນ​ເດີ່ນສາ​ລາ​ມີ​ພື້​ນ​ທີ່​ຕ່ຳ​ກວ່າ​ເຂດ​ອ້ອມ, ດັ່ງ​ນັ້ນ​ເມື່ອ​ຝົນ​ຕົກ, ນ້ຳ​ໄຫຼ​ເຂົ້າ​ເດີນ​ສາ​ລາ ແລ້ວ​ຈຶ່ງ​ລະ​ບາຍ​ອອກ​ຕາມຮ່ອງ​ຢູ່ ​2 ຂ້າງ​  , ສ້າງ​ເປັນຮູບ​ໜວດມັງກອນ. ໃນ​ສາ​ລາ​ບ້ານ, ຍັງ​ມີ​ວັດ​ຖຸ​​ບູ​ຮານອັນ​ລ້ຳ​ຄ່າຫຼາຍ​ຢ່າງ, ເຊິ່ງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຜ່ານຫຼາຍ​ລຸ້ນ​ຄົນ. ໝູ່​ບ້ານ ເດື່ອງ​ເລິມ ຍັງ​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ຫໍ​ບູ​ຊາ, ສຸ​ສານ, ວິ​ຫານ. ຊາວ​ບ້ານ ເດື່ອງ​ເລິມ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ເຂດ​ດິນ​ທີ່​ມີ​ເຈົ້າ​ຊີ​ວິດ​ສອງ​ອົງ, ນັ້ນ​ແມ່ນ ໂງກວ່ຽນ ແລະ ຟຸ່ງຮຶງ ວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ ໂງກວ່ຽນ ໄດ້​ຮັບ​ການ​ບູ​ລະ​ນະຫຼາຍ​ເທື່ອ​ແລ້ວ ແລະ ຄັ້ງ (1848-1883). ​ໂງກ​ວ່ຽນ​ແມ່ນ​ຜູ້​ທີ່​ມີ​ຊື່​ສຽງ​ດ້ວຍ​ບັ້ນ​ຮົບ​ໃນ​ແມ່​ນ້ຳ​ແບກ​ດັ່ງ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ເຮືອ​ຮົບທັງ​ໝົດ​ຂອງ​ທະຫານ ໜາມ​ຄານ ຖືກ​ຈົມ​ນ້ຳ. ບັ້ນ​ຮົບ​ປະຫວັດສາດ​ນັ້ນ​ໄດ້​ປະກອບສ່ວນ​ຢຸດຕິ 1000 ປີ ​ແຫ່ງການ​ປົກຄອງ​ຂອງ​ສັກ​ດີ​ນາ​ຈີນ​. ສ່ວນ​ວິ​ຫານ​ເຈົ້າ​ຊີ​ວິດ ຟຸ່ງ​ຮຶງ ຖືກ​ກໍ່​ສ້າງ​ຢູ່​ບ້ານ ກາມ​ເລິມ, ນີ້​ແມ່ນ​ແຫ່ງ​ທີ່​ເຈົ້າ​ຊີວິດ ຟຸ່ງຮຶງ ​ເກນ​ທະຫານ, ​ແກ​ວ່ງທຸງລຸກ​ຮື້ຂຶ້ນ ເມື່ອ​ປີ 791 ​ເພື່ອ​ຕ້ານ​ແອກ​ປົກຄອງ​ສະ​ໄໝ​ລາຊະວົງ ຖາງ.

        ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ຢູ່​ບ້ານ ເດື່ອງ​ເລິມ, ນັ້ນ​ແມ່ນ​ບັນ​ດາ​ເຮືອນ​ບູ​ຮານ. ປະຈຸບັນ, ໃນໝູ່ບ້ານມີເຮືອນເກົ່າ 956 ຫຼັງ, ເຊິ່ງສຸມໃສ່ຫຼາຍກວ່າໝູ່ຢູ່ບັນດາບ້ານ ດົງຊ່າງ, ໂມ້ງຟູ້ ແລະ ກາມທິ້ງ.ມີເຮືອນຫຼາຍຫຼັງໄດ້ຮັບການກໍ່ສ້າງແຕ່ປີ 1649, 1703, 1850… ເຮືອນເຫຼົ່ານັ້ນລ້ວນແຕ່ມີປະຕູໂຂງ, ຮົ້ວຢູ່ອ້ອມຖືກກໍ່ສ້າງ ດ້ວຍຫີນນຳນໍ່. ເຮືອນບູຮານສ່ວນຫຼາຍແມ່ນປຸກສ້າງດ້ວຍໄມ້ມີ້, ​ໄມ້​ແດງ ​ແລະ ​ໄດ້​ຮັບ​ການ​ແກະສະຫຼັກ​ຢ່າງ​ລະອຽດ​ລະ​ອໍ. ທ່ານ ກ່ຽວ​ວັນ​ທົງ​ ຢູ່​ຄຸ້ມ 3, ບ້ານ ດົງ​ຊ່າງ, ຕາ​ແສງ​ ​ເດື່ອງ​ເລິ​ມ, ​ໃຫ້​ຮູ້​ວ່າ:

        “​ເຮືອນ​ຂອງ​ຂ້າພະ​ເຈົ້າ​ເຮັດ​ດ້ວຍ​ໄມ້​ເທິງ​ພື້ນ​ຫີນ​ນຳ​ນໍ່, ​ເຮື​ອນມີ 5 ຫ້ອງ, ພ້ອມ​ກັບ 2 ຫ້ອງ​ສຳຮອງ, ຫ້ອງ​ໃຈກາງ​ໃຊ້​ເພື່ອ​ບູຊາ, ​ໃນ​ນັ້ນ​ມີ​ແທ່ນ​ບູຊາ, ມີ​ໂຕະ​ຕັ່ງ, ຕຽງ​ໄມ້​ແດງ. ບັນດາ​ຮູບ​ແກະສະຫຼັກ​ຍັງ​ຄົງ​ຮັກສາ​ຮູບ​​ເດີ​ມ, ສະ​ແດງ​ໃຫ້​ເຫັນ​​ວິຖີ​ຊີວິດ​ຂອງ​ປູ​ຍ່າ​ຕາ​ຍາຍ​ໃນ​ເມື່ອ​ກ່ອນ. ຢູ່​ເດີ່ນ​ສວນ​ຍັງ​ມີ​ນຳ້ສ້າງ​ບູຮານ​ທີ່​ກໍ່ສ້າງດ້ວຍ​ຫີນ​ນຳ​ນໍ່. ນັ້ນ​ແມ່ນ​ຊັບ​ສິນ​ໂດຍ​ປູ​່ຍ່າ​ຕາ​ຍາຍ​ປະ​ໄວ້, ດັ່ງ​ນັ້ນ​ຕ້ອງ​ອະນຸລັກ​ຮັກສາ​ໄວ້​ເພື່ອ​ບໍ່​ໃຫ້​ມັນ​​ເສື່ອ​ມຫາຍ​ໄປ“.

ໝູ່ບ້ານບູຮານ ເດື່ອງເລິມ - ເຂດດິນມີເຈົ້າຊີວິດສອງອົງ - ảnh 3
(ພາບປະກອບ)

        ​ເດື່ອງ​ເລິ​ມ ກາຍ​ເປັນ​ໝູ່​ບ້ານ​ບູຮານ​ທຳ​ອິດ​ຂອງ ຫວຽດນາມ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ລັດ​ວ່າ​ເປັນ​ປູຊະນີຍະສະຖານ​ປະຫວັດສາດ ວັດທະນະທຳ​ລະດັບ​ຊາດ ​​ເມື່ອ​ວັນ​ທີ 19/5/2006. ພ້ອມ​ກັບ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ​ແລ້ວ, ໝູ່​ບ້ານ​ບູຮານ ​ເດື່ອງ​ເລິ​ມ ​ແມ່​ນສະ​ຖານ​ທີ່​ລື​ຊື່​ທີ່​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຈາກ​ທຸກ​ສາລະ​ທິດມາ​ຢ້ຽມຢາມ ​ເພື່ອ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ໝູ່​ບ້ານ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ