ໝູ່ບ້ານອາຊີບຫວຽດນາມ ນຳໃຊ້ເຕັກໂນໂລຊີ 4.0

(VOVWORLD) -ການປະຕິວັດອຸດສາຫະກຳຄັ້ງທີ 4 (ຫຼື ເອີ້ນວ່າ ການປະຕິວັດອຸດສາຫະກຳ 4.0) ມີຜົນກະທົບຢ່າງໃຫຍ່ຫຼວງ, ຮອບດ້ານເຖິງເສດຖະກິດ - ສັງຄົມໃນທົ່ວໂລກ.

ໝູ່ບ້ານອາຊີບຫວຽດນາມ ນຳໃຊ້ເຕັກໂນໂລຊີ 4.0 - ảnh 1 ບັນດາໝູ່ບ້ານອາຊີບຂອງຫວຽດນາມ ກໍ່ພວມຢືນຢັນຕໍ່ໜ້າກາລະໂອກາດ

ຫຼາຍຢ່າງຈາການປະຕິວັດອຸດສາຫະກຳ 4.0

(ພາບປະກອບ)

ໂດຍນອນໃນທ່າອ່ຽງລວມຂອງໂລກ, ບັນດາໝູ່ບ້ານອາຊີບຂອງຫວຽດນາມ ກໍ່ພວມຢືນຢັນຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຈາການປະຕິວັດອຸດສາຫະກຳ 4.0. ໝູ່ບ້ານອາຊີບຫວຽດນາມ ຕ້ອງສຳຜັດກັບວິທະຍາສາດເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝຈຶ່ງມີບາດກ້າວພັດທະນາຢ່າງໄວ ແລະ ໝັ້ນຄົງໄດ້.

        ໃນເມື່ອກ່ອນ, ສ່ວນຫຼາຍບັນດາໝູ່ບ້ານອາຊີບຫວຽດນາມ ໄດ້ຜະລິດຕາມວິທີຫັດຖະກຳ, ຍັງບໍ່ທັນນຳໃຊ້ບັນດາການປະຕິວັດອຸດສາຫະກຳ 2.0, 3.0 ຢ່າງຄົບຖ້ວນເທື່ອ, ສະນັ້ນ ເລື່ອງສຳຜັດກັບການປະຕິວັດອຸດສາຫະກຳ 4.0 ນັ້ນຈະປະສົບກັບຄວາມຫຍຸ້ງຍາກ. ຕໍ່ໜ້າສະພາບການດັ່ງກ່າວ, ຄວນມີມາດຕະການແກ້ໄຂຢ່າງຄົບຊຸດ, ເປັນລະບົບ, ພິເສດແມ່ນການນຳໃຊ້ເຕັກໂນໂລຊີ 4.0 ຈາກການຜະລິດ, ດຳເນີນທຸລະກິດ ຕະຫຼອດຮອດການຈຳໜ່າຍຜະລິດຕະພັນ, ການວາງແຜນຜັງພັດທະນາໝູ່ບ້ານອາຊີບຫວຽດນາມ. ນັກຊ່ຽວຊານດ້ານເສດຖະກິດ, ຮອງສາດສະດາຈານ, ປະລິຍາເອກ ຫງວຽນເທື່ອລົກ, ສັງກັດມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ, ຖືວ່າ.

        “ໝູ່ບ້ານອາຊີບແຕ່ລະແຫ່ງ ຕ້ອງເຫັນໄດ້ຄວາມສາມາດດ້ານອຸດສາຫະກຳຂອງຕົນ, ລະອຽດແມ່ນພວມຢູ່ໃນໄລຍະ 1.0, 2.0 ຫຼື 3.0 ເພື່ອມີວິວັດການພັດທະນາ 4.0. ຕ້ອງມີການລົງທຶນຢ່າງເໝາະສົມ, ພິເສດແມ່ນກົນຈັກ, ເຄື່ອງອຸປະກອນ ທັນສະໄໝ, ພື້ນຖານດ້ານວັດຖຸ. ການລົງທຶນໃຫ້ແກ່ຊັບພະຍາກອນມະນຸດ, ນັກສິລະປະການ, ນາຍຊ່າງເກັ່ງ ແມ່ນວິນຍານຂອງໝູ່ບ້ານອາຊີບ. ໝູ່ບ້ານອາຊີບ ກໍ່ຕ້ອງສ້າງໂຄງປະກອບຄືນໃໝ່ດ້ວຍຕົນເອງ, ລົບລ້າງບັນດາຜະລິດຕະພັນທີ່ເປັນມູນເຊື້ອທີ່ບໍ່ເໝາະສົມກັບປະຈຸບັນ, ພ້ອມກັນນັ້ນແມ່ນຜະລິດອອກບັນດາຜະລິດຕະພັນໃໝ່ ໃຫ້ເໝາະສົມກັບຄວາມຕ້ອງການຄືໃນປະຈຸບັນ. ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບເພື່ອບໍ່ຕ້ອງຂຶ້ນກັບຕະຫຼາດໃດໜຶ່ງ”.

        ໃນໄລຍະຜ່ານມາ, ບັນດາໝູ່ບ້ານອາຊີບຫວຽດນາມ ໄດ້ຕັ້ງໜ້າຄົ້ນຄວ້າຄວາມສາມາດໃນການນຳໃຊ້ເຕັກໂນໂລຊີໃໝ່, ເຕັກໂນໂລຊີອັດຕະໂນມັດ ເພື່ອເພີ່ມລັກສະນະຄືກັນຂອງຜະລິດຕະພັນ ແລະ ຫຼຸດຜ່ອນເວລາການຜະລິດໃຫ້ສັ້ງລົງ, ເພີ່ມສະມັດຕະພາບແຮງງານ, ຫຼຸດຜ່ອນລາຍຈ່າຍ. ການຮ່ວມທຸລະກິດຮ່ວມ, ການຜະລິດຈຳໜ່າຍ, ເປັນເຈົ້າການເຂົ້າຮ່ວມລະບົບສະໜອງກັບບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ພວມແມ່ນທິດເດີນໃໝ່ຂອງບັນດາໝູ່ບ້ານອາຊີບຫວຽດນາມ. ທ່ານ ລິວຢຸຍເຍິນ, ປະທານສະມາຄົມໝູ່ບ້ານອາຊີບຫວຽດນາມ, ໃຫ້ຮູ້ວ່າ.

        “ຕ້ອງມີການຮ່ວມສຳພັນ, ເຊື່ອມຕໍ່ລະຫວ່າງບັນດາໝູ່ບ້ານອາຊີບ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສະຫະສະມາຄົມ, ຊອກຫາທ່າແຮງເພື່ອໃຫ້ໝູ່ບ້ານອາຊີບຄົງຕົວ, ທິດທາງການພັດທະນາ. ນອກຈາການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດແລ້ວ, ພວກເຮົາຄວນມີແຜນການກຳນົດບັນດາເຂດວັດຖຸດິບເພື່ອເປີດກວ້າງການຜະລິດ, ພ້ອມທັງບຳລຸງສ້າງອາຊີບຢ່າງມີຈຸດສຸມ, ຍູ້ແຮງການສົ່ງເສີມດ້ານການຄ້າ, ວຽກງານໂຄສະນາ”.

        ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0 ໄດ້ເປີດອອກບັນດາຊ່ອງທາງຈຳໜ່າຍ, ປະຈຸບັນ, ບັນດາໝູ່ບ້ານອາຊີບ ບໍ່ພຽງແຕ່ຂາຍຜະລິດຕະພັນຢູ່ຕາມບັນດາຮ້ານຂາຍເຄື່ອງເທົ່ານັ້ນ, ຫາກຍັງໄດ້ຂາຍຜ່ານບັນດາເວັບໄຊການຄ້າອອນລາຍ, ສື່ສັງຄົມ, ຜ່ານອີນເຕີເນັດອີກດ້ວຍ. ບັນດາໝູ່ບ້ານອາຊີບຫວຽດນາມ ໄດ້ເອົາໃຈໃສ່ສ້າງສະພາບແວດລ້ອມການຄ້າເອເລັກໂຕນິກທີ່ທັນສະໄໝ, ຍູ້ແຮງການພົວພັນທາງອີນເຕີແນັດກັບລູກຄ້າ ເພື່ອໃຫ້ລູກຄ້າພ້ອມກັນເຂົ້າຮ່ວມການອອກແບບຜະລິດຕະພັນ. ຜະລິດຕະພັນຂອງໝູ່ບ້ານອາຊີບໃນປະຈຸບັນ ກໍ່ມີຄວາມຮຽກຮ້ອງທີ່ແຕກຕ່າງເມື່ອທຽບໃສ່ເມື່ອກ່ອນ. ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ການປະຕິວັດອຸດສາຫະກຳ 4.0 ແມ່ນການເຊື່ອມຕໍ່ອິນເຕີເນັດຊັບພະສິ່ງ, ເສດຖະກິດ ພູມປັນຍາ, ພູມປັນຍາທຽມ (Al). ສະນັ້ນ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບໃນປະຈຸບັນ ໄດ້ຢືນຢູ່ຕໍ່ໜ້າພາລຳກຳປ່ຽນແປງຜະລິດຕະພັນຫຼາຍຢ່າງຂອງໝູ່ບ້ານອາຊີບເມື່ອກ່ອນນີ້. ຜະລິດຕະພັນຂອງໝູ່ບ້ານອາຊີບໃນປະຈຸບັນ ແມ່ນບໍ່ຕ້ອງການຜະລິດອອກດ້ວຍປະລິມານຫຼາຍເພື່ອຕອບສະໜອງຄວາມຕ້ອງການທົ່ວໄປອີກ, ແຕ່ມັນຕ້ອງການຄວາມເປັນພິເສດ, ສ້າງຂີດໝາຍວັດທະນະທຳຂອງຫວຽດນາມ, ກາຍເປັນຜະລິດຕະພັນສະເພາະຂອງຫວຽດນາມ”.

        ໝູ່ບ້ານອາຊີບຫວຽດນາມ ໄດ້ສວມບົດບາດສຳຄັນໃນພື້ນຖານເສດຖະກິດ, ສັງຄົມຂອງປະເທດຊາດ, ໂດຍສະເພາະແມ່ນໃນສະພາບ ການປະຕິວັດອຸດສາຫະກຳ 4.0 ພວມພັດທະນາຢ່າງແຮງຢູ່ຫວຽດນາມ ຄືໃນປະຈຸບັນ. ປະຈຸບັນ, ຢູ່ຫວຽດນາມ ມີກວ່າ 5400 ໝູ່ບ້ານອາຊີບ, ດ້ວຍປະມານ 50 ໝວດອາຊີບ, ທີ່ແຕກຕ່າງກັນໄດ້ດຶງດູດຜູ້ອອກແຮງງານປະມານ 11 ລ້ານຄົນ. ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຫວຽດນາມ ໄດ້ສົ່ງອອກໄປຂາຍຢູ່ 160 ປະເທດ ແລະ ເຂດແຂ້ວນໃນໂລກ, ວົງເງິນສົ່ງອອກບັນລຸ 1,7 ຕື້ USD/ປີ. ການນຳໃຊ້ເຕັກໂນໂລຊີ 4.0 ເຂົ້າໃນການພັດທະນາໝູ່ບ້ານອາຊີບ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ, ຕັ້ງໜ້າປະກອບສ່ວນເຂົ້າໃນການກໍ່ສ້າງຊົນນະບົດໃໝ່ເທົ່ານັ້ນ, ຫາກຍັງແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນອີກດ້ວຍ. ນີ້ກໍແມ່ນວິທີເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ