ພັດທະນາເຄື່ອງໝາຍການຄ້າໝາກມ່ວງຫິມະພານບິ່ງເຟື໋ອກໃຫ້ໝັ້ນຄົງ

(vovworld) - ບິ່ງ​ເຟື໋ອກ ແມ່ນ​ແຂວງ​ມີ​ເນື້ອ​ທີ່​ປູກ​ຕົ້ນ​ໝາກ​ມ່ວງ​ຫິມະ​​ພານ ໃຫຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ ແລະ ຄຸນ​ນະ​ພາບ​ຂອງໝາກ​ມ່ວງ​ຫິມະ​​ພານ ໄດ້​ຮັບ​ການ​ຕີ​ລາ​ຄາ​ສ​ູງ​ຢູ່ໃນ​ໂລກ. ​ເພື່ອພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ຄ້າໝາກ​ມ່ວງ​ຫິມະ​​ພານ, ແຂວງ ບິ່ງ​ເຟື໋ອກ ໄດ້​ວາງ​ແຜນ​ຜັງ​ເນື້ອ​ທີ່​ປູກໝາກ​ມ່ວງ​ຫິມະ​​ພານ, ຊອກ​ຫາ​ທິດ​ທາງ​ຢ່າງ​ໝັ້ນ​​ຄົງ​ເພື່ອ​ຊ່ວຍ​ຍົກ​ສູງ​ສະ​ມັດ​ຕ​ະ​ພາບ, ຄຸນ​ນະ​ພາບ ແລະ ຊ່ວຍ​ຊາວ​ກະ​ສິກອ​ນ​ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ການ​ຜະ​ລິດໝາກ​ມ່ວງ​ຫິມະ​​ພານ. ບົດ​ຂຽນ “ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ມ່ວງ​ຫິມະ​​ພານບິ່ງ​ເຟື໋ອກ​ໃຫ້​ໝັ້ນ​ຄົງ” ຂອງ​ນັກ​ຂ່າວ VOV.


ພັດທະນາເຄື່ອງໝາຍການຄ້າໝາກມ່ວງຫິມະພານບິ່ງເຟື໋ອກໃຫ້ໝັ້ນຄົງ - ảnh 1
ຊາວ​ກະ​ສິ​ກອນ​ແຂວງ​ບິ່ງ​ເຟື໋ອກ
ພວມ​ຍູ້​ແຮງ​ການ​ບຸ​ລະ​ນະ​ສວນໝາກ​ມ່ວງ​ຫິມະ​​ພານ
(ພາບປະ​ກ​ອ​ບ: baomoi.com)


ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຄວາ​ມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ ແລະ ​ເພີ່ມສະ​ມັດ​ຕ​ະ​ພາບ​ຂອງ​ຕົ້ນໝາກ​ມ່ວງ​ຫິມະ​​ພານ, ຂະ​ແໜງ​ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ແຂວງ​ບິ່ງ​ເຟື໋ອກ ພວມ​ຍູ້​ແຮງ​ການ​ບຸ​ລະ​ນະ​ສວນໝາກ​ມ່ວງ​ຫິມະ​​ພານ, ໂດຍ​ສະ​ເພາະ​ແມ່ນ​ຂອດ​ປູກ​ເບ້ຍ​ໄມ້. ໂດຍ​ອີ່ງ​ໃສ່​​ແນວ​ຄວາມ​ຄິດເຊື່ອມ​ຕໍ່​ການ​ບຸ​ລະ​ນະ​ສວນໝາກ​ມ່ວງ​ຫິມະ​​ພານ​ຂອງ​ຊາວ​ກະ​ສິ​ກອນ​ບາງ​ຄົນ​ຢູ່​ຕາ​ແສງ ລອງ​ຮ່າ, ເມືອງ ບຸ່​ຢາ​ເມີບ, ຕາມ​ຮູບ​ແບບ​ເຊື່ອມ​ຕໍ່​ໃຫ້​ມີ​ປະ​ສິດ​ທະ​ຜົນ ແລະ ​ສະ​ມັດ​ຕະ​ພາ​ບ​ສູງ, ສະ​ມາ​ຄົມໝາກ​ມ່ວງ​ຫິມະ​​ພານ​ບິ່ງ​ເຟື໋ອກ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມໝາກ​ມ່ວງ​ຫິມະ​​ພານ​ຫວຽດ​ນາມ ພ້ອມ​ກັບ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ກໍສ້າງ 41 ຮູບ​ແບບ, ດ້ວຍ​ເນື້ອ​ທີ່​ບຸ​ລະ​ນະ​ສວນໝາກ​ມ່ວງ​ຫິມະ​​ພານ​ທີ່​ໃຫ້​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ຕ່ຳ​ໃຫ້​ກາຍ​ເປັນ​ສວນໝາກ​ມ່ວງ​ຫິມະ​​ພານ​ມີ​ຄຸນ​ນະ​ພາບ, ສະ​ມັດ​ຕະ​ພ​າບ​ສູງ 41 ເຮັ​ກ​ຕາ. ທ່ານ ຫງວຽນ​ວັນ​ຮືງ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຕາ​ແສງ​ລອ​ງ​ຮ່າ, ເມືອງ​ຟຸ໋​ຢຽງ, ແຂວງ​ບິ່ງ​ເຟື໋ອກ, ແບ່ງ​ປັນ​ວ່າ.

        “ຮູບ​ແບບນີ້​ໄດ້​ຮັບ​ການ​ຂະ​ຫຍາຍ​ອອກ​ຢ່າງ​ກ້​ວາງ​ຂວາງ. ແຕ່​ລະ​ປີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ຜູ້​ມາ​ຮ່ຳ​ຮຽນ​​ຖອດ​ຖອນ​ບົດ​ຮຽນ​ຈາກ​ຮູບ​ແບບນີ້​ນັບ​ຮ້ອຍ​ຄະ​ນະ”.

        ໃນ​ໄລ​ຍະ​ຜ່ານ​ມາ, ແຂວງ ບິ່ງ​ເຟື໋ອກ ໄດ້​ປະ​ຕິ​ບັດ ແລະ​ ​ຂະ​ຫຍາຍ​ຫຼາຍ​ຮູບ​ແບບ​ຄື: ສ້າງ​ຮູບ​ແບບ​ຜະ​ລິດໝາກ​ມ່ວງ​ຫິມະ​​ພານ​ປອດ​ສານ​​ພິດ; ຜັນ​ຂະ​ຫຍາຍ​ທົດ​ລອງ​ຮູບ​ແບບ​ໃສ່​ຟຸ່ນ​ເພີ່ມ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປ້ອງ​ກັ​ນ​ຕ້ານ​ແມງ​ແຄງ, ນ້ຳ​ໝອກ​ເຄັມ. ນອກນັ້ນ, ພະ​ແນກ​ກະ​ສິກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ ບິ່ງ​ເຟື໋ອກ ຍັງ​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ຜັນ​ຂະ​ຫຍາຍ ​ການ​ຮັກ​ສາ​ບັນ​ດາ​ຕົ້ນໝາກ​ມ່ວງ​ຫິມະ​​ພານ​ທີ່​ມີ​ຄຸນ​ນະ​ພາບ​ດີ​, ເໝາະ​ສົມ​ກັບ​ອາ​ກາດ​ຢູ່​ທ້ອງ​ຖິ່ນ ເພື່ອ​ຊ່ວຍຍ​ົກ​ສ​ູງ​ຄວາມ​ສາ​ມາດ​ທົນ​ທານ​ກັບ​ສັດ​ຕ​ູ​ພືດ, ອາ​ກາດ, ພ້ອມ​ທັງ​ຮັກ​ສາ​ຄຸນ​ນະ​ພາບໝາກ​ມ່ວງ​ຫິມະ​​ພານ​ຂອງ​ບິ່ງ​ເຟື໋ອກ.

ພັດທະນາເຄື່ອງໝາຍການຄ້າໝາກມ່ວງຫິມະພານບິ່ງເຟື໋ອກໃຫ້ໝັ້ນຄົງ - ảnh 2
ຜະ​ລິດ​ຕະ​ພັນໝາກ​ມ່ວງ​ຫິມະ​​ພານ
(​ພາບອີນ​ເຕີ​ແນັດ)


ນັບ​ແຕ່​ປີ 2007 ມາ​ຮອດ​ປະ​ຈ​ຸ​ບັນ, ສະ​ມາ​ຄົມໝາກ​ມ່ວງ​ຫິມະ​​ພານ​ບິ່ງ​ເຟື໋ອກ ໄດ້​ໜູນ​ຊ່ວຍ​ກຸ່​ມ​ພັດ​ທະ​ນາໝາກ​ມ່ວງ​ຫິມະ​​ພານ​​ແບບ​ຍືນ​ຍົງ​ ຕາ​ແສງ ຕ໋ຽນ​ຮືງ ກໍ່​ສ້າງ ແລະ ພັດ​ທະ​ນາຕາມ​ທິດ​ຜະ​ລິດໝາກ​ມ່ວງ​ຫິມະ​​ພານ​ປອດ​ສານ​ພິດ, ພ້ອມ​ທັງ​ຫັນ​ໄປ​ສູ່​ການ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ສະ​ຫະ​ກອນ. ເຂົ້າ​ຮ່ວມ​ຮູບ​ແບບນີ້, ບັນ​ດາ​ສະ​ມາ​ຊິກບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສະ​ໜອງ​ເບ້ຍ​ໝາກ​ມ່ວງ​ຫິມະ​​ພານ​ທີ່​ມີ​ຄຸນ​ນະ​ພາບ​ສ​ູງເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ແນະ​ນຳ​ດ້ານ​ເຕັກ​ນິກ​ບົວ​ລະ​ບັດ, ​ໄດ້​ຮັບ​ຟຸ່​ນ​ເຄ​ມີ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພ​ັນ​ ດ້ວຍ​ລາ​ຄາ​ເປັນ​ປົກ​ກະ​ຕິ​ອີກ​ດ້ວຍ. ທ່ານ ດ່າມ​ຊວນ​ທໍ້, ຮອງ​ຜູ້​ອຳ​ນວຍ​ການ​ສະ​ຫະ​ກອນ​​ຜະ​ລິດ, ຜະ​ລິດ​ຕະ​ພັນກະ​ເສດ ຮືງ​ເຟື໋ອ​ກ, ເທດ​ສະ​ບານ ດົ່ງ​ຊ່​ວາຍ, ໃຫ້​ຮູ້​ວ່າ.

        “ດ້ວຍ​ພາ​ກ​ສ່ວ​ນ​ຄຸ້ມ​ຄອງ​ສະ​ຫະ​ກ​ອນ, ແຕ່​ລະ​ປີ ອົງ​ການ​ການ​ຄ້າ​ຍຸ​ຕິ​ທຳ​ສາ​ກົນ (FLO) ໄດ້​ສົ່ງ​ໄປ​ສຶກ​ສາ​ຢູ່​ຕ່າງ​ປະ​ເທດ. ຈາກນັ້ນ, ພະ​ນັກ​ງານ​ຄຸ້ມ​ຄອງ​ໃນ​ກຸ່ມ​ຈະ​ສຶ​ກ​ສາ​ຝຶກ​ອົບ​ຮົມ​ຄືນ​ຂັ້ນ​ຕອນ​​ການ​ຜະ​ລິດໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ, ສ້າງ​ເປັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ ແລະ ຖ​ືກ​ສົ່ງ​ໄປ​ຂາຍ​ຢ່າງກວ້າງ​ຂວາງ​ໃນ​ຕະ​ຫຼາດ”.

        ປະ​ຈຸ​ບັນ, ​ປະ​ລິ​ມານ​ການ​ຜ​ະ​ລິດ​ປຸງ​ແຕ່ງໝາກ​ມ່ວງ​ຫິມະ​​ພານ​ຂອງ​ບິ່ງ​ເຟື໋ອກ ກວມ​ກວ່າ 50% ປະ​ລິ​ມານ​ສົ່ງ​ອອກ​​ໝາກ​ມ່ວງ, ຫິມ​ະ​ພານຂອງ​ທົ່ວ​ປະ​ເທດ, ເຕັກ​ໂນ​ໂລ​ຊີ​ຜະ​ລິດໝາກ​ມ່ວງ​ຫິມະ​​ພານ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ແຖວ​ໜ້າ​ຂອງ​ໂລກ. ຕະ​ຫຼ​າດ​ສົ່ງ​ອອກ​ແກ່ນໝາກ​ມ່ວງ​ຫິມະ​​ພານ​ບິ່ງ​ເຟື໋ອ​ກ ນອກ​ຈາກ​ຈີນ ແລະ ອາ​ເມ​ລິ​ກາ, ໃນ​ໄລ​ຍະ​ຜ່ານ​ມາ​ຍັງ​ສົ່ງ​ອອກ​ຕະ​ຫຼ​າດ​ໃໝ່​ຄື: ໂຮນ​ລັງ, ອັງ​ກິດ ແລະ ຫຼາຍ​ປະ​ເທ​ດ​ອື່ນ​ຢູ່​ເອີ​ລົບ. ຂະ​ແໜງໝາກ​ມ່ວງ​ຫິມະ​​ພານ​ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ຜະ​ລິດ​ສູງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

        ໃນ​ 3 ປີ​ມານີ້, ​ຍາມ​ໃດໝາກ​ມ່ວງ​ຫິມະ​​ພານກໍ່​ຮັກ​ສາ​ລາ​ຄາ​ສູງ, ນັ້ນ​ແມ່ນ​ເງື່ອນ​ໄຂ​ສະ​ດວກ​ເພືຶ່ອ​ຮັກ​ສາ​ເນື້ອ​ທີ່​ປູກໝາກ​ມ່ວງ​ຫິມະ​​ພານ. ປີ 2009, ສະ​ມັດ​ຕະ​ພາບ​ສະ​ເລ່ຍ​ຂອງໝາກ​ມ່ວງ​ຫິມະ​​ພານ ບິ່ງ​ເຟື໋ອກ​ບັນ​ລຸ 940 ກກ/ເຮັກ​ຕາ, ຮອດ​ປີ 2016 ໄດ້​ຍົກ​ສ​ູງ​ຂຶ້ນ​ປະ​ມານ 1,4 ໂຕນ/ເຮັກ​ຕາ. ລະ​ດູ​ການ 2015 – 2016, ລາ​ຄາ​ຂາຍ​ແກ່ນໝາກ​ມ່ວງ​ຫິມະ​​ພານ​ສົ​ດ ຄິ​ດ​ສະ​ເລ່ຍ​ແຕ່ 32.000 ດົ່ງ ຫາ 35.000 ດົ່ງ/kg, ສິ່ງ​ດັ່ງ​ກ່າວ​ໄດ້ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ຜູ້​ປູກໝາກ​ມ່ວງ​ຫິມະ​​ພານ. ປະ​ຈຸ​ບັນ, ໃນ​ບໍ​ລິ​ເວນ​ແຂວງ​ບິ່ງ​ເຟື໋ອກ ມ​ີ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ແລະ ​ຜະ​ລິດປຸງ​ແຕ່ງ​ແກ່ນໝາກ​ມ່ວງ​ຫິມະ​​ພານກວ່າ 200 ແຫ່ງ, ດ້ວຍ​ຄວາມ​ສາ​ມາດຜະ​ລິດໝາກ​ມ່ວງ​ຫິມະ​​ພານ​ດິບ​ແມ່ນ 400.000 ໂຕ​ນ/ປີ. ທ່ານ ກາວ​ດຶກ​ຟ໋​າດ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຖື​ວ່າ.

        “ສຳ​ລັບ​ການ​ພັດ​ທະ​ນາ​ການ​ຜະ​ລິດ, ປຸງ​ແຕ່ງໝາກ​ມ່ວງ​ຫິມະ​​ພານ​ໃນ​ໄລ​ຍະ​ຍາວ, ພວກ​ເຮົາ​ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ຖຸ​ດິບເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍ, ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ສືບ​ຕໍ່​ຮັກ​ສາ​ພັດ​ທະ​ນາ​ຕະ​ຫຼາດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​​ຜະ​ລິດປຸງ​ແຕ່ງ, ດຳ​ເນີນ​ທຸ​ລະ​ກິດ. ໃນ​ນັ້ນເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ການ​ຜະ​ລິດ​ແບບ​ລົງ​ເລິກ ເພື່ອ​ມີ​ມູນ​ຄ່າ​ເພີມ​ສູງກວ່າ.”

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ເພີ່ມມູນ​ຄ່າ​ຂະ​ແໜງ​ສິນ​ຄ້າ, ຍົກ​ສ​ູງ​ປະ​ລິ​ມານ​ການ​ຜະ​ລິດ, ຄຸນ​ນະ​ພາບໝາກ​ມ່ວງ​ຫິມະ​​ພານ, ແຂວງ​ບິ່ງ​ເຟື໋ອກ ຍັງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຜະ​ລິດ, ປຸງ​ແຕ່ງໝາກ​ມ່ວງ​ຫິມະ​​ພານ, ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ. ຈ​າກນັ້ນ, ຍົກ​ສ​ູງ​ມູນ​ຄ່າ​ ແລະ ນຳ​ເຄື່ອງ​ໝາຍ​ການ​ຄ້າໝາກ​ມ່ວງ​ຫິມະ​​ພານ ບິ່ງ​ເຟື໋ອກ​ ເຖິງ​ຕະ​ຫຼາດ​ໂລກ.

ຂ່າວ/ບົດ​ອື່ນ