ນະຄອນ ໂຮ່ຈີມິນ - ຊາຕາກຳ ແລະ ກາລະໂອກາດໃໝ່ 2018

(VOVWORLD) - ໃນ 2 ເດືອນຕົ້ນປີ 2018, ນະຄອນ ໂຮ່ຈີມິນ ໄດ້ຮັບບັນດາຂ່າວດີ. ໃນເດືອນ ມັງກອນ, ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 31,8% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ; ຍອດລາຍຮັບງົບປະມານແຫ່ງລັດໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ບັນລຸ 36.500 ກ່ວາຕື້ດົ່ງ, ເພີ່ມຂຶ້ນເກືອບ 10,3% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ.

ປີ 2018, ອຳນາດການປົກຄອງນະຄອນ ໂຮ່ຈີມິນ ໄດ້ກຳນົດແມ່ນປີສ້າງບາດກ້າວບຸກທະລຸໃນການພັດທະນາ, ເປັນຕົ້ນແມ່ນ ເມື່ອສະພາແຫ່ງຊາດມີຄວາມເຊື່ອໝັ້ນ ແລະ ມອບໝາຍໃຫ້ປະຕິບັດການທົດລອງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນາ. ບົດຂຽນ: “ນະຄອນ ໂຮ່ຈີມິນ: ໃນສະພາບການໃໝ່ 2018” ຂອງ ກາວທວາ ນັກຂ່າວ VOV.

ນະຄອນ ໂຮ່ຈີມິນ - ຊາຕາກຳ ແລະ ກາລະໂອກາດໃໝ່ 2018 - ảnh 1 ນະຄອນ ໂຮ່ຈີມິນ

         ໃນ 2 ເດືອນຕົ້ນປີ 2018, ນະຄອນ ໂຮ່ຈີມິນ ໄດ້ຮັບບັນດາຂ່າວດີ. ໃນເດືອນ ມັງກອນ, ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 31,8% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ; ຍອດລາຍຮັບງົບປະມານແຫ່ງລັດໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ບັນລຸ 36.500 ກ່ວາຕື້ດົ່ງ, ເພີ່ມຂຶ້ນເກືອບ 10,3% ເມື່ອທຽບໃສ່ໄລຍະດຽວກັນກັບປີກາຍ. ດັດຊະນີການພັດທະນາອຸດສາຫະກຳເພີ່ມຂຶ້ນກ່ວາ 15%. ພິເສດແມ່ນຂະແໜງຕ່ຳແຜ່ນຕັດຫຍິບໄດ້ເຊັນສັນຍາການຄ້າຫລາຍສະບັບ, ໃນນັ້ນ ສັນຍາການຄ້າສົ່ງອອກໄປຍັງ ອາເມລິກາ ກວມເຖິງ 70% ໃນຍອດຈຳນວນສັນຍາສົ່ງອອກ. ແລະກໍ່ໃນເດືອນ ມັງກອນ, ນະຄອນໄດ້ອອກໜັງສືອະນຸຍາດໃຫ້ວິສາຫະກິດສ້າງຕັ້ງໃໝ່ກ່ວາ 2.800 ວິສາຫະກິດ ດ້ວຍຍອດເງິນທຶນຈົດທະບຽນ 19.580 ຕື້ດົ່ງ, ເພີ່ມຂຶ້ນ 23% ກ່ຽວກັບດ້ານຈຳນວນວິສາຫະກິດເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນໃນເດືອນທຳອິດຂອງປີໃໝ່ ໄດ້ ແລະ ພວມສ້າງທ່ວງທ່າໃຫ້ບັນດາວິສາຫະກິດ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ແນໃສ່ຍູ້ແຮງຄວາມໄວໃນການພັດທະນາເສດຖະກິດສັງຄົມ. ທ່ານ ເຈີ່ນຕ໋ວນລອງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ ທ໋ຽດແທ້ກ ກ່າວວ່າ:

        “ຂ້າພະເຈົ້າປາດຖະໜາວ່າ ເສດຖະກິດ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ກ້າວເຂົ້າສູ່ປີໃໝ່ ຈະພັດທະນາ ແລະ ບັນລຸໄດ້ຜົນງານພົ້ນເດັ່ນຫລາຍຢ່າງກ່ວາ, ສູງກ່ວາປີ 2017, ແລະ ແມ່ນປີທີ່ພົ້ນເດັ່ນທີ່ສຸດຂອງພື້ນຖານເສດຖະກິດ ຫວຽດນາມ. ແລະ ຂ້າພະເຈົ້າກໍ່ປາດຖະໜາວ່າ ປະຊາຄົມວິສາຫະກິດພັດທະນາຢ່າງແຮງ ຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ຈະເຕີບໂຕຢ່າງກະໂດດຂັ້ນໃນປີ 2018.

        ໃນຊຸມວັນຕົ້ນປີໃໝ່, ບໍ່ພຽງແຕ່ມີຊາວນະຄອນ ໂຮ່ຈີມິນ ເທົ່ານັ້ນ ຫາກນັບທັງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນລ້ວນແຕ່ເຫັນໄດ້ຄວາມບືນຕົວຂຶ້ນໃນແຕ່ລະມື້ຂອງຕົວເມືອງທັນສະໄໝແຫ່ງນີ້ ແລະ ມີຄວາມຫວັງກ່ຽວກັບການປ່ຽນແປງໃໝ່ຢ່າງບຸກທະລຸໃນປີໃໝ່ອີກດ້ວຍ. ກັບຄືນເມືອນະຄອນ ໂຮ່ຈີມິນ ໃນຊຸມວັນຕົ້ນປີໃໝ່ 2018, ທ່ານ ເວອັກເລີມ ຊາວ ຫວຽດນາມ ທີ່ອາໄສຢູ່ ຍີ່ປຸ່ນ ໄດ້ມີຄວາມແປກປະຫລາດຕໍ່ການປ່ຽນແປງຂອງນະຄອນໃນໄລຍະເວລາສັ້ນໆ. ແຕ່ບັນດາໂຄງການໃຫຍ່ກ່ຽວກັບພື້ນຖານໂຄງລ່າງ ຕະຫລອດຮອດນະໂຍບາຍຈົດທະບຽນດຳເນີນທຸລະກິດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດ. ພິເສດ ແມ່ນຂະບວນການ Starup ພວມພັດທະນາຢ່າງແຮງ, ດຶງດູດບັນດາຜູ້ທີ່ຢາກດຳເນີນທຸລະກິດເຂົ້າຮ່ວມໃນຕະຫລາດການຄ້າ. ວິສາຫະກິດຕ່າງປະເທດຫລາຍແຫ່ງກທີ່ເປັນເພື່ອນມິດຂອງທ່ານ ເລີມ ກໍ່ໃຫ້ຮູ້ວ່າ: ເຂົາເຈົ້າຮູ້ສຶກວ່າ ມີຄວາມພາກພູມໃຈກ່ຽວກັບ “ເງື່ອນໄຂສະດວກ” ເຊິ່ງນະຄອນພວມດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.  ພິເສດ ທ່ານ ເວອັກເລີມ ກໍ່ຮູ້ສຶກມີຄວາມດີໃຈ ເມື່ອນະຄອນພວມປະຕິບັດກົນໄກນະໂຍບາຍພິເສດສະເພາະ ເຊິ່ງສະພາແຫ່ງຊາດໄດ້ມອບໝາຍໃຫ້ ເພື່ອແນໃສ່ສ້າງນະຄອນພັດທະນາຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນບັນຫາດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດເພື່ອປະກອບສ່ວນພັດທະນາໃນນະຄອນ ໂຮ່ຈີມິນ, ທ່ານ ເລງອັກເລີມ ໃຫ້ຂໍ້ສັງເກດວ່າ:

        “ຢາກກໍ່ສ້າງນະຄອນສະຫລາດ, ມີຖັນແຖວພະນັກງານການນຳສະຫລາດ ຕ້ອງມີນະໂຍບາຍເກື້ອກູນກໍ່ສ້າງພະນັກງານທີ່ເໝາະສົມ. ເພື່ອດຶງດູດຜູ້ທີ່ມີຄວາມເກັ່ງກ້າສາມາດ ຕ້ອງມີລະບອບເງິນເດືອນທີ່ເໝາະສົມ. ທີ 2 ແມ່ນການ ສະເໜີ ຫຼື ຍົກລະດັບທີ່ຕັ້ງກໍ່ຄວນເປີດກ້ວາງ. ນະຄອນຕ້ອງໄດ້ກໍ່ສ້າງພະນັກງານໄລຍະຍາວ ແລະ ມີລັກສະນະເປັນລະບົບ ຈຶ່ງຈະມີຖັນແຖວພະນັກງານທີ່ດີ”.

         ປີ 2018 ກໍ່ແມ່ນປີນະຄອນ ໂຮ່ຈີມິນ ຊາບຊຶມ ແລະ ຜັນຂະຫຍາຍທິດນຳ, ການເຄື່ອນໄຫວຂອງລັດຖະບານ: “ມີລະບຽບວິໄນ, ສັດຊື່ບໍລິສຸດ, ມີການເຄື່ອນໄຫວ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”. ນະຄອນ ໂຮ່ຈີມິນ ຈະສືບຕໍ່ຜັນຂະຫຍາຍ 7 ໂຄງການບຸກທະລຸໃນການພັດທະນາ, ນັ້ນແມ່ນ: ປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ເພື່ອແນໃສ່ຍົກສູງຄຸນນະພາບການເຕີບໂຕ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດນະຄອນ ຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ຕາມລວງເລິກ, ມີຄຸນນະພາບ, ມີປະສິດທິຜົນ. ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ປີ 2018 ພ້ອມກັບເລື່ອງດັດປັບບັນດາມາດຕະການປະຕິບັດ 7 ໂຄງການບຸກທະລຸຕາມກົນໄກໃໝ່, ນະຄອນ ໂຮ່ຈີມິນ ກໍ່ໄດ້ເພີ່ມເຕີມ 3 ມາດຕະການແກ້ໄຂໃໝ່ ເພື່ອສ້າງທ່ວງທ່າໃຫ້ນະຄອນບືນຕົວຂຶ້ນ.

        “ມາດຕະການແກ້ໄຂທີ 1 ແມ່ນດັດປັບວິທີການເຄື່ອນໄຫວ; ມາດຕະການແກ້ໄຂທີ 2 ແມ່ນກໍ່ສ້າງຕົວເມືອງສະຫລາດ. ແລະ ໝວດມາດຕະການແກ້ໄຂທີ 3 ນັ້ນແມ່ນ ຄຽງຄູ່ກັບເລື່ອງເລີ່ມດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງນັ້ນ ກໍ່ຈະລະດົມກຳລັງທີ່ປຶກສາພາຍໃນ ແລະ ຕ່າງປະເທດເພື່ອສ້າງນະຄອນ ໂຮ່ຈີມິນ ແມ່ນເຂດປະດິດຄິດສ້າງ

        ນະຄອນ ໂຮ່ຈີມິນ ຊາຕາກຳ, ກາລະໂອກາດໃໝ່, ຄວາມສະດວກໃນຕົ້ນປີ ພວມສ້າງທ່ວງທ່າ ເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາໄວກ່ວາ, ສືບຕໍໍ່ນຳໜ້າເສດຖະກິດຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ