ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນການສົ່ງອອກຂອງຫວຽດນາມໃນປີ 2016

(vovworld) - ປີ 2016 ແມ່ນ​ປີ​ທີ່ມີ​ຂີດ​ໝາຍ​ສຳ​ຄັນ​ຫຼາຍ​ຢ່າງ​ຂອງ​ຫວຽດ​ນາມ, ດ້ວຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ, ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນ​ຍານ​ຕັ້ງ​ໜ້າ, ມີ​ການ​ກະ​ທົບ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ. ເຖິງ​ວ່າ​ວົງ​ເງິນ​ສົ່ງ​ອອກ​ຂອງ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ, ເຄື່ອງ​ເອ​ເ​ລັກ​ໂຕ​ນິກ, ຜະ​ລິດ​ຕະ​ພັນ​ກະ​ເສດ… ແລະ ບັນ​ດາ​ຂະ​ແໜງ​ສິນ​ຄ້າ​ອື່ນໆ​ໃນ​ປີ​ຜ່ານ​ມາ ຍັ​ງບໍ່​ທັນ​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ກໍ​ຕາມ, ແຕ່ກໍ່​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ໃນ​ສະ​ພາບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລວມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໂລກ. ບັນ​ນາ​ທິ​ການ ຮ່​ວຽນ​ຖຸຍ, ມີ​ບົດ​ຂ​ຽນ​ເຕື້ອງ​ເຖິງ​ບັນ​ຫານີ້.


ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນການສົ່ງອອກຂອງຫວຽດນາມໃນປີ 2016  - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ປີ 2016, ເຖິງວ່າ​​ສະ​ພາບ​ການ​ທາງ​ດ້ານເສດ​ຖະ​ກິດ​ໂລກ​​ຍັງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ດ້ວຍ​ການ​ຊຸດ​ໂຊມຢ່າງ​ແຮງ​ທັງ​ທາງ​ດ້ານ​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​​ໃນ​ຕະ​ຫຼາດ​ກ​ໍ​່ຕາມ, ແຕ່​ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ​ໃນປີ 2016 ເບິ່ງ​ລວມ​ແລ້ວ​ຍັງ​ຄົງ​ຮັກ​ສາໄດ້​ທ່າ​ອ່ຽ​ງ​ເພີ່ມ​ຂຶ້ນ. ນີ້​ແມ່ນ​ສັນ​ຍານ​ອັນ​ຕັ້ງ​ໜ້າ​ທີ່​ຊີ້​ໃຫ້​ເຫັນ​ວ່າ​ການ​ສົ່​ງ​ອອກ​ຂອງ​ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໄດ້, ເຖິງວ່າ​ລະ​ດັບ​ເຕີບ​ໂຕ​ຍັງ​ຕ່ຳ​ເມື່ອ​ທຽບ​ໃສ່​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ.

        ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ, ຍອດ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້​າ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ​ປະ​ມານ 170 ຕື້ USD, ຮັກ​ສາ​ລະ​ດັບ​​ເຕີບ​ໂຕ 7 - 7,5%. ຜ່ານນີ້​ອາດ​ເຫັນ​ໄດ​້​ທ່າ​ອ່​ຽງ​ຢ່າງ​ຈະ​ແຈ້ງພໍ​ສົມ​ຄວນ ນັ້ນ​ແມ່ນການ​ສົ່​ງ​ອອກ​ຍັງຄົງຮັກ​ສາ​​ໄດ້ລະ​ດັບ​ເຕີບ​ໂຕ​ເຖິງວ່າ​ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ຄາດ​ໝາຍ​ທີ່​ໄດ້​ວາງອ​ອກ​ແມ່ນ 10% ກໍ່​ຕາມ, ແຕ່ນີ້​ແມ່ນ​​ໜຶ່ງ​ໃນ​ບັນ​ດາປັດ​ໃຈ​ປະ​ກອບ​ສ່ວນ​ຮັກ​ສາ​ທ່າ​ອ່ຽງ​ສົ່ງ​ອອກ​ເກີນ​ດູນ​ໃນ​ເຄິ່ງ​ຕົ້ນ​ປີ.

        ສາຍ​ເຫ​ດ​ຕົ້ນ​ຕໍ​​ທີ່​ເ​ຮັດ​ໃຫ້ວົງ​ເງິນ​ສົ່ງ​ອອກ​ເຕີບ​ໂຕ​​ຊ້າ​ ​ແມ່ນ​ຍ້ອນ​ລາ​ຄາ​ສົ່ງ​ອອກ​ຖືກ​ຫຼຸດ​ລົງ​ຢ່າງ​ແຮງ, ລວມ​ທັງ​ການ​ຫຼຸດ​ລາ​ຄາ​ນ້ຳ​ມັນ​ດິບ ແລະ ລາ​ຄາ​ສົ່ງ​ອອກ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ກໍ​​ເຊັ່ນ​ດຽວ​ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມກໍ່​ຖື​ກ​ຜົນ​ສະ​ທ້ອນ​ຫຼຸດ​ລົງ​ຢ່າງ​ແຮງ​ຈາກ​ທ່າ​ອ່ຽງ​ການ​ຫຼຸດ​ລາ​ຄາ​ຂອງ​ຕະ​ຫຼາດ​ໂລ​ກ​ຢ່າງ​ຕໍ່​ເນື​່ອງ​ນັບ​ແຕ່​ປ​ີ 2015 ມາ​ຮອດ​ປະ​ຈຸ​ບັນ. ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດ​ນາມ, ເຊິ່ງ​ແມ່ນ​ຂົງ​ເຂດ​ສົ່​ງ​ອອກ​ໄດ້​ຮັບ​ຄວາມ​ຫວັງ​ຫຼາຍ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ຖືກ​​​ຜົນ​ກະ​ທົບ​​ຈາກ​ການຫຼຸດ​ລາ​ຄາ​ຂອງ​ຕະ​ຫຼາດ​ໂລ​ກ​ໃນ​ປີນີ້. ທ່ານ​ນາງ ຟານ​ທິ​ແທງ​ຊວນ, ເລ​ຂາ​ທິ​ການ​ໃຫຍ່​ສະຫະ​ພັນ​ເກີບ​ໜັງ - ກະ​ເປົາ​​ຫີ້ວຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ສຳ​ລັບ​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ເກີບ​ໜັງ​ປີ 2016, ຍ້ອນ​ການຫຼຸດ​ລົງ​ຂອງ​ບັນ​ດາ​ຕະ​ຫຼາດສົ່ງ​ອອກ​ຄື​ອີ​ຢູ, ໃນ​ນັ້ນ​ບັນ​ດາ​ຕະ​ຫຼາດ​​ຕົ້ນ​ຕໍ​ຄື​ຕະ​ຫຼາດ​ອັງ​ກິດ ມ​ີ​ລະ​ດັບ​ຫຼຸດ​ລົງ​ຫຼາຍ​ພ​ໍ​ສົມ​ຄວນ, ສະ​ນັ້ນ​​ຈຶ່ງ​ມີ​​ຜົນ​ສະ​ທ້ອນ​ເຖິງວົງ​ເງິນ​ສົ່​ງ​ອອກ​ຂອງ​ທົ່ວ​ຂະ​ແໜງ​. ​ປະ​ຈຸ​ບັນ, ​ລະ​ດັບ​ເຕີບ​ໂຕທົ່ວ​ຂະ​ແໜງ​ບັນ​ລຸ​​ພຽງ​ແຕ່ປະ​ມານ 8% ເທົ່າ​ນັ້ນ, ຕ່ຳ​ກວ່າ​ແຜນ​ການ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2016 ແມ່ນ 10%.”

        ເຖິງ​ວ່າ​ການ​ສົ່ງ​ອອກ​ໃນ​ປີ 2016 ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຄາດ​ໝາຍໄດ້​ວາງ​ອອກກໍ່​ຕາມ, ແຕ່​ຍັງ​ມີ​ຈຸດ​ພົ້ນ​ເດ​ັ່ນ​ເປັນ​ໜ້າ​ສົນ​ໃຈ​ຫຼາຍ​ຢ່າງ. ມີ​ສິນ​ຄ້າ​ໃໝ່​ບາງ​​ຊະ​ນິດ​​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ​ຄື: ຜັກ, ໝາກ​ໄມ້ ເພີ່​ມ​ຂຶ້​ນ 30% ເມື່ອ​ທຽບ​ໃສ່​ປີ 2015; ເຂົ້າ​ໜົມເພີ່ມ​ຂຶ້ນ 17%; ​ຫົວອາ​ຫານ​ລ້ຽ​ງ​ສັດເພີ່ມ​ຂຶ້ນ 17%... ພິ​ເສດ, ກ​ານ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ໃນ​ປີ 2016 ແມ່ນ​ຈຸ​ດ​ເດັ່ນ. ​ຕົວ​ຢ່າງ​ຄື​ປາຈາ ຂອງ​ຫວຽດ​ນາມ ໄດ້​ມ​ີ​ໜ້າ​ຢູ່ 140 ຕະ​ຫຼາດ, ເພີ່ມ​ຂຶ້ນ​ຕື່ມ 4 ຕະ​ຫຼາດ​ເມື່ອ​ທຽບ​ໃສ່​ປີ 2015. ໃນ​ນັ້ນ, ການ​ສົ່ງ​ອອກ​ປາ​ຈາ ໄປ​ຍັງ​ອາ​ເມ​ລິ​ກາ, ເຊິ່ງ​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ປາ​ຈາ ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ, ບັນ​ລຸ​ກວ່າ 360 ລ້ານ USD, ກວມ​ເອົາ 20% ຍອດ​ມູນ​ຄ່າ​ສົ່ງ​ອອກ​ປາ​ຈາ, ປະ​ກອບ​ເຂົ້າ​ລະ​ດັບ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ລວມ​ຫຼາຍ​ພໍ​ສົ​ມ​ຄວ​ນ. ໃນ​ສະ​ພາບ​​ທີ່ຫວຽດ​ນາມ ນັບ​ມື້​ນັບ​ຕ້ອງ​ປະ​ເຊີນ​ໜ້າ​ກັບການ​ໜັງ​​ຕີງ​ຂອງ​ຕະ​ຫຼາດ, ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ຂອງ​ບັນ​ດາ​ປະ​ເທດ​ນຳ​ເຂົ້າ, ລະ​ດັບ​ເຕີບ​ໂຕນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ. ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ລິວ​ບິ໋ກ​ໂຮ່, ຖື​ວ່າ.

        “ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ພວກ​ເຮົາ​ຊຸກ​ຍູ້​ການ​ເຕີບ​ໂຕ ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຄຸນ​ນະ​ພາບ, ສະ​ມັດ​ຕະ​ພາບ. ສິ່ງ​ດັ່ງ​ກ່າວ​ລັດ​ຖະ​ບານ​ກໍ​ໄດ້​​ຊີ້​ແຈ້ງ​ຫຼາຍ​ເທື່ອ​ແລ້ວ, ພິ​ເສດ​ແມ່ນ​ໃນ​​ຂົງ​ເຂດກະ​ສິ​ກຳ ໄດ້​ມີ​ຫຼາຍ​ວຽກ​ງານ​ເພື່ອ​​ແນ​ໃສ່ຊຸກ​ຍູ້​ການ​ເລີ່ມ​ດຳ​ເນີນອາ​ຊີບ, ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ຂົງ​ເຂດ​ກະ​ສິ​ກຳ. ບັນ​ດາ​ຂະ​ແໜງ​ອື່ນ​ຈາກ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ​ລ້ວ​ນ​ແຕ່​​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ ເພື່ອ​ສ້າງ​ໂຄງ​ປະ​ກອ​ບ​ຄືນ​ໃໝ່ ຕິດ​ພັນ​ກັບລະ​ບອບ​ລະ​ບ​ຽບ​ການ”.

        ຕາມ​ທ່ານ​ເຈີ່ນ​ແທງ​ຫາຍ, ຮອງ​ຫົວ​ໜ້າ​ກົມ​ຂາ​ອອກ​ຂາ​ເຂົ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລ້ວ, ໃນ​ສະ​ພາບ​ທີ່​ລະ​ດັບ​ການ​ເຕີບ​ໂຕ​ຂອງ​ບັນ​ດາ​ປະ​ເທດ​​ພວມ​ຫຼຸດ​ລົງ​ນັ້ນ, ​ເລື່ອງ​ຫວຽດ​ນາມ ຍັງຄົງ​ຮັກ​ສາ​ລະ​ດັບ​ເຕ​ີບ​ໂຕ​ໄດ້ກວ່າ 7% ແມ່ນ​ເປັນ​ໜ້າ​ຮັບ​​ຮອງ. ສະ​ນັ້ນ, ປີ 2017, ວົງ​ເງິນ​ສົ່ງ​ອອກອາດ​ສາ​ມາດ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງກວ່າ. ທ່ານ ເຈີ່ນ​ແທງ​ຫາຍ ໄຈ້​ແຍກວ່າ.

        “​ຄຽງ​ຂ້າງ​ການ​ເປີດກວ້າງ​ຕະ​ຫຼາດ, ພວກ​ເຮົາ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​​ດັດ​ປັບບັນ​ດາ​ຂະ​ແໜງ​ສິນ​ຄ້າ. ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​​ຄອ​ງ​ບັນ​ດາ​ຕະ​ຫຼາດ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​​ຄອບ​ຄອງ​ບັນ​ດາ​ຂະ​ແໜງ​ສິນ​ຄ້າ​ທີ່​ມີ​ທ່າ​ແຮງ​ໃນ​ແຜນ​ທີ່​ໂລກ​ອີກ​ດ້ວຍ. ຍົກ​ຕົວ​ຢ່າງ​ຄື: ກ່ອນນີ້ 5 ປີ, ຫວຽດ​ນາມ ​​ແມ່ນ​ປະ​ເທດ​ພົ້ນເດັ່ນ​​ດ້ານ​ເຕັກ​ໂນ​ໂລ​ຊີ ຫຼື ໂຮງ​​ຈັກ​ໂຮງງານ​ເພື່ອ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື, ມາ​ຮອດ​ປະ​ຈຸ​ບັນ​ພວກ​ເຮົາ​ໄດ້​ມີ​ຊື່​ສຽງ​ແລ້ວ. ສະ​ນັ້ນ, ຄວນກຳ​ນົດ​ຄືນ​ບັນ​ດາ​ຂະ​ແໜງ​ສິນ​ຄ້າ ແລະ ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ສິນ​ຄ້າເຊິ່ງ​ພວກ​ເຮົາ​ມີ​ທ່າ​ແຮງ”.

        ປີ 2016 ແມ່ນ​ປີ​​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ສຳ​ລັບ​ບັນ​ດາ​​ປະ​ເພດສິນ​ຄ້າ​ຕົ້ນ​ຕໍຂອງ​ຫວຽດ​ນາມ. ບັນ​ດາ​ຄວາມ​ຫຍຸ້ງ​ຍາກເຫຼົ່ານັ້ນ​ໄດ້​ກາຍ​ເປັນ​ກຳ​ລັງ​ດັນເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ກຳ​ລັງ​ພາຍ​ໃນ ແລະ ຍາດ​ແຍ່ງ​ທ່າໄດ້​ປຽບ​ໃນ​ການ​ລົງ​ນາມ​​ໃນບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ສະ​ບັບ, ບືນ​ຕົວ​ຂຶ້ນ​ເຊື່ອ​ມ​ໂຍງ​ໃນທົ່ວ​ໂລກ. ນີ້​ແມ່ນ​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ສືບ​ຕໍ່​ເພີ່ມ​ທະ​ວີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ, ແມ່ນ​ກຳ​ລັງ​ຊຸກ​ຍູ້​ການ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ, ກ​ໍ​ຄື​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃນ​ປີ 2017 ແລະ ໃນ​ຊຸມ​ປີ​ຕໍ​ໄປ.

ຂ່າວ/ບົດ​ອື່ນ