ມູນຄ່າການສົ່ງອອກປະກອບສ່ວນໃຫ້ພື້ນຖານເສດຖະກິດຫວຽດນາມປີ2015

(vovworld) - ປີ 2015, ໃນ​ສະ​ພາບ​ການ​ສົ່ງອອກ​ລວມ​ຂອງ​ໂລກ​ຖືກ​ຫລຸດ​ລົງນັ້ນ, ແຕ່ຍອດ​ວົງ​ເງິນ​ ສົ່ງ​ອອກ​ຂອງ ຫວຽດ​ນາມ ຍັງ​ເພີ່ມ​ຂຶ້ນ 8,1% ເມື່ອ​ທຽບ​ໃສ່​ປີ 2014. ເຖິງວ່າຕ່ຳ​ກ່​ວາ​ເມື່ອ​ທຽບ​ໃສ່ຄາດ​ໝາຍ​ສູ້​ຊົນ​ເພີ່ມ​ຂຶ້ນ 10% ກໍ່​ຕາມ, ແຕ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ໄລ​ຍະ​ຜ່ານ​ມາ​ຍັງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ປະ​ເທດ​ຊາດ. ຂອບ​ຂະ​ໜາດ​ການ​ສົ່ງ​ອອກ​ໄດ້​ຮັບ​ການ​ເປີ​ດ​ກ້​ວາງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ GDP, ສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ, ພິ​ເສດ​ແມ່ນ​ຄາດ​ໝາຍ​ຊຸກ​ຍູ້​ການ​​ຈຳໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫ້​ແກ່​ຊາວ​ກະສິກອນ. ບົດ​ຂຽ​ນ “ມູນ​ຄ່າ​ການ​ສົ່ງ​ອອກ​ປະ​ກອບ​ສ່ວນ​ໃຫ້​ແກ່​ພື້​ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ປີ 2015” ຂອງ​ຈູງ​ຖູຍ, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ.

ມູນຄ່າການສົ່ງອອກປະກອບສ່ວນໃຫ້ພື້ນຖານເສດຖະກິດຫວຽດນາມປີ2015 - ảnh 1
ພາບປະກອບ

       ປີ 2015, ເສດ​ຖະ​ກິດ​ໂລກ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ​້າ​ທາຍຫຼາຍ​ຢ່າງ, ລາ​ຄາ​ນ້ຳ​ມັນ​ດິບ​ຖືກ​ຫລຸ​ດ​ລົງ​ຢ່າງ​ຕໍ່​ເນື່ອງ, ຕະຫຼາດ​ເງິນ​ຕາ​ໂລກ​ມີ​ການ​ຜັນ​ແປ​ໃນ​ຊຸມ​ເດືອນ​ທ້າຍ​ປີຍາກ​ທີ່​ຄາ​ດຄະ​ເນ​ລ່ວງ​ໜ້າ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​​ການ​ສົ່ງ​ອອກ​ຂອງຫຼາຍ​ປະ​ເທດ, ໃນ​ນັ້ນ​ມີ ຫວຽດ​ນາມ. ​ໄລ່​ລວມ​ແລ້ວ, ​ປີ 2015 ວົງ​ເງິນ​ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ​ກ່​ວາ 162 ຕື້ USD, ເຖິງວ່າ​ຕ່ຳ​ກ່​ວາ​ຄາດ​ໝາຍທີ່​ໄດ້ວາງ​ອອກ​ແມ່ນ 165 ຕື້ USD ກໍ່​ຕາມ, ແຕ່​ຍັງ​ຄົງເພີ່ມ​ຂຶ້ນ 8,1% ເມື່ອ​ທຽ​ບ​ໃສ່​ປີ 2014. ວົງ​ເງິນ​ການສົ່ງ​ອອກ​ຂອງພາກ​ພື້ນ​ທີ່​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ບັນ​ລຸ​ປະ​ມານ 115 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 14% ເມື່ອ​ທຽບ​ໃສ່​ປີ 2014. ອາ​ເມ​ລິ​ກາ, ອີ​ຢູ ສືບ​ຕໍ່​ແມ່ນ​ຕະຫຼ​າດ​ສົ່ງ​ອອກທີ່ກວມ​ອັດ​ຕາ​ສ່ວນຫຼາຍ.

        ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ຜ​່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຂອງ​ລັດ​ຖະ​ບານ ກັບ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ທ້າຍ​ປີ 2015, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດນາມ ຫວູ​ຮູຍ​ຮ່​ວາງ ຢັ້ງ​ຢືນ​ວ່າ: ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ໂລກ​ຫລຸດ​ລົງ​​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​​ສິນ​ຄ້າບາງ​ປະ​ເພດ​ທີ່​ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ນ້ຳ​ມັນ​ດິບ, ຖ່ານ​ຫີນ. ສິ່ງ​ສຳ​ຄັນ​ແມ່ນ ຫວຽດ​ນາມ ຍັງ​ຄົງ​ຮັກ​ສາ​ໄດ້​ບັນ​ດາ​ຕະຫຼາດ​ທີ່​ມີ​ຢູ່​ແລ້ວ. ​ເລື່ອງມູນ​ຄ່າ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​​ຖືກ​ຫລຸດ​ລົງ​ກ່​ວາ 3 ຕື້ USD ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດທີ່​ເຮັດ​ໃຫ້​ການ​ເຕີບ​ໂຕ​ການ​ສົ່ງ​ອອກບໍ່​ບັນ​ລຸ​ຕາມແຜນ​ການ​ທີ່ວາງ​ອອກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ປີ 2015, ຫວຽດ​ນາມ ໄດ້​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ສົ່ງ​ອອກ, ພິ​ເສດ​ແມ່ນ​ບາງ​ປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍຄື: ເຂົ້າ​ສານ, ປະກອບສ່ວນ​ເພີ່ມ​ວົງ​ເງິນ​ສົ່ງ​ອ​ອກ​. ໃນ​ສະພາບ​ການ​ສົ່ງ​ອອກ​ລວມ, ໝວດ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ຍັງ​ຮັກ​ສາ​ບົດ​ບາດ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕຂອງວົງ​ເງິນ​ສົ່ງ​ອອກ​ເວົ້າ​ລວມ. ການ​ຜະ​ລິດ​ຂອງ​ບາງ​ໝວດ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ທີ່ມີ​ລະ​ດັບ​ເຕີບ​ໂຕ​ສູງ​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີ​ບ​ໜັງ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ. ໃນ​ນັ້​ນ, ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຍັງສືບ​ຕໍ່​ແມ່ນປະ​ເພດສິນຄ້າ​ສົ່ງ​ອອກ​ນຳ​ໜ້າ​ໄດ້​ປະກອບສ່ວນ​ຍົກ​ສູງ​ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປີ.

        ປີ 2015, ການ​ສົ່ງ​ອອກ​ຂອງ ຫວຽດນາມ ບັນລຸ​ໄດ້​ໝາກຜົນ​ທີ່​ໜ້າ​ຊື່ນ​ຊົມ​ຍ້ອນ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ສົ່ງ​ອອກ, ສົ່ງ​ເສີມ​ການ​ຄ້າ​ນັບ​ມື້​ນັບ​ສົມບູນ​ແບບ. ພິ​ເສດ​ແມ່ນ​ເລື່ອງ ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​​ເສລີ (FTA) ກັບ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​​ໃຫຍ່​ທີ່​ມີ​ໂຄງ​ປະກອບ​ສິນຄ້າ​ການ​ຄ້າ​ເພີ່​ມ​ເຕີມ​ກັບ ຫວຽດນາມ ຢ່າງ​ລຽນຕິດລວມມີ: ສ. ​ເກົາຫຼີ, ພັນ​ທະ​ມິດ​ພາສີ​ລັດ​ເຊຍ, ​ເບ​ລາຣຸດ, ກາ​ຢັກ​ສະຖານ ​ແລະ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​​ເສລີ ຫວຽດນາມ - ອີ​ຢູ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ບັນດາ​ສັນຍາ​ນີ້​ໄດ້​ເປີດ​ກາລະ​​ໂອກ​າດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃໝ່​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ສົ່ງ​ອອກຂອງ ຫວຽດນາມ. ດຣ ຫວໍ​ຈີ໋​ແທ່ງ, ຮອງ​ຫົວໜ້າ​ສະຖາ​ບັນ​ຄົ້ນ​ຄ້ວາ ​ແລະ ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຜົນ​ກະທົບຂອງ​ບັນດາ​ສັນຍາ​ນີ້​ເຖິງ​ການ​ສົ່ງ​ອອກ​ຂອງ ຫວຽດນາມ ​​ແມ່ນ​ຫຼາຍ​ທ່ີ​ສຸດ​ບໍ່​ເຄີຍ​ມີ​ມາ​ກ່ອນ. ​ໃນ​ກຸ່ມ TPP ລວມມີ 12 ປະ​ເທດ, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ກະທົບ​ເຖິງ​ການ​ສົ່ງ​ອອກ​ໃຫຍ່​ຫຼວງ​ທີ່​ສຸດ​ໂດຍ​ອີງ​ໃສ່​ອັດ​ຕາ​ສ່ວນ​ຂອງ​ສັນຍາ​ສຳລັບ​ຍອດ​ມູນ​ຄ່າ​​ສົ່ງ​ອອກ. ​ສະ​ເພາະ​ຂະ​ແໜງ​ຕຳ່​ແຜ່ນ​ຕັດ​ຫຍິບ​​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ​ຍ້ອນ​ມີບັນດາ​ສັນຍາ​ນີ້​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​​ໃໝ່​ໃຫ້​ຜູ້​ອອກ​ແຮງ​ງານ​ນັບ​ລ້ານ​ຄົນ. ຫຼື​ວ່າ​ສັນຍາ ຫວຽດນາມ - ອີ​ຢູ, ກໍ​ມີຜົນ​ກະທົບ​ໃຫຍ່​ຫຼວງ​ທີ່​ສຸດ, ​​ເຮັດ​ໃຫ້ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ແຕ່ 30 – 35%.”

ມູນຄ່າການສົ່ງອອກປະກອບສ່ວນໃຫ້ພື້ນຖານເສດຖະກິດຫວຽດນາມປີ2015 - ảnh 2
ຮ້ານເຈາະນຳ້ມັນຂອງ ຫວຽດນາມ

        ​ເພື່ອ​ແນ​ໃສ່​ກຳ​ແໜ້ນ​ບັນດາ​ກາລະ​ໂອ​ກາດ​​ໂດຍ​ບັນດາ​ສັນຍາ​ເສດຖະກິດ​ນຳ​ມາ​ໃຫ້, ລັດຖະບານ, ບັນດາ​ອົງການ​ຄຸ້ມ​ຄອງ​​ລັດ​ກໍ່​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ສົ່ງ​ອອກ. ຕາມ​ນັ້ນ​ແລ້ວ, ສຸມ​ໃສ່​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ, ​ກຳລັງແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ, ຍົກ​ສູງ​ປະສິດທິພາບ, ຄຸນ​ນະພາ​ບ. ທ່ານ ​ເຈີ່ນ​ແທງ​ຫາຍ, ຮອງ​ຫົວໜ້າ​ກົມ​ຂາ​ອອກ - ຂາ​ເຂົ້າ, ກະຊວງ​ອຸດສາຫະກຳ - ການ​ຄ້າ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ບັນດາ​ອົງການ​ແຫ່ງ​ລັດ​ພະຍາ​ຍາມ​ເປີດ​ກ້ວາງ​ຕະຫຼາດ​ຜ່ານ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ FTA ​ເຊິ່ງ ​ແງ່​ຫວັງ​ໃນ​ໄລຍະ​ຈະມ​າ​ເຖິງ​​ແມ່ນ​ຕະຫຼາດ ​ອາ​ເມ​ລິ​ກາ ​ແລະ ອີ​ຢູ. ບົດບາດ​ຂອງ​ອົງການ​ຄຸ້ມ​ຄອງ​​ລັດ​ແມ່ນ​ປົກ​ປ້ອງ​ວິ​ສາ​ຫະກິດ​ໃນ​ບັນດາ​ກໍລະນີ​ນັ້ນ, ຮ່ວມ​​ກັບ​ວິ​ສາ​ຫະກິດ, ພັດທະນາ​ບັນດາ​ບໍລິການ​ໜູນ​ຊ່ວຍ​ກ່ຽວ​ກັບ​ການ​ສົ່ງ​ອອກ​, ຕົວຢ່າງ​ຄື logistics, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ​ແລະ ກົນ​ໄກ​ປະຕູ​ດຽວ​ອາຊຽນ”

        ​ເພື່ອ​ຮັກສາລະດັບ​​ເຕີບ​ໂຕ​​ໃນການ​ສົ່ງ​ອອກ​​ປີ 2016, ມາດ​ຕະການ​ເຊິ່ງລັດຖະບານ​​ໄດ້​ຍົກ​ອອກ​ມາ​ແມ່ນ​ສຸມ​ໃສ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ບັນດາ​ກາລະ​ໂອກາດ​ຂອງ​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​​ບັນດາ​ວິ​ສາ​ຫະກິດ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກ່ວາ​ເຂົ້າ​ໃນ​ການ​ສະໜອງ​ທົ່ວ​ໂລກ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ສືບ​ຕໍ່​ປັບປຸງບັນດາ​ລະບອບ​ກ່ຽວ​ກັບ​ນະ​ໂຍບາຍ, ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ, ຮັບ​ຟັງ​ຄຳ​ເຫັນ​ຂອງ​ວິ​ສາ​ຫະກິດ, ປະຊາຊົນ, ສຳ​ພັດ​ຢ່າງ​ທັນ​ການ​ກ່ວາ​ອີກ​ເພື່ອ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ໄລຍະ​ເຊື່ອມ​ໂຍ​ງ.



ຂ່າວ/ບົດ​ອື່ນ