ພັດທະນາການບໍລິການ logistics ຢູ່ຫວຽດນາມ

(VOVWORLD) -ການບໍລິການ logistics ຢູ່ຫວຽດນາມ ເລີ່ມພັດທະນາໃນຊຸມປີ 1990, ບົນພື້ນຖານການບໍລິການມອບຮັບ, ສົ່ງຂົນສົ່ງ, ສາງເກັບສິນຄ້າ. ມາຮອດປະຈຸບັນ, logistics ໄດ້ ແລະ ພວມກາຍເປັນຂະແໜງເສດຖະກິດສຳຄັນຢູ່ຫວຽດນາມ. ພິເສດ, ໃນຮອບເວລາ 10 ປີຈະມາເຖິງ, ເມື່ອວົງເງິນຂາອອກຂາເຂົ້າຂອງຫວຽດນາມ ອາດຈະບັນລຸລະດັບ 200 ຕື້ USD/ປີ, ຄວາມຕ້ອງການນຳໃຊ້ການບໍລິການ logistics ຍິ່ງຫຼາຍກວ່າ.
ພັດທະນາການບໍລິການ logistics ຢູ່ຫວຽດນາມ - ảnh 1 (ພາບປະກອບອີນເຕີແນັດ)

ປະຈຸບັນ, ການບໍລິການ logistics ຢູ່ຫວຽດນາມ ມີຂອບຂະໜາດປະມານ 20 – 22 ຕື້ USD/ປີ, ກວມເອົາເກືອບ 30% GDP ຂອງທັງປະເທດ. ລະດັບເຕີບໂຕສະເລ່ຍຂອງຂະແໜງການບໍລິການ logistics ໃນຊຸມປີຜ່ານມາບັນລຸແຕ່ 16 – 20%/ ປີ. ຕາມຕາຕະລາງຈັດອັນດັບຂອງທະນາຄານໂລກ, ຫວຽດນາມ ພວມຢືນອັນດັບທີ 60/160 ປະເທດກ່ຽວກັບລະດັບພັດທະນາ logistics ແລະ ຢືນອັນດັບທີ 4 ໃນອາຊຽນ, ຖັດຈາກ ສິງກະໂປ, ມາເລເຊຍ ແລະ ໄທ. ດ້ວຍລະດັບພັດທະນາໃນແຕ່ລະປີບັນລຸແຕ່ 16 – 20%, ນີ້ແມ່ນໜຶ່ງໃນບັນດາຂະແໜງການບໍລິການເຕີບໂຕໄວ ແລະ ໝັ້ນຄົງຂອງຫວຽດນາມ ໃນໄລຍະຜ່ານມາ. ຕາມຕົວເລກສະຖິຕິຫວ່າງມໍ່ໆມານີ້ຂອງສະຫະສະມາຄົມວິສາຫະກິດ logistics ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ, ທົ່ວປະເທດມີວິສາຫະກິດ logistics ປະມານ 1.300 ແຫ່ງພວມເຄື່ອນໄຫວ, ລວມທັງວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ. ບັນດາວິສາຫະກິດທີ່ສະໜອງການບໍລິການ logistics ຢູ່ຫວຽດນາມ ສ່ວນຫຼາຍແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຖິງຢ່າງໃດກໍ່ຕາມ, ຍັງມີວິສາຫະກິດໃຫຍ່ເຂົ້າຮ່ວມ, ແຕ່ພຽງຮັບໃຊ້ການບໍລິການມອບຮັບ, ຂົນສົ່ງສິນຄ້າ ໂດຍເຕົ້າໂຮມຢູ່ນະຄອນໂຮ່ນິມິນ ແລະ ຮ່າໂນ້ຍ ເປັນຕົ້ນ. ກ່ຽວກັບຕະຫຼາດ, ໃນປະຈຸບັນ, ບັນດາບໍລິສັດສະໜອງການບໍລິການ logistics ຢູ່ຫວຽດນາມ ມີການພົວພັນທຳມາຫາກິນກັບຕະຫຼາດອາເມລິກາ, ສະຫະພາບເອີລົບ, ບັນດາປະເທດອາຊຽນ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ. ໃນຊຸມປີມໍ່ໆມານີ້, ການບໍລິການ logistics ນັບມື້ນັບສວມບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ເຊື່ອມໂຍງເສດຖະກິດສາກົນ. ທ່ານນາງ ເຟືອງລານ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນມອບຮັບ, ຂົນສົ່ງສິງຄ້າ ມິ້ອ໋າ (ASL), ໃຫ້ຮູ້ວ່າ.

        “logistics ແມ່ນພາກສ່ວນພະລາທິການຂອງຂາອອກຂາເຂົ້າ, ຍ້ອນເຫດນັ້ນ ເມື່ອພື້ນຖານເສດຖະກິດພັດທະນາ, ຈຳນວນສິນຄ້ານຳເຂົ້າ, ສົ່ງອອກນັບມື້ນັບເພີ່ມຂຶ້ນ, ຈຳນວນວຽກງານຂອງຂະແໜງ logistics ກໍ່ເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ວິສາຫະກິດ logistics ຢູ່ຫວຽດນາມ ສ່ວນຫຼາຍແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ. ນັ້ງແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກ WTO, ບັນດາວິສາຫະກິດ logistics ກໍຄ່ອຍໆພັດທະນາ, ບັນດາວິສາຫະກິດຫວຽດນາມ ສ່ວນຫຼາຍແມ່ນວິສາຫິດໜຸ່ມ, ແຕ່ຂະຫຍັນຂັນເຄື່ອນ ແລະ ຮັບມືກັບການພັດທະນາ ແລະ ເຊື່ອມໂຍງຢ່າງໄວ”.

        ຄວາມຈິງໄດ້ຊີ້ໃຫ້ເຫັນວ່າ, ປະຈຸບັນ, ບັນດາວິສາຫະກິດ logistics ຢູ່ພາຍໃນປະເທດໄດ້ກວມກວ່າ 80% ຈຳນວນວິສາຫະກິດດຳເນີນທຸລະກິດການບໍລິການ logistics ຢູ່ຫວຽດນາມ, ແຕ່ຕົ້ນຕໍເຮັດການບໍລິການສະໜອງຂະໜາດນ້ອຍໃນແດນຫວຽດນາມ ຄື: ການມອບຮັບ, ໃຫ້ເຊົ່າສາງເກັບມ້ຽນສິນຄ້າ, ເຮັດລະບຽບການດ້ານພາສີ… ໃນຂະນະນັ້ນ, ບັນດາການເຄື່ອນໄຫວໃຫຍ່ກວ່າ, ມີລັກສະນະຂົນສົ່ງສາກົນລ້ວນແຕ່ແມ່ນຂອງບາງບໍລິສັດ, ກຸ່ມບໍລິສັດນາໆຊາດຮັບຜິດຊອບ. ຕາມກົມເດີນທະເລຫວຽດນາມ ແລ້ວ, ຂົງເຂດສຳຄັນທີ່ສຸດໃນ logistics ແມ່ນຂົນສົ່ງສິນຄ້າທາງທະເລ ວິສາຫະກິດພາຍໃນປະເທດພຽງຕອບສະໜອງການຂົນສົ່ງໄດ້ພຽງ 18% ຍອດປະລິມານສິນຄ້າສົ່ງອອກ, ນຳເຂົ້າເທົ່ານັ້ນ, ສ່ວນຍັງເຫຼືອແມ່ນບັນດາວິສະກິດຕ່າງປະເທດຮັບຜິດຊອບ. ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຕ້ອງມີການວາງແຜນສັງລວມຮ່ວມສຳພັນບັນດາວິສາຫະກິດ logistics ໃຫ້ພັດທະນາເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ວິວັດການເຊືຶ່ອມໂຍງດ້ານເສດຖະກິດສາກົນ.

        ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມຂາອອກຂາເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຖືວ່າ, ຫວຽດນາມ ມີເງື່ອນໄຂຢ່າງພຽງພໍເພືຶ່ອພັດທະນາ logistics ແລະ ນຳການເຄື່ອນໄຫວນີ້ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ຍ້ອນຕະຫຼາດສິນຄ້ານຳເຂົ້າຂອງຫວຽດນາມ ມີຄວາມຟົດຟື້ນທີ່ສຸດ. ສະນັ້ນ, ຖ້າຫາກຄຸນນະພາບໄດ້ຮັບການປັບປຸງ ຈະແມ່ນກຳລັງຊຸກຍູ້ຢ່າງແຂງແຮງງສຳລັບຂົງເຂດສົ່ງອອກຂອງຫວຽດນາມ. ສະນັ້ນ, ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳການຄ້າ ຈະມີບັນດາແຜນການກະທຳຢ່າງລະອຽດ ເພື່ອຍົກສູງກຳລັງຄວາມສາມາດ ແລະ ຄຸນນະພາບການບໍລິການ logistics ຢູ່ຫວຽດນາມ. ທ່ານເຈີນແທງຫາຍ, ຊີ້ແຈ້ງວ່າ.

        “ທີ່ໜຶ່ງແມ່ນກອບກົດໝາຍ, ສ້າງລະບອບລະບຽບການມໃຫ້ສົມບູນແບບຕາມກົນໄກຄຸ້ມຄອງລັດ ກ່ຽວກັບ logistics ກໍຄືສ້າງລະບົບນະໂຍບາຍເພື່ອມອບຮັບການໜູນຊ່ວຍໃຫ້ຂະແໜງ logistics ພັດທະນາ. ຄຽງຂ້າງນັ້ນ, ມີບັນດາກອບກົດໝາຍເພື່ອແນະນຳວິສາຫະກິດເຄື່ອນໄຫວໃຫ້ຖືກຕາມຂອບເຂດລັດຖະທຳມະນູນ. ປັດໃຈທີ 2 ແມ່ນພື້ນຖານໂຄງລ່າງ ຈາກບັນດາພື້ນຖານໂຄງລ່າງຂອງຂະແໜງຄົມມະນາຄົມຂົງສົ່ງ, ຂົວ, ທາງ, ສະຖານີລົດໄຟ, ທ່າກ່ຳປັ່ນ ຕະຫຼອດເຖິງບັນດາສາງເກັບມ້ຽນສິນຄ້າ, ບັນດາສູນ logistics, ນັ້ນແມ່ນບັນດາພື້ນຖານໂຄງລ່າງທີ່ຈຳເປັນ.”

        ຫວ່າງແລ້ວນີ້, ລັດຖະບານ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງເລກທີ 200 ກ່ຽວກັບການອະນຸມັດຜ່ານແຜນການເຄື່ອນໄຫວຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ ຮອດປີ 2025. ຄາດໝາຍແມ່ນນຳອັດຕາປະກອບສ່ວນຂອງຂະແໜງການບໍລິການ logistics ເຂົ້າ GDP ບັນລຸແຕ່ 8% - 10% ແລະ ນຳດັດຊະນີຈັດອັນດັບກຳລັງຄວາມສາມາດແຫ່ງຊາດກ່ຽວກັບ logistics ໃນໂລກບັນລຸລະດັບແຕ່ 50 ຂຶ້ນໄປ. ການປະກາດໃຊ້ຂໍ້ຕົກລົງດັ່ງກ່າວຂອງລັດຖະບານ ແມ່ນກຳລັງໜູນຢ່າງໃຫຍ່ຫຼວງໃຫ້ບັນດາວິສາຫະກິດ logistics ຢູ່ຫວຽດນາມ, ຍ້ອນນີ້ເປັນຄັ້ງທຳອິດມີຂໍ້ຕົກລົງທີ່ໄດ້ຮັບການປະກາດໃຊ້ ມີທິດທາງຢ່າງລະອຽດ ດ້ວຍ 60 ໜ້າທີ່ທີ່ໄດ້ມອບໝາຍໃຫ້ບັນດາອົງການ, ຄະນະ, ຂະແໜງການ, ທ້ອງຖິ່ນ ປະຕິບັດຢ່າງຈະແຈ້ງ ແລະ ມີກຳນົດເວລາປະຕິບັດໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ