ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມເພື່ອຈຸດໝາຍພັດທະນາເສດຖະກິດຂອງປະເທດຊາດ

(vovworld) - ໃນ​ຊຸມ​ປີ​ຜ່ານ​ມາ, ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​​ຊົມໃຊ້​ສິນ​ຄ້າ​ຫວຽດ​ນາມ” ໄດ້​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ຕະ​ຫຼາດ​ຢ​ູ່​ພາຍ​ໃນ​ປະ​ເທດ. ພິ​ເສດ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິດ​ສຳ​ລັບ​ຜູ້ອຸປະໂພກບໍລິໂພກໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂ​ອງ​ສິນ​ຄ້າ. ຜ່ານນັ້ນ, ໄດ້​ປ່ຽນ​ແປງ​ຄວາມ​ຊິ້ນ​ເຄີຍ​ໃນ​ການ​ຊື້, ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ຂອງ​ຜູ້ອຸປະໂພກບໍລິໂພກ, ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ນຳ​ໃຊ້​ສິນ​ຄ້າ​ຫວຽດ​ນາມ, ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ຂ​ອງ​ປະ​ເທດ​ຊາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບົດ​ຂຽນ “ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ​ເພື່ອ​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດຂອງ​ປະ​ເທດ​ຊາດ” ຂອງ​ລ້າຍ​ຮ​ວາ ແລະ ວັນ​ຫາຍ, ນັກ​ຂ່າວ VOV.


ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມເພື່ອຈຸດໝາຍພັດທະນາເສດຖະກິດຂອງປະເທດຊາດ - ảnh 1
(ພາບ​ປະ​ກອບ)

ພາຍ​ຫຼັງ​ໄລ​ຍະ​ເວ​ລາ 8 ປີ​ແຫ່ງ​ການ​ປະ​ຕິ​ບັດບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ຊົມໃຊ້​ສິນ​ຄ້າ​ຫວຽດ​ນາມ”, ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ທາງ​ດ້ານ​ຂອບ​ຂະ​ໜາດ​ການ​ຜະ​ລິດ, ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ສິນ​ຄ້າ ກໍ່​ຄື​ຂອບ​ເຂດ​ການສະ​ໜອງ - ຄວາມ​ຕ້ອງ​ການ​ຊົມ​ໃຊ້​ສິນ​ຄ້າ. ຄຸນ​ນະ​ພາບ​ສິນ​ຄ້າ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ສູງ​ຂຶ້​ນ ແລະ ​ມີ​ການແກ່ງ​ແຍງ​ຢ່າງສະ​ເໝີ​ພາບ​ກັບ​ສິນ​ຄ້າ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດກວ່າ. ໃນ​ບັນ​ດາ​ຮ້ານຊັບ​ພະ​ສິນ​ຄ້າ, ຮ້ານ​ຄ້າ​, ຕະ​ຫຼາດ… ໃນ​ທົ່ວ​ປະ​ເທດ, ສິນ​ຄ້າ​ຫວຽດ​ນາມ ກວມ​ເອົາ​ສ່ວນ​ຫຼາຍ ແລະ ຜູ້ອຸປະໂພກບໍລິໂພກ​ມີ​ຄວາມ​ເຊື່ອ​ໝັ້ນ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ ໃນ​ກາ​ນ​ຊື້​ຂາຍ, ບໍ​ລິ​ໂພກ, ອຸ​ປະ​ໂພກ.

        ຢູ່​ນະ​ຄອນ​ເກີນ​ເທີ, ມີ​ຮ້ານ​ຊັບ​ພະ​ສິນ​ຄ້າ, ສູນ​ການ​ຄ້າ 16 ແຫ່ງ ແລະ ຕະ​ຫຼາດ​ຊຸມ​ຊົນ 100 ແຫ່ງ, ປະ​ລິ​ມານສິນ​ຄ້າ​ຫວຽດ​ນາມ ໄດ້​ກວມ​ເອົາ​ແຕ່ 90 – 95%. ຜູ້ອຸປະໂພກບໍລິໂພກ ເກີນ​ເທີ ມີ​ຄວາມ​ເຊື່ອ​ໝັ້ນ ແລະ ​ຊົມໃຊ້​ສິນ​ຄ້າ​ຫວຽດ​ນາມ ແທນ​ໃຫ້​​ສິນ​ຄ້າ​ຕ່າງ​ປະ​ເທດບາງ​​ຊະ​ນິດ, ສິນ​ຄ້າບໍ່​ມີ​ຕົ້ນ​ກຳ​ເນີດ... ປີ 2016 ຜ່ານ​ມາ, ຍອດ​​ມູນ​ຄ່າ​ການຂາຍ​ຍ່ອ​ຍ ແລະ ລາຍ​ຮັບ​​ຈາກການ​ບໍ​ລິ​ການ​ຂອງ​ແຂວງ​ບັນ​ລຸ​ເກືອບ 96.000 ຕື້​ດົ່ງ. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ​ແມ່ນ​ຍ້ອນ​ທາງ​ນະ​ຄອນ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ບັ້ນ​ຂົນ​ຂວາຍ​ເປັນ​ຢ່າງ​ດີ, ຜ່ານນັ້ນ​ປະ​ຊາ​ຊົນ​ໄດ້​ເຂົ້າ​ໃຈ ແລະ ເຊື່​ອ​ໝັ້ນ​ຕໍ່​ສິນ​ຄ້າ​ຫວຽດ​ນາມ. ທ່ານ ດິງ​ຈຸງ​ທຶກ, ຮອງ​ປະ​ທານ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ເກີນ​ເທີ, ໃຫ້​ຮູ້​ວ່າ.

        “ໃນ​ປີ 2017, ພ​ວກ​ຂ້າ​ພະ​ເຈົ້າ​ຈະ​ມີ​ການ​ສົມ​ທົບ​ກັນ ເພື່ອ​ເພີ່ມ​ທະ​ວີ​ການກວດ​ກາ ແລະ ຕິດ​ຕາມກວດ​ກາ. ແນວ​ໂຮມ​ປະ​ເທດ​ຊາດ​ຈະ​ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ເພື່ອ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍ ສຳ​ລັບ​ບັນ​ດາ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸກ​ເຄື່ອນ​ໄຫວ​ພາກ​ເອ​ກະ​ສົນ, ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ຢາ​ຫວຽດ​ນາມ. ທີ 2 ແມ່ນ​ຄຸ້ມ​ຄອງ​ການ​ຊື້​ຂາຍ, ນຳ​ໃຊ້​ເຄື່ອງວັດ​ຖຸ​ອຸ​ປະ​ກອນ​ກະ​ສິ​ກຳ, ຍ້ອນ​ໄດ້​ມີ​ສິນ​ຄ້າ​ປອມ ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ບໍ່​ພໍ​ໃຈ​​ເມື່ອ​ຖືກນຳ​ໃຊ້​ສິນ​ຄ້າ​​ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ. ແລະ​ພິ​ເສດ​ພວກ​ຂ້າ​ພະ​ເຈົ້າ​ສົມ​ທົບ​ກັນ​ຕິດ​ຕາມກວດ​ກາຄວາມປອດໄພສຸຂະອະນາໄມດ້ານສະ​ບຽງອາຫານ”.

        ບັ້ນ​ຂ​ົນ​ຂວາຍ​ໄດ້​ກະ​ທົບ​ເຖິງ​ທົ່ວ​ສັງ​ຄົມ​ຢ່າງ​ຕັ້ງ​ໜ້າ, ຊ່ວຍ​ໃຫ້ຜູ້ອຸປະໂພກບໍລິໂພກ, ອົງ​ການ, ຫົວ​ໜ່ວຍ, ອົງ​ການ​ຈັດ​ຕັ້ງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​​ຄົບ​ຖ້ວນກວ່າ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ, ສິດ​ຜົນ​ປະ​ໂຫຍດ​ຂອງຜູ້ອຸປະໂພກບໍລິໂພກ​ສຳ​ລັບ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ, ສິນ​ຄ້າ​ຜະ​ລິດ​ພາຍ​ໃນ​ປະ​ເທດ. ຜູ້ອຸປະໂພກບໍລິໂພກຊື້​ຂາຍ​ສິນ​ຄ້າ​ຫວຽດ​ນາມ ພ​ວມ​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມ​ຄວນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ. ເພື່ອບັ້ນ​ຂົນ​ຂວາຍ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ກວ່າ, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ສະ​ເໜີ​ຕໍ່​ລັດ​ຖະ​ບານ ມີ​ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ສິນ​ຄ້​າ​ຫວຽດ​ນາມ ​ຫຼາຍກວ່າ​ອີກ. ທ່ານ ເລ​ນາມ​ຈ່າ, ປະ​ທານ​ສະ​ພາ​ສະ​ມາ​ຊິກບໍ​ລິ​ສັດ​ໃຫຍ່​ໂທ​ລະ​ຄົມ​ມະ​ນາ​ຄົມ MobiFone ຖື​ວ່າ.

        “ກ່ຽວ​ກັບ​ບັນ​ຫາ​ລາ​ຄາ ແລະ ພາ​ສີອາ​ກອນ, ນີ້​ກໍ​່​ແມ່ນ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ຖ້າ​ຫາກ​ພຽງ​ມີ​ວິ​ສາ​ຫະ​ກິດ​ຮ່ວມ​ມື​ກັບ​ປະ​ຊາ​ຊົນ​ເທົ່າ​ນັ້ນ, ລາ​ຄາ ແລະ ພາ​ສີ​ອາ​ກອນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໃນ​ໄລ​ຍ​ະ​ເບື້ອງ​ຕົ້ນ. ຖ້າ​ຫາກ​ປະ​ໃຫ້​ວະ​ສາ​ຫະ​ກິດ​​ເຄື່ອນ​ໄຫວ​ຂອງ​ຈະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ມີ​ນະ​ໂຍ​ບາຍ​ຢ່າງ​ລະ​ອຽ​ດ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ”.

        ຫວຽດ​ນາມ ໄດ້​ກ້າວ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ, ດ້ວຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ຝ່າຍ, 2 ຝ່າຍ​ຫຼາຍ​ສະ​ບັບ, ຈ​ະ​ກະ​ທົບ​ ແລະ ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ຂອງ​ບັນ​ດາວິ​ສາ​ຫະ​ກິດ. ຍ້ອນ​ເຫດນັ້ນ, ​ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ໄດ້​ປະ​ຕິ​ບັດ​ແລ້ວ, ລັດ​ຖ​ະ​ບານ​ຫວຽດ​ນ​າມ ໄດ້​ກວດ​ກາ, ເພີ່ມ​ເຕີ່ມ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພັດ​ທະ​ນາ. ພ້ອນ​ກັນ​ນັ້ນ​ແມ່ນ​ປະ​ກາດ​ໃຊ້​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຊີດ​ຊູ, ຕີ​ລ​າ​ຄາ, ຮັບ​ຮູ້​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ, ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ຕະ​ຫຼາດ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດຊົມ​ໃຊ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ”, ໃຫ້​ຮູ້​ວ່າ, ຈະ​ສືບ​ຕໍ່​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບບັ້ນ​ຂົນ​ຂວາຍ “ຊາວ​ຫວຽດ​ນາມ ບຸ​ລິ​ມະ​ສິດຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ” ເພື່ອ​ໃຫ້​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງບັ້ນ​ຂົນ​ຂວາຍ​ຫຼາຍກວ່າ.

        “ສານ​ມຸ່ງ​ໄປ​ເຖິງ​ຄຸນ​ນະ​ພາບ​ສູງ, ຊາວ​ຫວຽດ​ນາມ ​ເມື່ອຕັດ​ສິນ​ໃຈ​ປະ​ຕິ​ບັດ​ກໍ່​ຈະ​​ສາ​ມາດປະ​ຕິ​ບັດ​ໄດ້ ຍ້ອນ​​ເມື່ອພວກ​ເຮົາ​ຊື້​ສິນ​ຄ້າ​ຫວຽດ​ນາມ ໃນແຕ່​ລະ​ເທື່ອ ແມ່ນ​​ສາ​ມາດ​ຊ່ວຍໃຫ້​ຊາວ​ຫວຽດ​ນາມ ຄົນ​ໜຶ່ງ​ພົ້ນ​ຈາກ​ການວ່າງ​ງານ. ສິ່ງ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ຄວາມ​ຮັກ​ຊາດ, ​ເຖິງວ່າ ຄຸນ​ນະ​ພາບ​ມີ​ຄວາມ​ແຕກ​​ຕ່າງ​ກັນເລກ​ໜ້ອຍ​ ແລະ ລະ​ຄາ​ສູງກວ່າ ​ແຕ່ຖ້າ​ຄິດ​ວ່າ​ເພື່ອ​ໃຫ້​ມີ​ລາຍ​ຮັບ, ເພື່ອ​ໃຫ້​ຫວຽດ​ນາມ ມີ​ວຽກ​ເຮັດ​ງານ​ທຳ ເຂົາ​ເຈົ້າ​ຍັງ​ກະ​ທຳຢ​ູ່.”

        ຈາກ​ຜົນ​ກະ​ທົບ​ຂອງ​ບັ້ນ​ຂົນ​ຂວ​າຍ, ວິ​ສ​າ​ຫະ​ກິດ​ຫວຽດ​ນາມ ໄດ້​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ, ສຳ​ພັດ​ກັບ​ບັນ​ດາ​ຄວາມ​ຮ​ຽກ​ຮ້ອງ​​ຕ້ອງ​ການສູງກວ່າ​ຂອງ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ ກໍ​ຄື​ສາ​ກົນ. ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ​ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ, ຮ່ວມ​ມື​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ນັບ​ທັງ​ທາງ​ດ້ານ​ທຶນ, ເຕັກ​ໂນ​ໂລ​ຊີ, ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການ​ຄຸ້ມ​ຄອງ... ຈາກນັ້ນ​ຜະ​ລິດ​ບັນ​ດາ​ສິນ​ຄ້​າ​ທີ່​ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ຮັບ​ໃຊ້​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ, ຊ່ວຍ​ພື້​ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ, ໝັ້ນ​ຄົງ.

ຂ່າວ/ບົດ​ອື່ນ