ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ

(VOVWORLD) -ຕາມບົດລາຍງານກຳລັງແກ່ງແຍ້ງທົ່ວໂລກ 2017 – 2018 ເຊິ່ງເວທີປາໄສເສດຖະກິດໂລກຫາກໍ່ປະກາດແລ້ວ, ຫວຽດນາມ ຖືກຈັດອັນດັບທີ່ 55 ໃນຈຳນວນ137 ພື້ນຖານເສດຖະກິດ, ຢືນອັນດັບທີ 6 ໃນພາກພື້ນອາຊຽນ. ບົດລາຍງານດັ່ງກ່າວໃຫ້ຂໍ້ສັງເກດວ່າ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງແກ່ງແຍ້ງຂອງຫວຽດນາມ ໄດ້ມີການປັບປຸງ ແລະ ເລື່ອນຂັ້ນຂຶ້ນສູງພໍສົມຄວນ. ນີ້ແມ່ນກຳລັງໜູນເພື່ອໃຫ້ຫວຽດນາມ ຊຸກຍູ້ການພັດທະນາເສດຖະກິດໃນໄລຍະຈະມາເຖິງ.
ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ - ảnh 1(ພາບປະກອບອີນເຕີແນັດ)

ຕາມການປະກາດຂອງກົມໃຫຍ່ສະຖິຕິຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດ, ສັງຄົມຂອງຫວຽດນາມ ໃນ 9 ເດືອນຕົ້ນປີ 2017 ມີຈຸດພົ້ນເດັ່ນຫຼາຍຢ່າງ. ກ່ອນອື່ນໝົດແມ່ນ ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເຕີບໂຕສູງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງ, ການຫັນປ່ຽນໂຄງປະກອບໃນຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ບັນລຸປະສິດທິຜົນ, ອັນໄດ້ເຮັດໃຫ້ມູນຄ່າຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ເພີ່ມຂຶ້ນແຮງ, ຮັບປະກັນການເຕີບໂຕໃນການສົ່ງອອກເປັນປົກກະຕິ. ກົມໃຫຍ່ສະຖິຕິຫວຽດນາມ ຍັງໃຫ້ຮູ້ວ່າ: GDP ໄຕມາດທີ 3 ຂອງຫວຽດນາມ ເພີ່ມຂຶ້ນ 7,46%. ນີ້ແມ່ນລະດັບເພີ່ມຂຶ້ນບັນລຸສະຖິຕິໃນໄລຍະປະມານ 10 ປີມານີ້. ດ້ວຍທ່າເຕີບໂຕຄືໃນປະຈຸບັນ, ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານຖືວ່າ: ຄາດໝາຍເຕີບໂຕ GDP 6,7% ໃນປີ 2017 ແມ່ນສາມາດບັນລຸໄດ້. ທ່ານນາງ ວູທິກິມຈີ, ນັກຊ່ຽວຊານດ້ານເສດຖະກິດ, ໃຫ້ຮູ້ວ່າ.

        “ຕາມການຄາດຄະເນໄດ້ຊີ້ໃຫ້ເຫັນວ່າ, ມີຄວາມຫວັງຫຼາຍຢ່າງເປັນທີ່ພໍໃຈໃຈໃນການພັດທະນາເສດຖະກິດຂອງທັງປີ 2017, ພິເສດແມ່ນຍ້ອນການຜັນຂະຫຍາຍມະຕິເລກທີ 19 ຂອງລັດຖະບານກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເປັນຢ່າງດີ. ພິເສດ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາແຂວງ, ນະຄອນກໍ່ໄດ້ສ້າງເປັນກຳລັງໜູນປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ນັບມື້ນັບສະດວກ, ກະຈ່າງແຈ້ງກວ່າ. ນີ້ກໍ່ແມ່ນປັດໄຈຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ”.

        ບົດລາຍງານກຳລັງແກ່ງແຍ້ງທົ່ວໂລກ 2017 – 2018 ໂດຍເວທີປາໄສເສດຖະກິດໂລກ (WEF) ຫາກໍ່ປະກາດໃນໄລຍະຜ່ານມາໄດ້ຊີ້ໃຫ້ເຫັນວ່າ, ຕະຕາລາງຈັດອັນດັບກຳລັງແກ່ງແຍ້ງຂອງຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນ, ຈາກລະດັບ 4,31 ຄະແນນ ຂຶ້ນ 4,47 ຄະແນນ ໃນຕະຕາລາງຄະແນນ 7 ແລະ ເພີ່ມ 20 ຂັ້ນໃນໄລຍະ 5 ປີມໍ່ໆມານີ້. ຫວຽດນາມ ໄດ້ຮັບການຕີລາຄາວ່າມີບັນດາການປັບປຸງທີ່ໜ້າສົນໃຈກ່ຽວກັບການຮັບມືດ້ານເຕັກໂນໂລຊີ ແລະ ລັກສະນະປະສິດທິຜົນຂອງຕະຫຼາດແຮງງານ. ພ້ອມກັນນັ້ນ, ກຸ່ມການຄ້າກໍ່ແມ່ນປັດໄຈອັນໃຫຍ່ຫຼວງຊ່ວຍໃຫ້ຫວຽດນາມ ໄດ້ຍົກອັນດັບ. ນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານຖືວ່າ, ພ້ອມກັບບັນດາການປ່ຽນແປງຢ່າງຕັ້ງໜ້າໃນນະໂຍບາຍປະຕິຮູບເສດຖະກິດຢູ່ພາຍໃນປະເທດ, ຫວຽດນາມ ກໍ່ພວມໄດ້ຮັບບັນດາໝາກຜົນຂອງນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອຍົກສູງທີ່ຕັ້ງແກ່ງແຍ້ງຂອງພື້ນຖານເສດຖະກິດ. ທ່ານ ຫງວຽນແອ໋ງເຢືອງ, ນັກຊ່ຽວຊານດ້ານເສດຖະກິດ, ສັງກັດສະຖາບັນຄຸ້ມຄອງເສດຖະກິດສູນກາງ, ໃຫ້ຮູ້ວ່າ.

        “ການປ່ຽນແປງໃນສະພາບສາກົນໃໝ່ ກໍ່ຮຽກຮ້ອງໃຫ້ພວກເຮົາຕ້ອງປ່ຽນແປງ ແລະ ມີບັນດານະໂຍບາຍທີ່ເໝາະສົມ, ໂດຍສະເພາະແມ່ນສ້າງບັນດາແຜນການກ່ຽວກັບການປະຕິຮູບ, ກຳນົດທິດສ້າງພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ ແລະ ປະຕິບັດວິວັດທະນາການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນຢ່າງມີປະສິດທິຜົນໃນຊຸມປີຕໍ່ໄປ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອຮັກສາພື້ນຖານເສດຖະກິດໃຫ້ພັດທະນາເປັນປົກກະຕິ ແລະ ໝັ້ນຄົງ”.

        ເລື່ອງຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ ດ້ວຍການລົງນາມໃນບັນດາສັນຍາການຄ້າເສລີ (FTA) ແມ່ນມີຄວາມໝາຍສຳຄັນຍິ່ງ ໃນການເພີ່ມກຳລັງແກ່ງແຍ້ງຂອງສິນຄ້າຫວຽດນາມ. ລະອຽດແມ່ນ, ຜ່ານບັນດາທິດທາງຫຼຸດຜ່ອນ, ລົບລ້າງຮົ້ວພາສີ ແລະ ປອດພາສີ, ສິນຄ້າຫວຽດນາມ ສາມາດແຊກຊຶມເຂົ້າບັນດາຕະຫຼາດ, ບັນດາປະເທດຄູ່ຮ່ວມມືໃນບັນດາ FTA ຢ່າງສະດວກສະບາຍກວ່າ, ຊ່ວຍເປີດກວ້າງຕະຫຼາດຂາອອກຂາເຂົ້າ, ຫຼີກລ້ຽງການອາໄສຕໍ່ຕະຫຼາດໃດໜຶ່ງ. ໃນສະພາບການນັ້ນ, ລັດ ໄດ້ເປັນເຈົ້າການບໍລິຫານນະໂຍບາຍເງິນຕາ, ມີໄຫວພິບ, ປະກອບສ່ວນຮັບປະກັນຄວາມເປັນປົກກະຕິໃນຕະຫຼາດເງິນຕາ, ໜູນຊ່ວຍການເຕີບໂຕ, ຄວບຄຸມໄພເງິນເຟີ້… ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດ. ລັດຖະບານກໍ່ພວມສືບຕໍ່ຊຸກຍູ້ຄວາມຕ້ອງການຢູ່ພາຍໃນປະເທດ, ເພີ່ມກຳລັງຄວາມສາມາດແກ່ງແຍ້ງຂອງສິນຄ້າພາຍໃນປະເທດ ກັບສິນຄ້ານຳເຂົ້າຈາກຕ່າງປະເທດ, ປະກອບສ່ວນຮັກສາທ່າເຕີບໂຕອຸດສາຫະກຳຜະລິດປຸງແຕ່ງ, ຍູ້ແຮງການສົ່ງເສີມດ້ານການຄ້າ, ການເຕີບໂຕໃນການສົ່ງອອກ. ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຫວຽດນາມ ກໍ່ແມ່ນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ