ລາວ - ຕະຫຼາດລົງທຶນທີ່ສ້າງຄວາມດຶງດູດຂອງບັນດາວິສາຫະກິດຫວຽດນາມ

(vovworld) - ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິ​ດ​ຫວຽດ​ນາມ ຢູ່​ລາວ ໃນ​ຊຸມ​ປີ​ຜ່ານ​ມາກໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໄວ ແລະ ຈຳ​ນວນ​ເງິນ​ລົງ​ທຶນກໍ່​ນັບ​ມື້​ນັບ​ຫຼາຍ. ບັນ​ດາ​ຜົນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍພວມ​​​ກາຍເປັນ​​ກຳ​ລັງ​ໜູນ​ເພື່ອ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ ຄື: ທະ​ນາ​ຄານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ບໍ​ລິ​ສັດ​ການ​ບິນ… ຍູ້​ແຮງ​ການ​ລົງ​ທຶນ​ຢູ່​ລາວ. ​ບົດ​ຂຽນ “ລາວ - ຕະ​ຫຼາດ​ລົງ​ທຶນ​ທີ່​ສ້າງ​ຄວາມ​ດຶງ​ດູດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ”, ຂອງ​ ມິ້ງ​ບິ່ງ, ນັ​ກ​ຂ່າວ VOV.

        ຫວຽດ​ນາມ ແລະ ລາວ​ແມ່ນ​ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ການ​ພົວ​ພັນ​​ດ້ານ​ການ​ທ​ູ​ດທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​. ປະ​ຈ​ຸ​ບັນ​, ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ພວມ​ຢືນ​ອັນ​ດັບ​ 3, ໂຄງ​ການ​ລົງ​ທຶນ ​ແລະ ຍອດ​ຈຳ​ນວນ​ເງິນ​ຈົດ​ທະ​ບຽນຂອງ​ຫວຽດ​ນາມ ເຂົ້າ​ລາວ ໃນ​ໄລ​ຍະ 2011 – 2015 ນັບ​ມື້​ນັບ​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ຕໍ່​ເນື່ອງ. ໄລ່ຮອດ​ທ້າຍ​ເດືອນ 09/2016, ຫວຽດ​ນາມ ​ມີ 266 ໂຄງ​ການລົງ​ທຶນ​ຢູ່​ລາວ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນກວ່າ 5 ຕື້ USD. ລາວ ຢ​ືນ​ອັນ​ດັບ​ທີ 1 ໃນ​ຈຳ​ນວນ 64 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ. ທ່ານ​ປະ​ລິ​ຍາ​ເອກ ແບກ​ຫງອກ​ທັ໋ງ, ພະ​ແນກ​ແຜນ​ການ ແລະ ພັດ​ທະ​ນາ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ໃຫ​້​ຮູ້​ວ່າ.

        “ປະ​ຈຸ​ບັນ, ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ຕົ້​ນ​ຕໍ​ແມ່ນ​ພະ​ລັງ​ງານ, ກາ​ນ​ບໍ​ລິ​ການ, ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ - ປ່າ​ໄມ້, ຂຸດ​ຄົ້ນ​ບໍ່​ແຮ່, ທະ​ນາ​ຄານ… ຫວຽດ​ນາມ ແມ່ນ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່ ມີ​​ລະ​ດັບ​ຍຸດ​ທະ​ສາດ​ຂອງ​ລາວ ແລະ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລ​າວ. 2 ປະ​ເທດ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອ​ງ​ພິ​ເສດ. ສະ​ນັ້ນ, ລັດ​ຖະ​ບານ​ລາວ ກໍ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ທີ່​ສຸດ”.


ລາວ - ຕະຫຼາດລົງທຶນທີ່ສ້າງຄວາມດຶງດູດຂອງບັນດາວິສາຫະກິດຫວຽດນາມ - ảnh 1
(ທ່ານ ຟ້າມກວາງ​ຟຸ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ​ສາ​ຂາ​ຢູ່ລາວ)

ປະ​ຈຸ​ບັນ, ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໄດ້​ມີ​ໜ້າ​ຢູ່ 16/18 ແຂວງ, ນະ​ຄອນ​ຂອງ​ລາວ ແລະ ລົງ​ທຶນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເງິນ, ທະ​ນາ​ຄານ, ກໍ່​ສ້າງ, ຄົມ​ມະ​ນາ​ຄົມ… ໃນ​ນັ້ນ, ພົ້ນ​ເດັ່​ນ​ຄື​ທະ​ນາ​ຄານການ​ຄ້າ​ຫຸ້​ນ​ສ່ວນ​ ໂຊ​ງ່ອນ ເທືອງ​ຕີ໋ນ (Sacombank) ເຊິ່ງ​ແມ່ນ​​ໜຶ່ງ​ໃນ​ບັນ​ດາທະ​ນາ​ຄານ​ ໃຫຍ່​ຂອງ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ​. ທ່ານ ຟ້າມກວາງ​ຟຸ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ​ສາ​ຂາ​ຢູ່ລາວ, ໃຫ້​ຮູ້​ວ່າ.

        “ຜ່ານ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 8 ປີ, Sacombank ລາວ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ເຕີບ​ໂຕ​ພໍ​ສົມ​ຄວນ, ນັບ​ມື້ນ​ັບ​ຢືນ​ຢັນ​ອິດ​ທິ​ພົນ​ຊື່​ສຽງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ ຜ່ານ​ການ​ສະ​ໜອງ​ບັນ​ດາ​ ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ ແລະ ບັນ​ດາ​ການ​ບໍ​ລິ​ການ​ທະ​ນາ​ຄານ​ ທັນ​ສະ​ໄໝ ທີ່​ສະ​ຫງວນ​ໃຫ້​ລູກ​ຄ້າ​​ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນທຸກ​ຊັ້ນ​ຄົນ​ຢູ່​ທ້ອງ​ຖິ່ນ ກໍ​ຄື ວົງ​ການ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​​ທີ່​ມີ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ”.


ລາວ - ຕະຫຼາດລົງທຶນທີ່ສ້າງຄວາມດຶງດູດຂອງບັນດາວິສາຫະກິດຫວຽດນາມ - ảnh 2
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ,
ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ)


ມີ​ຫຼາຍ​ໂຄງ​ການ​ຂອງ​ຫວຽດ​ນາມ ທີ່ລົງ​ທຶນ​​ເຂົ້າ​ລາວ ມ​ີ​ຂອບ​ຂະ​ໜາດ​ໃຫຍ່​ ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ຢ່າງ​ແທ​ດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​​ໃຫ້​ລັດ​ຖະ​ບານ​ລ​າວ ປະ​ມານ 240 – 260 ລ້ານ USD/ປີ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​​ຜູ້​ອອກ​ແຮງ​ງານ 35.000 ຄົນ. ຄາດ​ວ່າ, ໃນ​ປີ 2017, ຕົວ​ເລກນີ້​ຈະ​ບັນ​ລຸ 350 – 400 ລ້ານ USD/ປີ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ລາວ​ ປະ​ມານ 45.000 ຄົນ ແລະ ​ຈະສືບ​ຕ​ໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ໃນ​ການ​ພົບ​ປ​ະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ, ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ.

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ)

        ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ ​ພວມ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລວມ​ໃຫ້​ແກ່ 2 ປະ​ເທດ​ເທື່ອ​ລະ​ກ້າວ. ສິ່ງ​ດັ່ງ​ກ່າວກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ວິ​ສ​າ​ຫະ​ກິດ​ທີ່ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຊີ​ວິດ​ສັງ​ຄົມ​ຂອງ​ລາວ. ​ຈາກນັ້ນ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ.

ຂ່າວ/ບົດ​ອື່ນ