ການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຕໍ່ໜ້າສິ່ງທ້າທາຍໃນການເຊື່ອມໂຍງ

(vovworld) - ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຍາມ​ໃດ​ກໍ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ລັກ​ສະ​ນະ​​ໝັ້ນ​ຄົງໃນການ​ຜະ​ລິດ​ກະ​ສິ​ກຳ​ຢູ່​ເຂດນີ້​ຍັງ​ບໍ່​ທັນ​ສູງ​ ແລະ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ຄວາມ​ຮ​ຽ​ກ​ຮ້ອງ​ຕ້ອງ​ການ​ຮັບ​ໃຊ້​ໃຫ້​ແກ່​ພື້ນ​ຖ​ານ​ກະ​ສິ​ກຳ​ທັນ​ສະ​ໄໝເທື່ອ. ຍ້ອນ​ເຫດນັ້ນ, ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່, ໃນ​ນັ້ນ​ສຸມ​ໃສ່​ການ​ຮ່ວມ​ສຳ​ພັນ​ເຂດ ແລະ ຜ​ະ​ລິດ​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແມ່ນ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ການ​ຜະ​ລິດ​ກະ​ສິ​ກຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ບົດ​ຂຽນ “​ການ​ຜະ​ລິດກະ​ສິ​ກຳ​ຢູ່ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ​ ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ໃນ​ກາ​ນ​ເຊື່ອມ​ໂຍງ” ຂອງ​ຟ້າມ​ຫາຍ, ນັກ​ຂ​່າ​ວ VOV.


ການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມຕໍ່ໜ້າສິ່ງທ້າທາຍໃນການເຊື່ອມໂຍງ - ảnh 1
ເສດ​ຖະ​ກິດ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມໄດ້​ຮັບ​ການ​ເຕີບ​ໂຕ​ໃນ​ແຕ່​ລະ​ປີ
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)


ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເສດ​ຖະ​ກິດ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ຮັບ​ການ​ເຕີບ​ໂຕ​ໃນ​ແຕ່​ລະ​ປີ, ແຕ່​ລັກ​ສະ​ນະ​ໝັ້ນ​ຄົງ​ຍັງ​ບໍ່​ທັນ​ສູງ; ຂອບ​ເຂດ​ການ​ຜະ​ລິດ​ຍັງ​ກະ​ແຈກ​ກະ​ຈາຍ ແລະ ບໍ່​​ເປັນ​ປົກ​ກະ​ຕິ, ສະ​ນັ້ນ​ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ບາງ​ມາດ​ຕະ​ຖານ​ສາ​ກົນ. ນອກນັ້ນ, ເນື້ອ​ທີ່​ດິນ​ທຳ​ການ​ຜະ​ລິດ​ພວມ​ຖືກ​ຮັດ​ແຄບ ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ເຄັມ​ຊຶມ​ເຂົ້າ ແລະ ສະ​ພາບ​ມົນ​ລະ​ພິດ​ຕໍ່​ສິ​່ງ​ແວດ​ລ້ອມ​ຈະ​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ເປັນ​ສິ່ງ​ກີດ​ຂວາງ​ອັນ​ໃຫຍ່​ຫຼວງ​ສຳ​ລັບ​ການ​ຜະ​ລິດ​ກະ​ສິ​ກຳ​​​ຢູ່ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ຕາມ​ທ່ານ ເລກວາງ​ຈິ໋, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້​ນ​ຄວ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມະ​ຫາ​ວິ​ທະ​ຍາ​ໄລ​ເກີນ​ເທີ ແລ້ວ, ປະ​ຈຸ​ບັນ, ການ​ຮັບ​ມືຍັງ​​ມື​ລັກ​ສະ​ນະ​ຄອບ​ຄົວ ແລະ ເຮັດ​ດ້ວຍ​ຕົນ​ເອງ… ສະ​ນັ້ນ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ມີ​ບັນ​ດາ​ການ​ວາງ​ແຜນ​ນະ​ໂຍ​ບາຍ​ຢ່າງ​ຈະ​ແຈ້ງ, ກຳ​ນົດ​ເລື່ອງ​ຮ່ວມ​ສຳ​ພັນ​ເຂດ​ຕາມ​ທິດ​ສຳ​ພັດ​ກັບ​ເຂດ, ຫຼາ​ຍ​ຂະ​ແໜງ​ເພ​ື່ອ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ, ຂອງ​ເຂດ.

        “ນະ​ໂຍ​ບາຍ ແລະ ມະ​ນຸດ​ຈຶ່ງ​ແມ່ນ​ປັດ​ໃຈ​ຕັດ​ສິນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຜົນ​ກະ​ທົບ​ຈາກ​ແຫຼ່ງ​ນ້ຳ​ແມ່ນ​ສະ​ພາບການ​​ເກີດ​ຂຶ້ນ​​ໂດຍ​ທຳ​ມະ​ຊາດ. ໃນ​ສະ​ພາບ​ຕົວ​ຈິງ​, ພວກ​ເຮົາ​ແກ້​ໄຂ​ພື້ນ​ຖານນັ້ນ​ຕາມ​ແຕ່​ລະ​ຂັ້ນ. ມີ 2 ທິດ, ທີ່​ໜຶ່ງ​ແມ່ນ​ພວກ​ເຮົ​າ​​ປ່ຽນ​ແປງ​ເພື່ອຮັບ​ມື​, ທີ່ 2 ແມ່ນ​ພວກ​ເຮົາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ.”

        ທ່ານ​ເລ​ແທງ​ຕຸ່ງ, ຮອງ​​ຫົວ​ໜ້າ​ພະ​ແນກ​ພືດ​ພັນ​ທັນ​ຍາ​ຫານ - ສະ​ບຽງ​ອາ​ຫານ, ກົມ​ປູກ​ຝັງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຖື​ວ່າ: ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຍັງ​ບໍ່​ທັນ​ສູງ ແລະ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ບາງ​ມາດ​ຕະ​ຖານ​ສາ​ກົນ. ນອກນັ້ນ, ຍ້ອນ​ຜົນ​ກະ​ທົບ​​ຈາກ​ປະ​ກົດ​ກ​ານ​ທຳ​ມະ​ຊາດ ສະ​ນັ້ນ​ສະ​ພາບ​ສັດ​ຕ​ູ​ພືດ ແລະ ໂລກ​ລະ​ບາດ​ອາດ​ຈະ​ເພີ່ມ​ຂຶ້ນ. ລາຍ​ຈ​່າຍ​ໃຫ້​ການ​ຜະ​ລິດ​ຈະ​ສ​ູງ​ຂຶ້ນ, ໃນ​ຂະ​ນະ​ນັ້ນ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ບໍ່​ສູງ. ສະ​ນັ້ນ, ການ​​ຮ່ວມ​ສຳ​ພັນການ​ຜະ​ລິດ​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ເພື່ອ​ສ້າງ​ຕັ້ງ​ບັນ​ດາ​​ສະ​ຫະ​ກອນ, ຮູບ​ແບບ, ​ຟາມ ຈ​ະ​ສ້າງ​ບັນ​ດາ​ກຳ​ລັງ​ໜູນ​ໃນ​ການ​ພັດ​ທະ​ນາ. ຈາກນັ້ນ​ສ້າງ​ພື້ນ​ຖານ​ກະ​ສິ​ກຳ​ຕາມ​ລະ​ບົບ​​ຄົບ​ວົງ​ຈອນ ແລະ ມີ​ຄຸນ​ນະ​ພາບ.

        “ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃ​ຈ​ຂອງ​ລະ​ບົບ​ກະ​ສິ​ກຳ, ໃນ​ນັ້ນ​ລວ​ມ​ທັງ​ອົງ​ການ​ວິ​ຊາ​ສະ​ເພາະ​ຊີ້​ນຳ​ບັນ​ດາ​ທ້ອງ​ຖິ່ນ ແລະ ຊາວ​ກະ​ສິ​ກອນ​, ​ມີ​ວິ​​ທີ​ສັງ​ເກ​ດ​, ຕີ​ລາ​ຄາ​ລວມ​ກ່ຽວ​ກັບ​ບັນ​ດາ​​ສິ່ງສະ​ດວກ, ຄວາມ​ຫຍຸ້ງ​ຍາກ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ພວກ​ເຮົາ​ສາ​ມາດ​ນຳ​ໃຊ້​ດິນ​ປູກ​ເຂົ້າ​ຢູ່​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ກວ່າ”.

        ຢູ່​ແຂວງ ດົ່ງ​ທ໋າບ, ກ່ອນນີ້ 3 ປີ​ໄດ້​ເລີ່ມ​​ປະ​ຕິ​​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​​ຂະ​ແໜງກະ​ສິ​ກຳ​ຄືນ​ໃໝ່, ໃນ​ນັ້ນ​ມີ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ທ່ານ ເລ​ມິງ​ຮ​ວານ, ເລ​ຂາ​ຄະ​ນະ​ພັກ​ແຂວງ​ດົ່ງ​ທ໋າບ, ຊີ້​ແຈ້ງວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ທ້ອງ​ຖິ່ນ​ໄດ້​ມີ​ບັນ​ດາ​ຂີດ​ໝາຍ​ຕັ້ງ​ໜ້າ​ໃນ​ການ​​ຮ່ວມ​ສຳ​ພັນການ​ຜະ​ລິດ​ກະ​ສິ​ກຳ ດ້ວຍ​ວິ​ທີ​ປ່ຽນ​ໃໝ່​ການ​ຈັດ​ຕ​ັ້ງ​ການ​ຜ​ະ​ລິດ, ຍູ້​ແຮງ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ, ຕະ​ຫຼາດ. ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຫຼຸດ​ຜ່ອນ​ລາຍ​ຈ່າຍ​ແກ່​ການ​ຜະ​ລິດ ແລະ ຜະ​ລິດ​ຢ່າງ​ປອດ​ໄພ. ຈາກນັ້ນ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນ. ມີ​ສິນ​ຄ້າ​ຫຼາຍ​ປະ​ເພດ​​ຖືກ​ຮັບ​ປະ​ກັນ​ການ​ຈຳ​ໜ່າຍ ແລະ ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​ໂລກ.

        “ຂອ​ບ​​ຂະ​ໜາດ​ການ​ຜະ​ລິດ​ນ້ອຍ, ກະ​ແຈກ​ກະ​ຈາຍ ໄດ້​ເຮັດ​ໃຫ້​ເລື່ອງ​ສ້າງ​ເຄື່ອງ​ໝາ​ຍ​ການ​ຄ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ລາຍ​ການ​ສົ້ນ​ເຂົ້າ​ເພີ່ມ​ຂຶ້ນ​ສູງ, ​​ໃນ​ປະ​ຈຸ​ບັນການ​ແກ່ງ​ແຍ່ງແມ່ນ​ອີງ​ໃສ່​ລາຍ​ຈ່າຍ​ຕ່່ຳ ແລະ ຄຸນ​ນະ​ພາບຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສູງ. ດົ່ງ​ທ໋າບ ກໍ​ຄື​ຫຼາຍ​ທ້ອງ​ຖິ່ນ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ​ຮູບ​ແບບ​ຫຼຸດ​ຜ່ອນ​ລາຍ​ຈ່າຍ, ຜ່ານນັ້ນ​​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ສຳ​ພັດ​ກັບ​ບັນ​ດາ​ຮູບ​ແບບ​ຜະ​ລິດ​ສະ​ຫຼາດ, ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ສະ​ອ​າດກວ່າ”.

        ທ່ານ ເຈີນ​ຫິວ​ຫ​ຽບ, ກຳ​ມະ​ການ​ສະ​ເພາະ​ກິດ​ຄະ​ນະ​ຊີ້​ນຳ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຖື​ວ່າ: ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຕ້ອງ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລະ ຕິດ​ຕາມກວດ​ກາ​ບັນ​ດາ​ມາດ​ຕະ​ຖານ​ຄຸນ​ນະ​ພາບ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ.

        “ປະ​ຕ​ິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ຄືນ​ໃໝ່ ຕ້ອງ​ສ້າງ​ບັນ​ດາ​ລະ​ບົບ​ມູນ​ຄ່າ, ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ມີ​ທ່າ​ແຮງ​ນັບ​ແຕ່​ສົ້ນ​ເຂົ້າ​ໃຫ້​ໄດ້, ພາຍ​ຫຼັງ​ເກັບ​ກູ້​ປຸ່ງ​ແຕ່ງ​ການ​ຄ້າດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ພໍ​ສົມ​ຄວນ​ຈຶ່ງ​ສາ​ມາດ​ແກ່ງ​ແຍ້ງ​ໄດ້. ການ​​ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ບັນ​ດາ​​ອະ​ນ​ຸເຂດ​, ບັນ​ດາ​ເຂດ​ປູກ​ສະເພາະ, ການ​ຜະ​ລິດ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ເສດ​ຖະ​ກິດ​ຮ່ວມ​ມື​ພັດ​ທະ​ນາ​ໂດຍ​ນຳ​ໃຊ້​ມາດ​ຕະ​ຖານ, ສົມ​ທົບ​ກັບ​ບັນ​ດາ​ຂະ​ແໜງການ​ຂະ​ໜາດ​ນ້ອຍບໍ່​ພ​ຽງ​ແຕ່​ໃນ​ຂົງ​ເຂດ​ກະ​ສິ​ກຳ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ມີ​ການ​ສົມ​ທົບ​ກັນ​ກັບ​ການ​ພັດ​ທະ​ນາ​ການ​ໜູນ​ຊ່ວຍ​ຂອງ​ເຂດ​ຕົວ​ເມືອງ.”

        ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ແລະ ພັດ​ທະ​ນາ​​ການ​ຜະ​ລິດກະ​ສິ​ກຳ​ຢູ່​​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຕິດ​ພັນ​ກັບ​ການ​​ຮ່ວມ​ສຳ​ພັນ​ວິ​ສາ​ຫະ​ກິດ​ກັບ​ປະ​ຊາ​ຊົນ, ​ກັບການ​ສະ​ໜອງ ແລະ ​ຄວາມ​ຕ້ອງ​ການຂອງ​ຕະ​ຫຼາດ; ສຸມ​ໃສ່​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ທ້ອງ​ຖິ່ນ ແລະ ເຂດ. ຄຽງ​ຂ້າງນັ້ນ, ສຸມ​ໃສ່​​ການ​ນຳ​ໃຊ້​ຕັກ​ນິກ​ທີ່ກ້າວ​ໜ້າ​ໃນ​ການ​ຜະ​ລິດ, ຈາກ​ການ​ເກັບ​ກູ້, ​ຮັກ​ສາ, ຂົນ​ສົ່ງ ເຖິງ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ. ຈາກນັ້ນ, ສ້າງ​ພື້ຶ້ນ​ຖານ​ກະ​ສິ​ກຳ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິ່ງ​ທ້າ​ທາຍ​ຕໍ່​ໜ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຂ່າວ/ບົດ​ອື່ນ