ພັດທະນາກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ ຢູ່ ແຂວງ ເຊີນລາ

(VOVWORLD) -ແຂວງ ເຊີນລາ ສູ້ຊົນຮອດປີ 2020, ທົ່ວແຂວງຈະມີເຂດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ແຕ່ 3 ແຫ່ງຂຶ້ນໄປ ທີ່ໄດ້ຮັບການຮັບຮອງເອົາຈາກຂັ້ນມີສິດອຳນາດ; ທົ່ວແຂວງມີໜ້ອຍສຸດ 2 ວິສາຫະກິດໄດ້ຮັບຮອງເອົາແມ່ນວິສາຫະກິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ; 

ເຊີນລາ ແມ່ນແຂວງພູດອຍທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໂດຍມີທ່າໄດ້ປຽບຫຼາຍຢ່າງກ່ຽວກັບດ້ານກະສິກຳ, ມີເງື່ອນໄຂສະດວກເພື່ອລົງທຶນພັດທະນາບັນດາເຂດຜະລິດແບບລວມສູນທີ່ມີຂະໜາດໃຫຍ່. ດ້ວຍເນື້ອທີ່ດິນຜະລິດກະສິກຳ ທີ່ອຸດົມສົມບູນກວ່າ 900.000 ເຮັກຕາ, ເງື່ອນໄຂດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ນອກນັ້ນ ຍັງມີພູພຽງໃຫຍ່ສອງແຫ່ງ ນັ້ນແມ່ນໂມກເຈົາ ແລະ ນ່າສານ. ສະນັ້ນ, ແຂວງເຊີນລາ ໄດ້ສຸມໃສ່ພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ແລະໄດ້ນຳມາເຊິ່ງໝາກຜົນຫຼາຍຢ່າງ, ດ້ວຍບັນດາໝາກຜົນທີ່ເປັນໜ້າປະທັບໃຈ. ບົດຂຽນຂອງນັກຂ່າວ ຖຸຍຮັ່ງ ດ້ວຍຫົວຂໍ້ວ່າ: ພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຢູ່ແຂວງເຊີນລາ.

        ຮອດຕົ້ນປີ 2018, ເນື້ອທີ່ດິນເກືອບ 100 ເຮັກຕາ ປູກລຳໃຍ, ໝາກມ່ວງ, ໝາກຜູກ ພ້ອມກັບບັນດາຕົ້ນໄມ້ປະເພດອື່ນກວ່າ 40,000 ຕົ້ນຂອງສະຫະກອນບໍລິການກະສິກຳລຳໄຍສຸກຫຼັງລະດູ ມາຍເຊີນ - ເຊີນລາ ໄດ້ປະຕິບັດວິທີປູກ, ບົວລະບັດຕາມຕາດຕະຖານVietGap ມາເປັນເວລາ 2 ປີ. ຈາກການຕັດງາໄມ້, ໃສ່ຝຸ່ນ, ສີດນ້ຳຢາປ້ອງກັນສັດຕູພືດ, ຄັດ ໜ່ວຍບໍ່ງາມຖີ້ມ...  ບັນດາຂອດທັງໝົດເຫຼົ່ານັ້ນ ລ້ວນແຕ່ຕ້ອງປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດ ເພື່ອຮັບປະກັນຄຸນນະພາບໃຫ້ໝາກໄມ້ທີ່ແຊບ ແລະ ສະອາດ. ຕາມທ່ານ ຫງວຽນວັນຟອງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການສະຫະກອນແລ້ວ: ຄຸນນະພາບຂອງໝາກໄມ້ໄດ້ຮັບປະກັນ, ໄດ້ຫຸ້ມຫໍ່ ແລະ ມີເຄື່ອງໝາຍການຄ້າ ສະນັ້ນ, ຜະລິດຕະພັນໝາກໄມ້ຂອງສະຫະກອນສ່ວນຫຼາຍ ລ້ວນແຕ່ໄດ້ ຮັບການສັ່ງຊື້ ຈາກບັນດາຫົວໜ່ວຍ, ບັນດາຮ້ານສັບພະສິນຄ້າຢູ່ບັນດາແຂວງເຂດທົ່ງພຽງສັ່ງຊື້ແຕ່ຕົ້ນລະດູ. ທ່ານຫງວຽນຫືວຈິ່ງ, ຢູ່ຕາແສງຈຽງມູງ ແບ່ງປັນວ່າ:

        “ບຸກຄົນທີ່ເຮັດກະສິກຳຄືພວກຂ້າພະເຈົ້າ, ເມື່ອຜະລິດອອກບັນດາຜະລິດຕະພັນປອດສານພິດແມ່ນຮູ້ສຶກດີໃຈແລ້ວ. ເພາະພໍ່ແມ່ປະຊາຊົນທັງໝົດໄດ້ໃຊ້ບັນດາຜະລິດຕະພັນທີ່ປອດສານພິດ, ຮັບປະກັນຫຼັກສຸຂະອະນາໄມທາງດ້ານສະບຽງອາຫານ. ຄົນເຮົາທຸກຄົນຄວນນຳໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະ ມີອິດທິພົນຊື່ສຽງ”

ພັດທະນາກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ ຢູ່ ແຂວງ ເຊີນລາ - ảnh 1100% ຟາມລ້ຽງງົວນົມແບບຄອບຄົວຢູ່ໂມກເຈົາ ລ້ວນແຕ່ນໍາໃຊ້ເຄື່ອງບີບນ້ຳນົມ (ພາບ: baomoi.com)

 ປັດຈຸບັນ, ບໍລິສັດຫຸ້ນສ່ວນງົວພັນນົມໂມກເຈົາ ພວມຈັດເຂົ້າໃນບັນດາວິສາຫະກິດຜະລິດນໍ້ານົມແຖວໜ້າຂອງຫວຽດນາມ, ດ້ວຍຜະລິດຕະພັນນົມໂມກເຈົາ Milk ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ນິຍົມຈາກທ້ອງຕະຫຼາດ ແລະ ຜູ້ອຸປະໂພກບໍລິໂພກ. ນອກຈາກການໝູນໃຊ້ບັນດາຂັ້ນຕອນຕາມ VietGapໃນການລ້ຽງສັດແລ້ວ, ປັດຈຸບັນ, 100% ຟາມລ້ຽງງົວນົມແບບຄອບຄົວຢູ່ໂມກເຈົາ ລ້ວນແຕ່ນໍາໃຊ້ເຄື່ອງຈັກເຂົ້າໃນການຜະລິດ ຄືເຄື່ອງບີບນ້ຳນົມ, ເຄື່ອງຝັກຫຍ້າສົດ, ເຄື່ອງຕັດຫຍ້າ, ລົດຂົນສົ່ງນ້ຳນົມໄປຍັງສະຖານີເກັບຊື້... ລະບົບຟາມລ້ຽງສັດເກືອບ 600 ແຫ່ງ ດ້ວຍງົວກວ່າ 23.000 ໂຕ ໄດ້ຮັບການລົງທຶນຕາມມາດຕະຖານສາກົນ.

ພັດທະນາກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ ຢູ່ ແຂວງ ເຊີນລາ - ảnh 2ເຄື່ອງຕັດຫຍ້າ (ພາບ: baomoi.com)

ທ່ານ ເຈິ່ນກົງຈຽນ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດ, ໃຫ້ຮູ້ວ່າ:

        “ຄຸນນະພາບແມ່ນຄວາມເປັນຕາຍຂອງບໍລິສັດ. ສະນັ້ນ, ພວກຂ້າພະເຈົ້າໄດ້ປະຕິບັດ ແລະ ໄດ້ຮັບໃບຢັ້ງຢືນ VietGapໃນການລ້ຽງງົວພັນນົມ. ໃນການປຸງແຕ່ງ ພວກຂ້າພະເຈົ້າກໍໄດ້ນຳໃຊ້ມາດຕະຖານ Iso 9001 2008. ແລະ ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດຫຼັກສຸຂະອະນາໄມດ້ານສະບຽງອາຫານ ແລະ ສ້າງ ຜະລິດຕະພັນນົມອົງຄະທາດຢູ່ເຂດພູພຽງໂມກເຈົາໃຫ້ດີກວ່າອີກ.ບໍ່ມີພຽງແຕ່ເທົ່ານັ້ນ, ພວກຂ້າພະເຈົ້າຍັງປະສົມການລ້ຽງງົວພັນນົມ ຕິດພັນກັບການພັດທະນາການທ່ອງທ່ຽວຢູ່ເຂດພູພຽງໂມກເຈົາອີກດ້ວຍ”.

        ນັ້ນພຽງແຕ່ແມ່ນ 02 ຕົວຢ່າງທີ່ພົ້ນເດັ່ນຂອງການໝູນໃຊ້ເຕັກໂນໂລຢີເຂົ້າໃນຂະແໜງກະສິກຳຢູ່ແຂວງເຊີນລາເທົ່ານັ້ນ. ມາຮອດປັດຈຸບັນ, ແຂວງເຊີນລາໄດ້ພັດທະນາລະບົບຜະລິດ, ສະໜອງ, ບໍລິໂພກຜະລິດຕະພັນກະເສດ, ສິນໃນນ້ຳປອດສານພິດ 47 ແຫ່ງ. ຕາມນັ້ນແລ້ວ, ການສົ່ງອອກຜະລິດຕະພັນກະເສດຂອງແຂວງໄດ້ເພີ່ມຂຶ້ນສູງຄື: ການສົ່ງອອກຊາເພີ່ມຂຶ້ນ 12%, ແປ້ງມັນຕົ້ນເພີ່ມຂຶ້ນກວ່າ 12%; ຊ້ຳບໍ່ໜຳ, ບັນດາຜະລິດຕະພັນຄືໝາກມ່ວງ, ໝາກລຳໄຍ, ໝາກນັອດ, ຜັກສະຫຼັດ ໄດ້ສົ່ງອອກໄປຍັງຕະຫຼາດບາງແຫ່ງທີ່ຮຽກຮ້ອງຄຸນນະພາບສູງຂອງບັນດາປະເທດເອີຣົບ, ອົດສະຕາລີ, ອາເມລິກາ, ສ.ເກົາຫຼີອີກດ້ວຍ.

        ເພື່ອສາມາດບັນລຸໄດ້ໝາກຜົນດັ່ງກ່າວ, ແຂວງໄດ້ສຸມໃສ່ຜັນຂະຫຍາຍການພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຢ່າງມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ ແມ່ນສຳຫຼວດກວດກາ, ດັດປັບແຜນຜັງຕາມທິດລວມສູນ; ຍູ້ແຮງການພັດທະນາລະບົບການຜະລິດ, ສະໜອງ, ບໍລິໂພກຜະລິດຕະພັນກະເສດຫຼັກແຫຼ່ງຂອງແຂວງ. ດ້ວຍຂັ້ນຕອນປູກຝັງຕາມເຕັກໂນໂລຢີໃໝ່, ບັນດາເບ້ຍຕົ້ນໄມ້ທີ່ມີສະມັດຕະພາບ, ຄຸນນະພາບສູງໄດ້ຖ່າຍທອດໃຫ້ຊາວກະສິກອນຢ່າງກວ້າງຂວາງ ແລະ ນໍາມາເຊິ່ງໝາກຜົນມີຄວາມເປັນໄປໄດ້. ຮູບແບບຫົດນໍ້າດ້ວຍເຕັກໂນໂລຢີໄຫຼຢອດຂອງ ອິດສະຣາແອັນ ສົມທົບກັບການໃສ່ຝຸ່ນທີ່ໄດ້ລະລາຍກັບນ້ຳ ສຳລັບຕົ້ນກາເຟ, ຊາ, ຕົ້ນໄມ້ກິນໝາກກໍ່ໄດ້ຮັບການເປີດກວ້າງເທື່ອລະກ້າວ. ວຽກງານໂຄສະນາ, ສ້າງເຄື່ອງໝາຍການຄ້າສຳລັບຜະລິດຕະພັນກະເສດ, ສົ່ງເສີມການລົງທຶນໄດ້ຮັບການຍູ້ແຮງ ອັນໄດ້ດຶງດູດບັນດານັກລົງທຶນເຂົ້າມາພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ.

        ແຂວງ ເຊີນລາ ສູ້ຊົນຮອດປີ 2020, ທົ່ວແຂວງຈະມີເຂດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ແຕ່ 3 ແຫ່ງຂຶ້ນໄປ ທີ່ໄດ້ຮັບການຮັບຮອງເອົາຈາກຂັ້ນມີສິດອຳນາດ; ທົ່ວແຂວງມີໜ້ອຍສຸດ 2 ວິສາຫະກິດໄດ້ຮັບຮອງເອົາແມ່ນວິສາຫະກິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ; ມູນຄ່າຜະລິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ກວມເອົາ 20 – 25% ຂອງຍອດມູນຄ່່າຜະລິດກະສິກຳຂອງແຂວງ. ທ່ານນາງ ເກີ່ມທິຟອງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງເຊີນລາ, ໃຫ້ຮູ້ວ່າ:

        “ກ່ອນອື່ນໝົດ ແມ່ນຕ້ອງສຳຫຼວດກວດກາແຜນຜັງພັດທະນາກະສິກຳ, ແຜນຜັງເຂດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງໃຫ້ເໝາະສົມກັບບັນດາເງື່ອນໄຂຂອງທ້ອງຖິ່ນ. ທີສອງແມ່ນຜັນຂະຫຍັນບັນດາໂຄງການ ຕໍ່ກິ່ງ, ປະສົມແນວພັນລະຫວ່າງຕົ້ນໄມ້ກິນໝາກບັນດາປະເພດທີ່ມີຄຸນນະພາບສູງ, ແຂງແຮງ; ຖ່າຍທອດຂັ້ນຕອນເຕັກໂນໂລຢີປູກຝັງແບບໃໝ່ໝູນໃຊ້ເຂົ້າໃນການຜະລິດ. ທີສາມແມ່ນ, ກໍ່ສ້າງ ແລະ ປະກາດໃຊ້ບັນດາກົນໄກນະໂຍບາຍໜູນຊ່ວຍ, ລົງທຶນເຂົ້າໃນການຄົ້ນຄວ້າການພັດທະນາກະສິກຳ ໂດຍໝູນໃຊ້ເຕັກໂນໂລຢີສູງຕາມຂອບຂະໜາດໃຫຍ່; ທໍາການຜະລິດຕິດພັນກັບການບໍລິໂພກຜະລິດຕະພັນກະເສດແບບຍືນຍົງ. ສຸດທ້າຍແມ່ນ ຕ້ອງຍູ້ແຮງວຽກງານສົ່ງເສີມການລົງທຶນ ເພື່ອແນໃສ່ດຶງດູດບັນດາວິສາຫະກິດລົງທຶນທີ່ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດ, ການປຸງແຕ່ງບັນດາຜະລິດຕະພັນກະເສດຂອງແຂວງ”.

        ກະສິກຳໝູນໃຊ້ເຕັກໂນໂລຢີສູງ ຢູ່ແຂວງ ເຊີນລາ ພວມມີສັນຍານຕັ້ງໜ້າ. ຊາວກະສິກອນແຕ່ລະຄົນ, ວິສາຫະກິດຢູ່ເຂດພູດອຍ ເຊີນລາ ແຕ່ລະແຫ່ງ ພວມຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທ້ອງຖິ່ນ ຕັດສິນໃຈພັດທະນາພື້ນຖານກະສິກຳປອດສານພິດແບບຍືນຍົງ, ເພື່ອສຸຂະພາບຂອງຜູ້ບໍລິໂພກອຸປະໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ