ກຳລັງດຶງດູດຂອງເຂດເຕັກໂນໂລຢີສູງ ດ່າໜັງ

(VOVWORLD) - ມາຮອດປະຈຸບັນ ເຂດເຕັກໂນໂລຢີສູງ ດ່າໜັງ ມີເນືື້ອທີ່ 400 ກ່ວາເຮັກຕາ ກຽມພ້ອມ ເພື່ອຮັບໃຊ້ບັນດານັກລົງທຶນ ແລະ ພວມສືບຕໍ່ເປີດກ້ວາງໄລຍະທີ 2. ປັດຈຸບັນມີ 10 ໂຄງການລົງທຶນດ້ວຍຍອດເງິນລົງທຶນ 250 ລ້ານ USD, ໃນນັ້ນ ມີ  3 ໂຄງການດ້ວຍເງິນລົງທຶນຕ່າງປະເທດ 100% ທີ່ໄດ້ລົງທຶນຢູ່ແຫ່ງນີ້.

ພາຍຫລັງເຄື່ອນໄຫວມາເປັນເວລາ 7 ປີ, ເຂດເຕັກໂນໂລຢີສູງ ດ່າໜັງ ໄດ້ສ້າງເປັນຮູບປະທຳ ແລະ ພວມຢູ່ໃນໄລຍະຍູ້ໄວການດຶງດູດການລົງທຶນ. ປັດຈຸບັນເຂດເຕັກໂນໂຢສູງ ດ່າໜັງ ແມ່ນໜຶ່ງໃນສາມເຂດເຕັກໂນໂລຢີສູງຂອງທົ່ວປະເທດ ເຊິ່ງໄດ້ລັດຖະບານໄດ້ປະກາດໃຊ້ນະໂຍບາຍບຸລິມະສິດກະໂດດຂັ້ນ ເພື່ອດຶງດູດການລົງທຶນ. ນີ້ແມ່ນແຫ່ງກຳເນີດບັນດາວິສາຫະກິດເຕັກໂນໂລຢີສູງ, ພັດທະນາຕະຫລາດວິທະຍາສາດ - ເຕັກໂນໂລຢີຂອງພາກກາງ ແລະ ໄຕງວຽນ. ບົດຂຽນຂອງ ດີງທ້ຽວ, ນັກຂ່າວ VOV.

ກຳລັງດຶງດູດຂອງເຂດເຕັກໂນໂລຢີສູງ ດ່າໜັງ - ảnh 1 ພິທີເປີດສະຫຼອງໂຮງຈັກ Tokyo Keiki Precision Technology (ຍີ່ປຸ່ນ) ຢູ່ເຂດເຕັກໂນໂລຢີສູງ ດ່າໜັງ  ( ພາບ: ອິນເຕີແນັດ) 

        ຈຳນວນເງິນ 1900 ກ່ວາຕື້ດົ່ງແມ່ນແຫຼ່ງທຶນຂອງສູນກາງ ແລະ ນະຄອນ ດ່າໜັງ ໄດ້ລົງທຶນ ເພື່ອກໍ່ສ້າງສຳເລັດພື້ນຖານໂຄງລ່າງເຂດເຕັກໂນໂລຢີສູງນະຄອນ ດ່າໜັງ. ໃນໄລຍະ 7 ປີຜ່ານມາ, ຈາກຕ່ເຂດເນີນພູທີ່ຮົກເຮື້ອວ່າງເປົ່າ, ມາຮອດປະຈຸບັນ ເຂດເຕັກໂນໂລຢີສູງ ດ່າໜັງ ມີເນືື້ອທີ່ 400 ກ່ວາເຮັກຕາ ກຽມພ້ອມ ເພື່ອຮັບໃຊ້ບັນດານັກລົງທຶນ ແລະ ພວມສືບຕໍ່ເປີດກ້ວາງໄລຍະທີ 2. ປັດຈຸບັນມີ 10 ໂຄງການລົງທຶນດ້ວຍຍອດເງິນລົງທຶນ 250 ລ້ານ USD, ໃນນັ້ນ ມີ  3 ໂຄງການດ້ວຍເງິນລົງທຶນຕ່າງປະເທດ 100% ທີ່ໄດ້ລົງທຶນຢູ່ແຫ່ງນີ້. ທ່ານ ດ່ວານງອັກຮຸ່ງແອງ ຮອງຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ດ່າໜັງ ໃຫ້ຮູ້ວ່າ: ຕົ້ນປີນີ້, ເມື່ອລັດຖະບານປະກາດໃຊ້ດຳລັດວ່າດ້ວຍນະໂຍບາຍບຸລິມະສິດກະໂດດຂັ້ນຫລາຍຢ່າງ, ບວກກັບຜົນສະທ້ອນອັນດີຂອງສັບປະດາຂັ້ນສູງ APEC 2017, ເຮັດໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດມາຊອກຫາກາລະໂອກາດລົງທຶນເຂົ້າເຂດນີ້ຢ່າງລຽນຕິດ. ທ່ານ ດ່ວານງອັກຮຸ່ງແອງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສ້າງແຜນການຍູ້ໄວການດຶງດູດການລົງທຶນ, ໂຄສະນາເຜີຍແຜ່ເຂດເຕັກໂນໂລຢີສູງ ດ່າໜັງ ດ້ວຍທາງພາຫະນະສື່ມວນຊົນຂອງຕ່າງປະເທດ. ມາພົບປະໂດຍກົງກັບບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ແນະນຳ, ໂຄສະນາໃຫ້ເຂົາເຈົ້າກ່ຽວກັບນະໂຍບາຍບຸລິມະສິດ. ເນື່ອງໃນໂອກາດ APEC ຜ່ານມາ, ພວກຂ້າພະເຈົ້າໄດ້ມີໂອກາດເຊື່ອມຕໍ່ກັບບາງນັກລົງທຶນ. ໃນອະນາຄົດຈະມີໂຄງການລົງທຶນໃຫຍ່, ຖ້າໂຄງການດັ່ງກ່າວປະສົບຜົນສຳເລັດ ຈະແມ່ນກຳລັງໜູນໃຫຍ່ຫລວງໃນການພັດທະນາເຂດເຕັກໂນໂລຢີສູງ ດ່າໜັງ”.

        ມາຮອດປັດຈຸບັນ, ເຂດເຕັກໂນໂລຢີສູງ ດ່າໜັງ ແມ່ນໜຶ່ງໃນສາມເຂດເຕັກໂນໂລຢີສູງຈຸດສຸມລະດັບຊາດ ພ້ອມກັບເຂດເຕັກໂນໂລຢີສູງ ຮ່ວາລາກ - ຮ່າໂນ້ຍ ແລະ ເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ ໂດຍລັດຖະບານໄດ້ປະກາດໃຊ້ນະໂຍບາຍບຸລິມະສິດ ເພື່ອດຶງດູດການລົງທຶນ. ໂຄງການລົງທຶນໃໝ່ໃນເຂດເຕັກໂນໂລຢີນີ້ ຈະໄດ້ຮັບການຍົກເວັ້ນຄ່າເຊົ່າທີ່ດິນທັງໝົດ  ໃຫ້ທັງໄລຍະໂຄງການລົງທຶນເຊົ່າທີ່ດິນ; ຍົກເວັ້ນການທົດແທນຄ່າບຸກເບີກໜ້າພຽງ …ໂຄງການລົງທຶນໃໝ່ ມີຂອບຂະໜາດເງິນລົງທຶນແຕ່ 3.000 ຕື້ດົ່ງຂຶ້ນໄປ ໄດ້ຮັບອັດຕາພາສີບຸລິມະສິດ 10% ໃນເວລາ 30 ປີ; ຍົກເວັ້ນອາກອນລາຍຮັບວິສາຫະກິດ; ຫລຸດພາສີອາກອນ, ຍົກເວັ້ນພາສີອາກອນສຳລັບປະເພດສິນຄ້ານຳເຂົ້າ…ນັກລົງທຶນ, ນັກຊ່ຽວຊານ ແລະ ຄົນງານເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຫຼື ຊາວຕ່າງປະເທດເຮັດວຽກໂດຍກົງຢູ່ເຂດເຕັກໂນໂລຢີສູງ ດ່າໜັງ ແລະ ບັນດາສະມາຊິກໃນຄອບຄົວ (ລວມມີ: ພໍ່, ແມ່, ເມຍ ຫຼື ຜົວ, ລູກຄີງ, ລູກລ້ຽງມີອາຍຸຕ່ຳກ່ວາ 18 ປີ) ຈະໄດ້ຮັບການພິຈາລະນາອອກວິຊາທີ່ມີຄຸນຄ່າເຂົ້າ - ອອກເມືອງເປັນຫລາຍຄັ້ງ ແລະ ກຳນົດເວລາຢ່າງເໝາະສົມ ກັບຈຸດປະສົງໃນການເຂົ້າເມືອງ…ທ່ານ ຮວີງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຖືວ່າ:

        “ການກຳນົດທິດຢ່າງເຂັ້ມແຂງໃນການພັດທະນາບັນດາຂະແໜງນີ້ ແມ່ນການກຳນົດທິດຖືກຕ້ອງ, ມີປະສິດທິຜົນທີ່ສຸດ, ນຳມາເຊິ່ງປະສິດທິຜົນຢ່າງວ່ອງໄວ. ພວກເຮົາສາມາດແກ້ໄຂ ເພື່ອນຳມາໃຫ້ແຫຼ່ງລາຍຮັບອັນໃຫຍ່ຫລວງ, ພິເສດ ແມ່ນສ້າງກຳລັງຄົນງານທີ່ມີສີມືສູງ, ມີລາຍຮັບສູງ ຊ່ວຍໃຫ້ນະຄອນພັດທະນາໄວໃນຫລາຍດ້ານ ”.

ກຳລັງດຶງດູດຂອງເຂດເຕັກໂນໂລຢີສູງ ດ່າໜັງ - ảnh 2

        ພາຍຫລັງຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017, ປີ 2018, ແມ່ນປີທີ່ນະຄອນ ດ່າໜັງ ແມ່ນປີຍູ້ແຮງການດຶງດູດການລົງທຶນ. ນະຄອນສືບຕໍ່ສຸມໃສ່ໃຫ້ບຸລິມະສິດແຫຼ່ງທຶນກໍ່ສ້າງພື້ນຖານໂຄງລ່າງໃຫ້ສຳເລັດ, ເຊື່ອມຕໍ່ຄົມມະນາຄົມເຂດເຕັກໂນໂລຢີສູງ; ນຳສາຍລົດເມໂດຍສານເຂົ້າເຄື່ອນໄຫວໃຫ້ບໍລິການ ແຕ່ໃຈກາງເມືອງໄປເຂດເຕັກໂນໂລຢີສູງ; ຄົ້ນຄວ້າວິທີປຸກສ້າງເຮືອນໃຫ້ຄົນງານ, ເຮືອນລ້ຽງເດັກໃຫ້ລູກຫຼານກຳມະກອນ. ໃນການກຳນົດທິດພັດທະນາໃນໄລຍະຈະມາເຖິງ ອຳນາດການປົກຄອງ ດ່າໜັງ ກຳນົດວ່າ: ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວຈະແມ່ນບຸລິມະສິດອັນດັບ 1 ໃນການດຶງດູດການລົງທຶນຂອງ ດ່າໜັງ.

ຕອບກັບ

ຂ່າວ/ບົດ​ອື່ນ