ໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ ໝີຊວຽນ

(VOVWORLD) -ໝູ່ບ້ານອາຊີບຫັດຖະກຳແກະຄວັດສະຫຼັກໄມ້ ໝີຊວຽນ ເຊິ່ງແມ່ນໝູ່ບ້ານນ້ອຍໆ ນອນໃນເມືອງ ຟອງດ່ຽນ, ແຂວງ ເທື່ອທຽນເຫວ້ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງດ້ວຍອາຊີບແກະຄັວດສະຫຼັກໄມ້, ເຊິ່ງເຂັ້ມຂົ້ນໄປດ້ວຍສີສັນເຂດບ້ານນາ ຫວຽດນາມ. ເຄັດລັບຂອງໝູ່ບ້ານອາຊີບ ກໍ່ຖືກບັນດານາຍຊ່າງຂອງໝູ່ບ້ານຮັກສາ ແຕ່ນັບຮ້ອຍປີມານີ້
ໝູ່ບ້ານອາຊີບແກະຄວັດສະຫຼັກໄມ້ ໝີຊວຽນ  - ảnh 1ອາຊີບເຮັດຮູບແກະຄວັດສະຫຼັກຢູ່ບ້ານ ໝີຊວຽນ 

ຫວນຄືນປະຫວັດສາດ, ເມື່ອເຈົ້າຊີວິດ ຢາລອງ ຂຶ້ນຄອງລາດໃນປີ 1802, ລາດຊະວົງ ຫງວຽນ ໄດ້ຮຽກໂຮມນາຍຊ່າງທີ່ມີສີມືດີ ຈາກທຸກແຖບຖິ່ນຂອງປະເທດຊາດ ມາກໍ່ສ້າງກຳແພງພະລາດຊະວັງ ເຫວ້, ໃນນັ້ນມີນາຍຊ່າງເຟີນີເຈີ ແລະ ແກະຄວັດສະຫຼັກໄມ້ ມາຈາກດິນແດນພາກເໜືອ.  ບົນເສັ້ນທາງມາຍັງເມືອງຫຼວງ ເຫວ້, ພວກນາຍຊ່າງນີ້ກໍ່ໄດ້ແວ່ຢາມໝູ່ບ້ານ ໝີຊວຽນ ແລະ ໄດ້ເລືອກເອົາລູກຫຼານຈຳນວນຢູ່ໃນບ້ານເດີນຕາມເພື່ອຊ່ວຍວຽກ ແລະ ໃຫ້ເຂົາເຈົ້າຮຽນວິຊາຊີບ. ຈຳນວນນາຍຊ່າງນີ້ເອງກໍ່ໄດ້ກາຍເປັນລຸ້ນສືບທອດອາຊີບເຟີນີເຈີ ແລະ ແກະຄວັດສະຫຼັກໄມ້ຂອງໝູ່ບ້ານ ໝີຊວຽນ. ມາຮອດວັນນີ້, ລຸ້ນລູກລຸ້ນຫຼານຂອງເຂົາເຈົ້າກໍ່ຍັງເສີມຂະຫຍາຍ ແລະ ສືບທອດອາຊີບໂດຍ ປູ່ຍ່າຕາຍາຍທີ່ໄດ້ປະໄວ້ໃຫ້. ທ່ານ ຫງວຽນເຖ ນັກຄົ້ນຄວ້າວັດທະນະທຳ ເຫວ້ ແບ່ງປັນວ່າ:

   “ຕາມເອກະສານປະຫວັດສາດບາງສະບັບເມື່ອກ່ອນນີ້, ໝູ່ບ້ານ ໝີຊວຽນ ໄດ້ເປັນຮູບເປັນຮ່າງນັບແຕ່ສະຕະວັດທີ XV, ເມື່ອລາດຊະວົງ ຫງວຽນ ໃຫ້ກໍ່ສ້າງພະລາດຊະວັງ ກໍ່ໄດ້ຮຽກໂຮມພວກນາຍຊ່າງທີ່ມີຄວາມເກັ່ງກ້າສາມາດ ຈາກດິນແດນພາກເໜືອມາກໍ່ສ້າງພະລາດຊະວັງ  ລາດຊະວົງ ຫງວຽນ. ເມື່ອເຂົາເຈົ້າໄປຮອດ ໝີຊວຽນ ເຂົາເຈົ້າກໍ່ແວ່ຊັກຊວນບັນດານາຍຊ່າງໜຸ່ມ ເພື່ອຊ່ວຍວຽກເພື່ອກະກຽມເຮັດພະລາດຊະວັງ. ພາຍຫຼັງທີ່ກໍ່ສ້າງພະລາດຊະວັງ ເຫວ້ ສຳເລັດ, ເຂົາເຈົ້າກໍ່ໄດ້ກັບຄືນເມືອດິນແດນພາກເໜືອ, ມີນາຍຊ່າງຈຳນວນໜຶ່ງກໍ່ບໍ່ໄດ້ກັບເມືອ ແລະ ຢູ່ຫັ້ນເພື່ອສອນລູກສິດຢູ່ ໝີີຊວຽນ, ໃນນັ້ນກໍ່ໄດ້ມີຫຼາຍຄົນສ້າງຄອບຄົວຢູ່ທີ່ນີ້. ນັບແຕ່ນັ້ນເປັນຕົ້ນມາໝູ່ບ້ານອາຊີບ ແກະຄວັດສະຫຼັກໄມ້ ໝີຊວຽນ ໄດ້ຮັບການສ້າງຕັ້ງຂຶ້ນ”.

  ອາຊີບແກະຄວັດສະຫຼັກໄມ້ຢູ່ໝີຊວຽນ ມີຈຸດພິເສດສະເພາະໃນສະຖາປັດຕະຍາກຳ ເຫວ້ ອາຊີບແກະຄວັດສະຫຼັກໄມ້ມີທີ່ຕັ້ງ ແລະ ມີຄຸນຄ່າສູງພໍສົມຄວນກ່ຽວກັບການປະດັບປະດາ, ດັ່ງນັ້ນກໍ່ມີຜະລິດຕະພັນຫຼາຍຮູບຫຼາຍສີ. ໃນໝູ່ບ້ານອາຊີບ ໝີຊວຽນ ບໍ່ພຽງແຕ່ມີຜະລິດຕະພັນເປັນຮູບແກະຄວັດສະຫຼັກເທົ່ານັ້ນ ຫາກຍັງມີຜະລິດຕະພັນເປັນພາບແກະຄວັດສະຫຼັກທີ່ອຸດົມສົມບູນທີ່ສຸດ ເຊິ່ງຖືກສະແດງອອກຜ່ານບັນດາກິດຈະກຳ ສະຖາປັດຕະຍາກຳທີ່ມີຊື່ສຽງ ໃນວັງຕ່າງໆຂອງລາດຊະວັງ ເຫວ້, ຖືກແກະຄວັດສະຫຼັກຢູ່ຕາມຝາ ແລະ ຄານເຮືອນ ແລະ ໃນບັນດາເຄື່ອງໃຊ້ໄມ້ສອຍຄື ໂຕະ ຕັ່ງ ຕູ້ ຕຽງ… ເຊິ່ງສະແດງໃຫ້ເຫັນລັກສະນະເປັນເອກະລັກ, ມີຈຸດພິເສດສະເພາະຂອງວັດທະນະທຳ ເຫວ້. ເພື່ອບັນລຸໄດ້ຄວາມລະອຽດອ່ອນ, ບັນດາສິ່ງທີ່ຍອດຍິ່ງຂອງ ໝູ່ບ້ານອາຊີບນັ້ນ, ກໍ່ຕ້ອງເວົ້າເຖິງລຸ້ນນັກສິລະປະການຂອງໝູ່ບ້ານອາຊີບ. ນັກສິລະປະການແກະຄວັດສະຫຼັກໄມ້ ຫງວຽນດຶກຟີ ຢູ່ໝູ່ບ້ານອາຊີບ ໝີຊວຽນ ແບ່ງປັນວ່າ:

 “ການແກະຄວັດສະຫຼັກທີ່ຍອດຍິ່ງທີ່ສຸດ ຂອງນາຍຊ່າງໃນໝູ່ບ້ານ ໝີຊວຽນ ແມ່ນມີລັກສະນະສິລະປະສູງ. ເມື່ອຜູ້ຊົມເຫັນແລ້ວ ຍາມໃດກໍ່ມີຄວາມຮູ້ສຶກກ່ຽວກັບບັນຫາຈິດວິນຍານ, ມີຄວາມເຄົາລົບນັບຖື. ຈາກໄມ້ທ່ອນທຳມະດາ ແຕ່ເມື່ອມີສີມືອັນຄ່ອງແຄ້ວຂອງພວກນາຍຊ່າງ ດ້ວຍການແກະຄວັດສະຫຼັກທີ່ຍອດຍິ່ງ ໄດ້ເຮັດໃຫ້ຮູບແກະຄວັດສະຫຼັກມີວິນຍານ”.

ເພື່ອສະແດງໃຫ້ເຫັນບັນດາລວດລາຍ ແກະຄວັດສະຫຼັກທີ່ລະອຽດອ່ອນ ກໍ່ຕ້ອງມີສິ່ວຈຶ່ງສາມາດເຮັດໄດ້ ແລະ ເພື່ອນຳໃຊ້ສິ່ວຢ່າງຄ່ອງແຄ້ວກໍ່ຕ້ອງມີນາຍຊ່າງທີ່ມີສີມືດີ. ເມື່ອເວົ້າເຖິງອາຊີບແກະຄວັດສະຫຼັກ ກໍບໍ່ອາດບໍ່ເວົ້າເຖິງລັກສະນະຄວາມປານີດ ເຊິ່ງຖືກສະແດງອອກຜ່ານຮູບແກະຄວັດສະຫຼັກໄມ້. ເພື່ອກາຍເປັນນາຍຊ່າງແກະຄວັດສະຫຼັກ ທີ່ມີຄວາມເກັ່ງກ້າສາມາດໃນໝູ່ບ້ານ ໝີຊວຽນ ແມ່ນກໍ່ຕ້ອງມີຄົບທຸກປັດໄຈ ນັ້ນແມ່ນມີພອນສະຫວັນ, ມີແນວຄວາມຄິດ, ສາມາດວາດນຶກພ້ອມກັບສີມືອັນຄ່ອງແຄ້ວ ແລະ ລັກສະນະຄວາມປານີດສູງ ໃນການແກະຄວັດສະຫຼັກ. ຈາກໄມ້ທ່ອນ, ນາຍຊ່າງກໍ່ສາມາດສ້າງຮູບແກະຄວັດສະຫຼັກທີ່ມີວິນຍານ. ນັກສິລະປະການແກະຄວັດສະຫຼັກ ຫງວຽນດຶກຟີ ໃຫ້ຮູ້ອີກວ່າ:

“ເຮົາເອງກໍ່ມີຄວາມໂຊກດີທີ່ໄດ້ກຳເນີດຂຶ້ນ ໃນໝູ່ບ້ານອາຊີບແກະຄວັດສະຫຼັກ ຂອງປູ່ຍ່າຕາຍາຍ. ອາຊີບນີ້ກໍ່ຖືກຮັກສາແບບສືບທອດກັນມາ, ດັ່ງນັ້ນລັກສະນະສິລະປະໃນອາຊີບ ກໍ່ນັບມື້ນັບສູງຂຶ້ນ, ແຕ່ຍັງຄົງສາມາດຮັກສາບັນດາຄວາມລະອຽດອ່ອນ. ມາຮອດປັດຈຸບັນ, ມີເດັກຫຼາຍຄົນ ກໍ່ມີຄວາມເມົາມົວກັບສິລະປະ ປະຕິມາກຳ ກໍ່ຄືຂ້າພະເຈົ້າເມື່ອກ່ອນນີ້. ເມື່ອມາສອນພວກເດັກ, ຂ້າພະເຈົ້າໄດ້ນຳບັນດາຄວາມຮູ້ທີ່ສຳຄັນຂອງຂ້າພະເຈົ້າມາສອນໃຫ້ພວກເດັກ. ຜ່ານ  ນັ້ນ ກໍ່ຊ່ວຍໃຫ້ພວກເດັກສາມາດຮັກສາບັນດາສິ່ງທີ່ຍອດຍິ່ງ ໂດຍປູ່ຍ່າຕາຍາຍເມື່ອກ່ອນນີ້ໄດ້ປະໄວ້ໃຫ້”

ເມື່ອມີໂອກາດມາຢາມໝູ່ບ້ານແກະຄວັດສະຫຼັກໄມ້ ໝີຊວຽນ, ແຂກທ່ອງທ່ຽວ ກໍ່ສາມາດເຫັນໄດ້ເຖິງບັນຍາກາດການຜະລິດທີ່ຟົດຟື້ນ. ຢູ່ທີ່ນີ້ມີຮາກຖານຜະລິດກວ່າ 20 ແຫ່ງ, ດ້ວຍແຮງງານກວ່າ 150 ຄົນພວມຂ້ອງຄາກັບວຽກງານການຜະລິດເຄື່ອງເຟີນີເຈີ. ແຕ່ລະປີງານບຸນໄຫວ້ບູຊາຜູ້ກໍ່ຕັ້ງ ອາຊີບແກະຄວັດສະຫຼັກໄມ້ ໝີຊວຽນ ຢູ່ ຟອງດ່ຽນ ໄດ້ຖືກຈັດຂຶ້ນໃນວັນທີ  5 ເດືອນຈຽງ ອັນໄດ້ດຶງດູດພວກນາຍຊ່າງໃນໝູ່ບ້ານ ເຂົ້າຮ່ວມຢ່າງຫຼວງ ຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ