ໝູ່ບ້ານຜະລິດເກືອ ຊາຮວີ່ນ, ກວາງຫງາຍ

(vovworld) - ໝູ່​ບ້ານຜະລິດ​ເກ​ືອ ຊາ​ຮວີ່ນ, ຕັ້ງ​ຢູ່​ຕອນ​ໃຕ້​ສຸດ​ແຂວງ ກວາງ​ຫງາຍ, ຂຶ້ນ​ກັບ​ເມືອງ ດຶກ​​ໂຝ, ຫ່າງ​ຈາກ​ໃຈກາງ​ນະຄອນ​ປະມານ 60 ກມ. ຊາ​ຮວີ່ນ ມີ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ ​ແລະ ນັບ​ແຕ່​ດົນ​ນານ​ມາ​ແລ້ວ​ ຊາ​ຮວີ່ນ ໄດ້ ມີ​ຊື່​ສຽງ​ວ່າ​ເປັນ​ທົ່ງ​ເກືອ​​ທີ່ສຳຄັນ​ຢູ່​ພາກ​ກາງ. ຈາກ​ທາງ​ຫຼວງ 1A ​ໄປ​ຜ່ານ​ໝູ່​ບ້ານ ຊາ​ຮວີ່ນ ສາມາດ​ເຫັນ​​ໄດ້ບັນດາ​ທົ່ງ​ເກືອ​ຕິດ​ຕໍ່​ກັນ​ປຽບ​ເໝືອນ​ແວ່ນ​​ແຍງ​ສະທ້ອນ​ແສງ​ເຫຼື້ອມ​ແວວ​ວາວ​ໃຕ້​ແສງຕາ​ເວັນ.

ໝູ່ບ້ານຜະລິດເກືອ ຊາຮວີ່ນ, ກວາງຫງາຍ - ảnh 1
ອາຊີບ​ຜະລິດ​ເກືອ​ແມ່ນ​ອາຊີບ​ທີ່​ໜັກໜ່ວງ

        ຊາ​ຮວີ່ນ ຫຼື ຊາ​ຮ່ວາງ ມີ​ຄວາມ​ໝາຍວ່າຂີ້​ຊາຍ​ສີ​ເຫຼືອງ. ມັນ​ແມ່ນ​ແນວ​ນັ້ນ​ແທ້, ຂີ້​ຊາຍ​ຢູ່​ທີ່​ນີ້​ບໍ່​ມີ​ສີຂາວ​ຄື​ຢູ່​ແຫ່ງ​ອື່ນໆ ຫາກ​ມີ​ສີ​ເຫຼືອງ​ເຫຼື້ອມ​​ແວ​ວວາວງາມ​ທີ່​ສຸດ. ຊາ​ຮວີ່ນ ມີ​ທີ່​ຕັ້ງ​ສຳຄັນ​ເພື່ອ​ເວນຍາມ, ປ້ອງ​ກັນ​ທະ​ເລ. ອາຊີບ​ຜະລິດ​ເກືອ ຊາ​ຮວີ່ນ ກໍ່​ເລີ່​ມມີ​ມາ​ແຕ່​ສະຕະວັດ​ທີ 19 ​ແລະ ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ.

        ​ໂດຍ​ລີ້​ຕົວ​ໃຕ້​ຮົ່ມ​ໄມ້​ທີ່ຂຽວອຸ່ມທູ່ມ, ໝູ່​ບ້ານ ຊາ​ຮວີ່ນ ມີ​ປະມານ 550 ຄອບຄົວ, ດ້ວຍ​ພົນລະ​ເມືອງປະມານ 2.000 ຄົນ​ທີ່​ເຮັດ​ອາຊີບ​ຜະລິດ​ເກ​ືອ. ທົ່ງ​​ເກືອ​ໝູ່​ບ້ານ ຊາ​ຮວີ່ນ ມີ​ເນື້ອ​ທີ່​ກວ່າ 116 ​ເຮັກຕາ, ​ແຕ່ລະ​ປີ​ໝູ່​ບ້ານ​ນີ້​ສະໜອງ​ເກືອ​ໃຫ້​ຕະຫຼາດ​​ໄດ້ແຕ່ 8.000 – 9.000 ​ໂຕນ. ລະດູ​ການ​ຜະລິດ​ເກືອ​ຢູ່ ຊາ​ຮວີ່ນ​ເລີ່​ມ​ແຕ່​ເດືອນ 3 ​ເຖິງ​ເດືອນ 9 ຂອງ​ທຸກ​ປີ. ​ໃນຊຸ່ມ​ວັນ​ທ້າຍ​ເດືອນ 3, ຜູ້​ຜະລິດ​ເກືອ​ຈະ​ສຸມ​ໃສ່​ວຽກ​ງານສະ​ນ້ຳ, ​ເຮັດ​ທົ່ງ​ເກືອກະກຽມ​ໃຫ້​ລະດູ​ການ​ຜະລິດ​ໃໝ່.

        ອາຊີບ​ຜະລິດ​ເກືອ​ແມ່ນ​ອາຊີບ​ທີ່​ໜັກໜ່ວງ, ສ່ວນ​ຫຼາຍ​ແມ່ນ​ເຮັດ​ວຽກ​ຢູ່ກາງ​ແຈ້ງ​, ​​ແສງແດດຢູ່​ພາກ​ກາງ​ແມ່ນ​ຮ້ອນ​ເອົ້າ​ທີ່​ສຸດ, ​ແຕ່​ວ່າ​ຜູ້​ອອກ​ແຮງ​ງານ​ຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ຜູ້ຍິງ. ວຽກ​ງານ​ຜະລິດ​ເກືອ​ແມ່ນ​ຕາມແບບ​ຫັດຖະກຳ. ​ແກ້ຜ້າ​ກັນ​ແດດອອກ, ​ເອື້ອຍ ຟ້າ​ມທິວ່າງ ຢູ່​ຕາ​ແສງ ​ໂຟ໋​ແທກ, ​ເມືອງ ດຶກ​ໂຝ, ​ໃຫ້​ຮູ້​ວ່າ:

        “ຂັ້ນ​ຕອນ​ຜະລິດ​ເກືອ​ຢູ່​ທີ່​ນີ້​ແມ່ນ​ເອົາ​ນ້ຳຈາກ​ທະ​ເລ​ເຂົ້າ​ທົ່ງ​ຜ່ານ​ຄອງ​ເໝືອງ, ​ແລ້ວ​ລໍຖ້າ​​​​ແສງແດດ​​ສ່ອງ​ລົງ​ມາ​ເພື່ອໃຫ້ນຳ້​ທະ​ເລຕົກ​ຝຶກ​ກາຍ​ເປັນ​ເກືອ“.

ໝູ່ບ້ານຜະລິດເກືອ ຊາຮວີ່ນ, ກວາງຫງາຍ - ảnh 2
ອາຊີບ​ຜະລິດ​ເກືອ​ແມ່ນ​ອາຊີບ​ທີ່​ໜັກໜ່ວງ

        ​ເອື້ອຍ ຫງວຽນ​ທິ​​ແບ໋, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ຜະລິດ​ເກືອ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ໃຫ້​ຮູ້​ວ່າ: ກ່ອນ​ນີ້​ຕະຫຼາດ​ຈຳໜ່າຍ​ເກືອບໍ່​ເປັນ​ປົກກະຕິ, ດັ່ງ​ນັ້ນຫຼາຍ​ຄົນ​ຈຶ່ງ​ຫັນ​ມາ​ເຮັດ​ອາຊີບ​ອື່ນ. ຜູ້​ຊາຍ​ເຮັດ​ອາຊີບ​ຕໍ່​ເຮືອ, ກໍ່ສ້າງ, ​ໄປ​ທະ​ເລຫາ​ປາ​,… ສ່ວນ​ແມ່​ຍິງ​ເຮັດ​ອາຊີບສານ​ແຫ, ຂ້າ​ຂາຍ, ​ເປີດ​ຮ້ານຄ້າ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ນອກຈາກ​ເວລາ​ຜະລິດ​ເກືອ, ຄອບຄົວ​ເອື້ອຍ ຫງວຽນ​ທິ​​ແບ໋ ຍັງ​ເປີດ​ຮ້ານຄ້າ​ນ້ອຍໆ​ຢູ່​ແຄມສາຍທາງ​ຫຼວງ ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ​ເອື້ອຍ ​ແບ໋ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “ກ່ອນ​ນີ້​ພໍ່​ເຖົ້າ, ​ແມ່​ເຖົ້າ​ບໍ່​ຮູ້​ເຮັດ​ຫຍັງ, ພຽງ​ແຕ່​​ເຮັດ​ອາຊີບ​ຜະລິດ​ເກືອ​ເທົ່າ​ນັ້ນ. ຜະລິດ​ເກືອ​ແຕ່​ເດືອນ​ຈຽງ​​ເຖິງ​ເດືອນ 7 (​ໄລ່​ຕາມ​ຈັນທະ​ປະຕິທິນ) ​ແລ້ວ​ຈົ່ງ​ໄວ້​​ເພື່ອ​ໃຊ້​ທັງ​ປີ. ກ່ອນ​ນີ້​ຄອບຄົວ​ນ້ອງ​ຜະລິດ​ເກືອ, ນອກຈາກ​ນຳ​ໃຊ້​ໃນ​ຄອບຄົວ​ແລ້ວ​, ສ່ວນ​ຍັງ​ເຫຼືອພຽງ​ແຕ່​ຂາຍ​ໄດ້ຫຼາຍ​ທີ່​ສຸດ​ແມ່ນປະມານ 20 ລ້ານ​ດົ່ງ/ປີ​ເທົ່າ​ນັ້ນ. ປະຈຸ​ບັນ​, ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ຮູ້​ວິທີ​ຫາ​ເງິນ​ລ້ຽງ​ຊີບ​ແລ້ວ, ນອກຈາກ​ລະດູ​ການ​ຜະລິດ​ເກືອ, ​ເຂົາ​ເຈົ້າ​ຍັງ​ລ້ຽງ​ປາ, ກຸ້ງ, ປູ … ​ແລະ​ ເຮັດ​ການ​ບໍລິການ​ທ່ອງ​ທ່ຽວ​ອີກ. ​ເວົ້າ​ລວມ​ແລ້ວ​ຊີວິດ​ໃນ​ປະຈຸ​ບັນ​ໄດ້ດີກວ່າ​ເກົ່າ​ຫຼາຍ“.

        ​ໃນ​ຊຸ່ມ​ປີ​ມໍ່ໆ​ມາ​ນີ້, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ, ປະຊາຊົນ​ໃນ​ໝູ່​ບ້ານ ຊາ​ຮວີ່ນ ​ໄດ້​ລົງທຶນ​ນັບ​ຕື້​ດົ່ງ​ເພື່ອ​ໝູນ​ໃຊ້​ຮູບ​ແບບ​ການ​ຜະລິດ​ໃໝ່. ຄັນ​ຄູ​ກັນ​ນ້ຳ​ເຄັມ​ຍາວເກືອບ 7 ກມ ​ໄດ້​ຮັບ​ການ​ກໍ່ສ້າງ, ​ເນື້ອ​ທີ່​ທົ່ງ​ເກືອ​ເກືອບ 1/3 ຖື​ກ​ກໍ່ສ້າງ​ດ້ວຍ​ເບ​ຕົງ ​ແລະ ປູ​ເຈ້ຍ​ເງິນ, ຍ້ອນ​ເຫດ​ນັ້ນ​ຄຸນ​ນະພາ​ບ​ເກືອ ຊາ​ຮວີ່ນ ຈຶ່ງ​ດີ​ທີ່​ສຸດ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ. ​ເກືອ​ຢູ່ ຊາ​ຮວີ່ນ ​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ​ສິນ​​ໃນ​ນ້ຳ ​ແລະ ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່. ດັ່ງ​ນັ້ນ​ຕະຫຼາດ​ຈຳໜ່າຍ​ເກືອ​ຈຶ່ງ​ໄດ້​ຮັບ​ການ​ເປີດ​ກວ້າງ​ໄນທົ່ວ​ເຂດ​ພາກ​ກາງ ​ແລະ ​ໄຕ​ງວຽນ. ປະຈຸ​ບັນ, ຊາ​ຮວີ່ນ ​ແມ່ນ​ໜຶ່ງ​ໃນ​ສາມ​ທົ່ງ​ເກືອ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ.

ໝູ່ບ້ານຜະລິດເກືອ ຊາຮວີ່ນ, ກວາງຫງາຍ - ảnh 3
ໝູ່​ບ້ານຜະລິດ​ເກ​ືອ ຊາ​ຮວີ່ນ

​        ໃນ​ຊຸ່ມ​ປີມໍ່​ໆ​ມາ​ນີ້, ​ແຂກ​ທ່ອງ​ທ່ຽວ​ກໍ່​ໄດ້​ມາ​ຢ້ຽມຢາມ​ທະ​ເລ ຊາ​ຮວີ່ນ. ​ເຖິງ​ວ່າ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ແກ່​ການທ່ອງທ່ຽວ​ບໍ່​ທັນ​ຫຼາຍກໍ່ຕາມ, ​ແຕ່​ໄດ້​ປະກົດ​ມີ​ບັນດາ​ພັດ​ຕະຄານ, ​ເຮືອນ​ພັກ ພ້ອມ​ກັບ​ລະບົບ​ບັນດາ​ຮ້ານ​ຮັບ​ໃຊ້​ການທ່ອງທ່ຽວ. ຈາກ​ໝູ່​ບ້ານ​ຫາ​ປາ​ທີ່​ທຸກ​ຍາກ ​ແລະ ຮົກ​ເຮື້ອ​ວ່າ​ງເປົ່າ, ມາ​ບັດ​ນີ້ ຊາ​ຮວີ່ນ ​ໄດ້ກາຍ​ເປັນ​ເທດສະບານ​ນ້ອຍໆ. ນັກ​ທ່ອງ​ທ່ຽວ​ມາ​ແຫ່​ງນີ້​ຈະ​ມີ​ໂອກາດ​ໄດ້​ພັກຜ່ອນ​ຢູ່​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​​​ແບບ​ທຳ​ມະ​ຊາດ. ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອກາດ​ໄປ​ຢ້ຽມຢາມ​ເຂດ​ທົ່ງ​ເກືອ, ​ເຂົ້າ​ຮ່ວມ​ການ​ດຳລົງ​ຊີ​ວິດ​ຂອງ​ປະຊາຊົນ​ໝູ່​ບ້ານ​ຜະລິດ​ເກືອ, ໝູ່​ບ້ານ​ທະ​ເລ ​ແລະ ​ເປັນ​ຕົ້ນ​ແມ່ນ​ໄດ້​ຊົມ​ໃຊ້​ຜະລິດ​ຕະພັນ​ພິ​ເສດ​ຢູ່​ເຂດ​ທະ​ເລ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ