ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ

(VOVWORLD) - ຕາມບົດລາຍງານຫຼ້າສຸດຂອງກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນແລ້ວ, ໃນ 9 ເດືອນຕົ້ນປີ 2017, ຍອດຈຳນວນເງິນລົງທຶນຕ່າງປະເທດ (FDI) ທີ່ຈົດທະບຽນເຂົ້າຫວຽດນາມ ບັນລຸລະດັບສະຖິຕິ, ຂຶ້ນເຖິງ 25,48 ຕື້ USD, ເພີ່ມຂຶ້ນ 34,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ການປ່ອຍທຶນໃນໄລຍະຜ່ານມາກໍ່ໄດ້ເພີ່ມຂຶ້ນຢ່າງແຮງ, ບັນລຸ 12,5 ຕື້ USD, ເພີ່ມຂຶ້ນ 13,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. 
ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ - ảnh 1 ພາບປະກອບ

ນີ້ແມ່ນຕົວເລກທີ່ສະແດງໃຫ້ເຫັນສັນຍານທີ່ດີກ່ຽວກັບການດຶງດູດການລົງທຶນຕ່າງປະເທດຂອງຫວຽດນາມ ໃນຈຸດເວລານີ້. ບົດຂຽນຂອງບັນນາທິການ ທູຮວາ “ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ”.

        ໄລ່ລວມໃນ 9 ເດືອນຕົ້ນປີ 2017, ຍອດຈຳນວນເງິນຈົດທະບຽນໃໝ່, ເງິນເພີ່ມຕື່ມ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດໄດ້ຂຶ້ນເຖິງຈຳນວນເງິນ 25,48 ຕື້ USD. ຕົວເລກນີ້ເພີ່ມຂຶ້ນສູງກວ່າ 1,108 ຕື້ USD ເມື່ອທຽບໃສ່ໝາກຜົນການດຶງດູດເງິນລົງທຶນຈາກຕ່າງປະເທດຂອງທັງປີ 2016.

        ຈຳນວນທຶນ FDI ທີ່ລົງທຶນຢ່າງແຮງເຂົ້າຫວຽດນາມ ໃນຫຼາຍປີຜ່ານມາ ແລະ ພິເສດໃນ 9 ເດືອນຕົ້ນປີ 2017 ໄດ້ຊີ້ໃຫ້ເຫັນ ຫວຽດນາມ ແມ່ນການເລືອກເຟັ້ນສຳຄັນ ພິເສດຂອງນັກລົງທຶນຕ່າງປະເທດຍ້ອນແງ່ຫວັງເສດຖະກິດທີ່ຕັ້ງໜ້າກວ່າບາງປະເທດໃນພາກພື້ນ. ກຳລັງດຶງດູດຂອງຫວຽດນາມ ສຳລັບບັນດານັກລົງທຶນຕ່າງປະເທດ ກໍ່ຍັງຍ້ອນເຫດຜົນ ຫວຽດນາມ ພວມປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ພາຍໃນປະເທດຢ່າງບໍ່ຢຸດຢັ້ງ. ປີ 2017, ແມ່ນປີທີ 4 ຢ່າງລຽນຕິດທີ່ ຫວຽດນາມ ຜັນຂະຫຍາຍມະຕິເລກທີ 19 ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ດ້ວຍຫຼາຍຈຸດໃໝ່, ແຕກຕ່າງກັນ, ເຊິ່ງເລີ່ມຈາກຄວາມຮຽກຮ້ອງຂອງລັດຖະບານ ແລະ ບັນດາການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ເຂັ້ມແຂງກວ່າຈາກບັນດາທ້ອງຖິ່ນ. ທ່ານ ເຈີນແທງລຽມ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ, ໃຫ້ຮູ້ວ່າ.

        “ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳການປະຕິບັດບັນດາມາດຕະການແກ້ໄຂເພື່ອດຶງດູດການລົງທຶນ. ກ່ອນອື່ນໝົດແມ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນເວລາ, ລະບຽບການ ແລະ ລາຍຈ່າຍສຳລັບວິສາຫະກິດ. ທີ 2 ແມ່ນສ້າງຄວາມສະໜິດສະໜົມຂອງພະນັກງານ, ພາລະກອນສຳລັບປະຊາຊົນ ແລະ ວິສາຫະກິດ”.

        ເລື່ອງຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ 2 ຝ່າຍ ແລະ ຫຼາຍຝ່າຍ ກໍ່ເຮັດໃຫ້ຫວຽດນາມ ເພີ່ມຄວາມດູດດຶ່ມສຳລັບບັນດານັກລົງທຶນຕ່າງປະເທດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໂດຍຜ່ານການເຄື່ອນໄຫວຂາອອກຂາເຂົ້າຂອງຂົງເຂດ FDI. ລະອຽດແມ່ນ, ໃນ 9 ເດືອນຕົ້ນປີ 2017, ການສົ່ງອອກຂອງຂົງເຂດ FDI ບັນລຸ 110,8 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ກວມເອົາ 71,9% ວົງເງິນສົ່ງອອກຂອງທົ່ວປະເທດ. ການນຳເຂົ້າຂອງຂົງເຂດນີ້ໃນໄລຍະດຽວກັນບັນລຸ 93,2 ຕື້ USD, ເພີ່ມຂຶ້ນ 26,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016 ແລະ ກວມເອົາ 60,3% ວົງເງິນນຳເຂົ້າ. ທ່ານ Michael, ປະທານສະຫະສະມາຄົມວິສາຫະກິດເອີລົບ ປະຈຳຫວຽດນາມ, ຢືນຢັນວ່າ, ສັນຍາການຄ້າເສລີ ອີຢູ - ຫວຽດນາມ ອາດຈະກາຍເປັນສັນຍາພາທາງໃນວິວັດທະນາການເຊື່ອມໂຍງດ້ານການຄ້າທົ່ວໂລກຂອງຫວຽດນາມ ໃນປີນີ້ ແລະ ຊຸມປີຕໍ່ໆໄປ. ສັນຍາກໍ່ແມ່ນໜຶ່ງໃນບັນດາປັດໄຈເພື່ອໃຫ້ຫວຽດນາມ ກາຍເປັນສະຖານທີ່ດຳເນີນທຸລະກິດທີ່ມີແງ່ຫວັງດີທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ສຳລັບບັນດາວິສາຫະກິດເອີລົບ.

ການລົງທຶນຕ່າງປະເທດເຂົ້າຫວຽດນາມ: ບັນດາຕົວເລກທີ່ໜ້າປະທັບໃຈ - ảnh 2ນະຄອນໂຮ່ຈີມິນ 

        ປະຈຸບັນ, ແຫຼ່ງເງິນທົງທຶນ 25,48 ຕື້ USD ຂອງບັນດານັກລົງທຶນທີ່ມາຈາກ 126 ປະເທດ ແລະ ເຂດແຄ້ວນ ໄດ້ມີໜ້າຢູ່ 63 ແຂວງ, ນະຄອນຂອງຫວຽດນາມ. ບັນດາວິສາຫະກິດຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ/ຂົງເຂດ, ໃນນັ້ນອຸດສາຫະກຳປຸງແຕ່ງ, ຜະລິດ ສືບຕໍ່ດຶງດູດຄວາມສົນໃຈຫຼາຍຢ່າງຈາກບັນດານັກລົງທຶນຕ່າງປະເທດໄດ້ຢ່າງຫຼວງຫຼາຍ. ເລື່ອງດຶງດູດເງິນລົງທຶນຈາກຕ່າງປະເທດຢູ່ຫວຽດນາມ ພວມຫັນຈາກດ້ານຈຳນວນ ໄປຍັງຄຸນນະພາບ. ໝາຍຄວາມວ່າ, ທ້ອງຖິ່ນຖືຄຸນນະພາບແຫຼ່ງທຶນ FDI ເໜືອກວ່າຈຳນວນທຶນ, ການປ່ອຍເງິນຂອງບັນດາໂຄງການແມ່ນສຳຄັນກວ່າຈຳນວນທຶນຈົດທະບຽນຂອງວິສາຫະກິດ. ທ່ານ ມາຍວັນເຍີນ, ຮອງຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ດົ່ງນາຍ, ໃຫ້ຮູ້ວ່າ, ດົ່ງນາຍ ດຶງດູດບັນດາໂຄງການລົງທຶນແມ່ນດີໃຫ້ທັງພື້ນຖານເສດຖະກິດ.

        “ໂຄງການລົງທຶນດີສຳລັບລັດຕ້ອງແມ່ນໂຄງການປະກອບສ່ວນກ່ຽວກັບການເກັບພາສີເຂົ້າງົບປະມານ. ໂຄງການດີໃຫ້ແກ່ສັງຄົມ ຕ້ອງມີລັກສະນະແຜ່ລາມດ້ານເຕັກໂນໂລຊີ, ຕ້ອງສ້າງວຽກເຮັດງານທຳ ແລະ ຍົກສູງສີມືແຮງງານ, ລະດັບຄວາມເຂົ້າໃຈໃຫ້ແກ່ຜູ້ອອກແຮງງານ. ສຸດທ້າຍແມ່ນດີສຳລັບເຈົ້າຂອງການລົງທຶນ”.

        ຕາມຂໍ້ສັງເກດຂອງນັກຊ່ຽວຊານເສດຖະກິດບາງຄົນແລ້ວ, ຫວຽດນາມ ຍັງແມ່ນສະຖານທີ່ດຶງດູດສຳລັບນັກລົງທຶນຕ່າງປະເທດ. ຄາດວ່າ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ນອກຈາກປີ 2017 ຂອງຫວຽດນາມ ອາດຈະບັນລຸຕົວເລກຂຶ້ນເຖິງ 30 ຕື້ USD ແລະ ການປ່ອຍທຶນຈະບັນລຸປະມານ 18 ຕື້ USD. ນະໂຍບາຍເປີດປະຕູໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ພ້ອມກັບບັນດາທ່າແຮງຈາກບັນດາສັນຍາການຄ້າເສລີ ເຊິ່ງຫວຽດນາມ ໄດ້ ແລະ ພວມລົງນາມ ໄດ້ສ້າງໃຫ້ມີໝາກຜົນທີ່ໜ້າປະທັບໃຈນີ້.

ຕອບກັບ

ຂ່າວ/ບົດ​ອື່ນ