ປະຊາຊົນບັນດາເຜົ່າຢູ່ເຂດໄຕບັກຕ້ອນຮັບລະດູບານໃຫມ່

(VOVWORLD) -ບັນດາແຂວງຢູ່ເຂດໄຕບັກ (ໝາຍເຖິງພາກຕາເວັນຕົກສ່ຽງເຫນືອຫວຽດນາມ) ແມ່ນສະຖານທີ່ປະຊາຄົມຊາວເຜົ່າສ່ວນຫນ້ອຍຢູ່ຫວຽດນາມ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ໃນຊຸມມື້ນີ້ ປະຊາຊົນບັນດາເຜົ່າຢູ່ທີ່ນີ້ ພວມໄດ້ຕ້ອນຮັບບຸນເຕັດ, ລະດູບານໃຫມ່ ດ້ວຍຄວາມຜາສຸກ.
ປະຊາຊົນບັນດາເຜົ່າຢູ່ເຂດໄຕບັກຕ້ອນຮັບລະດູບານໃຫມ່ - ảnh 1 ພາບປະກອບ

ໃນຊຸມມື້ນີ້ ປະຊາຄົມຊາວເຜົ່າ ຟູລາ ຢູ່ ບ້ານ ຄົວຈາ ຕາແສງ ຟີງຊາງ ເມືອງ ຕວນຢາວ ແຂວງ ດ້ຽນບຽນ ໄດ້ຫ້າງຫາກະກຽມການຕ້ອນຮັບບຸນປີໃຫມ່ປະຈຳຊາດຢ່າງຟົດຟື້ນ.

        ບັນຍາກາດກະກຽມບຸນເຕັດຂອງບັນດາຄອບຄົວ ຊາວເຜົ່າ ຟູລາ ຢູ່ ບ້ານ ຄົວຈາ ປີນີ້ ແມ່ນຟົດຟື້ນມ່ວນຊື່ນກວ່າທຸກປີ. ທຸກຄົນສຸມໃສ່ອະນາໄມເຮືອນຊານ, ຖະຫນົນຫົນທາງໃຫ້ສະອາດ, ກະກຽມທຸກສິ່ງທຸກຢ່າງເພື່ອຫໍ່ເຂົ້າຕົ້ມ, ບັນໄຢ, ຊື່ງແມ່ນເຂົ້າໜົມ 2 ປະເພດສຳຄັນທີ່ສຸດໃນພາເຂົ້າບູຊາໂອກາດບຸນເຕັດຂອງຊາວເຜົ່າ ຟູລາ. ເຖິງວ່າເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ວ່າ ແຕ່ລະຄອບຄົວຊາວເຜົ່າ ຟູລາ ຢູ່ ຕາແສງ ຄົວຈາ ກໍ່ກະກຽມຫໍ່ເຂົ້າຕົ້ມໃຫ້ໄດ້ 20 ອັນ ດ້ວຍຄວາມປາດຖະຫນາວ່າ ປີໃຫມ່ຈະມີໂຊກມີລາບ, ມີທຸກສິ່ງທຸກຢ່າງ.

        ທ່ານ ຢາງອາຢູງ, ປະທານຄະນະກຳມະການປະຊາຊົນ ຕາແສງ ຟີງຊາງ ເມືອງ ຕວນຢາວ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: ອຳນາດການປົກຄອງທ້ອງຖິ່ນໄດ້ມີຄວາມເອົາໃຈໃສ່ເຖິງຊາວເຜົ່າ ຟູລາ ຊື່ງແມ່ນຊົນເຜົ່າມີຈຳນວນພົນລະເມືອງຫນ້ອຍທີ່ສຸດ.

        “ໃນປີ 2018 ແລະ ຈຸດເວລາໃກ້ຈະຮອດບຸນເຕັດ ພວກຂ້າພະເຈົ້າກໍ່ໄດ້ຂຶ້ນແຜນການສຳຫລວດກວດກາຄືນບັນດາຄອບຄົວຊາວເຜົ່າ ຟູລາ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລະດົມປະຊາຊົນໃນຕາແສງປະກອບສ່ວນ, ຊ່ວຍເຫລືອດ້ານວັດຖຸຮັບປະກັນໃຫ້ບັນດາຄອບຄົວຊາວເຜົ່າ ຟູລາທີ່ຍັງປະສົບກັບຄວາມຫຍຸ້ງຍາກໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ”

            ຍ້ອນໄດ້ນຳໃຊ້ຕາຫນ່າງໄຟຟ້າແຫ່ງຊາດ, ບຸນເຕັດປີນີ້ ພໍ່ແມ່ປະຊາຊົນຢູ່ ບ້ານ ນຸ່ຍຮົ່ງ ຕາແສງ ຮູຍເທື້ອງ ເມືອງ ຟູ່ອຽນ ແຂວງ ເຊີນລາ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ບັນຍາກາດຟົດຟື້ນມ່ວນຊື່ນຢູ່ບ້ານ ນູຍຮົ່ງ ຊຸມມື້ກ່ອນບຸນເຕັດ, ພໍ່ແມ່ປະຊາຊົນຊາວເຜົ່າ ມົ້ງ ຢູ່ທີ່ນີ້ ຫາກໍ່ໄດ້ຊົມໃຊ້ໄຟຟ້າ ແລະ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ມີເຄື່ອງຂອງຄົບທຸກຢ່າງເພື່ອຮັບໃຊ້ບຸນເຕັດ.

ທ່າມກາງຄວາມຫນາວໃນລະດູຫນາວຂອງຊຸມມື້ໃກ້ບຸນເຕັດປີຈໍ, ພໍ່ແມ່ປະຊາຊົນຊົນບັນດາເຜົ່າຢູ່ເຂດຊາຍແດນ ຕາແສງ ມາລີຈ໋າຍ ເມືອງ ຟອງໂຖ ແຂວງ ລາຍເຈົາ ມີຄວາມປິຕິຊົມຊື່ນກວ່າເມື່ອໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ຈາກລາຍການ “ລະດູບານໃຫມ່, ບຸນເຕັດຢູ່ເຂດຊາຍແດນ” ໂດຍກອງບັນຊາການທະຫານແຂວງ ລາຍເຈົາ ຈັດຕັ້ງ. ນັບແຕ່ເຊົ້າ ພໍ່ແມ່ປະຊາຊົນຊົນເຜົ່າຢູ່ທ້ອງຖິ່ນ ໄດ້ຫ້າງຫາກະກຽມລໍຖ້າ. ປ້າ ຈາງກ໋າຟື ໃຫ້ຮູ້ວ່າ:

        “ໃນໂອກາດຄືແນວນີ້ ຂ້າພະເຈົ້າ ແລະ ພໍ່ແມ່ປະຊາຊົນໃນບ້ານມີຄວາມຮູ້ສຶກປິຕິຊົມຊື່ນທີ່ສຸດ. ໂດຍໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບຂອງຂວັນຈາກພັກ ແລະ ລັດ ສະນັ້ນ ພໍ່ແມ່ປະຊາຊົນຜູ້ໃດກໍ່ດີໃຈ. ຂ້າພະເຈົ້າປາດຖະຫນາວ່າ ພັກ, ລັດ ແລະ ບັນດາອ້າຍທະຫານສືບຕໍ່ເອົາໃຈໃສ່ກວ່າອີກເພື່ອໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນພວກຂ້າພະເຈົ້າມີເງື່ອນໄຂຕ້ອນຮັບບຸນເຕັດ, ພ້ອມກັບທະຫານປ້ອງກັນຊາຍແດນປົກປັກຮັກສາເສັ້ນຊາຍແດນ, ຫລັກໝາຍຂອງບ້ານເກີດເມືອງນອນ”

        ສຳລັບປະຊາຊົນທຸກຍາກຢູ່ເຂດຊາຍແດນ ຟອງໂຖ ແຂວງ ລາຍເຈົາ, ເມື່ອໂອກາດບຸນເຕັດລະດູບານໃຫມ່ ວຽນມາ ເຖິງວ່າໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກທຸກຂັ້ນ, ແລະ ອຳນາດການປົກຄອງທ້ອງຖິ່ນ, ແຕ່ເງື່ອນໄຂຕ້ອນຮັບບຸນເຕັດ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ສະນັ້ນ ລາຍການ “ລະດູບານໃຫມ່, ບຸນເຕັດຢູ່ເຂດຊາຍແດນ” ມີຄວາມໝາຍພິເສດ ລະດົມກຳລັງໃຈດ້ານຈິດໃຈອັນໃຫຍ່ຫລວງ, ປະກອບສ່ວນແບ່ງປັນດ້ານວັດຖຸເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ທ່ານ ເຢືອງດີງດຶກ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ຟອງໂຖ ໃຫ້ຮູ້ວ່າ:

        “ດ້ວຍທິດນຳ ບໍ່ປະໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ, ຄະນະກຳມະການປະຊາຊົນ ເມືອງ ໄດ້ຊີ້ນຳໃຫ້ບັນດາຕາແສງ ສຳຫລວດກວດກາບັນຊີລາຍຊື່ຄອບຄົວເປົ້າໝາຍນະໂຍບາຍ, ບັນດາຄອບຄົວບໍ່ມີເງື່ອນໄຂຕ້ອນຮັບບຸນເຕັດ ເພື່ອສະເຫນີອຳນາດການປົກຄອງເມືອງ ຈັດວາງແຫລ່ງງົບປະມານຫນູນຊ່ວຍຂອງຂວັນບຸນເຕັດ. ການນຳເມືອງ ຕັດສິນໃຈ ແລະ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າຢູ່ບໍລິເວນ ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ.”

        ຄວາມເອົາໃຈໃສ່ກະກຽມບຸນເຕັດໃຫ້ປະຊາຊົນຈາກທຸກຂັ້ນ, ຂະແຫນງການ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ເຂດ ໄຕບັກ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ,  ສ້າງບັນຍາກາດລະດູບານໃຫມ່ຢ່າງເບີກບານມ່ວນຊື່ນຢູ່ບ້ານຕ່າງໆຂອງຊາວຊົນເຜົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ