ບັນດາບາດກ້າວບຸກທະລຸໃນການປະຕິຮູບດ້ານບໍລິຫານ ແລະ ດຶງດູດການລົງທຶນຢູ່ແຂວງ ບີງເຢືອງ

(VOVWORLD) -ແຂວງ ບີງເຢືອງ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ດ້ວຍສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ ແລະ ພວມແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດເປັນຈຳນວນຫລວງຫລາຍ. ມາຮອດປະຈຸບັນ, ແຂວງ ບີງເຢືອງ  ມີເກືອບ 3.400 ໂຄງການ FDI ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 30 ຕື້ USD ແລະ ແມ່ນແຂວງ ມີຍອດຈຳນວນເງິນລົງທຶນຂອງຕ່າງປະເທດຢືນອັນດັບ 3 ຂອງທັງປະເທດ, ພຽງຖັດຈາກ ນະຄອນ ໂຮ່ຈິມີນ ແລະ ຮ່າໂນ້ຍ. ເພື່ອແນໃສ່ສືບຕໍ່ຍູ້ແຮງການດຶງດູດເງິນລົງທຶນຂອງຕ່າງປະເທດ, ແຂວງ ບີງເຢືອງ ພວມປະຕິບັດຫລາຍມາດຕະການ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍໃຫ້ບັນດາວິສາຫະກິດ.

ບັນດາບາດກ້າວບຸກທະລຸໃນການປະຕິຮູບດ້ານບໍລິຫານ ແລະ ດຶງດູດການລົງທຶນຢູ່ແຂວງ ບີງເຢືອງ - ảnh 1 ແຂວງບີງເຢືອງ ພວມເພີ່ມທະວີມາດຕະການດຶງດູດການລົງທຶນຂອງຕ່າງປະເທດ

ພາບ: baomoi

 ໃນ 6 ເດືອນ ຕົ້ນປີ 2018, ຍອດຈຳນວນເງິນລົງທຶນຂອງຕ່າງປະເທດຢູ່ ແຂວງ ບີງເຢືອງ ບັນລຸກວ່າ 850 ລ້ານ USD, ເທົ່າກັບກວ່າ 60% ເມື່ອທຽບໃສ່ແຜນການຂອງທັງປີ, ນຳການດຶງດູດທຶນ FDI ຂອງແຂວງ ແຕ່ປີ 2016 ມາຮອດປະຈຸບັນ ບັນລຸກວ່າ 5,7 ຕື້ USD. ດ້ວຍບັນດາຕົວເລກເປັນຫນ້າປະທັບໃຈນີ້ ແຂວງ ບີງເຢືອງ ຫວັງວ່າ ຈະບັນລຸຄາດໝາຍໂດຍໄວ ແລະ ຈະລື່ນກາຍຕົວເລກ 7 ຕື້ USD ຕາມແຜນການ 5 ປີ ຄືແຕ່ປີ 2016 – 2020. ເພື່ອບັນລຸໝາກຜົນນີ້ ແຂວງ ບີງເຢືອງ ໄດ້ສ້າງ ແລະ ພັດທະນາບັນດາເຂດອຸດສາຫະກຳລວມສູນ, ຕອບສະຫນອງ ຄວາມຮຽກຮ້ອງຕ້ອງການຂອງບັນດານັກລົງທຶນ. ໂຄງການສ່ວນຫລາຍໄດ້ຈັດແບ່ງເຂົ້າໃນບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ, ສອດຄ່ອງກັບການກຳນົດທິດດຶງດູດການລົງທຶນຂອງແຂວງ ບີງເຢືອງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການປົກປັກຮັກສາສິ່ງແວດລ້ອມ. ບັນດາຂະແຫນງການ, ຂົງເຂດໄດ້ຮັບບຸລິມະສິດດຶງດູດການລົງທຶນ ແມ່ນອຸດສາຫະກຳໄຟຟ້າ, ເອເລັກໂຕນິກ, ກົນຈັກ, ການຢາ, ເຄມີ, ການຄ້າ, ບໍລິການ. ທ່ານ Yasuo Nishitohge ເຈົ້າຂອງວິສາຫະກິດຊາວຍີ່ປຸ່ນ ລົງທຶນຢູ່ເຂດອຸດສາຫະກຳ VSIP 1 ເທດສະບານ ທ້ວນອານ, ແຂວງ ບີງເຢືອງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນທີ່ສຸດ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການຮ່ວມມື ແລະ ຫນູນຊ່ວຍຈາກບັນດາຄະນະ ຂະແຫນງການ ແລະ ອຳນາດການປົກຄອງແຂວງ ບີງເຢືອງ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ແຂວງ ບີງເຢືອງ ຈະພັດທະນາຢ່າງແຮງກວ່າອີກ ແລະ ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບແຫນ້ນແຟ້ນກວ່າ.”

ປະຈຸບັນ ທົ່ວແຂວງ ມີຄົນງານເກືອບ 1,3 ລ້ານຄົນ ແລະ ຄົນງານຕ່າງປະເທດກວ່າ 50.000 ຄົນ. ເພື່ອສ້າງເງື່ອນໄຂສະດວກໃນການເຄື່ອນໄຫວຜະລິດດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດ FDI, ແຂວງ ບີງເຢືອງ ພວມແກ້ໄຂຂໍ້ຕິດຄັດກ່ຽວຂ້ອງເຖິງລະບອບນະໂຍບາຍໃຫ້ແກ່ຄົນງານເປັນເທື່ອລະກ້າວຄື: ຊື້ປະກັນສັງຄົມ, ເສຍຄ່າກວດປິ່ນປົວພະຍາດໃຫ້ຄົນງານຕ່າງປະເທດ, ຊຳລະອາກອນລາຍຮັບສ່ວນບຸກຄົນ…

ບັນດາບາດກ້າວບຸກທະລຸໃນການປະຕິຮູບດ້ານບໍລິຫານ ແລະ ດຶງດູດການລົງທຶນຢູ່ແຂວງ ບີງເຢືອງ - ảnh 2ເສັ້ນທາງເຊື່ອມຕໍ່ແຂວງ ບີງເຢືອງ ກັບນະຄອນ ໂຮ່ຈິມີນ

ພາບ: baomoi

ໄລຍະຈະມາເຖິງ, ແຂວງ ບີງເຢືອງ ສືບຕໍ່ລົງທຶນພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄຫມ ເພື່ອແນໃສ່ສ້າງຄວາມສະດວກໃຫ້ບັນດານັກລົງທຶນຄື: ກໍ່ສ້າງພື້ນຖານໂຄງລ່າງໃຫມ່, ເປີດກວ້າງ ແລະ ຍົກລະດັບລະບົບຄົມມະນາຄົມເຊື່ອມຕໍ່ພາຍໃນແຂວງ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້. ທ່ານ ເຈີນແທງລຽມ, ປະທານຄະນະກຳມະການປະຊາຊົນແຂວງ ບີງເຢືອງ ໃຫ້ຮູ້ວ່າ: ເພື່ອດຶງດູດບັນດາໂຄງການໃຫຍ່ຈາກບັນດາວິສາຫະກິດພາຍໃນປະເທດ, ແຂວງບີງເຢືອງ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ ແລະ ຍົກສູງກຳລັງຄວາມສາມາດການແກ້ງແຍ້ງຂັ້ນແຂວງ. ພ້ອມກັນນັ້ນ ແຂວງ ຄວນສຸມທຸກແຫລ່ງກຳລັງເພື່ອລົງທຶນກໍ່ສ້າງລະບົບພື້ນຖານໂຄງລ່າງເສດຖະກິດສັງຄົມໃຫ້ສຳເລັດ, ຜັນຂະຫຍາຍການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ກໍ່ສ້າງເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ກຳມະກອນ, ສະຫນອງແຫລ່ງຄົນງານໃຫ້ວິສາຫະກິດຢ່າງພຽງພໍ ແລະ ທັນການ.

ການນຳແຂວງ, ບັນດາຂະແຫນງການ, ຂັ້ນຕ່າງໆ ຈະສືບຕໍ່ຮ່ວມເດີນທາງ ແລະ ສະຫນິດຕິດພັນນຳກັນ ເພື່ອຮັບຟັງ, ຊອກຮູ້, ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຄັດຢ່າງທັນການກໍ່ຄືແກ້ໄຂບັນດາຂໍ້ສະເຫນີແນະຂອງວິສາຫະກິດຢ່າງທັນການເພື່ອສ້າງເງື່ອນໄຂສະດວກ, ງ່າຍດ່າຍທີ່ສຸດໃຫ້ແກ່ບັນດາວິສາຫະກິດ ແລະ ນັກທຸລະກິດເຄື່ອນໄຫວຢ່າງມີປະສິດທິຜົນ.”

ປະຈຸບັນ ແຂວງ ບີງເຢືອງຍູ້ແຮງວຽກງານຂົນຂວາຍສົ່ງເສີມການລົງທຶນຢູ່ບັນດາຕະຫລາດຈຸດສຸມຄື: ອາເມລິກາ, ອີຢູ, ຍີ່ປຸ່ນ, ສເກົາຫລີ, ສິງກະໂປ, ໄຕ້ຫວັນ (ຈີນ). ດ້ວຍຫລາຍຊ່ອງຂໍ້ມູນຂ່າວສານ, ແຂວງ ບີງເຢືອງ ໄດ້ຮຽກຮ້ອງບັນດາວິສາຫະກິດຕ່າງປະເທດລົງທຶນເຂົ້າບັນດາເຂດອຸດສາຫະກຳຈຸດສຸມ ດ້ວຍບັນດາໂຄງການອຸດສາຫະກຳຫນູນຊ່ວຍ, ຍາດແຍ່ງກາລະໂອກາດເມື່ອຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) ແລະ ບັນດາໂຄງການເຕັກໂນໂລຊີສູງ ຕາມການກຳນົດທິດດຶງດູດການລົງທຶນຂອງແຂວງ.

ເພື່ອສືບຕໍ່ຍົກສູງປະສິດທິຜົນການດຶງດູດການລົງທຶນ, ການນຳແຂວງ ບີງເຢືອງໄດ້ມອບຫນ້າທີ່ລະອຽດໃຫ້ແຕ່ລະພະແນກ, ຂະແຫນງການ ເພື່ອກໍ່ສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ປັບປຸງພື້ນຖານໂຄງລ່າງດ້ານເຕັກນິກທີ່ຈຳເປັນ. ພ້ອມກັນນັ້ນ ສືບຕໍ່ຮັກສາສະພາບແວດລ້ອມແຫ່ງການລົງທຶນໃຫ້ມີຄວາມສະຖຽນລະພາບ, ຮັບຟັງຄຳເຫັນປະກອບເປັນປະຈຳ ແລະ ແກ້ໄຂບັນດາຂໍ້ສະເຫນີແນະ, ຂໍ້ຕິດຄັດຂອງປະຊາຄົມວິສາຫະກິດ FDI ໃນບໍລິເວນແຂວງ ຢ່າງທັນການ.

ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງແຂວງບີງເຢືອງ ນັບມື້ນັບສະດວກສະບາຍກວ່າ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ແລະ ປະຈຸບັນ ຍັງຄົງມີຄວາມເອົາໃຈໃສ່ປັບປຸງໃຫ້ດີກວ່າ, ມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດແບບຍືນຍົງ.                                                                                                                                                                                                                                                                                                                                                                                                                                                                                                                                                                                                               

ຕອບກັບ

ຂ່າວ/ບົດ​ອື່ນ