ຄວາມມານະພະຍາຍາມລົບລ້າງບັດເຫຼືອງຂອງ EC ສຳລັບສິນໃນນ້ຳ ຫວຽດນາມ

(VOVWORLD) - ປີ 2017, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ບັນລຸລະດັບ 8,3 ຕື້ USD. ເຖິງຢ່າງໃດກໍ່ຕາມ, ທ້າຍເດືອນ ຕຸລາ ປີ 2017, ຄະນະກຳມະການ ເອີຣົບ (EC) ໄດ້ອອກ “ບັດເຫຼືອງ” ກ່າວເຕືອນສຳລັບສິນທະເລ ຫວຽດນາມ ຍ້ອນເຫດຜົນວ່າ ການກະທຳບໍ່ຂ້ຽວຂາດໃນການແຈ້ງຕົ້ນກຳເນີດຂອງສິນໃນນ້ຳ.

ພາຍຫລັງເຫດການດັ່ງກ່າວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວຢ່າງລະອຽດ, ຕັ້ງໜ້າເພື່ອລົບລ້າງບັດເຫຼືອງຂອງຄະນະກຳມະການ ເອີຣົບ ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.

ຄວາມມານະພະຍາຍາມລົບລ້າງບັດເຫຼືອງຂອງ EC ສຳລັບສິນໃນນ້ຳ ຫວຽດນາມ - ảnh 1ຊາວປະມົງແຂວງ ຝູ໊ອຽນ  ພາບ: TTXVN

        ສິ້ນສຸດບັ້ນກວດກາຢູ່ ຫວຽດນາມ ແຕ່ວັນທີ 16 – 24 ພຶດສະພາ ປີ 2018, ຄະນະກຳມະການເອີຣົບ (EC) ໄດ້ສົ່ງຈົດໝາຍທາງການເຖິງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ປະກາດຄຳເຫັນຂອງ EC ສຳລັບເນື້ອໃນຕ່າງໆຂອງຄະນະກວດກາທີ່ໄດ້ກວດກາຢູ່ ຫວຽດນາມ. ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນນັ້ນ ການຕ້ານການຂຸດຄົ້ນຢ່າງຜິດກົດໝາຍ, ບໍ່ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບໍ່ປະຕິບັດຕາມການກຳນົດ (IUU), ຄະນະກວດກາຂອງ EC ຖືວ່າ: ເລື່ອງຕ້ານການຂຸດຄົ້ນ IUU, ຫວຽດນາມ ຄວນມີການກະທຳລະອຽດ, ຕັ້ງໜ້າ, ຂ້ຽວຂາດກ່ວາໃນສະພາບຕົວຈິງ. ໜຶ່ງໃນບັນດາຂໍ້ສະເໜີແນະຂອງ EC ຍົກອອກມາ ເຊິ່ງ ຫວຽດນາມ ຄວນໃຫ້ບຸລິມະສິດໃນໄລຍະຈະມາເຖິງ ນັ້ນແມ່ນນັບແຕ່ວັນທີ 1 ມັງກອນ ປີ 2019, ກ່ຳປັ່ນຫາປາທີ່ມີລວງຍາວແຕ່ 24 ແມັດຂຶ້ນໄປ ຕ້ອງໄດ້ຕິດຕັ້ງລະບົບຕິດຕາມການເຄື່ອນໄຫວດ້ວຍເຕັກໂນໂລຢີດາວທຽມ; ເພີ່ມທະວີວຽກງານຄວບຄຸມກ່ຳປັ່ນຫາປາຢູ່ທ່າກ່ຳປັ່ນ, ບົນທະເລ ແລະ ນຳໃຊ້ຂໍ້ມູນຕິດຕາມການເຄື່ອນໄຫວຂອງກ່ຳປັ່ນຫາປາຕາມລະບົບ, ມີຄວາມຊັດເຈນເພື່ອຮັບປະກັນຜະລິດຕະພັນສົ່ງອອກໄປຍັງຕະຫລາດ ເອີຣົບ ໄດ້ແຈ້ງຕົ້ນກຳເນີດ, ຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາຜະລິດຕະພັນທີ່ໄດ້ການຢັ້ງຢືນ.

        ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ແລະ ຂາດຕົກບົກຜ່ອງປະຕິບັດບັນດາເນື້ອໃນຂອງຄະນະກວດກາ EC ທີ່ຍົກອອກມາໃນບັ້ນກວດກາ, ຕີລາຄາຜ່ານມານັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສະເໜີເພີ່ມທະວີການຄຸ້ມຄອງອາຊີບຫາປາ, ສ້າງການຫັນປ່ຽນໃຫ້ທົ່ວລະບົບຄຸ້ມຄອງການຂຸດຄົ້ນສິນໃນນ້ຳ, ເປັນຕົ້ນແມ່ນສະພາບຕົວຈິງຂອງທ້ອງຖິ່ນຕ່າງໆ ເພື່ອໃຫ້ EC ພິຈາລະນາລົບລ້າງ “ບັດເຫຼືອງ” ໃນໄລຍະຈະມາເຖິງ. ຕາມທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວນເກື່ອງ ແລ້ວ: 6 ເດືອນທ້າຍປີ ແມ່ນໄລຍະເວລາບໍ່ພຽງພໍ ເພືື່ອປະຕິບັດໃຫ້ໝົດບັນດາຂໍ້ສະເໜີແນະ ຊຶ່ງ EC ຍົກອອກມາ ພ້ອມທັງຫັນອາຊີບຫາປາຂອງປະຊາຊົນໄປສູ່ອາຊີບຫາປາຂຸດຄົ້ນທີ່ມີຄວາມຮັບຜິດຊອບແບບຍືນຍົງ, ເຖິງຢ່າງໃດກໍ່ຕາມ ກ່ຽວກັບໄລຍະຍາວ ນີ້ແມ່ນຄວາມຮຽກຮ້ອງຕ້ອງຈັດຕັ້ງປະຕິບັດ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ຖືວ່າ:

        “ນີ້ແມ່ນຄຳກ່າວເຕືອນ ເຖິງຢ່າງໃດກໍ່ຕາມ ພວກເຮົາຕ້ອງສູ້ຊົນເພື່ອມີອາຊີບຫາປາແບບຍືນຍົງ, ອາຊີບຫາປາດ້ວຍລະບົບມູນຄ່າ, ອາຊີບຫາປາຂຸດຄົ້ນແບບມີຄວາມຮັບຜິດຊອບ ບໍ່ປະໃຫ້ຊາວປະມົງຂຸດຄົ້ນບໍ່ຍືນຍົງ. ນີ້ແມ່ນເປົ້າໝາຍຍາວນານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ເປັນເສນາທິການໃຫ້ນາຍົກລັດຖະມົນຕີ ໃນໄລຍະຈະມາເຖິງ ສືບຕໍ່ປະກາດໃຊ້ບັນດາເອກະສານຊີ້ນຳ, ເປັນຕົ້ນແມ່ນໂຄງການດຳເນີນງານ ເພື່ອໃຫ້ 28 ແຂວງ, ນະຄອນແຄມທະເລເຂົ້າຮ່ວມມີຄວາມຮັບຜິດຊອບຢ່າງຂ້ຽວຂາດກ່ວາ. ຄວາມຮັບຜິດຊອບຂອງຊາວປະມົງ, ຄວາມຮັບຜິດຊອບຂອງບັນດາວິສາຫະກິດ, ອົງການຄຸ້ມຄອງຕ້ອງຈະແຈ້ງກ່ວາ ແລະ ຂ້ຽວຂາດກ່ວາອີກ ຈຶ່ງລົບລ້າງບັດເຫຼືອງໄດ້ໂດຍໄວ”.

ຄວາມມານະພະຍາຍາມລົບລ້າງບັດເຫຼືອງຂອງ EC ສຳລັບສິນໃນນ້ຳ ຫວຽດນາມ - ảnh 2ພາບປະກອບ/ TTXVN 

        ພາຍຫລັງຖືກ “ບັດເຫຼືອງ”, ບັນດາຂະແໜງການ, ທ້ອງຖິ່ນຢູ່ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອຂົນຂວາຍ, ໂຄສະນາໃຫ້ຊາວປະມົງບໍ່ຫາປາຢ່າງຜິດກົດໝາຍ. ຈຳນວນກໍລະນີລະເມີດເຂດທະເລຕ່າງປະເທດໄດ້ຫລຸດລົງຫລາຍ, ພຽງແຕ່ມີກໍລະນີດຽວທີ່ລະເມີດການຫາປາແບບຜິດກົດໝາຍເທົ່ານັ້ນ. ບັນດາທ່າກ່ຳປັ່ນຫາປາຕ້ອງຈົດບັນທຶກການຂຸດຄົ້ນ, ຫ້ອງການສິນໃນນ້ຳຕ້ອງແຕ່ງຕັ້ງຫົວໜ່ວຍມາທ່າກ່ຳປັ່ນຫາປາ ເພື່ອກຳນົດລະບຽບການ, ສ້າງຄວາມສະດວກໃຫ້ວິສາຫະກິດ. ທ່ານ ຫວູວັນຕ໊າມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:

        “ປັດຈຸບັນ, ພວມເຮົາຕ້ອງສຸມໃສ່ບັນດາມາດຕະການປະຕິບັດ, ປະຕິບັດຢ່າງຄົບ 9 ຄຳກ່າວເຕືອນຂອງ EC ແລະ ໃນພື້ນທີ່ຕົວຈິງ ພວກເຮົາຕ້ອງມີການຫັນປ່ຽນ. ການຂຸດຄົ້ນ, ແຈ້ງຕົ້ນກຳເນີດ ແລະ ຮັບປະກັນໄດ້ການຕ້ານການຫາປາແບບຜິດກົດໝາຍ. ພາຍຫລັງຈາກຈຸດເວລາຖືກບັດເຫຼືອງ ພວກເຮົາໄດ້ຈຳກັດຫລາຍຢ່າງ”.

        ຫວ່າງແລ້ວນີ້, ຄະນະກຳມະການ ເອີຣົບ (EC) ຫາກໍ່ປະກາດຈະແກ່ຍາວການກຳນົດເວລາເລື່ອງກ່າວເຕືອນບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມ ຮອດເດືອນ ມັງກອນ ປີ 2019 ແລະ ຍົກອອກ 39 ຂໍ້ສະເໜີແນະ ເພື່ອແນໃສ່ຊ່ວຍ ຫວຽດນາມ ຜັນຂະຫຍາຍຕ້ານການຂຸດຄົ້ນຫາປາແບບຜິດກົດໝາຍ, ບໍ່ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບໍ່ປະຕິບັດຕາມກຳນົດຢ່າງມີປະສິດທິຜົນ. ແນໃສ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ເພື່ອໃຫ້ EC ພິຈາລະນາລົບລ້າງ “ບັດເຫຼືອງ” ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເໜີບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນແຄມທະເລເພີ່ມທະວີການຄຸ້ມຄອງອາຊີບຫາປາ, ສ້າງການຫັນປ່ຽນຢ່າງແທ້ຈິງຂອງທົ່ວລະບົບຄຸ້ມຄອງຂຸດຄົ້ນສິນໃນນ້ຳ, ເປັນຕົ້ນແມ່ນ ສະພາບຕົວຈິງຢູ່ທ້ອງຖິ່ນຕ່າງໆ./.

ຕອບກັບ

ຂ່າວ/ບົດ​ອື່ນ