ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຫັນບັນດາເປົ້າໝາຍການພັດທະນາແບບຍືນຍົງໃນການປະຕິວັດ 4.0 ໃຫ້ປະກົດຜົນເປັນຈິງ

(VOVWORLD) - ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຫັນບັນດາເປົ້າໝາຍການພັດທະນາແບບຍືນຍົງໃນໄລຍະການປະຕິວັດອຸດສາຫະກຳ 4.0 ໃຫ້ປະກົດຜົນເປັນຈິງ ພວມກາຍເປັນທ່າອ່ຽງທີ່ຈຳເປັນຂອງໂລກ.

ທີ່ ຫວຽດນາມ, ລັດຖະບານ ຫວຽດນາມ ແລະ ປະຊາຄົມວິສາຫະກິດ ໄດ້ ແລະ ພວມມີບັນດານະໂຍບາຍ, ຍຸດທະສາດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ໄປທັນກັບການພັດທະນາຂອງໂລກ, ພິເສດແມ່ນສ້າງສາປະເທດຊາດພັດທະນາແບບຍືນຍົງ.

ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຫັນບັນດາເປົ້າໝາຍການພັດທະນາແບບຍືນຍົງໃນການປະຕິວັດ 4.0 ໃຫ້ປະກົດຜົນເປັນຈິງ - ảnh 1  ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຫວູຕ໋ຽນລົກ (ພາບ: vepf.vnexpress.net)

         ປີ 2015, ຫວຽດນາມ ພ້ອມກັບ 192 ປະເທດສະມາຊິກສະຫະປະຊາຊາດຮັບຮອງເອົາ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG) ຈຸດສຸມຂອງໂຄງການດຳເນີນງານ 2030. ເພື່ອຫັນ 17 ເປົ້າໝາຍນີ້ SDG ໃຫ້ປະກົດຜົນເປັນຈິງ ເດືອນພຶດສະພາ 2017, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ໄດ້ເຊັນຂໍ້ຕົກລົງປະກາດໃຊ້ແຜນການດຳເນີນງານລະດັບຊາດປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ດ້ວຍ 17 ເປົ້າໝາຍໃນຂອງ SDG, ລັດຖະບານ ແລະ ປະຊາຄົມວິສາຫະກິດ ຫວຽດນາມ ອາດຈະຊອກໄດ້ຫລາຍເນື້ອໃນທີ່ເໝາະສົມ ຊຶ່ງແຕ່ລະວິສາຫະກິດສາມາດປະສານສົມທົບເຂົ້າໃນຍຸດທະສາດດຳເນີນທຸລະກິດຂອງຕົນ ແນໃສ່ປະກອບສ່ວນສຳເລັດບັນດາເປົ້າໝາຍການພັດທະນາແບບຍືນຍົງໃນຍຸກສະໄໝ 4.0.

        ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຫວູຕ໋ຽນລົກ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ແລະ ທະນາຄານໂລກ ໄດ້ຍົກອອກບົດລາຍງານ ຫວຽດນາມ ຮອດປີ 2035 ດ້ວຍຄວາມມຸ່ງຫວັງ ນຳປະເທດ ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງດ້ວຍຕົວເລກກ່ວາ 10.000 USD ໃນປີ 2035. ບົດລາຍງານຂອງ ຫວຽດນາມ ກໍ່ຍົກອອກການຫັນປ່ຽນໃຫຍ່ 6 ປະການຂອງພື້ນຖານເສດຖະກິດ ຄ້າຍຄືກັບບັນດາເປົ້າໝາຍໃຫຍ່ຂອງໂຄງການດຳເນີນງານ 2030, ນັ້ນແມ່ນ: ຫັນພື້ນຖານເສດຖະກິດເປັນທັນສະໄໝ; ພັດທະນາຂົງເຂດພາກເອກະຊົນ; ກໍ່ສ້າງກຳລັງຄວາມສາມາດປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງແຫ່ງຊາດ; ຍົກສູງປະສິດທິຜົນເສດຖະກິດໃນການຫັນເປັນຕົວເມືອງ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮັບປະກັນຄວາມຍຸຕິທຳ ແລະ ຊຸກຍູ້ການເຊື່ອມຕົວເຂົ້າກັບສັງຄົມ; ກໍ່ສ້າງລະບອບລະບຽບການທັນສະໄໝ ແລະ ກົງຈັກລັດຢ່າງມີປະສິດທິຜົນ. ທ່ານ ຫວູຕ໋ຽນລົກ ຢືນຢັນວ່າ:

        “ດ້ວຍຈຸດໝາຍຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງລະດັບຊາດ. ດ້ວຍຈຸດໝາຍແມ່ນນຳ ຫວຽດນາມ ກາຍເປັນໜຶ່ງໃນສີ່ພື້ນຖານເສດຖະກິດທີ່ມີກຳລັງຄວາມສາມາດແກ່ງແຍ້ງ ແລະ ມີຄຸນນະພາບກ່ຽວກັບລະບອບລະບຽບການແຖວໜ້າໃນ ອາຊຽນ ໂດຍໄວ. 17 ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອວາງອອກລະບົບລາຍການຂອງ ຫວຽດນາມ ເພື່ອພັດທະນາ”.

ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຫັນບັນດາເປົ້າໝາຍການພັດທະນາແບບຍືນຍົງໃນການປະຕິວັດ 4.0 ໃຫ້ປະກົດຜົນເປັນຈິງ - ảnh 2 ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: baodauthau.vn)

         ທີ່ຕັ້ງບົດບາດຂອງ ຫວຽດນາມ ນັບມື້ນັບໄດ້ຍົກສູງບົນເວທີສາກົນ ດ້ວຍ 41 ປີແຫ່ງການຮ່ວມເດີນທາງກັບສະຫະປະຊາຊາດ ແລະ 25 ປີນັບແຕ່ເມື່ອ ຫວຽດນາມ ເຊື່ອມຕໍ່ການພົວພັນກັບທະນາຄານໂລກຄືນໃໝ່ໃນປີ 1993. ຫວຽດນາມ ໄດ້ສ້າງລັດຖະບານມີຫົວຄິດປະດິດສ້າງ, ມີການກະທຳ, ໂປ່ງໃສ, ຍາມໃດກໍ່ປ່ຽນແປງໃໝ່ໃນການບໍລິຫານເສດຖະກິດ ເພື່ອຊຸກຍູ້ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ. ພ້ອມກັນນັ້ນ ແມ່ນປະຊາຄົມວິສາຫະກິດຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຍາມໃດກໍ່ໝູນໃຊ້ບັນດາເຕັກໂນໂລຢີກ້າວໜ້າທີ່ສຸດ, ຍາດແຍ່ງບັນດາຜົນງານຂອງພື້ນຖານອຸດສາຫະກຳການປະຕິວັດ 4.0 ພວມນັບມື້ນັບປະກົດຕົວ ປ່ຽນແປງຈິນຕະນາການດຳເນີນທຸລະກິດດ້ວຍບັນດາຮູບແບບໃໝ່ຄື: ພື້ນຖານເສດຖະກິດໝູນວຽນພວມໄດ້ຮັບການຜັນຂະຫຍາຍຢ່າງກ້ວາງຂວາງໃນທົ່ວໂລກ.

        ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ. ປີ 2017, ຂອບຂະໜາດພື້ນຖານເສດຖະກິດ ຫວຽດນາມ ປະມານ 220 ຕື້ USD, ຖືກຈັດອັນດັບ 34 ໃນໂລກ, ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກ່ວາ 2.300 USD, ຖືກຈັດອັນດັບທີ 134 ໃນໂລກ. ລະດັບຄວາມໄວການເຕີບໂຕເສດຖະກິດປີ 2017 ບັນລຸລະດັບ 6,81% ຊຶ່ງແມ່ນລະດັບສູງສຸດໃນ 10 ປີ ມໍ່ໆມານີ້. ປີ 2016 ດັດຊະນີ HDI ຈັດອັນດັບ 115/188 ປະເທດ. ທ່ານ ຫງວຽນເທ໋ເຟືອງ ເນັ້ນໜັກວ່າ:

        “ບັນດາຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໃນຊຸມປີຜ່ານມາ ໄດ້ນຳມາເຊິ່ງບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ໃນ 4 ປີແຫ່ງການຜັນຂະຫຍາຍມະຕິຂອງລັດຖະບານ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ ປີ 2017 ໄດ້ຮັບການຮັບຮູ້, ປັບປຸງຫລາຍທີ່ສຸດຈາກບັນດາອົງການຈັດຕັ້ງສາກົນ”.

        ດ້ວຍໜ້າທີ່ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຫວຽດນາມ ພວມກຳນົດທີ່ຕັ້ງຂອງຕົນໃນການແຂ່ງຂັນກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ. ໃນນັ້ນ, ປະຊາຄົມວິສາຫະກິດສວມບົດບາດສຳຄັນ, ດ້ວຍຖານະເປັນໃຈກາງຂອງເປົ້າໝາຍການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງລະດັບຊາດ. ປະຕິບັດການພັດທະນາແບບຍືນຍົງກໍ່ແມ່ນໂອກາດ ເພື່ອຍົກກຳລັງຄວາມສາມາດແກ່ງແຍ້ງຂອງວິສາຫະກິດໃຫ້ຂຶ້ນສູງ, ຈາກນັ້ນ ສະມັດຕະພາບການບໍລິຫານວິສາຫະກິດກໍ່ໄດ້ຮັບການປັບປຸງ. ນີ້ແມ່ນໂອກາດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ຮັບເອົາໂອກາດເພື່ອພ້ອມກັບປະເທດຊາດພັດທະນາແບບຍືນຍົງ ແລະ ເຊື່ອມຕົວເຂົ້າກັບການປະຕິວັດ 4.0./.

ຕອບກັບ

ຂ່າວ/ບົດ​ອື່ນ