ດົງນາຍ - ປະຕິຮູບດ້ານບໍລິຫານ ເພື່ອດຶງດູດ FDI

(VOVWORLD) -ໃນຊຸມປີຜ່ານມາ, ເຖິງວ່າໄດ້ວາງແຜນນະໂຍບາຍ ຈະບໍ່ດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ດ້ວຍທຸກວິທີທາງ, ແທນທີ່ນັ້ນ ແມ່ນບຸລິມະສິດບັນດາໂຄງການໂດຍມີການຄັດເລືອກ. ແຕ່ໝາກຜົນຂອງການດຶງດູດ FDI ຂອງແຂວງດົງນາຍ ຍັງຄົງບັນລຸການເຕີບໂຕດ້ວຍບັນດາຕົວເລກທີ່ໜ້າປະທັບໃຈ. ນອກຈາກແຜນນະໂຍບາຍທີ່ຖືກຕ້ອງຂອງແຂວງແລ້ວ, ການປະຕິບັດວຽກງານການປະຕິຮູບດ້ານບໍລິຫານເປັນຢ່າງດີ ກໍແມ່ນສາເຫດໜຶ່ງ ພາໃຫ້ແຂວງດົງນາຍ ກາຍເປັນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນ.

ພາຍຫຼັງ 9 ເດືອນຂອງປີ 2018, ແຂວງດົງນາຍ ໄດ້ດຶງດູດເງິນລົງທຶນ FDI ເກືອບ 1,3 ຕື້ USD, ລື່ນກາຍເກືອບ 30% ເມື່ອທຽບໃສ່ແຜນການຂອງປີ. ໃນນັ້ນ, ມີ 81 ໂຄງການໃໝ່ ໄດ້ຮັບໜັງສືອະນຸຍາດ ດ້ວຍຍອດຈໍານວນເງິນລົງທຶນ ແມ່ນ 607 ລ້ານ USD, 77 ໂຄງການດັດປັບທຶນ ດ້ວຍຍອດຈໍານວນທຶນເພີ່ມຂຶ້ນຕື່ມແມ່ນ 693 ລ້ານ USD. ກ່ອນໜ້ານັ້ນ, ປີ 2017, ແຂວງດົງນາຍ ບັນລຸໄດ້ຄາດໝາຍດຶງດູດທຶນ FDI 1 ຕື້ USD, ແຕ່ຮອດທ້າຍປີ, ຈໍານວນທຶນ FDI ລົງທຶນເຂົ້າແຂວງນີ້ບັນລຸກວ່າ 1,25 ຕື້ USD.

ນັບແຕ່ 10 ປີກອ່ນນີ້, ແຂວງດົງນາຍໄດ້ວາງແຜນນະໂຍບາຍດຶງດູດທຶນ FDI ໂດຍມີການຄັດເລືອກ, ໝາຍຄວາມວ່າ ບຸລິມະສິດບັນດາໂຄງການເຕັກໂນໂລຢີສູງ, ແຮງງານທີ່ມີສີມື, ໂຄງການຜະລິດອຸດສາຫະກໍາໜູນຊ່ວຍ, ໂຄງການເປັນມິດກັບສິ່ງແວດລ້ອມ... ເຖິງວ່າ “ມີການຄັດເລືອກ” ແນວນັ້ນກໍຕາມ, ແຕ່ຈໍານວນທຶນ FDI ບໍ່ພຽງແຕ່ບໍ່ຢຸດຢູ່ເທົ່ານັ້ນ, ຫາກວິສາຫະກິດຫຼາຍແຫ່ງຍັງເຊື່ອໝັ້ນເລືອກເອົາ ແຂວງດົງນາຍ ເປັນຈຸດນັດພົບ, ເຂົ້າມາລົງທຶນໃໝ່ ຫຼື ເພີ່ມຈໍານວນເງິນລົງທຶນເປີດກວ້າງການຜະລິດອີກດ້ວຍ.

        ເມື່ອອະທິບາຍບັນຫາດັ່ງກ່າວ, ຜູ້ຕາງໜ້າບັນດາວິສາຫະກິດ FDI ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມປະທັບໃຈຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູູ່ດົງນາຍ, ໂດຍສະເພາະແມ່ນບັນດາຄວາມມານະພະຍາຍາມຂອງວົງການເຈົ້າໜ້າທີ່ທ້ອງຖິ່ນໃນບັນຫາປະຕິຮູບລະບຽບການບໍລິຫານ, ສ້າງຄວາມສະດວກໃຫ້ແກ່ນັກລົງທຶນ. ທ່ານ Kuga Shoshei, ຜູ້ອໍານວຍການໃຫຍ່ ບໍລິສັດ YKK ຫວຽດນາມ ຈໍາກັດ (ເຂດອຸດສາຫະກໍາ ເຍິນແຈັກ 3, ເມືອງ ເຍິນແຈັກ), ຫົວໜ້າກຸ່ມວິສາຫະກິດຍີ່ປຸ່ນຢູ່ດົງນາຍ ຕີລາຄາວ່າ:

        “ບໍລິສັດພວກຂ້າພະເຈົ້າ ໄດ້ເຄື່ອນໄຫວຢູ່ ດົງນາຍ ເກືອບ 20 ປີ ແລ້ວ, ນັບແຕ່ກ່ອນມາຮອດປັດຈຸບັນ ພວກຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກແຂວງດົງນາຍຫຼາຍຢ່າງ, ນັບແຕ່ພື້ນຖານໂຄງລ່າງຕະຫຼອດຮອດບັນດາບັນຫາກ່ຽວກັບລະບຽບການອື່ນໆອີກດ້ວຍ. ພວກຂ້າພະເຈົ້າມີແຜນການເປີດກວ້າງການເຄື່ອນໄຫວ ແລະ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ແຂວງດົງນາຍ”.

        ຢູ່ສູນປົກຄອງແຂວງດົງນາຍ, ນັບແຕ່ເມື່ອເຂົ້າເຄື່ອນໄຫວຢ່າງເປັນທາງການນັບແຕ່ເດືອນກໍລະກົດ 2017 ເປັນຕົ້ນມາ ຍາມໃດກໍມີຜູ້ຕາງໜ້າໃຫ້ບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດ FDI ຫຼາຍແຫ່ງມາແກ້ໄຂບັນດາລະບຽບການດ້ານບໍລິຫານ. ບັນດາວິສາຫະກິດໃຫ້ຮູ້ວ່າ, ພຽງແຕ່ມາສູນປົກຄອງ ກໍສາມາດແກ້ໄຂໄດ້ລະບຽບການຕ່າງໆ ຊ່ວຍໃຫ້ບັນດາວິສາຫະກິດປະຢັດເວລາ ແລະ ເຫື່ອແຮງໄດ້ຫຼາຍພໍສົມຄວນ ເມື່ອທຽບໃສ່ການໄປມາຫຼາຍເທື່ອ, ຫຼາຍບ່ອນຄືກ່ອນນີ້. ທ່ານ ເຈີ່ນດຶກຕວ່ານ, ນັກວິຊາການດ້ານກົດໝາຍ ຂອງບໍລິສັດ  Ajinomoto ຫວຽດນາມ, ເຂດອຸດສາຫະກຳ ບຽນ ຮວ່າ 1, ນະຄອນບຽນຮວ່າ, ແຂວງດົງນາຍ, ໃຫ້ຂໍ້ສັງເກດວ່າ:

        “ກ່ອນນີ້ແມ່ນປະຕິບັດຕາມແບບເກົ່າ, ໝາຍຄວາມວ່າເອກະສານຊຸດໜຶ່ງເຮົາຕ້ອງຂຶ້ນໆລົງໆຢ່າງໜ້ອຍສຸດແມ່ນ 5 ຫາ 6 ເທື່ອ, ອາດຈະແກ່ຍາວເປັນເວລາ 1 ຫຼື 2 ອາທິດ. ສ່ວນປັດຈຸບັນ ພວກເຮົາເຮັດໄວຫຼາຍ, ປະມານ 1 ຊົ່ວໂມງເທົ່ານັ້ນ, ເຊິ່ງເອກະສານ 1 ຊຸດ ຫຼື ຫຼາຍກວ່ານັ້ນ ກໍເສຍເວລາພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ເວົ້າລວມແລ້ວ ມັນກະທັດລັດຫຼາຍ”.

        ຄວາມຈິງແລ້ວ, ກ່ອນທີ່ມີປົກຄອງ, ແຂວງດົງນາຍ ໄດ້ປະຕິບັດຫຼາຍມາດຕະການເພື່ອສ້າງສະພາບແວດລ້ອມລົງທຶນຢ່າງມີຄວາມປະທັບໃຈ, ໃນນັ້ນ ໄດ້ສຸມໃສ່ວຽກງານປະຕິຮູບດ້ານບໍລິຫານ. ແຕ່ລະປີ, ຄະນະກຳມະການປະຊາຊົນແຂວງ ລ້ວນແຕ່ຈັດຕັ້ງການພົບປະ, ສົນທະນາກັບບັນດານັກລົງທຶນ FDI ເປັນຫຼາຍຄັ້ງ ເພື່ອແນໃສ່ແລກປ່ຽນຂໍ້ມູນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ໜູນຊ່ວຍວິສາຫະກິດຮັບສະໝັກຊາວຜູ້ອອກແຮງງານ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບັນດາກິດຈະການສະຫວັດດີການສັງຄົມ.... ຜ່ານນັ້ນສ້າງພາບພົດສະພາບແວດລ້ອມແຫ່ງການລົງທຶນຢ່າງສະໜິດສະໜົມ ແລະ ດູດດື່ມ.

        ບັນຫາປະຕິຮູບບັນດາລະບຽບການດ້ານບໍລິຫານ ໄດ້ກາຍເປັນໜຶ່ງໃນບັນດາ “ຈຸດພົ້ນເດັ່ນ” ເປັນໜ້າດຶງດູດ FDI ຂອງແຂວງດົງນາຍ. ແຂວງດົງນາຍໄດ້ຈັດຕັ້ງປະຕິບັດການສົ່ງເສີມການລົງທຶນຢູ່ກັບທີ່, ທຸກບັນຫາ, ສິ່ງຕິດຄັດຕ່າງໆ ທີ່ເກີດຂຶ້ນຂອງນັກລົງທຶນ ແມ່ນລ້ວນແຕ່ໄດ້ຮັບການແກ້ໄຂ, ຈາກບັນດາບັນຫາລະອຽດຕະຫຼອດຮອດການສະເໜີແນະກ່ຽວກັບດ້ານນະໂຍບາຍ. ຢູ່ພາກສ່ວນປະຕູດຽວຂອງຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງດົງນາຍ, ເວລາແກ້ໄຂເອກະສານຢູ່ທີ່ນີ້ ໄດ້ປະຕິບັດຢ່າງກະທັດລັດ ໄລ່ສະເລ່ຍແລ້ວ ພຽງແຕ່ເທົ່າກັບປະມານ 60 – 70 % ເວລາກຳນົດເທົ່ານັ້ນ. ປີ 2017, ຄະນະຄຸ້ມຄອງບັນດາເຂດອຸດສາຫະກໍາແຂວງດົງນາຍ ໄດ້ຮັບເອກະສານຂໍໜັງສືອະນຸຍາດ ແລະ ດັບປັບໃບຢັ້ງຢືນຈົດທະບຽນລົງທຶນ, ເອກະສານທັງໝົດດັ່ງກ່າວ ລ້ວນແຕ່ໄດ້ສົ່ງຄືນກ່ອນ ແລະ ຖືກຕາມເວລາກໍານົດ. ທ່ານ ມາຍວັນເຍິນ, ຮອງຫົວໜ້າຄະນະຄຸ້ມຄອງບັນເຂດອຸດສາຫະກໍາດົງນາຍ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າປະຕິຮູບດ້ານບໍລິຫານ ເພື່ອສ້າງທຸກເງື່ອນໄຂສະດວກໃຫ້ນັກລົງທຶນສ້າງຕັ້ງໂຄງການ. ພວກຂ້າພະເຈົ້າໄດ້ຊອກຮູ້ບັນດານັກລົງທຶນຢູ່ປະເທດຂອງເຂົ້າເຈົ້າເອງ ແລະ ສົ່ງຂໍ້ມູນເຖິງເຂົ້າເຈົ້າຜ່ານບັນດາຊ່ອງທາງ. ພວກຂ້າພະເຈົ້າຄິດວ່າ ນັກລົງທຶນຈະເຫັນໄດ້ສ່ວນໃດສ່ວນໜຶ່ງຂອງວັດທະນະທຳສຳຜັດກັບວິສາຫະກິດ, ສະພາບແວດລ້ອມເຮັດວຽກສະດວກ, ງ່າຍດາຍ, ສະໜິດສະໜົມ… ເພື່ອໃຫ້ເຂົາເຈົ້າມີຄວາມອຸນອ່ຽງໃຈເຂົ້າມາລົງທຶນ ແລະ ພັດທະນາພາລະກິດຂອງຕົນຢູ່ດິນແດນແຂວງດົງນາຍ”.

ປັດຈຸບັນ,    ດົງນາຍ ແມ່ນບໍລິເວນທີ່ມີເຂດອຸດສາຫະກໍາຫຼາຍທີ່ສຸດໃນທົ່ວປະເທດ ດ້ວຍເຂດອຸດສາຫະກຳ 30 ແຫ່ງ ໄດ້ນໍາເຂົ້າໃຊ້ງານ, ໃນນັ້ນເນື້ອທີ່ດິນຢູ່ຫຼາຍເຂດອຸດສາຫະກຳ ວິສາຫະກິດ FDI ໄດ້ເຊົ່ານໍາໃຊ້ໝົດ. ມີ 45 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າແຂວງດົງນາຍ ດ້ວຍຍອດຈໍານວນທຶນຈົດທະບຽນກວ່າ 28 ຕື້ USD. ອາດເວົ້າໄດ້ວ່າ ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນ, ໃນນັ້ນມີວຽກງານປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກ ອັນໄດ້ຊ່ວຍໃຫ້ແຂວງດົງນາຍ ສ້າງຄວາມປະທັບໃຈເໝືອນດັ່ງຈຸດນັບພົບທີ່ດູດດື່ມໃນສາຍຕາຂອງນັກລົງທຶນ FDI.

ຕອບກັບ

ຂ່າວ/ບົດ​ອື່ນ