ຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດຢູ່ບັນດາຕະຫລາດເດີມ

(VOVWORLD) -  ສະຫະພັນສະຫະກອນໄດ້ຮ່ວມສຳພັນກັບສະຫະກອນຜະລິດບັນດາຜະລິດຕະພັນກະເສດປອດສານພິດໃນທົ່ວປະເທດກ່ວາ 100 ແຫ່ງຄືຢູ່: ເຊີນລາ, ຮ່ວາບີງ, ບັກຢາງ, ຮ່າໂນ້ຍ, ເງະອານ, ຮ່າຕີງ ຈົນເຖິງ ເລີມດົ່ງ, ບີງທ້ວນ, ນະຄອນໂຮ່ຈີມິນ…

ການຮ່ວມສຳພັນລະຫວ່າງວິສາຫະກິດກັບຄອບຄົວຊາວກະສິກອນໂດຍຜ່ານຮູບແບບການຮ່ວມມືສະຫະກອນ ເພື່ອຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດ ພວມແມ່ນຄວາມຮຽກຮ້ອງຕ້ອງການຂອງຂະແໜງກະສິກຳ ຫວຽດນາມ ໃນພຶດຕິກຳຕົວຈິງ. ນີ້ກໍ່ແມ່ນມາດຕະການພື້ນຖານ ເພື່ອແນໃສ່ແກ້ໄຂສະພາບການ “ເຮັດທຸລະກິດລາຍຍ່ອຍ” ບໍ່ໝັ້ນທ່ຽງໃນຫລາຍປີມານີ້. ເພື່ອບັນລຸໄດ້ການຮ່ວມສຳພັນຢ່າງສະໝ່ຳສະເໝີ, ການຜູກຮັດຈາກຜູ້ຜະລິດເຖິງຕະຫລາດຈຳໜ່າຍນັ້ນ, ຄວນມີການສົມທົບກັນຢ່າງຄົບຊຸດຈາກບັນດາຝ່າຍທີ່ກ່ຽວຂ້ອງ.

ຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດຢູ່ບັນດາຕະຫລາດເດີມ - ảnh 1 ລະບົບຮ້ານຊັບພະສິນຄ້າ UCA Mart

ດ້ວຍຄວາມປາດຖະໜາຢາກ ສ້າງກຳລັງໜູນຊຸກຍູ້ການພັດທະນາ, ປະກອບສ່ວນນຳຜະລິດຕະພັນກະເສດກວມເອົາອັດຕາສ່ວນໃຫຍ່ຢູ່ຕະຫລາດເດີມພາຍໃນປະເທດ ແລະ ມຸ່ງໄປເຖິງການບືນຕົວອອກສູ່ຕະຫລາດສາກົນ. ສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ ສັງກັດສະຫະພັນສະຫະກອນ ຫວຽດນາມ ໄດ້ພັດທະນາລະບົບຮ້ານຊັບພະສິນຄ້າ UCA Mart.  ສະຫະພັນສະຫະກອນໄດ້ຮ່ວມສຳພັນກັບສະຫະກອນຜະລິດບັນດາຜະລິດຕະພັນກະເສດປອດສານພິດໃນທົ່ວປະເທດກ່ວາ 100 ແຫ່ງຄືຢູ່: ເຊີນລາ, ຮ່ວາບີງ, ບັກຢາງ, ຮ່າໂນ້ຍ, ເງະອານ, ຮ່າຕີງ ຈົນເຖິງ ເລີມດົ່ງ, ບີງທ້ວນ, ນະຄອນໂຮ່ຈີມິນ…ດ້ວຍບັນດາປະເພດສິນຄ້າທີ່ເປັນເອກະລັກສະເພາະຂອງເຂດພາກ. ບັນດາຜະລິດຕະພັນລ້ວນແຕ່ເຮັດແຈ້ງຕົ້ນກຳເນີດ ແລະ ຕິດກາໝາຍຄວາມປອດໄພສຸຂະອະນາໄມດ້ານອາຫານໃສ່. ທ່ານ ຟ້າມແມ້ງຕ໋ວນ, ປະທານສະພາບໍລິຫານສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ ຖືວ່າ: ປັດຈຸບັນ, ຢູ່ ຫວຽດນາມ ມີສະຫະກອນທຳການຜະລິດປອດສານພິດນັບ 100 ແຫ່ງ ແຕ່ວ່າບັນດາສະຫະກອນນີ້ ຍັງບໍ່ທັນມີທີ່ຕັ້ງແບບໝັ້ນຄົງໃນຕະຫລາດ, ຍ້ອນການແກ່ງແຍ້ງກັນຢ່າງຮ້າຍແຮງຂອງຕະຫລາດ ກໍ່ຄືອາຫານບໍ່ປອດໄພເພີ່ມຂຶ້ນ. ດັ່ງນັ້ນ, ລະບົບຮ້ານຊັບພະສິນຄ້າ UCA Mart ຊຶ່ງແມ່ນສາຍຮ່ວມສຳພັນລະຫວ່າງບັນດາຜະລິດຕະພັນກະເສດຂອງຊາວກະສິກອນກັບຜູ້ບໍລິໂພກອຸປະໂພກ.

ພວກຂ້າພະເຈົ້າຄຸ້ມຄອງແຕ່ຂັ້ນຕອນຫວ່ານກ້າ ໃນວິວັດການຜະລິດ ແລະ ຈົນເຖິງການຂົນສົ່ງ. ລະບົບລົດຮັບໃຊ້ສະເພາະຈະເກັບຊື້ນຳພໍ່ແມ່ປະຊາຊົນຢູ່ທົ່ງນາແລ້ວຈຶ່ງຂົນກັບຄືນເມືອ ເພື່ອຄຸ້ມຄອງການປຸງແຕ່ງ, ເຮັດສຳເລັດຮູບ ແລະ ສົ່ງມາຮ້ານຂາຍເຄື່ອງເພື່ອສະໜອງໃຫ້ຜູ້ບໍລິໂພກອຸປະໂພກ ຢ່າງມີລັກສະນະອາຊີບທີ່ສຸດ

ດ້ວຍບັນດາປະເພດສິນຄ້າທີ່ເປັນເອກະລັກສະເພາະຂອງເຂດພາກ, ສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ ມີແຜນນະໂຍບາຍເປີດກ້ວາງການຮ່ວມສຳພັນ - ການເຊື່ອມຕໍ່ກັບບັນດາສະຫະກອນຜະລິດບັນດາຜະລິດຕະພັນກະເສດປອດສານພິດ ເພື່ອກໍ່ສ້າງເຂດວັດຖຸດິບຂະໜາດໃຫຍ່ ແນໃສ່ຮັບໃຊ້ຕະຫລາດ. ພິເສດແມ່ນບັນດາຜະລິດຕະພັນ ຍາມໃດກໍ່ຮັບປະກັນຄຸນນະພາບ, ຄວາມປອດໄພ, ໄດ້ຮັບການຄຸ້ມຄອງແຕ່ຂັ້ນຕອນຜະລິດເຖິງການຈຳໜ່າຍ, ບັນດາປະເພດສິນຄ້າ ລ້ວນແຕ່ມີຕົ້ນກຳເນີດຢ່າງຈະແຈ້ງ ໄດ້ຮັບການກວດກາຕົ້ນກຳເນີດ ແລະ ປະຕິບັດການກຳນົດລາຄາ ແລະ ເຮັດໃຫ້ລາຄາເປັນປົກກະຕິຢ່າງເຂັ້ມງວດ. ພ້ອມກັນນັ້ນ, ສະຫະກອນກໍ່ສ້າງລະບົບມູນຄ່າຕາມແບບຄົບວົງຈອນ ທີ່ມີການຄວບຄຸມຢ່າງເຄັ່ງຄັດແຕ່ຂັ້ນຕອນຜະລິດ, ເກັບກ່ຽວ, ປຸງແຕ່ງ, ຄຸ້ມຄອງຮັກສາຈົນເຖິງຂັ້ນຕອນຈຳໜ່າຍຜະລິດຕະພັນ. ພ້ອມທັງສົມທົບກັບບັນດາອົງການຄຸ້ມຄອງລັດເປັນປະຈຳ ເພື່ອກວດກາ, ແກ້ໄຂບັນດາຫົວໜ່ວຍ, ບຸກຄົນທີ່ລະເມີດຢ່າງເຂັ້ມງວດ. ທ່ານນາງ ຫງວຽນທິຖຳ ຮອງຜູ້ອຳນວຍການສະຫະກອນຜະລິດຜັກປອດສານພິດ ດາມາຍ ແບ່ງປັນວ່າ:.

ເມື່ອສະຫະພັນສະຫະກອນຢູ່ ຮ່າໂນ້ຍ ມາເອົາຜັກ, ຂ້າພະເຈົ້າເຫັນວ່າ ມີທ່າໄດ້ປຽບຫລາຍຢ່າງ. ຈັດແບ່ງຕາມຊະນິດ ຜັກປະເພດໃດ ຮັບປະກັນຄຸນນະພາບ ແລະ ບໍ່ຮັບປະກັນຄຸນນະພາບ ເພື່ອໄປຂາຍ. ເຮັດວຽກຕາມຂັ້ນຕອນ

ນອກຈາກປະສິດທິຜົນທາງສັງຄົມແລ້ວ, ຖ້າພິຈາລະຈາກ່ຽວກັບສະພາບເສດຖະກິດ, ເມື່ອສະຫະພັນສະຫະກອນ ຫວຽດນາມ ໄດ້ເຊື່ອມຕໍ່ເຂົ້າຮ່ວມໃນສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ ແລ້ວ, ບັນດາສະຫະກອນຈະສ້າງກຳລັງໜູນໃໝ່ ຍູ້ແຮງການຈຳໜ່າຍຜະລິດຕະພັນກະເສດໃຫ້ຊາວກະສິກອນ. ແລະ ເມື່ອຜະລິດຕະພັນຂອງຊາວກະສິກອນໄດ້ເປັນທີ່ຍອມຮັບຕະຫລາດ, ສະຫະກອນຈະມີໂອກາດຈັດຕັ້ງການຜະລິດດ້ວຍຂອບຂະໜາດສິນຄ້າໃຫຍ່. ຈາກນັ້ນ, ສະຫະກອນ ຍົກສູງປະສິດທິຜົນ, ມຸ່ງໄປເຖິງການພັດທະນາແບບຍືນຍົງເທື່ອລະກ້າວ.

ໂດຍຜ່ານໄລຍະເວລາຜັນຂະຫຍາຍ ແລະ ຕາມສະພາບຕົວຈິງໃຫ້ເຫັນວ່າ: ສະຫະພັນສະຫະກອນຈຳໜ່າຍຜະລິດຕະພັນກະເສດປອດສານພິດ ຫວຽດນາມ ໄດ້ມີສຽງເວົ້າລວມລະຫວ່າງຜູ້ຜະລິດ ຜະລິດຕະພັນກະເສດປອດສານພິດ ແລະ ຈຳໜ່າຍ. ດ້ວຍການກໍ່ສ້າງເຊື່ອມຕໍ່ບັນດາລະບົບການຈັດຕັ້ງຜະລິດປອດສານພິດ ໄດ້ສ້າງຄວາມຜູກຮັດແບບຍືນຍົງລະຫວ່າງສະຫະກອນ, ສະຫະພັນສະຫະກອນກັບຜູ້ອຸປະໂພກບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນເງື່ອນໄຂ ເພື່ອໃຫ້ບັນດາສະຫະກອນມີໂອກາດຈັດຕັ້ງການຜະລິດດ້ວຍຂອບຂະໜາດສິນຄ້າໃຫຍ່ ປະກອບສ່ວນເຂົ້າໃນກິດຈະກຳສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາແບບຍືນຍົງ ./.

ຕອບກັບ

ຂ່າວ/ບົດ​ອື່ນ