ຊຸກຍູ້ການຮ່ວມສຳພັນ: ລູກກຸນແຈຂອງການເຕີບໂຕການສົ່ງອອກຜະລິດຕະພັນກະເສດ

(VOVWORLD) -ຊຸກຍູ້ການຮ່ວມສຳພັນການຜະລິດຕິດພັນກັບການປຸງແຕ່ງຕາມສັນຍານຂອງຕະຫຼາດ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມ ເຊິ່ງຂະແໜງກະສິກຳ ແລະ ພັດທະນາຊົນນະບົດພວມຜັນຂະຫຍາຍປະຕິບັດຕາມຄວາມຮຽກຮ້ອງຂອງນາຍົກລັດຖະມົນຕີ. ເປົ້າໝາຍຂອງຂະແໜງກະສິກຳ ຫວຽດນາມ ແມ່ນໃນປີ 2019 ສູ້ຊົນບັນລຸວົງເງິນສົ່ງອອກ 43 ຕື້ USD.

ເມື່ອເວົ້າເຖິງໝາກຜົນການເຕີບໂຕລວມຂອງທົ່ວຂະແໜງກະສິກຳໃນປີຜ່ານມາ ແມ່ນຕ້ອງເວົ້າເຖິງການປະກອບສ່່ວນຢ່າງຕັ້ງໜ້າຂອງປະຊາຄົມວິສາຫະກິດ, ບັນດາສະຫະກອນ ແລະ ອົງການຮັບຜິດຊອບກ່ຽວກັບນະໂຍບາຍໃນການຊຸກຍູ້ການຜະລິດຕິດພັນກັບການຮ່ວມສຳພັນ ແລະ ການປຸງແຕ່ງໃນຫຼາຍຂົງເຂດຄື: ປູກຝັງ, ລ້ຽງສັດ, ສິນໃນນ້ຳ ແລະ ປຸງແຕ່ງຜະລິດຕະພັນກະເສດ. ໂດຍຜ່ານຜ່າຮົ້ວກີດຂວາງດ້ານເຕັກນິກ, ຕອບສະໜອງໄດ້ຕາມບັນດາມາດຕະຖານທີ່ເຄັ່ງຄັດຂອງຕະຫຼາດສົ່ງອອກຄື: ອາເມລິກາ, ຍີ່ປຸ່ນ, ສະຫະພາບເອີຣົບ (ອີຢູ) ວົງເງິນສົ່ງອອກກະສິກຳໃນປີ 2018 ບັນລຸລະດັບສະຖິຕິ ດ້ວຍ 40,2 ຕື້ USD, ເຕີບໂຕ 3,1% ຈາກນັ້ນ, ສືບຕໍ່ຢັ້ງຢືນໃຫ້ເຫັນອິດທິພົນຊື່ສຽງ ແລະ ຄຸນນະພາບຜະລິດຕະພັນກະເສດຂອງຫວຽດນາມ ເຊິ່ງເປັນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດແຖວໜ້າຂອງໂລກ.

ຊຸກຍູ້ການຮ່ວມສຳພັນ: ລູກກຸນແຈຂອງການເຕີບໂຕການສົ່ງອອກຜະລິດຕະພັນກະເສດ - ảnh 1 ເຂດປູກ ກາຣົດ ຢູ່ແຂວງຫາຍເຢືອງຂອງຫວຽດນາມ 

        ຜົນສຳເລັດຂອງບັນດາຮູບແບບຮ່ວມສຳພັນໃນການຜະລິດ ແລະ ຈໍາໜ່າຍຜະລິດຕະພັນກະເສດໃນໄລຍະຜ່ານມາ ບໍ່ພຽງແຕ່ເປີດກາລະໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດນຳກັນເທົ່ານັ້ນ ຫາກຍັງສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງກຳລັງໃຈໃຫ້ບັນດາຄອບຄົວຊາວກະສິກອນ, ສະຫະກອນ ເປັນເຈົ້າການເຂົ້າຮ່ວມຮູບແບບດັ່ງກ່າວອີກດ້ວຍ ອັນໄດ້ນຳມາເຊິ່ງລາຍຮັບສູງໃຫ້ແກ່ຊາວກະສິກອນ. ທ່ານ ຫງວຽນດຶກເມ້ງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນປຸງແຕ່ງຜະລິດຕະພັນກະເສດ, ສະບຽງອາຫານ ເຕິນເຮືອງ, ຕາແສງ ເກິ໋ມວັນ, ເມືອງ ເກິ໋ມຢ່າງ ແຂວງຫາຍເຢືອງ ແບ່ງປັນວ່າ:

        “ທຳອິດຕ້ອງຮ່ວມສຳພັນກັບຊາວກະສິກອນສາກ່ອນ. ປັດຈຸບັນ, ວິສາຫະກິດພວກຂ້າພະເຈົ້າ ພວມຮ່ວມສຳພັນກັບບັນດາສະມາຊິກຂອງສະຫະກອນ, ຕ້ອງມີເຂດສະໜອງວັດຖຸດິບສະເພາະຂອງຕົນ ເພື່ອເປັນເຈົ້າການໃນການເຊັນສັນຍາກັບຄູ່ຮ່ວມມື. ໃນຊຸມວັນຕົ້ນປີ 2019 ນີ້ ຂ້າພະເຈົ້າກໍໄດ້ເຊັນສັນຍາສະໜອງຜະລິດຕະພັນກະເສດໃຫ້ ຍີ່ປຸ່ນ ປະມານ 500 ໂຕນ ແລະ ສະໜອງໃຫ້ ສ.ເກົາຫຼີ ກວ່າ 100 ໂຕນ. ເມື່ອເວົ້າເຖິງຜະລິດຕະພັນກະເສດສົ່ງອອກ ສິ່ງສຳຄັນທີ່ສຸດແມ່ນ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ, ສຳລັບຄູ່ຮ່ວມມືທີ່ຮຽກຮ້ອງຄຸນນະພາບສູງ ພວກເຮົາຕ້ອງປະຕິບັດຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານໃຫ້ເຂັ້ມງວ ຈຶ່ງສົ່ງອອກໄດ້”.

        ຕາມທ່ານ ຫງວຽນກັວກຕວ໋ານ, ຮັກສາການຫົວໜ້າກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ການລົງທຶນເຂົ້າຂະແໜງກະສິກຳບໍ່ມີຄວາມດູດດຶ່ມເໝືອນດັ່ງບັນດາຂະແໜງອື່ນໆ, ແຕ່ຖ້າຫາກລົງທຶນຢ່າງເປັນລະບົບແລ້ວ ຂະແໜງກະສິກຳອາດຈະນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ວິສາຫະກິດ. ສິ່ງສຳຄັນທີ່ສຸດແມ່ນ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາວິສາຫະກິດ ດ້ວຍເລື່ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກສະບາຍ ກໍຄື ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ກ່ຽວກັບທີ່ດິນ, ແຫຼ່ງທຶນໃນໂຄງປະກອບກະສິກຳ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດສືບຕໍ່ຕອບສະໜອງຕາມຄຳຊີ້ນຳຂອງລັດຖະບານ ແລ້ວເຂົ້າຮ່ວມວິວັດແຫ່ງການເຕີບໂຕຜະລິດຕະພັນກະເສດ ກ່ຽວກັບການສົ່ງອອກ. ທ່ານຫງວຽນກັວກຕວ໋ານ ໃຫ້ຮູ້ວ່າ:

        “ການເຊື່ອມໂຍງເສດຖະກິດເຂົ້າກັບສາກົນໃນຂົງເຂດກະສິກຳ ແມ່ນພວກເຮົາຕ້ອງຈັດຕັ້ງການຜະລິດໃຫ້ເປັນລະບົບຕາມລະບົບມູນຄ່າ.  ໄປຄຽງຄູ່ກັນນັ້ນ ຕ້ອງຍົກສູງຄວາມສາມາດປຸງແຕ່ງ ແລະ ຮ່ວມສຳພັນຂອງບັນດາອົງການທີ່ກ່ຽວຂ້ອງ. ເພື່ອເພີ່ມວົງເງິນສົ່ງອອກນັ້ນ ຕ້ອງສືບຕໍ່ອັບເດດ ແລະ ແຈ້ງຂ່າວໃຫ້ປະຊາຄົມວິສາຫະກິດຮັບຊາບຢ່າງທັນການ ກ່ຽວກັບບັນດາຂໍ້ກຳນົດ, ຮົ້ວກີດຂວາງທາງດ້ານເຕັກນິກດ້ານການຄ້າຂອງບັນດາປະເທດນຳເຂົ້າ ໃຫ້ເຂົາເຈົ້າເຂົ້າໃຈ ແລະ ກຳໄດ້ຄວາມຮຽກຮ້ອງຕ້ອງການ ແລະ ເປັນເຈົ້າການໃນການວາງຍຸດທະສາດຂອງວິສາຫະກິດຕົນ”.

        ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ ຢາກຜະລິດກະສິກຳແບບຍືນຍົງນັ້ນ  ຊາວກະສິກອນ ຄວນຍູ້ແຮງການຮ່ວມສຳພັນກັບບັນດາວິສາຫະກິດສັ່ງຊື້ ແລະ ປຸງແຕ່ງ. ຫວຽດນາມ ໄດ້ ແລະ ກຳລັງເຂົ້າຮ່ວມບັນດາຕະຫຼາດໃນໂລກຢ່າງເລິກເຊິ່ງ, ດັ່ງນັ້ນ, ຊາວກະສິກອນຕ້ອງຮ່ວມສຳພັນກັນຢ່າງແໜ້ນແຟ້ນໃນການຜະລິດ.

        “ຍູ້ແຮງການຮ່ວມສຳພັນ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຢີໃຫ້ເປັນຢ່າງດີ ຢູ່ທຸກຂອດ ເພື່ອບັນລຸໄດ້ສະມັດຕະພາບສູງສຸດ ແລະ ລາຄາຕ່ຳສຸດ. ໃນການຜະລິດຕ້ອງປອດສານພິດ, ມີຄຸນນະພາບ ເນື່ອງຈາກນັ້ນ ຈຶ່ງມີວັດຖຸດິບທີ່ມີຄຸນນະພາບດີ, ນີ້ແມ່ນພື້ນຖານເພື່ອຮ່ວມສຳພັນຮ່ວມມືກັບວິສາຫະກິດ, ຮາກຖານປຸງແຕ່ ແລະ ຈໍາໜ່າຍຜະລິດຕະພັນໄດ້ຍາວນານ. ຈາກນັ້ນ, ອີງຕາມສະພາບການຂອງຕະຫຼາດ ແລ້ວຂຶ້ນແຜນຈັດຂອບຂະໜາດການຜະລິດແນວໃດໃຫ້ເໝາະສົມ, ຫຼີກລ້ຽງເລື່ອງຜົນລະປູກໄດ້ຮັບຜົນດີແຕ່ລາຄາຕົກ, ເມື່ອລາຄາຂຶ້ນສູງພັດບໍ່ມີແນວຂາຍ”.

        ດ້ວຍຄວາມເຫັນດີເຫັດພ້ອມ, ການປະດິດຄິດສ້າງຂອງຊາວກະສິກອນ ແລະ ການຮ່ວມແຮງຮ່ວມໃຈຂອງວິສາຫະກິດ, ຮາກຖານຜະລິດ, ສະຫະກອນ ພ້ອມກັບບັນດາກົນໄກສົ່ງເສີມດຶງດູດວິສາຫະກິດເຂົ້າມາລົງທຶນຮ່ວມສຳພັນ ແລະ ເພີ່ມຄຸນຄ່າຂອງຜະລິດຕະພັນກະເສດ ໃນປີ 2019, ຂະແໜງກະສິກຳຫວຽດນາມ ສູ້ຊົນບັນລຸຄາດໝາຍເຕີບໂຕ 3%, ວົງເງິນສົ່ງອອກບັນລຸ 42 ຫາ 43 ຕື້ USD. ບໍ່ພຽງແຕ່ເທົ່ານັ້ນ ຫາກຍັງກຳນົດທິດຂະແໜງກະສິກຳຕ້ອງສູ້ຊົນໃນຮອບ 10 ປີ ຈະມາເຖິງ, ຫວຽດນາມ ຕ້ອງຖືກຈັດເຂົ້າໃນກຸ່ມ 15 ປະເທດ ທີ່ມີພື້ນຖານກະສິກຳພັດທະນາທີ່ສຸດ ອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ