ການດຶງດູດທຶນ FDI ເຂົ້າແຂວງ ດົງນາຍ - ກຳລັງດຶງດູດຈາກປັດໄຈເຄື່ອງໝາຍ

(VOVWORLD) -ຄຽງຄູ່ກຳລັງດູດດື່ມຈາກບັນດາສັນຍາການຄ້າເສລີ (FTA) ທີ່ສຳຄັນທີ່ໄດ້ຮັບການລົງນາມ, ເຄື່ອງໝາຍຂອງທ້ອງຖິ່ນ, ເຄື່ອງໝາຍຂອງບໍລິສັດພື້ນຖານໂຄງລ່າງ ແລະ ເຄື່ອງໝາຍການຄ້າຂອງເຂດອຸດສາຫະກຳນັ້ນເອງແມ່ນຄຸນຄ່າສຳຄັນໃນການຕັດສິນມາລົງທຶນຢູ່ຫວຽດນາມຂອງວິສາຫະກິດ FDI ຫລາຍແຫ່ງ. ຈາກຮູບແບບຂອງແຂວງ ດົງນາຍ ຊື່ງແມ່ນສະຖານທີ່ກະແສເງິນລົງທຶນພວມບັນລຸລະດັບສູງສຸດໃນຮອບເວລາ 3 ປີມໍ່ໆມານີ້ ອາດຈະເຫັນໄດ້ສິ່ງນັ້ນຢ່າງຈະແຈ້ງ.

ໄລ່ສະເພາະໃນ 9 ເດືອນຕົ້ນປີ, ທຶນ FDI ເຂົ້າແຂວງ ດົງນາຍ ບັນລຸໄດ້ກວ່າ 1,3 ຕື້ USD (ລື່ນກາຍປະມານ 30% ເມື່ອທຽບໃສ່ແຜນການຂອງທັງປີ). ບັນດາໂຄງການໃຫມ່ ຍັງຄົງສືບຕໍ່ເພີ່ມຂຶ້ນຢູ່ແຂວງ ດົງນາຍ ດ້ວຍກວ່າ 80 ໂຄງການ (ບັນລຸ 607 ລ້ານ USD). ພ້ອມກັນນັ້ນ ແຂວງ ດົງນາຍກໍ່ໄດ້ຮັບຈຳນວນເງິນເກືອບ 700 ລ້ານ USD ຕື່ມອີກ ຈາກ 77 ໂຄງການດັດປັບທຶນ. ນີ້ແມ່ນຕົວເລກມີຄວາມໝາຍ ຢັ້ງຢືນຄຸນນະພາບ ແລະ ປະສິດທິຜົນການລົງທຶນຂອງບັນດາໂຄງການ FDI ຢູ່ ບໍລິເວນແຂວງ ດົງນາຍ ພ້ອມທັງຢືນຢັນເຖິງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນຂອງວິສາຫະກິດ FDI ສຳລັບສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ ດົງນາຍ ພາຍຫລັງຫລາຍປີເຄື່ອນໄຫວດຳເນີນທຸລະກິດຢູ່ທີ່ນີ້.

ເພື່ອກາຍເປັນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນທົ່ວປະເທດກ່ຽວກັບການດຶງດູດການລົງທຶນຄືໃນປະຈຸບັນ

ການດຶງດູດທຶນ FDI ເຂົ້າແຂວງ ດົງນາຍ - ກຳລັງດຶງດູດຈາກປັດໄຈເຄື່ອງໝາຍ - ảnh 1 ໄຕມາດ 1 ປີ 2018, ແຂວງດົງນາຍດຶງດູດທຶນ FDI ໄດ້ 355 ລ້ານ USD

ພາບ:TTXVN

ຄຽງຂ້າງບັນດາຄວາມສາມາດບົ່ມຊ້ອນ, ຄວາມສະດວກກ່ຽວກັບທີ່ຕັ້ງ, ພົນລະເມືອງ ແລະ ທໍລະນີສາດ, ແຂວງ ດົງນາຍ ໄດ້ມີຄວາມເອົາໃຈໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຕັ້ງຫນ້າປະຕິຮູບລະບຽບການບໍລິຫານ ແລະ ຍາມໃດກໍ່ຮັບເອົາຄຳເຫັນປະກອບ, ຮ່ວມເດີນທາງພ້ອມກັບວິສາຫະກິດ. ພິເສດ ຄວາມມານະພະຍາຍາມຂອງບັນດາບໍລິສັດກໍ່ສ້າງພື້ນຖານໂຄງລ່າງ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງແຂວງ ດົງນາຍ.

ຄວາມຈິງຊີ້ໃຫ້ເຫັນວ່າ ຜົນສຳເລັດຂອງແຂວງ ດົງນາຍ ໃນການພັດທະນາເຂດອຸດສາຫະກຳ ບໍ່ພຽງແຕ່ແມ່ນຕົວເລກກ່ຽວກັບໝາກຜົນການດຶງດູດເງິນລົງທຶນເທົ່ານັ້ນ ຫາກຍັງຢັ້ງຢືນເຄື່ອງໝາຍຂອງທ້ອງຖິ່ນ, ແມ່ນອິດທິພົນຊື່ສຽງຂອງບັນດາບໍລິສັດກໍ່ສ້າງພື້ນຖານໂຄງລ່າງທີ່ມີຊື່ສຽງຄື: Sonadezi, Sonadezi ລອງບີງ, ຕີນເຫງ໋ຍ, ລອງດຶກ ແລະ ເຂດອຸດສາຫະກຳຫລາຍແຫ່ງທີ່ມີຊື່ສຽງຄື: ບຽນຮ່ວາ 1, ບຽນຮ່ວາ 2, ລອງແທ່ງ, Amata, ບັນດາເຂດອຸດສາຫະກຳ ເຍີນແຈກ..

ອາດຈະເວົ້າໄດ້ວ່າ ຄຸນຄ່າເຄື່ອງໝາຍຂອງທ້ອງຖິ່ນ, ຂອງບໍລິສັດກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນດາເຂດອຸດສາຫະກຳຄືດັ່ງກ່າວແມ່ນທ່າໄດ້ປຽບສຳຄັນ ສ້າງກຳລັງດຶງດູດສຳລັບບັນດາວິສາຫະກິ FDI. ທ່ານ Guru Mallikarjuna, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Bosch ຫວຽດນາມ  ຖືວ່າ:

“ໃນແຜນການພັດທະນາ ໂຮງງານແຫ່ງນີ້ ພວກຂ້າພະເຈົ້າຕັ້ງຢູ່ ຫວຽດນາມ ເພາະວ່າ ບັນດາປັດໄຈລົງທຶນຂອງຫວຽດນາມ ແມ່ນມີຄວາມສະດວກ. ພື້ນຖານດ້ານການເມືອງຂອງຫວຽດນາມ ມີສະຖຽນລະພາບ, ແຫລ່ງຊັບພະຍາກອນມະນຸດຫນຸ່ມ ແລະ ມີກຳລັງຄວາມສາມາດ. ທີສາມ ປັດໄຈສຳຄັນຫນຶ່ງອີກ ນັ້ນແມ່ນ ດ້ານພູມສາດ ຈາກຫວຽດນາມ ພວກຂ້າພະເຈົ້າສົ່ງສິນຄ້າໄປຍັງບັນດາປະເທດໃນພາກພື້ນແມ່ນສະດວກກວ່າ.”

 ຕາມຜູ້ຕາງຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແລ້ວ, ເລື່ອງລົງທຶນເຂົ້າບັນດາເຂດອຸດສາຫະກຳທີ່ມີທີ່ຕັ້ງສະດວກ ແມ່ນປັດໄຈຕົ້ນຕໍເພື່ອຕັດສິນຜົນສຳເລັດໃນການດຶງດູດການລົງທຶນ. ເຖິງຢ່າງໃດກໍຕາມ, ເຄື່ອງໝາຍ, ໝາກຜົນດຶງດູດການລົງທຶນ, ຄຸນນະພາບການຮັບໃຊ້ຂອງບໍລິສັດກໍ່ສ້າງພື້ນຖານໂຄງລ່າງ ແລະ ຊື່ສຽງຮຽງນາມ, ປະສິດທິຜົນການລົງທຶນຂອງບັນດາວິສາຫະກິດຢູ່ໃນເຂດອຸດສາຫະກຳກໍ່ແມ່ນປັດໄຈຊື່ງບັນດາວິສາຫະກິດ FDI ເຄີຍພິຈາລະນາຢ່າງລະອຽດເມື່ອເລືອກເຟັ້ນສະຖານທີ່ລົງທຶນ.

ການດຶງດູດທຶນ FDI ເຂົ້າແຂວງ ດົງນາຍ - ກຳລັງດຶງດູດຈາກປັດໄຈເຄື່ອງໝາຍ - ảnh 2 ການຜະລິດນ້ຳສີ ຢູ່ ບໍລິສັດ KCC ຫວຽດນາມ ຈຳກັດ

ພາບ:TTXVN

ຕາມນັ້ນແລ້ວ ດ້ວຍປະສົບການໃນການພັດທະນາພື້ນຖານໂຄງລ່າງຢູ່ເຂດອຸດສາຫະກຳ ແລະ ການດຶງດູດວິສາຫະກິດໃຫຍ່ຫລາຍແຫ່ງຄື: Hisamitsu, On Semiconductor, Fujitsu, Mabuchi, Cargill, Nestle, Taekwang Vina, CP Group, Shell VietNam… ແຫລ່ງເງິນລົງທຶນເຂົ້າເຂດອຸດສາຫະກຳເພີ່ມຂຶ້ນຢ່າງແຮງ. ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ແຜນນະໂຍບາຍດຶງດູດທຶນ FDI ຂອງ ແຂວງດົງນາຍ ໄດ້ມີການຄັດເລືອກບັນດາມາດຖານຢ່າງເຄັ່ງຄັດກວ່າ, ໃຫ້ບຸລິມະສິດບັນດາໂຄງການມີເຕັກໂນໂລຊີສູງ. ທ່ານ ມາຍວັນເຍີນ, ຮອງຫົວຫນ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ດົງນາຍ ຖືວ່າ:

“ແຂວງ ດົງນາຍ ມີພື້ນຖານໂຄງລ່າງດີ, ແຫລ່ງຊັບພະຍາກອນມະນຸດຕອບສະຫນອງໄດ້ຄວາມຕ້ອງການ ເພື່ອຮັບປະກັນການຜັນຂະຫຍາຍບັນດາໂຄງການ. ດົງນາຍ ກໍ່ແມ່ນທ້ອງຖິ່ນມີການບໍລິການສາທາລະນະ, ການປະຕິຮູບດ້ານບໍລິຫານດີພໍສົມຄວນ. ໃນບັນດາແຫລ່ງເງິນລົງທຶນເຂົ້າແຂວງ ດົງນາຍ, ເບື້ອງຕົ້ນ ນະໂຍບາຍຂອງແຂວງ ແມ່ນພະຍາຍາມດຶງດູດຫລາຍໂຄງການລົງທຶນ, ເງິນລົງທຶນເປັນຈຳນວນຫລາຍ ແຕ່ປະຈຸບັນ ຫັນມາຄັດເລືອກບັນດາໂຄງການ, ໃນນັ້ນ ເຕັກໂນໂລຊີສູງແມ່ນຂົງເຂດແຂວງ ດົງນາຍໃຫ້ບຸລິມະສິດຕົ້ນຕໍ.”

ເພື່ອສືບຕໍ່ດຶງດູດທຶນ FDI ແລະ ພັດທະນາເຂດອຸດສາຫະກຳ, ປະຈຸບັນ ແຂວງ ດົງນາຍ ພວມສືບຕໍ່ປະຕິຮູບດ້ານບໍລິຫານຢ່າງແຮງ ແລະ ຄວາມໂປ່ງໃສຂອງບັນດາລະບຽບການໃນການດຶງດູດການລົງທຶນ. ດ້ວຍບັນດາຄວາມມານະພະຍາຍາມນີ້ ບວກກັບບັນດາທ່າໄດ້ປຽບກ່ຽວກັບພື້ນຖານໂຄງລ່າງເຂດອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ພູມສາດ, ແຂວງ ດົງນາຍ ພວມຄ່ອຍໆຢັ້ງຢືນແມ່ນບັນດາແຂວງນຳຫນ້າໃນການດຶງດູດທຶນ FDI ຂອງທົ່ວປະເທດ. ທ່າໄດ້ປຽບກ່ຽວກັບເຄື່ອງໝາຍຂອງທ້ອງຖິ່ນ ແລະ ວິສາຫະກິດ ໄດ້ ແລະ ພວມສ້າງບັນດາກຳລັງດຶງດູດໃຫຍ່ສຳລັບບັນດາວິສາຫະກິດ FDI.

ຕອບກັບ

ຂ່າວ/ບົດ​ອື່ນ