ບ່າເຣ້ຍ - ຫວູງເຕົ່າ ສ້າງຄວາມບຸກທະລຸໃນການດຶງດູດການລົງທຶນ

(VOVWORLD) -ດ້ວຍການສ້າງຍຸດທະສາດດຶງດູດການລົງທຶນໂດຍມີການຄັດເລືອກ, ໜູນຊ່ວຍນັກລົງທຶນ ດ້ວຍບັນດາວຽກງານລະອຽດ, ນຳຂໍ້ກຳນົດກ່ຽວກັບເວລາໃນການແກ້ໄຂລະບຽບການ, ເອກະສານລົງທຶນ ກາຍເປັນຂໍ້ກຳນົດບັງຄັບ... ແຂວງບ່າເຣ້ຍ-ຫວູງເຕົ່າ ພວມສ້າງພາບພົດກ່ຽວກັບເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນ ແລະ ຈະນໍາມາເຊິ່ງໝາກຜົນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະຜ່ານມາ, ເລື່ອງດຶງດູດນັກລົງທຶນຫຼັ່ງເຂົ້າມາລົງທຶນ ຢູ່ແຂວງບ່າເຣ້ຍຫວູງເຕົ່າ ໄດ້ປະກົດໃຫ້ເຫັນຂໍ້ຈຳກັດຫຼາຍຢ່າງ, ສົ່ງຜົນກະທົບບໍ່ໜ້ອຍເຖິງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ຄື ສະພາບການມົນລະພິດສິ່ງແວດລ້ອມຢູ່ບັນດາໂຄງການຕ່ຳແຜ່ນ-ຍ້ອມສີ ຫຼືບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າ ຍັງແມ່ນບັນດາບັນຫາທີ່ແກ້ໄຂໄດ້ຍາກ, ເຊິ່ງທ້ອງຖິ່ນບໍ່ອາດແກ້ໄຂໃນທັນທີໄດ້.

ໂດຍກຳນົດວ່າ ຈະບໍ່ເອົາເສດຖະກິດແລກເອົາມົນລະພິດສິ່ງແວດລ້ອມ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ໄດ້ ແລະ ກຳລັງ ປະຕິບັດວຽກງານການວາງແຜນຜັງ ແລະ ດຶງດູດນັກລົງທຶນເຂົ້າລົງທຶນໃນບໍລິເວນແຂວງ, ເລືອກເອົາຂົງເຂດທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາ ແລະ ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ກໍ່ຢຶດໝັ້ນກັບເປົ້າໝາຍການລົງທຶນຢ່າງມີການຄັດເລືອກ, ດ້ວຍບັນດາໂຄງການມີເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ມີການແຜ່ຂະຫຍາຍ ແລະນຳໃຊ້ແຮງງານໜ້ອຍ. ຮອດປີ 2020, ແຂວງ ບ່າເຣ້ຍ-ຫວູງເຕົ່າສູ້ຊົນຈະດຶງດູດໂຄງການລົງທຶນຈາກຕ່າງປະເທດ ເຖິງ 80 ໂຄງການ, ດ້ວຍທຶນຈົດທະບຽນປະມານ 4 ຕື້  USD  ແລະ 90 ໂຄງການລົງທຶນຈາກນັກລົງທຶນພາຍໃນປະເທດ ດ້ວຍທຶນຈົດທະບຽນປະມານ 100.000 ຕື້ດົ່ງ.

        ຕາມທ່ານ ເລຮວ່າງຫາຍ, ຫົວໜ້າພະແນກແຜນການ - ການລົງທຶນ ແຂວງ ບ່າເຣ້ຍ-ຫວູງເຕົາ ແລ້ວ, ເລື່ອງສ້າງມາດຖານດຶງດູດການລົງທຶນ ນັ້ນ, ທາງແຂວງພວມຄ່ອຍໆເປັນເຈົ້າການກວ່າໃນການສຳຜັດກັບບັນດານັກລົງທຶນທີ່ແຖວໜ້າ, ມີອິດທິພົນຊື່ສຽງ, ພ້ອມທັງຈຳກັດບັນດາຂົງເຂດ, ຂະແໜງ, ອາຊີບລົງທຶນທີ່ບໍ່ເໝາະສົມ. ເນື່ອງຈາກວ່າ ທັງຈຳນວນໂຄງການ ແລະ ຍອດທຶນຈົດທະບຽນລົງທຶນຖືກຫຼຸດໜ້ອຍຖອຍລົງເປັນເວລາຫຼາຍປີ, ປີ 2017, ແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ຕ້ອນຮັບກະແສລົງທຶນໃໝ່່ ດ້ວຍເກືອບ 70 ໂຄງການ ທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຈຳນວນທຶນຈົດທະບຽນກວ່າ 1, 5 ຕື້ USD ແລະ  40.000 ຕື້ດົ່ງ, ເຊິ່ງທົບສອງເທົ່າເມື່ອທຽບໃສ່ ປີ 2016, ສ່ວນຫຼາຍບັນດາຂະແໜງ ແລະ ຂົງເຂດເສດຖະກິດ ລ້ວນແຕ່ເຕີບໂຕດີພໍສົມຄວນ, ທ່ານໃຫ້ຮູ້ວ່າ:

        “ເງິນລົງທຶນຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ກວມເອົາກວ່າ 80% ຍອດເງິນລົງທຶນໃນບໍລິເວນແຂວງ. ການນຳແຂວງ ກໍກຳນົດນີ້ແມ່ນແຫຼ່ງກຳລັງຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ວາງອອກບັນດາມາດຕະການເພື່ຶອດຶງດູດແຫຼ່ງກຳລັງດັ່ງກ່າວ. ພາຍໃນສອງປີຜ່ານມາ, ການນຳແຂວງ ໄດ້ວາງອອກຫຼາຍມາດຕະການ ເພື່ອສຸມໃສ່ຊີ້ນຳ ເພີ່ມທະວີວຽກງານການດຶງດູດນັກລົງທຶນ, ກະຕຸກຊຸກຍູ້ຄວາມຄືບໜ້າ ໃນການຜັນຂະຫຍາຍຂອງບັນດາໂຄງການ”.

        ດ້ວຍແຜນນະໂຍບາຍດຶງດູດນັກລົງທຶນຢ່າງມີການຄັດເລືອກນັ້ນ, ທາງແຂວງໄດ້ຕັ້ງໜ້າສ້າງກົນໄກຢ່າງສົມບູນແບບ, ລົບລ້າງບັນດາຮົ້ວກີດຂວາງທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ ຄື: ຫຼຸດເວລາອອກໃບອະນຸຍາດລົງທຶນ,  ໃບອະນຸຍາດກໍ່ສ້າງລົງ, ຫຼຸດເວລາເຮັດລະບຽບການພາສີຜ່ານດ່ານກວດກາຕ່າງໆ; ພ້ອມທັງກໍ່ສ້າງກົງຈັກອຳນາດການປົກຄອງທີ່ໂປ່ງໃສ, ໃກ້ຊິດຕິດແທດກັບ ບັນດານັກລົງທຶນ...

        ຕາມທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ-ຫວູງເຕົ່າແລ້ວ, ໃນໄລຍະຈະມາເຖິງ, ທາງແຂວງ ຈະຕັດສິນໃຈປົກປັກຮັກສາສະພາບແວດລ້ອມແຫ່ງການລົງທຶນຕາມຮູບແບບຕັ້ງໜ້າ,  ບໍ່ສົ່ງຜົນສະທ້ອນເຖິງຄຸນນະພາບຂອງການພັດທະນາແບບຍືນຍົງຂອງແຂວງ. ເປົ້າໝາຍສະເໝີຕົ້ນສະເໝີປາຍຂອງແຂວງ ແມ່ນພັດທະນາເສດຖະກິດ  ແຕ່ບໍ່ປະໃຫ້ມີຜົນຮ້າຍຢ້ອນຫຼັງໃຫ້ແກ່ຄົນລຸ້ນຫຼັງ, ບໍ່ທຳລາຍສິ່ງແວດລ້ອມ, ບໍ່ເພີ່ມຈຳນວນພົນລະເມືອງເຂົ້າອອກເມືອງ, ບໍ່ເພີ່ມຂອບຂະໜາດຂອງຕົວເມືອງ, ບໍ່ເຮັດໃຫ້ບໍລິເວນແຂວງກາຍເປັນບ່ອນຖີ້ມສິ່ງເສດເຫຼືອຈາກອຸດສາຫະກຳ, ທ່ານກ່າວວ່າ:

        “ກຳລັງຄວາມສາມາດບົ່ມຊ້ອນຂອງແຂວງ ບ່າເຣ້ຍ-ຫວູງເຕົ່າ ແມ່ນຍັງຫຼາຍ, ປັດຈຸບັນ, ທາງແຂວງບໍ່ຖືເບົາ ເຊິ່ງປະຕິບັດຕາມຈິດໃຈ ເຮັດຊ້າແຕ່ໝັ້ນທ່ຽງ. ໄລຍະຈະມາເຖິງ, ບັນດາໂຄງການລົງທຶນບໍ່ຕ້ອງຜ່ານຄະນະກຳມະການແຂວງແລ້ວ, ພຽງແຕ່ຜ່ານຄະນະຄຸ້ມຄອງເຂດອຸດສາຫະກຳ ເຊິ່ງເປັນພາກສ່ວນຮັບຜິດຊອບທັງໝົດ ເທົ່ານັ້ນ. ທາງແຂວງໄດ້ມອບສິດໃຫ້ຄະນະຄຸ້ມຄອງເຂດອຸດສາຫະກຳເປັນພາກສ່ວນຕັດສິນ”.

ບ່າເຣ້ຍ - ຫວູງເຕົ່າ ສ້າງຄວາມບຸກທະລຸໃນການດຶງດູດການລົງທຶນ - ảnh 1 ທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ-ຫວູງເຕົ່າ (ພາບ: cafe.vn)

ຕາມທ່ານ ຫງວຽນຮົ່ງຫຼີງ, ເລຂາຄະນະພັກແຂວງ ບ່າເຣ້ຍ-ຫວູງເຕົ່າ ແລ້ວ, ໃນສະພາບການເສດຖະກິດສັງລວມຂອງແຂວງ, ການເກັບລາຍຮັບຈາກພາຍໃນແຂວງ ແລະ ລາຍຮັບຈາກການນໍາເຂົ້າ-ສົ່ງອອກ ນັບມື້ນັບກວມເອົາອັດຕາສ່ວນຫຼາຍກວ່າ; ສ່ວນການເກັບລາຍຮັບຈາກນ້ຳມັນອາຍແກັດຈະນັບມື້ນັບຖືກຫຼຸດລົງ. ດັ່ງນັ້ນ, ທາງແຂວງຈະບໍ່ອີງໃສ່ລາຍຮັບທີ່ໄດ້ເກັບມາຈາກນ້ຳມັນອາຍແກັດ ຫາກຈະເພີ່ມທະວີການດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມລາຍຮັບຈາກການລົງທຶນພາຍໃນ ແລະວິສາຫະກິດຕ່າງປະເທດ. ທ່ານກ່າວວ່າ:

        “ການນຳແຂວງຈະສ້າງພື້ນຖານເສດຖະກິດທີ່ບໍ່ອີງໃສ່ປະເພດນ້ຳມັນອາຍແກັດ. ແຂວງຈະຊຸກຍູ້ການພັດທະນາອຸດສາຫະກຳໜູນຊ່ວຍ, ອຸດສາຫະກຳສິນຄ້າສົ່ງອອກ ແລະ ອຸດສາຫະກຳກັ່ນຕອງນໍ້າມັນອາຍແກັດ. ຕັດສິນໃຈນຳທ່າເຮືອ ແລະ logistics ກາຍເປັນບາດກ້າວບຸກທະລຸປາຍແຫຼມເສດຖະກິດຂອງແຂວງ. ເສົາຄ້ຳເສດຖະກິດທີສາມແມ່ນ ການທ່ອງທ່ຽວ. ເສົາຄ້ຳທີ 4 ແມ່ນການພັດທະນາຂະແໜງກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ເພື່ອເວົ້າເຖິງແຂວງບ່າເຣ້ຍ-ຫວູງເຕົາ ແມ່ນເວົ້າເຖິງພື້ນຖານເສດຖະກິດຫຼາຍຮູບຫຼາຍແບບຄືດັ່ງກ່າວ”.

        ໃນໄລຍະຈະມາເຖິງ, ໜ້າທີ່ບຸລິມະສິດຂອງແຂວງບ່າເຣ້ຍ-ຫວູງເຕົ່າ ແມ່ນການລະດົມແຫຼ່ງກຳລັງຈາກສັງຄົມສຳລັບການລົງທຶນພັດທະນາຢ່າງສຸດຂີດ, ເຮັດແນວໃດເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດເຂົ້າລົງທຶນຢູ່ແຂວງບ່າເຣ້ຍຫວູງເຕົ່າ. ທາງແຂວງຈະສືບຕໍ່ປະຕິບັດບັນດາມາດຕະການເພື່ອພັດທະນາເສດຖະກິດ, ສຸມໃສ່ໜູນຊ່ວຍວິສາຫະກິດໃນການປະຕິບັດບັນດາລະບຽບການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນວິວັດການເຄື່ອນໄຫວ ໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ