ໝູ່ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກ

(VOVWORLD) -ໝູ່ບ້ານເບົ່າຈຸກ, ຂຶ້ນກັບເທດສະບານ ເຟືອກເຢີນ, ເມືອງນິງເຟືອກ, ແຂວງນິງທ້ວນ, ຕັ້ງຢູ່ຫ່າງຈາກນະຄອນ ຟານຣາງ ໄປທາງທິດໃຕ້ 10 ກ.ມ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຢູ່ຫວຽດນາມ.

ໝູ່ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາເບົ່າຈຸກ - ảnh 1ເຄື່ອງປັ້ນດິນເຜົາເບົ່າຈຸກ

(ພາບ: vietnamtourism)

ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ບ້ານ ເບົ່າຈຸກ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງບ້ານເບົ່າຈຸກ ມີຄວາມເປັນເອກະລັກສະເພາະ ແລະ ພິເສດ ຍ້ອນໄດ້ເຮັດດ້ວຍມື, ເວລາເຜົາແມ່ນບໍ່ໄດ້ເຄືອບ, ນາຍຊ່າງສ່ວນຫຼາຍແມ່ນແມ່ຍິງ.

        ຕາມການເລົ່າຂານກັນມາ, ຜູ້ກໍ່ຕັ້ງອາຊີບຂອງເຄື່ອງປັ້ນດິນເຜົາບ້ານ ເບົ່າຈຸກ ແມ່ນທ່ານ Poklong Chanh. ກວ່າພັນປີກ່ອນໜ້ານີ້, ທ່ານ Poklong Chanh ໄດ້ປະຕິເສດການເປັນອາດຍາເຈົ້ານາຍໃນລາຊະວັງ ໄດ້ກັບເມືອບ້ານສອນໃຫ້ແມ່ຍິງວິທີເອົາດິນ, ປັ້ນດິນ ແລະ ເຜົາເປັນບັນດາເຄື່ອງໃຊ້, ເຄື່ອງຕົບແຕ່ງໃນເຮືອນ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ກໍ່ຕັ້ງອາຊີບ, ປະຊາຊົນບ້ານ ເບົ່າຈຸກ ໄດ້ສ້າງຫໍບູຊາອາໄລຫາ ແລະ ຈັດຕັ້ງພິທີໄຫວ້ບູຊາທ່ານໃນໂອກາດງານບຸນ Kate, ເຊິ່ງແມ່ນງານບຸນໃຫຍ່ທີ່ສຸດຂອງຊາວເຜົ່າ ຈຳ ເຊິ່ງໄດ້ຮັບການຈັດຕັ້ງໃນເດືອນ 7 ຕາມຈັນທະປະຕິທິນ (ໝາຍຄວາມວ່າແມ່ນເດືອນຕຸລາ) ຂອງແຕ່ລະປີ .

        ຈຸດທີ່ເປັນເອກະລັກສະເພາະຂອງໝູ່ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນວິທີເຮັດດ້ວຍມື ທີ່ມີລັກສະນະສິລະປະສູງ. ຢູ່ແຫ່ງອື່ນ, ເຂົາເຈົ້າໄດ້ໃຊ້ໂຕະປິ່ນເພື່ອປັ້ນເຄື່ອງປັ້ນດິນເຜົາ, ສ່ວນປະຊາຊົນຢູ່ບ້ານ ເບົ່າຈຸກ ຍັງປັ້ນດ້ວຍມື ເພື່ອສ້າງເປັນບັນດາຜະລິດຕະພັນມີລັກສະນະສິລະປະ. ນັກສິລະປະການ ດ່າວທິຕວຽດຮັ່ງ, ຢູ່ແຂວງນິງທ້ວນ ໃຫ້ຮູ້ວ່າ.

        “ເອົາຂີ້ຊາຍ ແລະ ດິນປົນເຂົ້າກັນດ້ວຍອັດຕາດິນ 3 ສ່ວນ, ຊາຍ 5 ສ່ວນສຳລັບບັນດາຜະລິດຕະພັນນ້ອຍ ຫຼື ດິນ 7 ສ່ວນ, ຊາຍ 5 ສ່ວນ, ຖ້າຫາກນັ້ນແມ່ນຜະລິດຕະພັນໃຫຍ່. ຂັ້ນຕອນທີ່ເປັນເອກະລັກນັ້ນແມ່ນ ຄົນເຮົາໄດ້ຍ່າງປິ່ນອ້ອມເປັນວົງມົນ, ປິ່ນອ້ອມດົນເທົ່າໃດຜະລິດຕະພັນກໍ່ຍິ່ງງາມຕາ. ຫຼັງຈາກນັ້ນປະໃຫ້ມັນແຫ້ງ ເຮັດລວດລາຍໃສ່, ແລ້ວເອົາໄປຕາກແດດອີກເທື່ອໜຶ່ງ ຈຶ່ງນຳໄປເຜົາໃນເຕົາເຜົາເປັນເວລາ 1 ມື້ 1 ຄືນ. ຜະລິດຕະພັນໄດ້ເຮັດດ້ວຍມື, ສະນັ້ນຈຶ່ງບໍ່ມີຜະລິດໃດຄືກັນ”.

        ເຄື່ອງປັ້ນດິນເຜົາ ເບົ່າຈຸກ ມີຄວາມແຕກຕ່າງເມື່ອທຽບໃສ່ຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ແຫ່ງອື່ນ. ບັນດາລວດລາຍຂອງເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນມີຮູບສາຍນ້ຳ, ລວດຂອງພືດ, ມີທັງລວດລາຍຂອງເລັບມືຢູ່ເຄື່ອງປັ້ນດິນເຜົາ. ຍ້ອນບໍ່ເຄືອບ, ສະນັ້ນ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ຈຶ່ງມີສີເຫຼືອງແດງ, ສີແດງບົວ, ສີດຳ… ອັນໄດ້ສ້າງເປັນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຄື່ອງປັ້ນດິນເຜົາ, ມີລັກສະນະພຽງໜຶ່ງດຽວສູງ. ແລະນັ້ນກໍ່ແມ່ນປັດໃຈເພື່ອໃຫ້ອາຊີບເຮັດເຄື່ອງປັ້ນດິນເຜົາຢູ່ທີ່ນີ້ມີຊື່ສຽງ, ຫຼາຍຄົນຮູ້ຈັກເຖິງ. ອ້າຍ ດ່າຍຈິກວຽດ, ຊາວບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ໃຫ້ຮູ້ວ່າ.

        “ອາຊີບຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນບໍ່ໃຊ້ເຄື່ອງກົນຈັກໜູນຊ່ວຍແຕ່ຂັ້ນຕອນໃດ, ທັງໝົດແມ່ນໄດ້ເຮັດດ້ວຍມື. ການເຜົາກໍ່ຄືກັນ, ບໍ່ນຳໃຊ້ເຕົາເຜົາໃຊ້ໄຟຟ້າ, ຫາກເຜົາດ້ວຍຟືນ, ເຟືອງ, ຂີ້ແກບ. ກ່ອນນີ້, ປະຊາຊົນໄດ້ຜະລິດອອກບັນດາເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອຄື: ໄຫໃສ່ນ້ຳ, ຊາມ, ຖ້ວຍ, ໝໍຕົ້ມເຂົ້າ… ປະຈຸບັນ, ນັບແຕ່ປີ 2000 ມາຮອດປະຈຸບັນ, ປະຊາຊົນບ້ານ ເບົ່າຈຸກ ໄດ້ຜະລິດອອກບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາສິລະປະຫັດຖະກຳ, ນີ້ແມ່ນຈຸດເວລາຈະເລີນຮຸ່ງເຮືອງພັດທະນາຂອງບ້ານ ຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ”.

        ຄົ້ນຫາບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ, ນັກທ່ອງທ່ຽວໄດ້ຮັບຊົມບັນດານັກສິລະປະການສ້າງຮູບຮ່າງຂອງເຄື່ອງປັ້ນດິນເຜົາດ້ວຍມືທີ່່ຄ່ອງແຄ້ວ, ເຕັກນິກທີ່ງາມຕາ. ນັກທ່ອງທ່ຽວກໍ່ສາມາດເຂົ້າຮ່ວມບັນດາຂັ້ນຕອນການເຮັດອາຊີບນີ້, ຜະລິດອອກບັນດາຜະລິດຕະພັນຂອງຕົນ. ອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ອະນຸລັກຮັກສາ ແລະ ພັດທະນາບ້ານຫັດຖະກຳ. ທ່ານ ໂຮ່ຊີເຊີນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນິງທ້ວນ, ໃຫ້ຮູ້ວ່າ.

        “ພວກຂ້າພະເຂົ້າພວມກະກຽມສຳເນົາເອກະສານເພື່ອຍື່ນສະເໜີຕໍ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ, ຮັບຮອງເອົາອາຊີບບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າຂອງມວນມະນຸດ. ລະອຽດແມ່ນ ຮັກສາການບຳລຸງສ້າງ, ສືບທອດອາຊີບຈາກບັນດານັກສິລະປະການອາຍຸສູງ ໄປສູ່ບັນດາລຸ້ນໜຸ່ມ. ທາງແຂວງກໍ່ໄດ້ໜູນຊ່ວຍ ການໂຄສະນາດ້ານການທ່ອງທ່ຽວໃຫ້ແກ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຢູ່ທີ່ນີ້”.

        ບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ໄດ້ຮັບຖືວ່າແມ່ນບ້ານຫັດຖະກຳຜະລິດເຄື່ອງປັ້ນດິນເຜົາ ເບົ່າຈຸກ ເກົ່າແກ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງຍືນຍົງຄົງຕົວມາຮອດປະຈຸບັນ. ປະຈຸບັນ, ໝູ່ບ້ານຫັດຖະກຳຜະລິດເຄື່ອງເຄື່ອງປັ້ນດິນເຜົາ ເບົ່າຈຸກ ມີປະມານ 500 ຄອບຄົວ, ໃນນັ້ນກວ່າ 90% ຍັງເຮັດອາຊີບປັ້ນດິນເຜົາ. ຜະລິດຕະພັນເຄື່ອງປັ້ນດິນເຜົາ ເບົ່າຈຸກ ໄດ້ມີທີ່ຕັ້ງໃນທ້ອງຕະຫຼາດ, ໄດ້ສົ່ງໄປຂາຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ ໄດ້ສົ່ງອອກໄປຍັງບາງປະເທດໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ