ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ

(vovworld) - ໝູ່​ບ້ານ​ ດ້າຍ​ບ໋າ​ຍ, ກ່ອນ​ນີ້​​ເຄີຍເອີ້ນ​ວ່າ​ໝູ່​ບ້ານ​ ວັນ​ລ້າງ ຫຼື​ບ້ານ​ ​ເບືອ​ຍ, ທີ່​ຕັ້ງ​ຢູ່​ເຂດ​ພື້ນ​ທີ່​ສູງ​ແຄມ​ຝັ່ງ​ແມ່​ນຳ້ ບ໋າ​ຍຢາງ, ປະຈຸ​ບັນ​ຂຶ້ນ​ກັບ​ຕາ​ແສງ ດ້າຍ​ບ໋າ​ຍ, ​ເມືອງ ຢາ​ບິ່ງ, ​ແຂວງ ບັກ​ນິງ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໝູ່​ບ້ານ ດ້າຍ​ບ໋າ​ຍ ມີ​ຊື່​ສຽງ​ດ້ວຍ​ອາຊີບ​ຫຼໍ່​ທອງ. ພາຍຫຼັງ​ການ​ຜັນ​ແປ​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ. ປະຈຸ​ບັນ ດ້າຍ​ບ໋າ​ຍ​ ໄດ້​ຮັບ​ການ​ຮູ້ຈັກ​ເຖິງ​ຄື​ດັ່ງ​ໝູ່​ບ້ານ​ອາຊີບ​ທີ​່ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ນຳ​ມາ​ເຊິ່ງການ​ປ່ຽນ​ໃໝ່​ຢ່າງ​ຕັ້ງໜ້າ​ດ້ານເສດຖະກິດ​ສັງຄົມ​ໃຫ້​ປະຊາຊົນ​​ໃນ​ໝູ່​ບ້ານ​ນີ້.

ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ - ảnh 1
ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)

        ຕົ້ນ​ສະຕະວັດ​ທີ 11, ທ່ານ ຫງວຽນ​ກົງ​ຈ່ວຽນ ​ໄດ້​ປະດິດ​ອາຊີບ​ຕີ​ທອງ​ ດ້ວຍ​ຫຼາຍ​​ຮູບ​ແບບ​ທີ່​ສວຍ​ງາມ ​ແລ້ວສອນ​ອາຊີບ​ນີ້​ໃຫ້​ຊາວບ້ານ, ພາຍຫຼັງ​ທ່ານ​ເຖິງ​ແກ່​ມໍລະນະ​ກຳ, ປະຊາຊົນ​ໃນ​ໝູ່ບ້ານ​ໄດ້​ເຊີດ​ຊູ​ທ່ານ​ເປັນ​ຜູ້​ປະດິດ​ອາຊີບ.ກ່ອນ​ນີ້​ປະມານ 200 ປີ, ບັນດາ​ນາຍ​ຊ່າງ​ຜູ້​ມີ​ສີມື​ດີ​​ໃນ​ໝູ່​ບ້ານ​ໄດ້​ໄປ​ຍັງ​ເມືອງ​ຫຼວງ  ທັງ​ລອງ ສ້າງ​ເປັນຄຸ້ມ​ບ້ານ​ອາຊີບຫັດຖະກຳ. ຖະໜົນ ຮ່າງ​ດົ່ງ ຢູ່​ເຂດ​ຄຸ້ມ​​ເມືອງ​ເກົ່າ ຮ່າ​ໂນ້ຍ ​ໃນ​ປະຈຸ​ບັນ​ແມ່ນຊື້​-ຂາຍ​ສະ​ເພາະ​ເຄື່ອງ​​ໃຊ້ໃນ​ຄອບຄົວ ​ແລະ ​ເຄື່ອງ​ສິລະ​ປະ​ທີ່​ເຮັດ​ດ້ວຍ​ທອງ. ມີ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ຢູ່​ທີ່​ນີ້​ຫຼາຍ​ຄົນ ​​ແມ່ນ​ຊາວ ດ້າຍ​ບ໋າ​ຍ. ​ເມື່ອ​ມາ​ຢ້ຽມຢາມ ດ້າຍ​ບ໋າຍ ​ໃນ​ປະຈຸ​ບັນ ກໍ່​ເຫັນ​ວ່າ​ຮູບ​ພາບ​ຢູ່​ທີ່​ນີ້​ຄື​ດັ່ງ​ເທດສະບານ. ຢູ່​ລຽບ​ຕາມເສັ້ນ​ທາງ​ເຂົ້າໝູ່​ບ້ານທັງກວ້າງ​ ​ແລະ ຮາບ​ພຽງ, ມີຕຶກ​ອາຄານ​ຫຼາຍ​ຊັ້ນ​ທີ່​ສວຍ​ງາມ. ຄຽງ​ຂ້າງ​ບັນດາ​ຮ້ານ​ວາງ​ຂາຍ​ເຄື່ອງ​ສິລະ​ປະ​ດ້ວຍ​ທອງ ​ແມ່ນ​ບັນດາ​ໂຮງຈັກ​ໂຮງງານອາຊີບດ້ວຍສຽງ​ເຄື່ອງຈັກ, ສຽງຄ້ອນ​ຕີ​ດັງ​ກ້ອງ​ໄປ​ທົ່ວ.

        ຕາມ​ເສັ້ນທາງ​ເຂົ້າ​ບ້ານ, ບັນດາ​ຮ່ອງຮອຍ​ບູຮານຂອງ​ໝູ່​ບ້ານທີ່​ຍັງ​ເຫຼືອ​ເຖິງ​ປະຈຸ​ບັນ​ແມ່ນ, ບັນດາ​ປູຊະນີຍະສະຖານ ປະຫວັດສາດ ວັດທະນະທຳ​ທີ່​ເປັນສັນຍາລັກຄື: ເຂດສຸສານຜູ້ປະດິດອາຊີບ ຫງວຽນ​ກົງ​ຈ່ວຽນ, ສາລາ ວັນ​ລ້າງ, ສາລາ ຢ່ຽນ​ລົກ, ວັດ ​ຢຽນຟຸກ. ທ່ານ ຫງວຽນ​ຊວນ​ເສິມ, ຜູ້​ອາຍຸ​ສູງ​ໃນ​ໝູ່​ບ້ານ, ​ໃຫ້​ຮູ້​ວ່າ​:

        “​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ໝູ່​ບ້ານ ດ້າຍ​ບ໋າ​ຍ ມີ 4 ຄຸ້ມ​ບ້ານຄື: ຄຸ້ມ​ບ້ານ​ເຊີນ, ຄຸ້ມ​ບ້ານ​ໄຕ (ຕາ​ເວັນ​ຕົກ), ຄຸ້ມ​ບ້ານ​​ເຢື້​ອ (ກາງ) ​ແລະ ຄຸ້ມ​ບ້ານງ່ວາຍ (ນອກ), ​ໄລຍະ​ທຳ​ອິດ​ມີ​ແຕ່​ຜະລິດ​ເຄື່ອງ​ໃຊ້​ໃນ​ຄອບຄົວ​ເທົ່າ​ນັ້ນ, ຮອດ​ລຸ້ນທີ​ສອງ​​​ໄດ້​ສ້າງ​ຕັ້ງ​ບັນດາ​ຄຸ້ມ​ບ້ານອາຊີບສະ​ເພາະ. ນັບ​ແຕ່​ນັ້ນມາ 4 ຄຸ້ມ​ບ້ານ​ເຮັດ 4 ອາຊີບ​ທີ່​ແຕກ​ຕ່າງ​ກັນ. ຄຸ້ມ​ບ້ານນອກ​ເຮັດ​ອາຊີບຕີ​ໝໍ້​ທອງ, ຄຸ້ມ​ບ້ານ​ໄຕ​ຜະລິດ​ພາ​ເຂົ້າ, ຊາມທອງ, ຄຸ້ມ​ບ້ານ​ກາ​ງຜະ​ລິດ​ເຕົ້າ​ນ້ຳ ​ແລະ ໝໍ້​ນ້ອຍ, ຄຸ້ມ​ບ້ານ​ເຊີນ​ຜະລິດ​ເຄື່ອງ​ບູຊາ…ປະຈຸ​ບັນ​ເຖິງ​ວ່າ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່ 4 ຄຸ້ມ​ບ້ານ​ຍັງ​ຄົງ​ແບ່ງ​ອາຊີບ​ຕາມ​ມູນ​ເຊື້ອ​​ເດີມ​ຢູ່ “.

ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ - ảnh 2
ອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)

        ຍ້ອນ​ມີ​ການ​ແບ່ງ​ງານ​ຄື​ແນວ​ນັ້ນ,  ຜ່ານ​ແຕ່ລະ​ໄລຍະ ດ້າຍ​ບ໋າຍ ຍັງ​ຄົງ​ພັດທະນາ​ຢູ່ ​ແລະ ບັນລຸ​ລະດັບ​ວິຊາ​ສະ​ເພາະ​ສູງ. ບັນດາ​ເຕັກນິກຫຼອມ​ທອງ, ຜະລິດ​ຕະພັນນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ​ລະອຽດ​ລະ​ອໍ ແລະ ມີ​ເຄັດ​ລັບສະ​ເພາະ. ບັນດາ​ຜະລິດ​ຕະພັນ​ເຄື່ອງ​ທອງ ດ້າຍ​ບ໋າ​ຍ ບັນລຸ​ຄຸນ​ນະພາ​ບ, ສິລະ​ປະ​ສູງ, ດັ່ງ​ນັ້ນພວກ​ພໍ່ຄ້າ​ຊາວ​ຂາຍທີ່​ມາ​ຈາກ​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈຶ່ງ​ມາ​ຊື້​. ທ່ານ ຫງວຽນ​ວັນ​ລຸກ, ນັກ​ສິລະ​ປະການຂອງ​ໝູ່​ບ້ານ​ ດ້າຍ​ບ໋າ​ຍ, ​ເລົ່າ​ສູ່​ຟັງ​ວ່າ:

        “ໝູ່​ບ້ານ​ອາຊີບ​ໄດ້​ສ້າງ​ເປັນ​ຄຸນຄ່າ​ວັດທະນະທຳ. ປະຈຸ​ບັນ, ພວກ​ຫຼານ​ເຮັດ​ອາຊີບ​ມີ​ຄວາມ​ສະດວກ​ທີ່​ສຸດ. ລຸ້ນໜຸ່ມ​ຮຽນ​ໄວ, ​ເຂົ້າ​ໃຈ​ວັດທະນະທຳ​ຢ່າງ​ເລິກ​ເຊິ່ງ, ​ເຂົາ​ເຈົ້າ​ໄດ້ນຳ​ເອົາ​ບັນດາ​ລວດລາຍ​​ແກະ​ສະຫຼັກ​ຈາກ​ສະ​ໄໝ​ລາຊະວົງ ຫຼີ, ​ເຈິ່ນ, ​ເລ ​ເຂົ້າ​ໃນ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານຕົນ“.

        ຖ້າ​ຫາກ​ວ່າ​ກ່ອນ​ນີ້, ດ້າຍ​ບ໋າ​ຍ ພຽງ​ແຕ່​ຜະລິດ​ບັນດາ​​ເຄື່ອງ​ບູຊາ, ປະຈຸ​ບັນ​ໄດ້​ຫັນ​ມາ​ຜະລິດ​ບັນດາຜະລິດ​ຕະພັນ​ດ້ວຍ​ທອງ​ຄື: ​ຮູບ​ຫຼໍ່​​, ພາບ​​ແກະຄວັດ​ສະຫຼັກ, ​ໂຖ​ປັກ​ທຽນ, ພາບ​ສີ່​ລະດູ, ​ໂຖ​ປັກ​ດອກ​ໄມ້… ​ທີ່​ຮຽກຮ້ອງ​​ໃຫ້ມີ​ເຕັກນິກ, ສິລະ​ປະ​ສູງ ​ເພື່ອ​ສົ່ງ​ອອກ​ຕະຫຼາດ​ຈີນ ​ແລະ ບາງ​ປະ​ເທດ​ຢູ່​ພາກ​ພື້ນ​ອາຊີ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ເພື່ອ​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ​ນັ້ນ, ​ໄລ່​ມາ​ຮອດ​ປະຈຸ​ບັນ, ໝູ່​ບ້ານ​ອາຊີບ​ໄດ້​ມີ​ວິ​ສາ​ຫະກິດ​ເກືອບ 70 ​ແຫ່ງ, ດ້ວຍ 700 ຄອບຄົວ​ເຮັດ​ອາຊີບ, ​ແລະ ຜູ້​ອອກ​ແຮງ​ງານ​ປະມານ 1.700 ຄົນ. ​ໂດຍ​ສືບ​ທອດ​ອາຊີບ​ຈາກອາວ​ຂອງ​ຕົນນັບ​ແຕ່​ຄາວ​ມີ​ອາຍຸ 13 -​14 ປີ, ພາຍຫຼັງ 20 ກວ່າ​ປີ, ອ້າຍ​ ຫງວຽນວັນ​ຈູງ​ ​ໄດ້​ມີ​ຊື່​ສຽງ​ທາງ​ດ້ານ​ເຕັກນິກ, ສິລະ​ປະ​ຫຼໍ່​ທອງ, ​ແກະສະຫຼັກຮູບ. ​ໃນ​ເລື່ອງ​ລາວ​ກ່ຽວ​ກັບ​ອາຊີບ, ອ້າຍ ຈູງ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        “ຄອບຄົວ​ຂ້າພະ​ເຈົ້າ​ເຄີຍ​ຜະລິດ​ບັນດາ​ເຄື່ອງ​ບູຊາ​ຄື: ​ກວດ, ​ເຕົ້າປັກ​ທູບ, ພິ​ເສດ​ແມ່ນ​ບັນດາ​ພະພຸດທະ​ຮູບ. ​ເຮັ​ດອາຊີບ​ນີ້​ຕ້ອງມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມນິຍົມ​ອາຊີບ​ຈຶ່ງ​​ສາມາດສ້າງ​ເປັນບັນດາ​ຜະລິດ​ຕະພັນ​ທີ່​ສວຍ​ງາມ​ໄດ້“.

ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ - ảnh 3
ໝູ່ບ້ານອາຊີບຫຼໍ່ທອງ ດ້າຍບ໋າຍ
(ພາບ: VNP)

        ຜ່ານ​ສີມື​ແຮງ​ງານ​ທີ່​ຄ່ອງ​ແຄ້ວ ​ແລະ ຫົວຄິດ​ປະດິດ​ສ້າງ, ຈາກ​ການ​ເຮັດ​ເບົ້າ​ຫຼໍ່, ​ເຕັກນິກ​ຫຼໍ່, ຄວາມ​ລະອຽດ​ລະ​ອໍ​ໃນ​ການ​ແກະສະຫຼັກ, ບັນດາ​ຮູບ​ຫຼໍ່​ຂອງ​ນັກ​ສິລະ​ປະການ ຫງວຽນ​ວັນ​ຈູງ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລູກ​ຄ້າ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ​ເຖິງ​ວ່າ​ໄດ້ຜ່ານ​ການ​ຜັນ​ແປ​ຫຼາຍ​ຢ່າງ, ​ແຕ່ການ​ເຄື່ອນ​ໄຫວ​ຂອງ​ໝູ່​ບ້ານ​ອາຊີບ ດ້າຍ​ບ໋າ​ຍ ຍັງ​ຄົງສືບ​ຕໍ່ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ພັດທະນາ. ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ດ້າຍ​ບ໋າ​ຍ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ​ເຮັດ​ໃຫ້ໂສມໜ້າເຂດບ້ານນາມີການປ່ຽນແປງແລະປະກອບສ່ວນຍົກສູງຊີວິດ ການເປັນຢູ່ໃຫ້ປະຊາຊົນ​ໃນໝູ່​ບ້ານ​ອາຊີບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ