ປຸກລຸກຄວາມໄຝ່ຝັນລົດໂອໂຕຍີ່ຫໍ້ຫວຽດນາມ

(VOVWORLD) -ກົງກັບໂອກາດວັດຊາດຫວຽດນາມ, ວັນທີ 02 ກັນຍາ ຜ່ານມາ, ກຸ່ມບໍລິສັດ Vingroup ໄດ້ເລີ່ມລົງມືກໍ່ສ້າງໂຮງງານຜະລິດລົດໂອໂຕທີ່ໃສ່ຊື່ວ່າ VinFast ຢູ່ນະຄອນຫາຍຟ່ອງ ຢ່າງເປັນທາງການ. ເລື່ອງມີກຸ່ມບໍລິສັດເສດຖະກິດໃຫຍ່ລົງທຶນນັບຕື້ USD ດ້ວຍເປົ້າໝາຍຜະລິດລົດໂອໂຕຢູ່ພາຍໃນປະເທດ ໄດ້ປະກອບສ່ວນປຸກລຸກຄວາມໄຝ່ຝັນລົດໂອໂຕຍີ່ຫໍ້ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ປຸກລຸກຄວາມໄຝ່ຝັນລົດໂອໂຕຍີ່ຫໍ້ຫວຽດນາມ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ພີທີເລີ່ມລົງມືກໍ່ສ້າງ)

ເພື່ອປະຕິບັດໂຄງການທີ່ເຕັມໄປດ້ວຍຄວາມໄຝ່ຝັນນີ້, ບໍລິສັດອະສັງຫາລິມະຊັບທີ່ໃຫຍ່ກວ່າໝູ່ຢູ່ຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ຕົກລົງລົງທຶນ 3,5 ຕື້ USD ເຂົ້າໃນໂຄງການໂຮງງານຄົ້ນຄວ້າ ແລະ ຜະລິດລົດໂອໂຕຍີ່ຫໍ້ VinFast. VinFast ວາງຄາດໝາຍກາຍ້ປັນນັກຜະລິດລົດໂອໂຕແຖວໜ້າຂອງອາຊີຕາເວັນອອກສ່ຽງໃຕ້ ດ້ວຍຜະລິດຕະພັນຕົ້ນຕໍແມ່ນລົດໂອໂຕໃຊ້ນ້ຳມັນ, ລົດໂອໂຕໄຟຟ້າ ແລະ ລົດຈັກໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພີທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ “ລົດໂອໂຕ ບໍ່ພຽງແຕ່ແມ່ນລົດໂອໂຕເທົ່ານັ້ນ, ຫາກນັ້ນຍັງແມ່ນເຄື່ອງໝາຍການຄ້າແຫ່ງຊາດ. ດ້ວຍຄວາມຕັດສິນໃຈ, ຄວາມມຸ່ງຫວັງຂອງກຸ່ມບໍລິສັດເວົ້າສະເພາະ ແລະ ຂອງຊາວຫວຽດນາມ ນັບລ້ານຄົນເວົ້າລວມ, ພວກເຮົາຫວັງວ່າ ໃນອະນາຄົດອັນໃກ້ໆນີ້, ຈະມີລົດໂອໂຕຍີ່ຫໍ້ “made in Viet Nam” ຕອບສະໜອງ 2 ມາດຕະຖານຄື: ລາຄາເໝາະສົມ ແລະ ຄຸນນະພາບສູງ”. ເນື່ອງໃນໂອກາດນີ້, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການກໍ່ຢືນຢັນວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ Vingroup ຜັນຂະຫຍາຍໂຄງການໃນເນື້ອທີ່ດິນ 335 ເຮັກຕາ, ຢູ່ເຂດເສດຖະກິດ ດິ່ງວູ - ກ໋າດຫາຍ (ຫາຍຟ່ອງ).

        ກ່ອນນີ້ 20 ປີ, ຫວຽດນາມ ໄດ້ມີຍຸດທະສາດພັດທະນາຂະແໜງອຸດສາຫະກຳລົດໂອໂຕ, ແຕ່ຍ້ອນບັນດາເງື່ອນໄຂດ້ານເສດຖະກິດສັງຄົມໃນຄາວນັ້ນ ຍັງບໍ່ທັນໄດ້ກຽມພ້ອມສຳລັບຂະແໜງລົດໂອໂຕໃຫ້ພັດທະນາ. ແຕ່ຮອດຈຸດເວລາປະຈຸບັນໄດ້ມີປັດໃຈຢ່າງພຽງພໍເພື່ອຜະລິດບັນດາລົດໂອໂຕຍີ່ຫໍ້ຫວຽດນາມ ອອກ. ທ່ານຮອງສາດສະດາຈານ - ປະລິຍາເອກ ຟ້າມບິກຊາງ, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບອຸດສາຫະກຳລົດໂອໂຕ, ໄດ້ອະທິບາຍວ່າ.

        “ທີໜຶ່ງ ສິນຄ້າໃນຕະຫຼາດພວມເພີ່ມຂຶ້ນຢ່າງວ່ອງໄວ, ລາຍຮັບຂອງປະຊາຊົນໄດ້ເພີ່ມຂຶ້ນຈາກ 2.000 – 3.000 USD, ໃນຂະນະນັ້ນ, ຕະຫຼາດລົດໂອໂຕອາຊຽນ ໃກ້ຈະຫຼຸດພາສີລົງລະດັບ 0%, ສະນັ້ນຕະຫຼາດໄດ້ຮັບການເປີດກວ້າງ, ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ, ຫາກຢູ່ຕະຫຼາດຂອງປະເທດອື່ນໆອີກດ້ວຍ. ຕໍ່ຈາກນັ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມຂອງຫວຽດນາມ ກໍຄ່ອຍໆໄດ້ຮັບການລົງທຶນຫຼາຍຂຶ້ນ.”

        ບັນດານັກຊ່ຽວຊານດ້ານເສດຖະກິດລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ປະເທດໜຶ່ງມີພົນລະເມືອງແຕ່ 50 ລ້ານຄົນຂຶ້ນໄປ ຕ້ອງພັດທະນາຂະແໜງອຸດສາຫະກຳລົດໂອໂຕ. ປະຈຸບັນ, ພົນລະເມືອງຫວຽດນາມ ໄດ້ມີເຖິງ 93 ລ້ານຄົນ. ຫວຽດນາມ ພວມມີລາຍຮັບສະເລ່ຍຕໍ່ຫົວຄົນແມ່ນປະມານ 3.000 USD, ສະນັ້ນທ່າອ່ຽງການຫັນມາໃຊ້ລົດໂອໂຕພວມຄ່ອຍໆເພີ່ມຂຶ້ນ. ດ້ວຍການຄິດໄລ່ຢ່າງລະອຽດ, ກຳລັງບົ່ມຊ້ອນດ້ານການເງິນທີ່ຫຼວງຫຼາຍ, ບັນດານັກຊ່ຽວຊານໄດ້ຖືວ່າ: Vingroup ຈະເປັນການເລີ່ມຕົ້ນພື້ນຖານອຸດສາຫະກຳໃໝ່ຢູ່ພາຍໃນປະເທດ. ຜະລິດຕະພັນລົດໂອໂຕໜຶ່ງຍີ່ຫໍ້ VinFast, ບໍ່ພຽງແຕ່ “made in Viet Nam” 100% ເທົ່ານັ້ນ, ຫາກຍັງນຳຄວາມໄຝ່ຝັນບືນຕົວຢ່າງກ້າວໄກກວ່າອີກ. ໃນທິດທາງພັດທະນາ, VinFast ບໍ່ພຽງແຕ່ດຶງດູດ, ຮ່ວມມືກັບບັນດາບໍລິສັດອຸດສາຫະກຳລົດໂອໂຕແຖວໜ້າໃນໂລກເທົ່ານັ້ນ, ຫາກຍັງຮ່ວມມືກັບບັນດາໂຄງການຜະລິດຫວຽດນາມ ເພື່ອຜະລິດບັນດາເຄື່ອງອາໄລ່, ບັນລຸໄດ້ອັດຕາສ່ວນຫັນເປັນປະກອບຢູ່ພາຍໃນປະເທດຂຶ້ນເຖິງ 60% ເປັນເທື່ອລະກ້າວ, ກ້າວໄປເຖິງການສົ່ງອອກໄປຍັງປະເທດອື່ນໆ. ບັນດາຜະລິດຕະພັນລົດໂອໂຕຂອງ VinFast ມີເງື່ອນໄຂຮັບບຸລິມະສິດດ້ານພາສີເມື່ອສົ່ງອອກໄປຍັງບັນດາປະເທດໃນພາກພື້ນ. ທຳອິດ, ຄາດວ່າ VinFast ຈະຜະລິດລົດຈັກໄຟຟ້າພາຍໃນເວລາ 12 ເດືອນທີ່ຈະມາເຖິງ ແລະ ຕໍ່ໄປແມ່ນລົດໂອໂຕພາຍໃນໄລຍະ 24 ເດືອນ.

        ການປະກົດຕົວຂອງ VinFast ໄດ້ສ້າງຄວາມສົນໃຈ ແລະ ການສະໜັບສະໜູນຂອງປະຊາຊົນວ່າ ຈະມີບັນດາລົດໂອໂຕ “made in  Viet Nam”. ທ່ານ ເລວັນເລີ້ຍ, ຊາວເມືອງ ຫາຍບ່າຈຶງ, ຮ່າໂນ້ຍ ໄດ້ແບ່ງປັນວ່າ.

        “ໃນຊຸມປີມໍ່ໆມານີ້, Vingroup ໄດ້ລົງທຶນເປີດກວ້າງໃນຫຼາຍຂົງເຂດ, ຄຽງຂ້າງຂົງເຂດທີ່ສຳຄັນແມ່ນອະສັງຫາລິມະຊັບ, ການທ່ອງທ່ຽວ, ການຂ່າຍຍ່ອຍ, ສາທານະລະສຸກ…  ຂ້າພະເຈົ້າໄດ້ຕີລາຄາສູງກ່ຽວກັບຄຸນນະພາບຂອງບັນດາການບໍລິການ, ການຮັບໃຊ້ຂອງ Vingroup. ຂ້າພະເຈົ້າໄດ້ຊື້ເຮືອນຢູ່ຂອງ Vingroup, ປິ່ນປົວພະຍາດຢູ່ Vingroup, ລູກຂອງຂ້າພະເຈົ້າກໍ່ຮຽນຢູ່ Vingroup. ປະຈຸບັນ, ກຸ່ມບໍລິສັດຫັນໄປສູ່ຂົງເຂດລົດໂອໂຕ, ລົດຈັກ, ຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ສຸດ. ຂ້າພະເຈົ້າຈະລໍຖ້າອີກ 2 ປີເພື່ອປ່ຽນລົດ ສະໜັບສະໜູນ Vingroup”.

        ນັບແຕ່ກ່ອນມາຮອດປະຈຸບັນ, ຜູ້ຊົມໃຊ້ຢູ່ຫວຽດນາມ ສ່ວນຫຼາຍພຽງຮູ້ຈັກບັນດາຍີ່ຫໍ້ລົດໂອໂຕທີ່ມີຊື່ສຽງຄື: Honda, Toyota ຂອງຍີ່ປຸ່ນ, Hyundai ຂອງສ.ເກົາຫຼີ, Ford ຂອງອາເມລິກາ… ສະນັ້ນ, ການປະກົດຕົວຂອງລົດໂອໂຕ VinFast ໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາສ້າງເຄື່ອງໝາຍການຄ້າໜຶ່ງຂອງຫວຽດນາມ ໃນລະດັບໂລກ. ຜ່ານການລົງທຶນເຂົ້າຂົງເຂດລົດໂອໂຕ, ລົດຈັກ, ກຸ່ມບໍລິສັດ Vingroup ກໍ່ຈະປະກອບສ່ວນຊຸກຍູ້ການພັດທະນາຂອງຂະແໜງອຸດສາຫະກຳໜັກ ແລະ ຜະລິດຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ