ບັນດາສັນຍານຕັ້ງໜ້າໃນການດຶງດູດ FDI ຂອງຫວຽດນາມ ໃນປີ 2016

(vovworld) - ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​​ຈາກ​ສະພາບ​ການ​ເສດຖະກິດ​ໂລກ ພ້ອນກັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ພາ​ຍ​ໃນ​ປະ​ເທດກໍ່​ຕາມ, ​ແ​ຕ່ປີ 2016 ຍັງ​ແມ່ນ​ປີທີ່ການດຶງດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຂອງ​ຫວຽດ​ນາມ ບັນ​ລຸ​ໄດ້​ບັນດາ​ຜົນງານ​ໜ້າ​ຮັບ​ຮູ້. ຈຳນວນ​​ໂຄງການ​ປ່ອຍ​ເງິນ​ສູງ​ທີ່​ສຸດ, ມີ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ໄດ້​ເພີ່ມ​ເງິນ​ລົງທຶນ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະບານ ​ໃນ​ການ​ແກ້​ໄຂບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ​ໃຫ້ວິ​ສາ​ຫະກິດ​ໃນ​ວິວັດ​ແຫ່ງ​ການ​ລົງທຶນ​ເຂົ້າຫວຽດນາມ. ບົດ​ຂຽນ “ບັນດາ​ສັນຍານ​ຕັ້ງໜ້າ​ໃນ​ການ​ດຶງ​ດູດ FDI ຂອງ​ຫວຽດນາມ ​ໃນ​ປີ 2016” ຂອງ ວິ້ງ​ຟອງ ​ແລະ ​ເກີ​ມຕູ, ນັກ​ຂ່າ​ວ VOV.


ບັນດາສັນຍານຕັ້ງໜ້າໃນການດຶງດູດ FDI ຂອງຫວຽດນາມ ໃນປີ 2016 - ảnh 1
ບໍ​ລິ​ສັດ Samsung
(ພາບປະ​ກອບ: vneconomy.vn)


​​ເຖິງວ່າ​ໄດ້​ປະສົບ​ກັບຄວາມ​ຫຍຸ​້ງຍາກ​ຫຼາຍ​ຢ່າງ ຈາກ​ການ​ຟື້ນ​ຟູ​​ຊັກ​ຊ້າຂອງ​ພື້ນຖານ​ເສດຖະກິດ​​ໂລກກໍ່​ຕາມ, ​ແຕ່​​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ປີ 2016 ​ໄດ້​ຮັບ​ການ​ພັດທະນາ​​ປົກ​ກະ​ຕິພໍ​ສົມຄວນ. ພ້ອມ​ກັບ​ການ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ, ຂົງ​ເຂດ​ລົງທຶນ​ໂດ​ຍກົງຈາກ​ຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ ສືບ​ຕໍ່​ບັນລຸ​ໄດ້​ບັນດາໝາກຜົນ​ທີ່​ໜ້າ​ຊື່ນ​ຊົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ໝັ້ນ​ຄົງ​ຂອງ​ພື້ນຖານ​ເສດຖະກິດ. ຕົວ​ເລກ​ສະຖິຕິ​ຮອດ​ເດືອນ 12/2016 ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຫວຽດນາມ ດຶງດູດ​ໄດ້ 2.200 ກວ່າ​ໂຄງການ​ລົງທຶນ​ໃໝ່, ດ້ວຍ​ຍອດທຶນຈົດ​ທະບຽນກວ່າ 13 ຕື້ USD. ກວ່າ 1.000 ​ໂຄງການ​ເພີ່ມ​​ເງິນ​ລົງທຶນ, ບັນລຸກວ່າ 5 ຕື້ USD. ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ​ເລດັງ​​ແຢງ, ຖື​ວ່າ.

        “​ໃນ​ປີ 2016, ຫວຽດນາມ ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ພິ​ເສດ​ແມ່ນ​ການ​ປ່ອຍ​​ແຫຼ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ​້ງ. ​ໃນ​ນັ້ນ, ການ​ປ​່ອຍ​ເງິນ​ບັນດາ​ໂຄງການ​ລົງທຶນ​ຈາກ​ສ.​ເກົາຫຼີ, ​​​ໃນ​ນັ້ນ​ກຸ່ມບໍລິ​ສັດ​ໃຫຍ່ Samsung ​ແລະ Intel ຂອງ​ສ.​ເກົາຫຼີ ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ຫວຽດນາມ. ​ຕົວ​ເລກ​ປ່ອຍ​ເງິ​ນຂອງ​ບັນດາ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ​ໃນ​ປີ 2016 ບັນລຸ​ປະມານ 13 ຕື້ USD, ນີ້​ແມ່ນ​ລະດັບ​ສູງ​ທີ່​ສຸດ​ນັ​ບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ”.

        ​ນັບແຕ່​ຕົ້ນ​​ປີ 2016, ລັດຖະບານ​ໄດ້​ປະກາດ​ໃຊ້​ບັນດາ​ກົນ​ໄ​ກ, ນະ​ໂຍບາຍ​ຕັດສິນ​ໃຈ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດ​ຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ດຶງ​ດູດ​ເງິນ​ລົງທຶນ. ພ້ອມ​ກັ​ນ​ນັ້ນ, ຫວຽດນາມ ​ໄດ້ ​ແລະ ພວມ​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​​ໂລ​ກ​ໃນ​ທຸກ​ຂົງ​ເຂ​ດຄື: ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ນອກ​ນັ້ນ, ກົມ​ໃຫຍ່​ສ່ວຍ​ສາ​ອາກອນ, ກົມ​ໃຫຍ່ພາ​ສີ ກໍ​ປັ​ບປຸ່ງ​ການ​​ເຄື່ອນ​ໄຫວ​ຂອງ​ຕົນ​ເພື່ອ​ຫຼຸດຜ່ອນລາຍ​ຈ່າຍ, ປະຢັດ​ເວລາ​ໃຫ້​ວິ​ສາ​ຫະກິດ. ບັນດາ​ການ​ກະ​ທຳ​ນີ້​ໄດ້ ​ແລະ ພວມ​​ເປີດ​ບັນດາ​ກາລະ​ໂອກາດ​ພັດທະນາ​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​ໃຫ້ການ​ດຶງ​ດູດ FDI. ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ​ເລດັງ​​ແຢງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ.

        “​ໃນ​ຕາຕະລາງ​ຈັດ​ອັນ​ດັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ທະນາຄານ​ໂລກ​ປີ 2017 ​ໄດ້​ຍົກ​ອັນ​ດັບ​ຂອງ​ຫວຽດນາມ ຂຶ້ນ 8 ຂັ້ນ, ຢືນອັນ​ດັບ​ທີ 81. ຫວຽດນາມ ​ກໍ​​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ໄດ້​ມີ​ບັນດາການ​ປັບປຸງ​ໃນ​ການ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ, ບັນດາ​ລະບຽບ​ການ​ໃນ​ການ​ສົ່ງ​ອອກ, ນຳ​ເຂົ້າ. ​ເວ​ທີ່​ປາ​ໄສ​ເສດຖະກິດ​​ໂລກ ກໍ​ສືບ​ຕໍ່​ຍົກ​ອັບ​ດັບ​ຫວຽດນາມ ​ໃນ​ຕາຕະລາງ​ຈັດ​ອັນ​ດັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ຄ້າ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​​ເປັນຫຼາຍ​ຄັ້ງ ​ແມ່ນ​ຍົກ​ສູງ​ກຳລັງ​ແກ່ງ​​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ”.

        ປີ 2016, ຫວຽດນາມ ກໍ່​ປະສົບ​ກັບ​ໄພ​ທຳ​ມະ​ຊາດຢ່າງ​ລຽນຕິດ, ຈາກ​ໄພ​​ແຫ້ງ​ແລງ, ນຳ້​ເຄັມ​ຊຶມ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ​ຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ; ນຳ້​ແກ່ງ​ຖ້ວມ ​ແລະ ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມຢູ່​ພາກ​ກາງ. ຍ້ອນ​ເຫດ​ນັ້ນ, ຫວຽດນາມ ພວມ​ປັບປຸງ​ບັນດາ​ນະ​ໂຍບາຍ​ຄື​ນ​ໃໝ່, ​ເພື່ອ​ແນ​ໃສ່​ຮັບປະກັນ​ດຶງ​ດູດ​ການ​ລົງທຶນ​ຕາມ​ທິດ​ໝັ້ນຄົງ. ທ່ານ ຫງວຽນວັນ​ຕ່ວານ, ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ລົງທຶນ​ຕ່າງປະ​ເທດ​ຖື​ວ່າ.

        “ກຳນົ​ດທິດ​ການລົງທຶນ​ຈາກ​ຕ່າງປະ​ເທດ​ຄືນ​ໃໝ່, ບໍ່​ພຽງ​​ແຕ່ຕ້ອງ​ເດີນ​ຕາມ​​ດ້ານ​ຈຳ​ນວນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ກຳນົດ​ທິດ​ດຶງ​ດູດ​ການ​ລົງທຶນ​ຕາມ​ທິດ​ມີ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ ​ແລະ ສ້າງ​ກາລ​ະ​ໂອກາ​ດ​ພັດ​ທະນາ​ຢູ່​ຫວຽດນາມ ຢ່າງ​ໝັ້ນຄົງ, ຫາ​ກບໍ່​ແມ່ນ​ດຶງ​ດູດ​ການ​ລົງທຶນ​​ດ້ວຍ​ທຸກ​ວິ​ທີ. ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ພວກ​ເຮົາ​ມີ​ສິດ​ຄັດ​ເລືອກ​ບັນດາ​ໂຄງການ, ບັນດາ​ຜະລິດ​ຕະພັນ, ນັກ​ລົງທຶນ ​ແລະ ຄັດ​ເລືອກ​ປະ​ເທດ​ລົງທຶນ”.

        ຈຸ​ດພົ້ນ​ເດັ່ນ​ອີກ​ອັນ​ໜຶ່ງ​ໃນ​ການ​ລົງທຶ​ນ​ເຂົ້າຫວຽດນາມ ນັ້ນ​ແມ່ນ, ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ. ພ້ອມ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ຈາກ​ການ​ຜະລິດ​​ຂະ​ໜາດນ້ອຍ, ຫັນ​​ໄປ​ສູ່​ພື້ນຖານ​ຜະລິດ​ສິນ​ຄ້າ​ລວມສູນບັນລຸ​ໄດ້​ບາດກ້າວ​ເບື້ອງຕົ້ນ​ແລ້ວ. ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫງວຽນ​ຊວນ​ເກື່ອງ ຢືນຢັນ​ວ່າ.

        “ທ່ານ​ນາຍົກລັດຖະມົນຕີ​ໄດ້​ມອບ​ໜ້າທີ່​ໃຫ້​ບັນດາ​ຂະ​ແໜງ​ຄົ້ນ​ຄ​ວ້າ, ປັບປຸງ​ດຳ​ລັດ 210 ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ເ​ຂົ້າຂົງ​ເຂດ​ກະສິກຳ. ​ໃນ​ນັ້ນ, ສຸ​ມ​ໃສ່​ເຂົ້າ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ແກ່​ວິ​ສາ​ຫະກິດ​ລົງທຶນ​​ໃນ​ຂົງ​ເຂດ​ກະສິກຳ​ມີ​ເຕັກ​ໂນ​ໂລ​ຊີີ​ສູງ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສະອາດ. ຄຽງ​ຂ້າງ​ນັ້ນ, ບັນດາ​ຂໍ້​ຕິດ​ຂັດອື່ນໆ​ຄື: ທີ່​ດິນ, ສິ້ນ​ເຊື່ອ ​ແລະ ທະນາຄານ, ຂະ​ແໜງ​ກະສິກຳ​ກໍ່​ພວມ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເພື່ອ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ມີ​ລັກສະນະ​ບຸກທະລຸ, ຕັ້ງ​ໜ້າ ​ແລະ ຕິດ​ແທດ​ກັບ​ຕົວ​ຈິງ​ເພື່ອດຶງ​ດູດ​ບັນດາ​ວິ​ສາ​ຫະກິດ ​ແລະ ພາກສ່ວນ​ເສດຖະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ”.

        ປີ 2017, ລັດຖະບານ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຍົກ​ສູງ​ກຳລັງ​ແກ່ງ​ແ​ຍ່ງ​ຂອງພື້ນຖານ​ເສດຖະກິດ ​ແລະ ສ້າງ​ລັດ​ແຫ່ງສ້າງສັນ; ໜູນ​ຊ່ວຍ, ຮ່ວ​ມມື​ກັບ​ວິ​ສາ​ຫະກິດ ​ແລະ ສ້າງ​ລັດຖະບານສັດ​ຊື່​ບໍລິສຸດ, ຫຼຸດຜ່ອນບັນ​ດາ​ລະບຽບ​ການ​ບໍລິ​ຫານ​ໃນ​ການ​ລົງທຶນ. ນີ້​ຈະ​ແມ່ນບາດກ້າວ​ບຸກທະລຸ​ໃນ​ການ​ດຶງ​ດູດ FDI ຂອງ​ຫວຽດນາມ ​ໃນ​ຊຸ​ມປີຕໍ່​ໆ​ໄປ.

ຂ່າວ/ບົດ​ອື່ນ