ກໍ່ສ້າງຮູບແບບການຜະລິດທົ່ງນາຂະຫນາດໃຫຍ່ຢູ່ ນີງທ້ວນ

(VOVWORLD) -ຕາແສງ ເຟືອກເຫົ້າ ແມ່ນຕາແສງໄດ້ຮັບການເລືອກເຟັ້ນຈາກ ຄະນະກຳມະການປະຊາຊົນເມືອງ ນີງເຟືອກ ແຂວງນີງທ້ວນ ວ່າ ແມ່ນສະຖານທີ່ເປັນແບບຢ່າງໃນການກໍ່ສ້າງຮູບແບບການຜະລິດກະສິກຳທົ່ງນາຂະຫນາດໃຫຍ່. ສະຫະກອນ ເຟືອກເຫົ້າ ໄດ້ພັດທະນາຮູບແບບດຳເນີນທຸລະກິດສັງລວມຕິດພັນກັບການຮ່ວມສຳພັນລະບົບມູນຄ່າໃນກະສິກຳ ຈາກທົ່ງນາຂະຫນາດໃຫຍ່. ທິດກ້າວເດີນໃຫມ່ນີ້ຈະສ້າງບາດກ້າວບຸກທະລຸໃນການຜະລິດກະສິກຳຢູ່ ທ້ອງຖິ່ນ.

ກໍ່ສ້າງຮູບແບບການຜະລິດທົ່ງນາຂະຫນາດໃຫຍ່ຢູ່ ນີງທ້ວນ - ảnh 1ກວດກາຮູບແບບທົ່ງນາຂະຫນາດໃຫຍ່ 

ການກໍ່ສ້າງທົ່ງນາຂະຫນາດໃຫຍ່ມຸ່ງໄປເຖິງພື້ນຖານກະສິກຳສິນຄ້າ, ມີສະມັດຕະພາບ, ຄຸນນະພາບ ແລະ ລັກສະນະແກ້ງແຍ້ງສູງ. ຮູບແບບຮ່ວມສຳພັນທົ່ງນາຂະຫນາດໃຫຍ່ໄດ້ນຳມາເຊິ່ງໃຫ້ທັງຊາວກະສິກອນ ແລະ ວິສາຫະກິດບັນດາຜົນປະໂຫຍດໃຫຍ່ຫລວງ, ພິເສດ ແມ່ນຮັບປະກັນສົ້ນອອກໃຫ້ແກ່ພໍ່ແມ່ປະຊາຊົນຊາວກະສິກອນມີຄວາມອຸ່ນອ່ຽນໃຈໃນການຜະລິດ.

        ສະຫະກອນ ຕາແສງ ເຟືອກເຫົ້າ ຜະລິດຕາມຮູບແບບທົ່ງນາຂະຫນາດໃຫຍ່ ກັບຮູບແບບລ້ຽງຫມູ ຕິດພັນກັບການຮ່ວມສຳພັນລະບົບມູນຄ່າໃນການບໍລິໂພກ. ຜ່ານ 4 ລະດູການປະຕິບັດຮູບແບບທົ່ງນາຂະຫນາດໃຫຍ່, ສະຫະກອນເຟືອກເຫົ້າ ບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນ. ເບື້ອງຕົ້ນ ມີພຽງ 53 ຄອບຄົວ ເປັນສະມາຊິກສະຫະກອນ, ແຕ່ມາຮອດປະຈຸບັນ ໄດ້ມີເຖິງ 447 ຄອບຄົວເຂົ້າຮ່ວມການຮ່ວມສຳພັນໃນການຜະລິດ ນຳມາເຊິ່ງປະສິດທິຜົນແທດຈິງ. ກ່ຽວກັບດ້ານທຶນຮອນຂອງສະຫະກອນ ເຟືອກເຫົ້າ ທຳອິດມີພຽງ 300 ລ້ານດົງ ແຕ່ມາຮອດປະຈຸບັນແມ່ນຂຶ້ນເຖິງ 1,5 ຕື້ດົງ. ສະພາສະມາຊິກສະຫະກອນ ຕາແສງ ເຟືອກເຫົ້າ ຫັນຮູບແບບໃຫ້ປະກົດຜົນເປັນຈິງດ້ວຍການຮ່ວມສຳພັນກັບບັນດາສະມາຊິກສະຫະກອນເພື່ອສະຫນອງແນວພັນປູກ ແລະ ຈຳຫນ່າຍຜະລິດຕະພັນ. ເພື່ອມີສະຖານທີ່ໃຫ້ພະນັກງານແນະນຳເຕັກນິກ, ບົດຮຽນໃນການລ້ຽງສັດ ແລະ ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນ, ສະມາຄົມຊາວກະສິກອນ ໄດ້ຮັບການສົ່ງເສີມສ້າງຕັ້ງຂຶ້ນ. ທ່ານ ຫວ້ານໂສ, ສະມາຊິກສະຫະກອນ ບໍລິການກະສິກຳສັງລວມ ເຟຶອກເຫົ້າ ໃຫ້ຮູ້ວ່າ:

        “ຫວ່າງແລ້ວນີ້ ພວກຂ້າພະເຈົ້າໄດ້ອົບຮົມ, ແນະນຳວິທີການ ແລະ ລະບຽບການຄືແນວໃດເພື່ອກູ້ຢືມທຶນສຸມໃສ່ການລ້ຽງໝູ. ສຳລັບການລ້ຽງໝູພວກຂ້າພະເຈົ້າກໍ່ມີບົດຮຽນແລ້ວ, ຫົວອາຫານລ້ຽງໝູແມ່ນນຳໃຊ້ຕາມການແນະນຳຈາກຊຸດອົບຮົມ.  ສະນັ້ນ ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນເພື່ອສະຫນິດຕິດພັນກັບສະມາຄົມຊາວກະສິກອນຢູ່ທ້ອງຖິ່ນ.”

        ສຳລັບການລ້ຽງສັດ, ພໍ່ແມ່ຊາວກະສິກອນ ມີຄວາມເປັນເອກະພາບເລືອກເຟັ້ນປະເພດສັດລ້ຽງແມ່ນໝູດຳ ຍ້ອນການລ້ຽງງ່າຍ, ຈຳຫນ່າຍໄດ້ຫລາຍ ແລະ ປະຊາຊົນສ່ວນຫລາຍມີປະສົບການ, ພ້ອມທັງເຄົາລົບຢ່າງເຂັ້ມງວດບັນດາຂັ້ນຕອນເບິ່ງແຍງຕາມວິທີລ້ຽງໃນສວນ, ພຽງແຕ່ໃຊ້ຫົວອາຫານດິບ. ຜະລິດຕະພັນໄດ້ຈຳຫນ່າຍສ່ວນຫນຶ່ງຜ່ານສະມາຄົມຊາວກະສິກອນ ເຟືອກເຫົ້າ ດ້ວຍຮູບການຂາຍໃຫ້ແຂກທ່ອງທ່ຽວ ແລະ ຊາວທ້ອງຖິ່ນ, ສ່ວນຍັງເຫລືອຈະຂາຍຕາມສັນຍາໃຫ້ບາງບໍລິສັດຢູ່ ນະຄອນ ໂຮ່ຈິມີນ. ທ່ານ ກວ໋າງດ້າຍຮວ່າງ, ຜູ້ອຳນວຍການສະຫະກອນບໍລິການສັງລວມ ເຟືອກເຫົ້າ ແຂວງ ນີງທ້ວນ ໃຫ້ຮູ້ວ່າ:

        “ສະຫະກອນ ມີວິທີການເປີດກວ້າງຂະແຫນງອາຊີບເປັນຫລາຍຮູບຫລາຍແບບ ເພື່ອດຳເນີນທຸລະກິດ, ຈຸດໝາຍແມ່ນເຮັດແນວໃດເພື່ອເພີ່ມລາຍຮັບໃຫ້ພໍ່ແມ່ປະຊາຊົນ. ຫວ່າງແລ້ວນີ້ ສະຫະກອນ ໄດ້ສະເຫນີວິທີການໃຫ້ສະມາຄົມຊາວກະສິກອນແຂວງ ເພື່ອຫນູນຊ່ວຍງົບປະມານຈາກແຫລ່ງກອງທຶນຂອງສະມາຄົມຊາວກະສິກອນເພື່ອໃຫ້ພໍ່ແມ່ປະຊາຊົນລ້ຽງໝູດຳຕິດພັນກັບການພັດທະນາທ່ອງທ່ຽວເຂດສວນ.”

        ເປັນອັນວ່າ ນອກຈາກການຮ່ວມສຳພັນເພື່ອເພີ່ມລະບົບມູນຄ່າຈາກຕົ້ນເຂົ້າ, ຮູບແບບລ້ຽງໝູດຳ ໄດ້ຮັບການສະຫນັບສະຫນູນຈາກສະມາຄົມຊາວກະສິກອນ. ນີ້ກໍ່ແມ່ນສະຫະກອນປະຕິບັດການຮ່ວມສຳພັນ ລະຫວ່າງ ຊາວກະສິກອນ, ລັດ, ນັກວິທະຍາສາດ ແລະ ວິສາຫະກິດ. ທ່ານ ຫວໍຈີ, ຮອງປະທານສະມາຄົມຊາວກະສິກອນ ແຂວງ ນີງທ້ວນ ໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ ສະຫະກອນຕາແສງ ເຟືອກເຫົ້າ ຜັນຂະຫຍາຍການຮ່ວມສຳພັນໃນການລ້ຽງໝູຈາກບັນດາສະມາຊິກສະຫະກອນ, ສະມາຄົມຊາວກະສິກອນລ້ຽງໝູ ແລະ ກ້າວໄປເຖິງການຈຳຫນ່າຍຜະລິດຕະພັນ. ປະຈຸບັນ ສະຫະກອນ ໄດ້ມີທິດຈຳຫນ່າຍຜະລິດຕະພັນຊີ້ນໝູຢູ່ທ້ອງຖິ່ນຫລື ຢູ່ ບັນດາບໍລິສັດທີ່ນະຄອນໂຮ່ຈິມີນ.”

        ສະຫະກອນ ເຟືອກເຫົ້າ ແມ່ນຫົວຫນ່ວຍນຳຫນ້າ ແລະ ປະສົບຜົນສຳເລັດໃນການກໍ່ສ້າງທົ່ງນາຂະຫນາດໃຫຍ່ທຳອິດຢູ່ ແຂວງ ນີງທ້ວນ. ເພື່ອທະວີຄູນຮູບແບບຜະລິດທົ່ງນາຂະຫນາດໃຫຍ່ຢູ່ ທ້ອງຖິ່ນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ນີງທ້ວນ ໄດ້ວາງແຜນກຳນົດເຂດຜະລິດເປັນຈຸດສຸມ,ຕັ້ງຫນ້າໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ. ພ້ອມທັງເລືອກເຟັ້ນບັນດາຜະລິດຕະພັນເປັນເອກະລັກສະເພາະ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການສ້າງບັນດາຜະລິດຕະພັນກະສິກຳມີສະມັດຕະພາບສູງ, ມີຄຸນນະພາບ, ປະກອບສ່ວນຊຸກຍູ້ຂະແຫນງກະສິກຳ ແຂວງ ນີງທ້ວນ ໃຫ້ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ