ພັດທະນາການບໍລິການ Logistics ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ

(vovworld) - ການ​ບໍ​ລິ​ການ Logistics (​ໝາຍ​ເຖິງການ​ບໍ​ລິ​ການ​ຂົງ​ສົ່ງ) ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ໜູນ​ຊ່ວຍ, ເຊື່ອມ​ຕໍ່​ທາງ​ຄົມ​ມະ​ນາ​ຄົມ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ຊາດ ກໍ່ຄື​ຂອງ​ທ້ອງ​ຖິ່ນ. ເຖິງວ່າ​ຍັງ​ມີ​ສິ່ງ​ຈຳ​ກັດ​ຫຼາຍ​ຢ່າງກໍ່​ຕາມ, ແຕ່ການ​ບໍ​ລິ​ການ Logistics ຢ​ູ່​ຫວຽດ​ນາມ ພວມ​ພັດ​ທະ​ນາ​ເທື່ອ​ລະ​ກ້າວ, ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຫຼຸດ​ຜ່ອນ​ລາຍ​ຈ່າຍ, ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ບົດ​ຂຽນ “ພັດ​ທະ​ນາ​ການ​ບໍ​ລິ​ການ Logistics ​ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ສົ່ງ​ອອກ” ຂອງ​ຈຸ​ງ​ຖຸຍ, ນັກ​ຂ​່າວ​ VOV.

ພັດທະນາການບໍລິການ Logistics ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ປະ​ຈຸ​ບັນ, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ Logistics ​ກວ່າ 1.300 ແຫ່ງ, ລວມ​ທັງ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ. ນີ້​ແມ່ນ​ການ​ບໍ​ລິ​ການ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ດ້ວຍ​ຂອບ​ຂະ​ໜາດ​ບັນ​ລຸ​ມູນ​ຄ່າ​ແຕ່ 20 ຫາ 22 ຕື້​ດົ່ງ/ປີ, ກວມ​ເອົາ 21% GDP ຂອງ​ທົ່ວ​ປະ​ເທດ. ບົດ​ລາຍ​ງານ​ແກ່ງ​ແຍ້ງ​ທົ່ວ​ໂລກ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ແຕ່​ລະ​ປີ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ພວມ​ຖືກ​ຈັດ​ອັນ​ດັບ​ຕ່ຳ​ກວ່າ​ຫຼາຍ​ປະ​ເທດ​ໃນ​​ຂົງ​ເຂດ​ກ່ຽວ​ກັບ​ການ​ບໍ​ລິ​ການ​ຂົນ​ສົ່ງ, ນັ້ນ​ແມ່ນ​ຄຸນ​ນະ​ພາບ​ທາງ​ບົກ ແລະ ຄຸນ​ນະ​ພາບ​ທ່າກ່ຳ​ປັ່ນ. ຕາມ​ຕາຕະ​ລາງ​ຈັດ​ອັນ​ດັບ​ຂອງ​ທະ​ນາ​ຄານ​ໂລກ, ຂະ​ແໜງ Logistics ຫວຽດ​ນາມ ຖືກ​ຈັດ​ອັນ​ດັບ​ທີ 64 ໃນ​ຈຳ​ນວນ 160 ປະ​ເທດ​ໃນ​ໂລກ ແລະ ຢືນ​ອັນ​ດັບ​ທີ 4 ໃນ​ພາກ​ພື້ນ​ອາ​ຊຽນ, ຖັດ​ຈາກ​ສິງ​ກະ​ໂປ, ມາ​ເລ​ເຊຍ ແລະ ໄທ. ສາຍ​ເຫດ​​ທີ່​ພາ​ໃຫ້ຂະ​ແໜງ Logistics ຍັງບໍ່​ທັນ​ພັດ​ທະ​ນາ​ຢ່າງ​ແຮງ​ນັ້ນແມ່ນ ​ຍ້ອນ​​ວິ​ສາ​ຫະ​ກິດ​ຫວຽດ​ນ​າມ ສ່ວນ​ຫຼາຍແມ່ນ​ຂະ​ໜາດ​ກາງ ແລະ ​ນ້ອຍ, ຕັ້ງ​ຢູ່ກະ​ແຈກ​ກະ​ຈາຍ ແລະ ຂາດ​​ການ​ຮ່ວມ​ສຳ​ພັນ, ເຊິ່ງ​ພາ​ໄປ​ເຖິງ​ການ​ຫຼຸດ​ຜ່ອນ​ກຳ​ລັງ​ແກ່ງ​ແຍ້ງ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ເງິນ​ລົງ​ທຶນ​ຈ​າກ​ຕ່າງ​ປະ​ເທດ​ພວມ​ເຂົ້າ​ຮ່ວມ​ຢູ່​ຕະ​ຫຼາດ​ຫວຽດ​ນາມ ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່, ມີ​ການ​ຮ່ວມ​ສຳ​ພັນ​ໃນ​ທົ່ວ​ໂລກ ແລະ ພວມກວມ​ເອົາ​​ອັດ​ຕາ​ນ​ສ່ວນຫຼາຍ​ໃນ​ຂົງ​ເຂດ Logistics. ທ່ານ ເຈີນ​ແອງ​ເວືອງ, ເລ​ຂ​າ​ທິ​ການ​ໃຫຍ​່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຫວຽດ​ນາມ ຖື​ວ່າ.

        “ໂຄງ​ປະ​ກອບ, ລາຍ​ຈ່າຍ​ຂົນ​ສົ່ງ Logistics ​ຍັງສູງ​​ຢູ່ແມ່ນ​ສິ່ງ​ທີ່​ແນ່ນ​ອນ​ແລ້ວ, ນັ້ນ​ແມ່ນ​ຍ້ອນ​​ປະ​ລິ​ມານ​ສິນ​ຄ້າ​ຂົນ​ສົ່ງ​ຂອງ​ພວກ​ເຮົາ​ຕ່ຳ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນໆ. ສະ​ນັ້ນ, ເຂດ​ມີ​ພົນ​ລະ​ເມືອງ​ຫຼາຍ​ຄື​ປະ​ເທດ​ອັງ​ກິດ, ລາຍ​ຈ​່າຍ​ໃຫ້​ການ​ບໍ​ລິ​ການ​ດັ່ງ​ກ່າວ​ພຽງ​ປະ​ມານ 40.000 USD ເທົ່າ​ນັ້ນ, ແຕ່​ຢູ່​ຫວຽດ​ນາມ​ຕົວ​ເລກນີ້​ແມ່ນ​ຂຶ້ນ​ເຖິງ 140.000 USD… ລາຍ​ຈ່າຍ​ແກ່​ການ​ຂົນ​ສົ່ງ Logistics ຍັງ​ສູງ​ຢູ່​ກໍ່​ແມ່ນ​ປັດ​ໃຈ​ເພື່ອ​ອະ​ທິ​ບາຍ​ນອກ​ຈາກ​ບັນ​ດາ​ປັດ​ໃຈ​ທີ່​ຍັງ​ຈຳ​ກັດ, ອ່ອນ​ດ້ອຍ”.

        ທ່ານ​ເຈີນ​ແທງ​ຫາຍ, ຮອງ​ຫົວ​ໜ້າ​ກົມ​ຂາ​ອອກ, ຂາ​ເຂົ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ຖື​ວ່າ ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ພັດ​ທະ​ນາ Logistics ແລະ ນຳ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ຍ້ອນ​ຕະ​ຫຼາດ​ສິນ​ຄ້າ​ສົ່ງ​ອອກ​ຂ​ອງ​ຫວ​ຽດ​ນາມ ພວມ​ຟົດ​ຟື້ນ​ທີ່​ສຸດ, ດ້ວຍຍອດ​ວົງ​ເງິນ​ການ​ສົ່ງ​ອອກ​, ນຳ​ເຂົ້າສິນ​ຄ້າຂຶ້ນ​ເຖິງ 300 ຕື້ USD ໃນ​ປີ 2016. ຕົວ​ເລກ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ສະ​ນັ້ນ, ຄຸນ​ນະ​ພາບ Logistics ໄດ້​ຮັບ​ການ​ປັບ​ປຸງ ຈະ​ແມ່ນ​ກຳ​ລັງ​ຊຸກ​ຍູ້ຢ່າງ​ໃຫຍ່​ຫຼວງ​ສຳ​ລັບ​ຂົງ​ເຂດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ຕາມ​ການ​ຄິດ​ໄລ່​ແລ້ວ, ແຕ່​ລະ​ມື້​ຖ້າ​ຫາກ​ສິນ​ຄ້າ​ຕ້ອງ​ລໍ​ຖ້າ​ສົ່ງ​ອອກ, ນຳ​ເຂົ້ານັ້ນ​ຈະ​ເຮັດ​ໃຫ້ການ​ຄ້າ​ຫຼຸດລົງ​ເຖິງ 4 %. ສະ​ນັ້ນ, ບັນ​ດາ​ສິ່ງ​ກີດ​ຂວາງ​ໃນ Logistics ການ​ຄ້າ​ຄື​ປະ​ຈຸ​ບັນ​ພວມ​ແມ່ນ​ສິ່ງ​ກີດ​ຂວາງ​ຢ່າງ​ໃຫຍ່​ຫຼວງ​ໃນ​ຍຸດ​ທະ​ສາດ​ເຕີບ​ໂຕ​ເສດ​ຖະ​ກິດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຈະ​ມີ​ບັນ​ດາ​ແຜນ​ການ​ເຄື່ອນ​ໄຫວ​ຢ່າງ​ລະ​ອຽດ ເພື່​ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄ​ຸນ​ນະ​ພາບ​ຂອງ​ການ​ບໍ​ລິ​ການ Logistics ຢູ່​ຫວຽດ​ນາມ.

        “ທີ​ໜຶ່ງ​ແມ່ນກອບ​ກົດ​ໝາຍ​, ລະ​ບອບ​ລະ​ບ​ຽບ​ການຕ້ອງ​ສ້າງ​ໃຫ້​ສົມ​ບູນ​ແບບ ຕາມ​ກົນ​​ໄກ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ Logistics ກໍ​ຄື​ສ້າງ​ລະ​ບົບ​ນະ​ໂຍ​ບາຍ ເພື່ອ​ມອບ​ໂອນ​ການໜູນ​ຊ່ວຍ​ໃຫ້​ຂະ​ແໜງ Logistics ​ເພື່ອພັດ​ທະ​ນາ. ຄຽງ​ຂ້າງນັ້ນ, ​ຕ້ອງມີ​ບັນ​ດາ​ກອບ​ກົດ​ໝາຍ​ເພື່ອ​ແນະ​ນຳ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃຫ້​ຖືກ​ຕາ​ມ​ຂອບ​ເຂດ​ລັດ​ຖະ​ທຳ​ມະ​ນູນ. ປັດ​ໃຈ​ທີ 2 ແມ່ນ​ພື້ຶ້ນ​ຖານ​ໂຄງ​ລ່າງ ​ຄ​ືຈາກ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ​ຂົວທາງ, ​ສະ​ຖາ​ນີ​ລົດ​ໄຟ, ທ່າ​ກ່ຳ​ປັ່ນ ຕະ​ຫຼ​ອດ​ຮອດ​ບັນ​ດາ​ສາງພັກ​ສິນ​ຄ້າ, ບັນ​ດາສູນ Logistics, ນັ້ນ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ”.

        ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງອະ​ນຸ​ມັດ​ຜ່ານ​ແຜນ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ ແລະ ພັດ​ທະ​ນາ​ການ​ບໍ​ລິ​ການ Logistics ຫວຽດ​ນາມ ຮອດ​ປີ 2025. ​ເປົ້າ​ໝາຍອັດ​ຕາ​ການ​ປະ​ກອບ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ Logistics ເຂົ້າ GDP ບັນ​ລຸ​ແຕ່ 8% - 10%, ລະ​ດັບ​ເຕີບ​ໂຕ​ການ​ບໍ​ລິ​ການ​ບັນ​ລຸ​ແຕ່ 15% - 20%, ລາຍ​ຈ່າຍ​ໃຫ້ Logistic ຫຼຸດ​ລົງ​ແຕ່ 16% - 20% GDP; ​ການ​ຈັດ​ອັນ​ດັບ​​ດັດ​ຊະ​ນີ​ກຳ​ລັງ​ຄວາມ​ສາ​ມາດ​ແຫ່ງ​ຊາດ​ກ່ຽວ​ກັບ Logistics ໃນ​ໂລ​ກ ​ບັນ​ລຸ​ອັນ​ດັບ​ທີ 50 ຂຶ້ນ​ໄປ. ນີ້​ແມ່ນ​ກຳ​ລັງ​ໜູນ​ອັນ​ໃຫຍ່​ຫຼວງ​ທີ​ສຸດ​ໃຫ້​ວິສາ​ຫະ​ກິດ Logistics ຢູ່​ຫວຽດ​ນາມ ຍ້ອນ​ຂໍ້​ຕົກ​ລົງ​ປະ​ກາດ​​ໃຊ້ມີ​​ແຜນ​ການ​ລະ​ອຽດ ດ້ວຍ 60 ໜ້າ​ທີ່​ທີ່​ໄດ້ມອບ​ໝາຍ​ໃຫ້​ບັນ​ດາ​ອົງ​ການ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ປະ​ຕິ​ບັດ​ຢ່າງ​ຈະ​ແຈ້ງ ແລະ ມີ​ເວ​ລາ​ເພື່ອ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ. ທ່ານ ເລ​ຢຸຍ​ຮ້ຽບ, ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວ​ິ​ສາ​ຫະ​ກິດ Logistics, ຖື​ວ່າ.

        “ດ້ວຍ​ຂໍ້​ຕົກ​ລົງເລກ​ທີ 200 ທີ່​ຫາກໍ່​ປະ​ກາດ​ໃຊ້​ນັ້ນ, ຫວັງ​ວ່າລັດ​ຖະ​ບານ, ບັນ​ດາ​ຄະ​ນະ, ຂະ​ແໜງ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ Logistics ປະ​ຕິ​ບັດ​ຢ່າງ​ມີ​ໄຊ. ນອກນັ້ນ​ຍັງ​ມີ​ວຽກ​ງານ​ອື່ນ​ໆ​ທີ່​​ຈະຕ້ອງ​ເຮັດ​ຄື: ຮັບ​ປະ​ກັນ​ບັນ​ດາ​ລະ​ບອບ​ລາຍ​ຈ່າຍ, ລາ​ຄາ, ການ​ບໍ​ລິ​ການ, ເພື່ອ​ຮັບ​ປະ​ກັນ​ຢ່າງ​ຍາວ​ນານ​ວ່າ ລັດ​ຕ້ອງ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ດັ່ງ​ກ່າວ, ນັບ​​ທັງ​ບັນ​ດາ​ວຽກ​ງານ​ອື່ນໆ​ຄື: ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາວ​ິ​ສາ​ຫ​ະ​ກິດ Logistics ສາ​ມາດ​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບ້ຍ​ບຸ​ລິ​ມະ​ສິດ ແລະ ສາ​ມາດ​ເຈ​ລະ​ຈາ​​ກ່ຽວ​ກັບ​ຄ່າ​ດອກ​ເບ້ຍ​ກັບ​ທະ​ນາ​ຄານ. ນີ້ກໍ່​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜ​າດ​ກາງ ແລະ ​ນ້ອຍ​ສາ​ມາດ​ເສີມ​ຂະ​ຫຍາຍ​​ປະ​ສິດ​ທິ​ຜົນ​ໄດ້”.

        ເພື່ອ​​ຫັນ​​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ໃຫ້​ປະ​ກົດ​ຜົນເປັນ​ຈິງ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ເປັນ​ເຈ​ົ້າ​ການ​​​​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ດ້ວຍຫຼາຍ​ຮູບ​ຫຼາຍ​ແບບ, ພັດ​ທະ​ນາ​ຍານ​ພາ​ຫະ​ນະ​ຂົນ​ສົ່ງ. ປະ​ຈຸ​ບັນ, ລັດ​ຖະ​ບານ​ຫວຽດ​ນາມ ກໍ​ພວມ​ສ້າງ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ Logistics; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ເພື່ອ​ເປີດກວ້າງ​ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ທ່າ​ກ່ຳ​ປັ່ນ​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ