ຜະລິດເຂົ້າສານຕາມມາດຕະຖານສາກົນເພື່ອຍົກສູງກຳລັງແກ່ງແຍ້ງ

(vovworld) - ໃນ​ຊຸມ​ມື້​ຜ່ານ​ມາ, ຊາວ​ກະ​ສິ​ກອນຢ​ູ່​ເຂດ​ທົ່​ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ມີ​ຄວາມປິ​ຕິ​ພາກ​ພູມ​ໃຈ​ຕໍ່​​ໜ້າ​ຂ່າວ​ຄາວ​ກ່ຽວ​ກັບ​ໂຄງ​ການ​ຜະ​ລິດ​ເຂົ້າ​ສານ​ແບບ​ຍືນ​ຍົງ ຕາມ​ມາ​ດ​ຕະ​ຖານ​ສາ​ກົນ (SRP) ໂດຍ​ກຸ​່ມ​ບໍ​ລິ​ສັດ ໂລກ​ເຈີຍ ສົມ​ທົບ​ກັບ IFC, ສະ​ມາ​ຊິກ​ກຸ່ມ​ທະ​ນາ​ຄານ​ໂລກ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເຂົ້າ​ສານ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ເຂົ້​າ​ສານ​ຍືນ​ຍົງ​ສາ​ກົນຈັດ​ຕັ້ງ ຈະ​ສືບ​ຕໍ່ໄດ້​ຮັບ​ການ​ປະ​ຕິ​ບັດ. ​ກ່ອ​ນ​ໜ້ານັ້ນ, ໂຄງ​ການ​ໄດ້​​ປະ​ຕິ​ບັດທົ​ດ​ລອງ 2 ລະ​ດູ​ການ, ໃນ​ເບື້ອງ​ຕົ້ນ​ໄດ້​ຮັບ​ຜົນ​ດີ​ພໍ​ສົມ​ຄວນ, ​ອັນ​ໄດ້ນຳ​ມາ​ເຊິ່ງ​ລາຍ​ຮັບ​ສູງ​ໃຫ້​ແກ່​ພໍ່​ແມ່​ປະ​ຊ​າ​ຊົນ. ບົດ​ຂຽນ “ຜະ​ລິດ​ເຂົ້າ​ສານ​ຕາມ​ມາ​ດ​ຕະ​ຖານ​ສາ​ກົນ​ເພື່​ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ” ຂອງ ຫງອກ​ຊວນ, ນັກ​ຂ່າວ​ VOV.


ຜະລິດເຂົ້າສານຕາມມາດຕະຖານສາກົນເພື່ອຍົກສູງກຳລັງແກ່ງແຍ້ງ - ảnh 1
ໂຄງ​ການ​ຜະ​ລິດ​ເຂົ້າ​ສານ​ແບບ​ຍືນ​ຍົງ ຕາມ​ມາ​ດ​ຕະ​ຖານ​ສາ​ກົນ (SRP) 
(ພາບ: baoangiang.com.vn)

ອ້າຍ ເລ​ຫງອກ​ລິງ, ຢູ່​ຕາ​ແສງ ເຕີນ​ອານ, ເມືອງ ເຕີນ​ຮຽບ, ແຂວງ​ກຽນ​ຢາງ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄອບ​ຄົວ​ເຂົ້າ​ຮ່ວມ​ການເຮັດ​ທົ​ດ​ລ​ອງ​ໂຄງ​ການ​ຜະ​ລິ​ດ​ເຂົ້າ​ສານ​ແບບ​ຍືນ​ຍົງ SRP ໃຫ້​ຮ​ູ້​ວ່າ: ໃນ​ເນື້ອ​ທີ່​ດິນ​ທຳ​ການ​ປູ​ກ​ເຂົ້າ 4,5 ເຮັກ​ຕາ ຂອງ​ຄອບ​ຄົວ, ພາຍ​ຫຼັງ​ລະ​ດູ​ເກັບ​ກ່ຽວ ສະ​ພາບ​ການ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກວ່າ​ເມື່ອ​ທຽບ​ໃສ່​ການ​ປູ​ກ​ເຂົ້າ​ຕາມ​ປະ​ເພ​ນີ. ຍ້ອນ​​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຜະ​ລິດ​ທີ່​ກ້າວ​ໜ້າ, ບໍ່​ນຳ​ໃຊ້ຢາ​ຂ​້າ​ສັດ​ຕູ​ພືດຫຼາຍ ແລະ ຫຼຸດ​ຜ່ອນ​ບັນ​ດາ​ລາຍ​ຈ່າຍ​ຕ່າງໆ, ຈາກນັ້ນ​ລາຍ​ຮັບ​ກໍ່​ສູງ​ຂຶ້ນ. ຖ້າ​ຫາກ​ກ່ອນນີ້, ແຕ່​ລະ​ລະ​ດູ​ເກັບ​ກ່ຽວ ຄອບ​ຄົວ​ຂອງ​ອ້າຍ ລິງ ໄດ້​​ກຳ​ໄລ​ປະ​ມານ 5 ລ້ານ​​ດົ່ງ/ເຮັກ​ຕາ, ​ແຕ່ມາ​ຮອດ​ປະ​ຈຸ​ບັນ​ນີ້​​ຕົວ​ເລກ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​ແຕ່ 5,5 ລ້ານ​ດົ່ງ ຫາ 6 ລ້ານ​ດົ່ງ/ເຮັກ​ຕາ. ອ້າຍ​ລິງ ໃຫ້​ຮູ້​ວ່າ.

        “ບັນ​ດາ​ມາດ​ຕະ​ຖານ​ເວົ້າ​ລວມກໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ຢູ່, ແຕ່​​ໄດ້​ນຳ​ຜົນ​ປະ​ໂຫຍດ​​ມາໃຫ້​​ຊ​າວ​ກະ​ສິ​ກອນ, ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ. ກ່ອນນີ້, ຊາວ​ກະ​ສິ​ກອນ​ເຄີຍ​ປູກ​ເຂົ້າ​ຕາມ​ຄວາມ​​ຊິ້ນ​ເຄີຍ, ມາ​ຮອດ​ປະ​ຈຸ​ບັນ, ມາດ​ຕະ​ຖານ​ສາ​ກົນ​ໄດ້​ວາງ​ອອກ 46 ມາດ​ຖານ. ຕົວ​ຢ່າງ​ຄື​ ໃນ​ປະ​ຈຸ​ບັນ​ເລື່ອງ​ນຳ​ໃຊ້ຢາ​ຂ​້າ​ສັດ​ຕູ​ພືດ​ຫຼາຍ, ແຕ່​ມາດ​ຕະ​ຖານ​ທີ່ໄດ້​ວາງ​ອອກ​ແມ່ນ​ ບໍ່​ມີຢາ​ຂ​້າ​ສັດ​ຕູ​ພືດ​ເກີນ​ກຳ​ນົດ, ບໍ່​ຕິດ​ສານ​ພິດ​ຈາກ​ການ​ໃຊ້​ຢາ. ຊາວ​ກະ​ສິ​ກອນ​ສາ​ມາດ​ຮັບ​ຮູ້​ໄດ້ ແລະ ຄ່ອຍໆ​ປ່ຽນ​ແປງ, ຍ້ອນ​ວ່າ ຢ​າກ​ຜະ​ລິດ​ແບບ​ຍືນ​ຍົງ​ຕ້ອງ​ປ່ຽນ​ແປງ​ຄວາມ​​ຊິ້ນ​ເຄີຍ​ດັ່ງ​ກ່າວ”.

        ບັນ​ດາ​ຊາວ​ກະ​ສິ​ກອນ​ທີ່​ໄດ້​ຮັ​ບ​ການ​ຄັດ​ເລືອກ​ເພື່ອ​​ເຮັດທົ​ດ​ລອງ​ຕາມ​ໂຄງ​ການ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: 46 ມາດ​ຕະ​ຖ​ານ​ທີ່​ໄດ້​ວາງ​ອອກ​ໃຫ້​ໂຄງ​ການ​ຜະ​ລິດ​ເຂົ້າ​ສານ​ແບບ​ຍືນ​ຍົງ ຕາມ​ມາດ​ຕະ​ຖານ​ສາ​ກົນ SRP, ໃນ​ເບື້ອງ​ຕົ້ນ​​ຊາວ​ກະ​ສິ​ກອນຍາກ​ທີ່​ຈະ​ປະ​ຕິ​ບັດ​ໄດ້, ມັນຮຽກ​ຮ້ອງໃຫ້​ຕ້ອງ​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ, ແຕ່​ພັດ​ຮັບ​ປະ​ກັນ​ການ​ຜະ​ລິດ​ເຂົ້າ​ສານ​ຢ່າງ​ປອດ​ໄພ, ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ແລະ ​ສຸ​ຂະ​ພາບ​ຂອງ​ຊາວ​ກະ​ສິ​ກອນກໍ່​ຄ​ື​ຜູ້ບໍ​ລິ​ໂພກ. ຜ່ານ​ວິ​ວັດ​ການ​ທົ​ດ​ລອງ​ໃນ​ຕະ​ຫຼ​ອດ​ລະ​ດູ​ການ, ກຸ່ມ​ນັກວິ​ສາ​ວະ​ກອນ​ຂອງ​ກຸ່ມ​ບໍ​ລິ​ສັດ ໂລກ​ເຈີຍ ໄດ້​ຮຽງ​ບ່​າ​ຮຽງ​ໄຫຼ່ພ້ອ​ມ​ກັບ​ພໍ່​ແມ່​ປະ​ຊາ​ຊ​າ​ຊົນ, ຊ່ວຍ​ປະ​ຊ​າ​ຊົນ​ເປີດ​ຊຸດ​ບຳ​ລຸງສີບ​ຄັ້ງ ເພື່ອ​ຍົກ​ສູງຄວາມຮູ້ ແລະ ​ຕ້​ອງ​ລົງ​ປະ​ຕິ​ບັດ​​ຕົວ​ຈິງຢູ່​ທົ່ງ​ນາ. ທ່ານ ເຢືອງວັນ​ຈິ໋ນ, ປະ​ທານ​ສູນ​ຄົ້ນ​ຄວ້າ​ກະ​ສິ​ກຳ ດິ້ງ​ແທ່ງ, ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ ໂລກ​ເຈີຍ ໃຫ້​ຮ​ູ້​ວ່າ.

        “ພາຍ​ຫຼັງ​ໄດ້​ຝຶກ​ອົບ​ຮົມ, ພໍ່​ແມ່​ປະ​ຊາ​ຊົນ​ລ້ວນ​ແຕ່​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ, ສະ​ນັ້ນ, ປະ​ຈຸ​ບັນເມື່ອ​ໄປ​ທົ່ງ​ນາ​ຈະ​ບໍ່​ເຫັນ​​ສິ່ງ​ເສດ​ເຫຼືອຈາກ​ຢາ​ຂ​້າ​ສັດ​ຕູ​ພືດອີກ​ແລ້ວ, ຍ້ອນ​ເຂົາ​ເຈົ້າ​ເຫັ​ນ​ວ່າ ການ​ເກັບ​​ໂຮມຂີ້​ເຫຍື່ອ, ​ກຳ​ຈັດ​ຖືກ​ຕາມ​ຂັ້ນ​ຕອນ​ຈະ​​ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ຕໍ່​ສິ່ງ​ແວດ​ລ້ອມ, ການ​ຜ​ະ​ລິດ ແລະ ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ​ເອງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໂຄງ​ການ​ຈະ​ແຜ່​ຂະ​ຫຍາຍ​ອອກ​ສູ່​ຢູ່​ຫຼາຍ​ທ້ອງ​ຖິ່ນ, ​ຫຼາຍວິ​ສາ​ຫະ​ກິດກໍ່​ຈະ​ສະ​ໜ​ັບ​ສະ​ໜູນ​ໂຄງ​ການ​ເພື່ອ​ໃຫ້​ການ​ຜະ​ລິດ​ເຂົ້າ​ສານ​​ນັບ​ມື້​ນັບ​ຍືນ​ຍົງ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ໃນ​ອະ​ນາ​ຄົດ”.

        ຜ່ານ​ການເຮັດ​ທົ​ດ​ລອງ 2 ລະ​ດູກ​ານ​ໃນ​ໄລ​ຍະ​ຜ່ານ​ມາ ​ກໍ່ບັນ​ລຸ​ໝາກ​​ຜົນ​ເບື້ອງ​ຕົ້ນ​ຢ່າງ​ຕັ້ງ​ໜ້າ, ຊາວ​ກະ​ສິ​ກອນ​ມີ​ໂອ​ກາດ​ເພື່ອ​ປຽບ​ທຽບ​ທົ່ງ​ນາ​ຕາມ​ມາດ​ຕະ​ຖານ SRP ກັບ​ທົ່ງ​ນາ​ຢູ່​ອ້ອມ​ຂ້າງ ເພື່ອ​ເຫັນ​ໄດ້​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ດ້ານ​ເສ​ດ​ຖະ​ກິດ. ໂຄງ​ການບໍ່​ພ​ຽງ​ແຕ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ຊາວ​ກະ​ສິ​ກອນ, ປະ​ຊາ​ຄົມ​ເທົ່າ​ນັ້ນ, ຫາ​ກ​ຍັງ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢ່າງ​ໝັ້ນ​ຄົງ​ອີກ​ດ້ວຍ. ທ່ານ ຮີ່ນ​ເທ໋​ນັງ, ປະ​ທານ​ສະ​ມາ​ຄົມ​ທັນ​ຍາ​ຫານ ຫວຽ​ດ​ນາມ ຢືນ​ຢັນ​ວ່າ, ຈ​ະ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ​ເຂົ້າ​ຮ່ວມ​ ແລະ ​ຄົ້ນ​ຄວ້າໂຄງ​ການ​ດັ່ງ​ກ່າວ.

        “ຂ້າ​ພະ​ເຈົ້າ​ປ​າດ​ຖະ​ໜາ​ວ່າ, ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ທັນ​ຍາ​ຫານ ຫວຽ​ດ​ນາມ ຈ​ະ​ຄົ້ນ​ຄວ້າ​ກ່ຽວ​ກັບ SRP ແລະ ເມື່ອ​ມີ​ເງື່ອນ​ໄຂສະ​ດວກຈະ​ພ້ອມ​ກັບ​ກຸ່ມ​ບໍ​ລິ​ສັດ ໂລກ​ເຈີຍ ເປີດກວ້າງ​ການ​ນຳ​ໃຊ້​ມາດ​ຕະ​ຖານ, ພ້ອມ​ກັບ​​ເປົ້າໝາຍ​ແມ່ນ​ມຸ່ງ​ໄປ​ເຖິງ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ​ຫວຽດ​ນາມ ​ທີ່ມີ​ມ​ູນ​ຄ່າ, ມີ​ຄຸນ​ນະ​ພາບ ແລະ ເປັນ​ພື້ນ​ຖານ​ໃຫ້​ແກ່ການ​ສ້າງ​ເຄື່ອງໝາຍ​ການ​ຄ້າວິ​ສາ​ຫະ​ກິດ”.

        ໃນ​ 2 ປີ​ຈ​ະ​ມາ​ເຖິງ, ໂຄງ​ການ​ຜະ​ລິດ​ເຂົ້າ​ສານ​ແບບ​ຍືນ​ຍົງ​ຕາມ​ມາດ​ຕະ​ຖານ​ສາ​ກົນ SRP ຈ​ະຝ​ຶກ​ອົບ​ຮົມ​ໃຫ້​ຊາວ​ກະ​ສິ​ກອນ​​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ປະ​ມານ 4.000 ຄົນ ກ່ຽວ​ກັບ​ວິ​ທີປູ​ກ​ເຂົ້າ​​ໃໝ່​ທີ່​ບັນ​ລຸ​ຄຸນ​ນະ​ພາບ, ສະ​ມັດ​ຕະ​ພາບ​ສູງ ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້​ອມ. ​ໂຄງ​ການ​ໄດ້​ຊ່ວຍ​ໃຫ້​ຊາວ​ກະ​ສິ​ກອນ​ຄ່ອຍໆ​ປ່ຽນ​ແປ​ງ​ການ​ປ​ູກ​ເຂົ້າ​ນາ​ທາມ​ຕາມ​ທິດ​ຕັ້ງ​ໜ້າ, ມີ​ເງື່ອນ​ໄຂ​ລົງ​ທຶນ​ພື້ນ​ຖານດ້ານ​ວັດ​ຖຸ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖານ​ທີ່​ໄດ້​ວາ​ງອອກ, ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາ​ມ​ສາ​ມາດ​ໃນ​ການ​ຜະ​ລິດ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ເຂົ້າ​ສານ​ຫວຽດ​ນາມ ທ​ີ່​ມີ​ຄຸນ​ນະ​ພາບ ແລະ ​ສາ​ມາດ​ປົວ​ແປງຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ໃຫ້​ດີ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ